ຄົນງານພະມ້າຢູ່ສາມລ່ຽມ ຄຳ

ກາຊີໂນ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ
ກາຊີໂນ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ (RFA)

0:00 / 0:00

ເຂດເສຖກິດພິເສດສາມລ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ຮັບເອົາຄົນງານພະມ້າ ເຂົ້າມາເຮັດວຽກພາຍໃນ ຄາຊິໂນ ຄິງສໂຣມັນ ແລະວຽກງານຕ່າງ ພາຍໃນເຂດຫລາຍຂຶ້ນ ໃນຈຳນວນ ບໍ່ຕ່ຳກວ່າ 1 ພັນຄົນ ປັດຈຸບັນຄົນງານພະມ້າໄດ້ຫລັ່ງໄຫຼເຂົ້າມາເຮັດວຽກ ໃນ ເຂດດັ່ງກ່າວ ຍ້ອນຄ່າແຮງງານ ຢູ່ພະມ້າຖືກ, ດັ່ງເຈົ້າໜ້າທີ່ ເມືອງຕົ້ນເຜິ້ງ ທ່ານນຶ່ງ ກ່າວໃນວັນທີ 8 ພືສຈິກາ ນີ້ວ່າ:

"ໂອ້ຫລາຍໂອ້ ຫລາຍພັນຄົນນີ່ ກໍມາທຳງານ ເມືອງເຂົານີ້ ມັນຄ່າແຮງງານມັນຖືກ ດຽວນີ້ ເຂົາກະໃຫ້ເຮົາຢູ່ເດ້ ພວກຄາຊິໂນ ຫັ້ນ".

ທ່ານກ່າວຕື່ມອີກວ່າ ຄົນງານພະມ້າ ທີ່ເຂົ້າມາເຮັດວຽກໃນເຂດນີ້ ສ່ວນໃຫຍ່ແບບຖືກຕ້ອງ ຕາມກົດໝາຍ ເຂົ້າມາເຮັດວຽກ ກໍເປັນພະນັກ ງານພາຍໃນ ຄາຊິໂນ ລວມທັງວຽກ ກັມມະກອນກໍ່ສ້າງ ຕ່າງໆພາຍໃນຂົງເຂດ ສ່ວນເລື້ອງຄ່າແຮງງານນັ້ນ ຕົນບໍ່ຮູ້ລາຍລະອຽດຄັກແນ່ ແຕ່ຄິດວ່າໄດ້ເງິນຫລາຍກວ່າ ວຽກງານອື່ນໆ ໃນແຂວງບໍ່ແກ້ວ.

ໃນຂະນະທີ່ ຄົນງານລາວເຮັດວຽກຢູ່ໃນເຂດດັ່ງກ່າວ ມີປະມານ 300 ຄົນ ອີງຕາມຂໍ້ມູນຈາກ ຮອງປະທານສະພາ ບໍຣິຫານເຂດເສຖກິດ ພິເສດສາມລ່ຽມຄຳ. ໃນເບື້ອງຕົ້ນ ແຮງງານພະມ້າ ຈະເຂົ້າມາເຮັດວຽກ ຈົນຄົບຕາມສັນຍາ, ແຕ່ຈຳນວນນຶ່ງກໍບໍ່ກັບປະເທດ ຫຼັງຈາກໝົດ ສັນຍາແລ້ວ ຊຶ່ງເຂົາເຈົ້າຈະເຮັດວຽກ ເປັນກັມມະກອນ ຢູ່ສວນກ້ວຍຈີນ ຢູ່ແຂວງບໍ່ແກ້ວ ອີງຕາມການ ຢືນຢັນ ຂອງເຈົ້າໜ້າທີ່ເມືອງ.

ກ່ຽວກັບບັນຫາຄົນງານພະມ້າ ບໍ່ຍອມເດີນທາງກັບປະເທດນັ້ນ, ທ່ານ ເຄນທອງ ນວນທະສິງ ສະມາຊິກສະພາແຫ່ງຊາດ ແຂວງບໍ່ແກ້ວ ໄດ້ກ່າວລາຍງານ ຢູ່ໃນກອງປະຊຸມສະພາ ວ່າຄົນງານ ພະມ້າຈຳນວນໜຶ່ງ ທີ່ເຂົ້າມາເຮັດວຽກ ໃນເຂດເສຖກິດພິເສດສາມລ່ຽມຄຳ ແຕ່ ບໍ່ຍອມເດີນທາງກັບປະເທດ ຫລັງຈາກໝົດສັນຍາ ແລ້ວໄປເຮັດວຽກ ເປັນກັມມະກອນ ຢູ່ສວນກ້ວຍຈີນ ໃນແຂວງບໍ່ແກ້ວຊຶ່ງທາງການ ລາວຕ້ອງໄດ້ຫາທາງແກ້ໄຂ.