ຜູ້ປະກອບການ ກັງວົນ, ຜູ້ໃຊ້ບໍຣິການຣົຖເມ ຫຼຸດລົງຫຼາຍ

ຊາວລາວບັນດາເຜົ່າ ພວມເດີນທາງກັບພູມລຳເນົາ ໄລຍະພັກບຸນປີໃໝ່ລາວ ທີ່ຄິວຣົຖເມໂດຍສານສາຍໃຕ້ ໃນນະຄອນຫຼວງວຽງຈັນ (TS), ວັນທີ 13 ເມສາ 2022.
ຊາວລາວບັນດາເຜົ່າ ພວມເດີນທາງກັບພູມລຳເນົາ ໄລຍະພັກບຸນປີໃໝ່ລາວ ທີ່ຄິວຣົຖເມໂດຍສານສາຍໃຕ້ ໃນນະຄອນຫຼວງວຽງຈັນ (TS), ວັນທີ 13 ເມສາ 2022. (RFA)

0:00 / 0:00

ໃນ​ໄລ​ຍະ​ປີ​ໃໝ່​ລາວ ທີ່​ຜ່ານ​ມາ ຜູ້​ປະ​ກອບ​ການ​ຣົ​ຖ​ເມ​ສາຍ​ໃຕ້ ແລະ ຣົ​ຖ​ເມ​ສາຍ​ເໜືອ ເປີດ​ເຜີຍ​ວ່າ ມີ​ຜູ້​ໂດຍ​ສານເດີນ​ທາງ​ກັບ​ຕ່າງ​ແຂວງ ໜ້ອຍ​ລົງ​ 50 ເປີ​ເຊັນ ຍ້ອ​ນ​ວ່າ ຄ່າ​ໂດຍ​ສານ​ມີ​ລາ​ຄາ​ແພງຂຶ້ນ ລວມ​ເຖິງ​ລາ​ຄາ​ນ້ຳ​ມັນທີ່​ແພງ​ຂຶ້ນ ແລະ ຍັງ​ມີ​ການ​ເປີດໃຫ້​ບໍ​ຣິ​ການ​ຣົ​ຖ​ໄຟ​ລາວ-ຈີນ ທີ່​ເປັນ​ໂຕ​ເລືອກທີ່​ດີກວ່າ.

ຜູ້​ປະ​ກອບ​ການ​ຫຼາຍ​ຄົນ ທີ່​ແລ່ນ​ຣົ​ຖ​ໂດຍ​ສານ ປະ​ສົບ​ບັນ​ຫາ​ນ້ຳ​ມັນ​ແພງ​ ແລະ ມີ​ຜູ້​ໂດຍ​ສານ​ໜ້ອຍ​ລົງ ກໍ​ບໍ່​ຄຸ້ມ​ຄ່າ ໃນ​ການ​ແລ່ນ​ຣົ​ຖ​ໂດຍ​ສານ​ຕໍ່​ຖ້ຽວ ເຮັດ​ໃຫ້​ຜູ້​ປະ​ກອບ​ການ​ຂາດ​ທຶນ ແຕ່ຜູ້​ປະ​ກອບ​ການ​ຫຼາຍ​ຄົນ​ຈຳ​ເປັນ​ຕ້ອງ​ໄດ້​ແລ່ນ​ຣົ​ຖ​ຕໍ່​ໄປ.

ຜູ້​ປະ​ກອບ​ການ​ຣົ​ຖ​ເມ​ໂດຍ​ສານ ສາຍ​ເໜືອ ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 22 ເມ​ສາ ວ່າ:

" ແມ່ນ ​ມີ​ຣົ​ຖ​ໄຟ​ເນາະ. ໄດ້​ຮັບ​ຜົ​ລ​ກະ​ທົບ ມັນໜ້າ​ຈະ​ຕ່ຳ​ກວ່າ 50 ເປີ​ເຊັນ ດ້ວ​ນ​ຊ້ຳເດ້ ຖ້ຽວ​ນຶ່ງບໍ່​ຄຸ້ມ​ຄ່າ​ນ້ຳ​ມັນ​ເລີຍ ບໍ່​ມີ​ຫຍັງ​ເຫຼືອ ໂອ້ຍ​ກໍ​ຢາກ​ໃຫ້​ຊ່ອຍ ເຣື່ອງ​ຄາ​ລາ​ນ້ຳ​ມັນ​ຫັ້ນ ຫຼຸດ​ລົງ​ໃຫ້​ແດ່ ຜູ້​ພວກ​ເຮົາ​ປະ​ກອບ​ການ ທາງ​ດ້ານ​ຣົ​ຖ​ໂດຍ​ສານນີ້ ມັນ​ບໍ່​ຢາກ​ໄປ​ແລ້ວ ເພາະ​ວ່າ ຄົນ​ຫັ້ນ​ໜ້ອຍ​ເນາະ ນ້ຳ​ມັນ​ແພງ."

