ນ້ຳມັນຖືກລົງຄ່າໂດຍສານຍັງ ແພງ

ຈໍາປາທອງ
2015.03.18
F-Bus ນ້ຳມັນຖືກລົງຄ່າໂດຍສານຍັງ ແພງ
RFA

ຊາວລາວ ພາກັນ ຈົ່ມວ່າ ເປັນຫຍັງ ຄ່າ ໂດຍສານ ຈຶ່ງ ຍັງແພງ ຄືເກົ່າ ພາຍຫຼັງ ທີ່ ຣາຄາ ນ້ຳມັນ ກໍ ຫຼຸດລົງ ຫຼາຍ ແລ້ວ, ຄື ເມື່ອ 5 ເດືອນ ຜ່ານມາ ນີ້ ຣາຄາ ນ້ຳມັນ ໃນ ຕລາດ ໂລກ ໄດ້ ຫຼຸດລົງ ຢ່າງ ຕໍ່ເນື່ອງ ຈົນ ຕ່ຳກວ່າ 65 ໂດລາ ຕໍ່ 200 ລິດ, ຣາຄາ ນ້ຳມັນ ກາຊວນ ໃນ ປະເທດ ລາວ ກໍ ຫຼຸດລົງ ຈາກ 9 ພັນກວ່າ ກີບ ຕໍ່ລິດ ລົງມາ ເປັນ 7 ພັນ ກວ່າກີບ.

ມີການ ວິພາກ ວິຈານ ກັນ ໃນ ສື່ສັງຄົມ ອອນລາຍ ວ່າ ພາກສ່ວນ ກ່ຽວຂ້ອງ ເຮັດຫຍັງ ຢູ່ ຄືຍັງ ບໍ່ປັບຄ່າ ຣົດ ໂດຍສານ ລົງປານ ນີ້? ບາດເວລາ ຣາຄາ ນ້ຳມັນ ຂຶ້ນ ຄືວ່າ ປັບຄ່າ ໂດຍສານ ຂຶ້ນ ກັບບ່ອນ ໂລດ. ຕໍ່ ບັນຫາ ນີ້, ເອເຊັຽ ເສຣີ ໄດ້ ຕິດຕໍ່ ໄປຍັງ ຜແນກ ຄຸ້ມຄອງ ການຂົນສົ່ງ ທາງບົກ, ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ໃນ ວັນທີ 17 ມິນາ 2015 ແລະ ໄດ້ຮັບ ຄຳຕອບ ວ່າ ປະຈຸບັນ ແມ່ນຍັງ ບໍ່ ສາມາດ ປັບຄ່າ ໂດຍສານ ລົງໄດ້ ເທື່ອ ເນື່ອງຈາກ ວ່າ ຣາຄາ ນ້ຳມັນ ຍັງ ບໍ່ລົງ ຕ່ຳຮອດ ກຳນົດ ທີ່ ຈະປັບ ຄ່າ ໂດຍສານ ໄດ້ເທື່ອ:

"ຄື ປະຈຸບັນ ນີ້, ຣາຄາ ມັນລົງ ຢູ່ ແຕ່ຍັງ ບໍ່ທັນ ລົງຮອດ ຂີດ ທີ່ ພວກເຮົາ ກຳນົດ ເທື່ອ ເພາະວ່າ ຣະຍະ ນັ້ນ ພວກເຮົາ ໄລ່ ຣາຄາ ນ້ຳມັນ ເມື່ອກ່ອນ ຫັ້ນນ່າ ແຕ່ ກະຍັງ ໃຊ້ຢູ່ ໃນ ປະຈຸບັນ ນີ້ ແຫຼະ. ເຮົາກະ ສເນີຢູ່ ແຕ່ເພິ່ນ ກະຍັງ ບໍ່ທັນໄດ້ ຕອບ ຕົກລົງ ວ່າ ໃຫ້ ປັບປຸງ".

ທ່ານກ່າວ ຕື່ມ ອີກວ່າ ທາງ ກະຊວງ ຮູ້ດີວ່າ ປະຊາຊົນ ຜູ້ທີ່ ໃຊ້ ຣົຖ ສາທາຣະນະ ໄດ້ຮັບ ຜົນ ກະທົບ ຈາກ ບັນຫາ ນີ້ ແຕ່ກໍ່ຍັງ ມີຫຼາຍ ປັດໄຈ ທີ່ ຕ້ອງເບິ່ງ ເປັນຕົ້ນຄ່າ ໃຊ້ຈ່າຍ ຂອງ ຜູ້ ປະກອບ ການ ຮວມທັງ ຄ່າແຮງ ຄົນຂັບຣົດ ທີ່ ສູງຂຶ້ນ, ຄ່າອາໄຫຼ່ ແພງຂຶ້ນ, ແລະ ຄ່າຫຼຸ້ຍຫ້ຽນ ຕ່າງໆ ນໍາດ້ວຍ:

"ຄູ່ມື້ນີ້ ນິ່,ທາງຜູ້ ປະກອບ ການ ຂະເຈົ້າ ກະມີ ບັນຫາ ຢູ່ ເຣື້ອງ ອາກອນ ມູນຄ່າ ເພີ່ມເນາະ, ຄັນເຮົາ ໄປຫຼຸດລົງ ອີກ ມັນກະຈະ ກະທົບ ເຖິງຜູ້ ປະກອບການ ອີກ".

ໃນຂນະ ນີ້ ຫຼາຍ ພາກສ່ວນ ກໍາລັງ ຄົ້ນຄວ້າ ກັນຢູ່ ແຕ່ການ ປັບ ຄ່າຣົຖ ໂດຍສານ ລົງນັ້ນ ແມ່ນສຸດ ແລ້ວແຕ່ ທາງ ຂັ້ນເທິງ ແຕ່ ຊາວລາວ ເຫັນວ່າ ເມື່ອ ຣາຄາ ນ້ຳມັນ ຫຼຸດລົງ ກໍ່ຄວນ ຫຼຸດຄ່າ ໂດຍສານ ລົງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.