ການ​ແລ່ນ​ຣົ​ຖ​ໂດຍ​ສານ​ຕໍ່​ຖ້ຽວ​ໄປ​ຕ່າງ​ແຂວງ ບໍ່​ຄຸ້ມ​ຄ່າ ກັບ​ຄ່າ​ນ້ຳ​ມັນ​ທີ່​ຈ່າຍ​ໄປ ເຖິງ​ແມ່ນ​ວ່າ ທາງ​ການ​ລາວ ຈະ​ປັບ​ລາ​ຄາ​ປີ້​ໂດຍ​ສານ ໃຫ້​ກໍ​ຕາມ ເຂົາ​ເຈົ້າ​ກໍ​ຍັງ​ຂາດ​ທຶນ​ຢູ່ ຍ້ອນ​ຜູ້​ໂດຍ​ສານ​ໜ້ອຍ​ລົງ.

ຜູ້​ປະ​ກອບ​ການ​ຣົ​ຖ​ໂດຍ​ສານ​ ສາຍ​ໃຕ້ ອີກ​ທ່ານ​ນຶ່ງ ໄດ້​ກ່າວ​ວ່າ:

“ຜູ້​ໂດຍ​ສານ​ປີນີ້​ຫຼຸດ​ລົງ​ຫຼາຍ ບາ​ງ​ທີ​ມັນ​ກະ​ເປັນ​ຍ້ອນ​ສະ​ຖາ​ນະ​ການ​ໂຄວິດ​ແດ່ ຜົ​ລ​ກະ​ທົບ​ຍ້ອນ​ນ້ຳ​ມັນ​ແພງ, ຜູ້​ປະ​ກອບ​ການ​ຊິບໍ່​ໄຫວ​ແລ້ວ ເພາະ​ວ່າ ມັນ​ບໍ່​ຄຸ້ມ​ຄ່າ ຂຶ້ນຄ່າ​ໂດຍ​ສານ​ຢູ່ ຂຶ້ນ​ແດ່​ໜ້ອຍ​ນຶ່ງ ນ້ຳ​ມັນ​ຂຶ້ນນີ້ ສາມ-ສີ່​ ທົບ​ແລ້ວ ຜູ້​ປະ​ກອບ​ການບໍ່​ຢາກ​ລອດ​ແລ້ວ ກະ​ຫຼຸບຢາກ​ໃຫ້​ຊ່ວຍ​ຫຼຸດ​ຄ່າ​ນ້ຳ​ມັນ​ລົງ.”

ທາງ​ການ ມີ​ການ​ປັບ​ລາ​ຄາ​ປີ້​ໂດຍ​ສານ ​ໃຫ້​ຜູ້​ປະ​ກອ​ບ​ການ​ຣົ​ຖ​ເມ, ຣົ​ຖ​ໂດຍ​ສານ​ແລ້ວ ຍ້ອນ​ວ່າ ຜູ້​ປະ​ກອບ​ກາ​ນ​ຣົ​ຖ​ເມ​ ຕ້ອງ​ແບກ​ຫາບ​ພາ​ຣະ ລາ​ຄາ​ນ້ຳ​ມັນ​ທີ່​ແພງ​ຂຶ້ນ ໃນ​ຂະ​ນະ​ທີ່​ຜູ້​ໂດຍ​ສານ​ກໍ​ຫຼຸດ​ລົງ ຕົວ​ຢ່າງ​ ແຕ່​ກ່ອນ ຈາກ​ທີ່​ເຄີຍ​ມີ​ຜູ້​ໂດຍ​ສານ 100 ຄົນ ແຕ່ ໄລ​ຍະ​ປີ​ໃໝ່​ລາວ ມານີ້ ກໍ​ເຫຼື​ອ​ແຕ່ 50 ຄົນ.

ເຈົ້າ​ໜ້າ​ທີ່​ກະ​ຊວງ​ໂຍ​ທາ​ທິ​ການ ແລະ ຂົນ​ສົ່ງ ຜູ້​ທີ່​ຂໍ​ສງວນ​ຊື່ ແລະ ຕຳ​ແໜ່ງ ໄດ້​ກ່າວ​ວ່າ:

" ໂຕນີ້ ​ສຸດ​ແລ້ວ​ແຕ່ ໂດຍ​ສານ​ເນາະ ໂຕນີ້​ກໍ​ບໍ່​ສາ​ມາດ​ກຳ​ກັບ​ໄດ້​ວ່າ ຕ້ອງ​ໜ້ອຍ ຕ້ອງ​ຫຼາຍ​ຊ່ຳ​ໃດ ມັນ​ກໍ​ສຸດ​ແລ້ວ​ແຕ່​ເຂົາ​ເຈົ້າ​ໄປ ທີ່​ວ່າ ເສັ້ນ​ທາງ​ໃດ​ທີ່​ຈະ​ບໍ່​ມີ​ຣົ​ຖ​ໄຟ​ແລ່ນ​ຜ່ານ ບໍ່​ສະ​ດວກ​ໃນ​ການ​ໃຊ້ຣົ​ຖ​ສ່ວນ​ໂຕ ເຂົາ​ເຈົ້າ​ກໍ​ສາ​ມາດ​ນຳ​ໃຊ້​ຣົ​ຖ​ເມ."

ລາ​ຄາ​ປີ້​ໂດຍ​ສານ ຈາກ​ນະ​ຄອນ​ຫລວງວຽງ​ຈັນ ໄປ​ຫາ ແຂວງ​ສວັນ​ນະ​ເຂດ ແພງ​ຂຶ້ນ​ຈາກ 75,000 ມາ​ເປັນ 135,000 ກີບ.

ຊາວ​ລາວ​ທ່ານ​ນຶ່ງ ໄດ້​ກ່າວ​ວ່າ:

“ອາ​ທິດ​ກ່ອນນີ້ ໄປ​ສວັນ​ນະ​ເຂດ​ຫັ້ນ ຄ່າ​ຣົ​ຖ 135,000 ກີບ. ຕອນ​ນັ້ນ ໄປ​ມີ​ແຕ່​ 75,000 ກີບ. ຂຶ້ນ​ເກີນ​ເຄິ່ງ ເຮົາ​ກະ​ມີ​ວຽກ​ໄປ ຈຳ​ເປັນ​ຕ້ອງ​ໄດ້​ໄປ ນ້ຳ​ມັນ​ກະ​ຂຶ້ນ ໄປ-​ມາ​ລຳ​ບາກ.”

ຜູ້​ໂດຍ​ສານ​ບາ​ງ​ຄົນ​ທີ່​ເດີນ​ທາງ​ ກໍ​ເລືອກ​ເດີນ​ທາງ​ໄປ​ກັບ​ທາງ​ຣົ​ຖ​ໄຟ​ ລາວ-ຈີນ ແທນ​ທີ່​ຈະ​ຂີ່​ຣົ​ຖ​ເມໂດຍ​ສານ.

ຊາວ​ລາວ​ອີກ​ທ່ານ​ນຶ່ງ ໄດ້​ກ່າວ​ວ່າ:

" ບໍ່ ​ເຖິງ​ກັບ​ແນ້ນ, ກໍ​ທັມ​ມະ​ດາ! ສ່ວນ​ຫຼາຍ​ບາງ​ຄົນ ເຂົາ​ເມືອ​ຊິ, ເຂົາ​ໄປ​ຈອງ​ປີ້ ຣົ​ຖ​ໄຟ​ລາວ-ຈີນ ຫັ້ນ. ມັນ​ສະ​ດວກກວ່າ ຫັ້ນ​ນ່າ. ຮອດ​ໄວ​ອີກ​ຊິ​ນ່າ."

ຢ່າງ​ໃດ​ກໍ​ຕາມ ຜູ້​ປະ​ກອບ​ການ​ຣົ​ຖ​ໂດຍ​ສານ​ຫຼາຍ​ຄົນ ຢາກ​ໃຫ້​ທາງ​ການ​ລາວ ແກ້​ໄຂບັນ​ຫາ​ລາ​ຄາ​ນ້ຳ​ມັນ​ແພງ ໃຫ້​ມີ​ລາ​ຄາ​ຖືກ​ລົງ​ຫຼາຍກວ່າ​ເກົ່າ ເພາະ​ວ່າ ຖ້າ​ຫາກ​ນ້ຳ​ມັນ​ລາ​ຄາ​ຖືກ​ລົງ ຜູ້​ປະ​ກອບ​ການ​ຣົ​ຖ​ໂດຍ​ສານ​ຫຼາຍ​ຄົນ ກໍ​ຍັງ​ສາ​ມາດ​ແລ່ນ​ຣົ​ຖ ເຮັດ​ອາ​ຊີບ​ກັນ​ໄດ້​ຕໍ່​ໄປ ແຕ່​ຖ້າ​ຫາກ​ນ້ຳ​ມັນບໍ່​ຫຼຸດ​ລົງ ໃນ​ອະ​ນາ​ຄົດ ມີ​ຄວາມ​ເປັນ​ໄປ​ໄດ້ ​ທີ່​ຈະ​ປິດ​ກິ​ຈ​ການໄປ ເພາະ​ເຂົາ​ເຈົ້າ​ຂາດ​ທຶນ.