ອານຸຮັກສັດປ່າສາກົນ ວ່າ ຄິ້ງໂຣມັນ ຂາຍເສືອ ໄປຈີນ

ເຈົ້າໜ້າທີ່ ອານຸຮັກ ສັດປ່າ ສາກົນ ເປີດເຜີຍວ່າ ຄາຊິໂນ ຄິ້ງໂຣມັນ ເປິດຟາມ ຂາຍພັນເສືອໂຄ່ງ ເພື່ອສົ່ງຂາຍ ໄປຈີນ.

ທ່າເຮືອທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ທີ່ນັກທ່ອງທ່ຽວ ຈາກຕ່າງປະເທດ ໃຊ້ເປັນປະຈໍາ RFA

ເຈົ້າໜ້າທີ່ອານຸຮັກສັດປ່າສາກົນ ເປິດເຜີຍວ່າ ມີການເປິດຟາມຂຍາຍພັນເສືອໂຄ່ງ ເພື່ອສົ່ງໄປຂາຍຢູ່ຈີນ ແລະ ໃຊ້ເປັນອາຫານ ຫຼືຢາບໍາຣຸງ ໃນເຂດ VIP Zone ຂອງ ຄາຊິໂນ ຄິ້ງໂຣມັນ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໂດຍທີ່ເຈົ້າໜ້າທີ່ລາວ ເຮັດຫຍັງບໍ່ໄດ້. ດັ່ງທ່ານ ເອດວິນ ວິກ ຜູ້ກໍ່ຕັ້ງສູນອານຸຮັກສັດປ່າ ໃນເຂດພູມີພາກເອເຊັຍ ຫຼື WFFT ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ່ 6 ກຸມພາ ນີ້ວ່າ:

“ຄິ້ງໂຣມັນ ທີ່ Economic Zone ຂອງລາວ ເຂົາມີ7າຊິໂນ ແລ້ວກໍຈະມີຮ້ານອາຫານ ມີໂຮງແຮມ ແລ້ວກໍໃນຄາຊິໂນ ຮ້ານອາຫານນັ້ນ ເຂົາເຈົ້າລ້ຽງເສືອໂຄ່ງ ເພື່ອຂາຍ ແລ້ວກໍມີການບໍຣິໂພກ ແລ້ວກໍມີການສຶບມາວ່າ ເສືອໂຄ່ງນັ້ນ ກໍມີເຮັດຢາ ເອົາກະດູກ ອະວັຍວະເພດ ແລ້ວກໍເນື້ອ ຫນັງ ໄປຂາຍໃຫ້ຈີນ ນໍາອີກ.”

ທ່ານວ່າ ເສືອໂຄ່ງທີ່ຢູ່ໃນຟາມຂອງ ຄາຊິໂນແຫ່ງນີ້ ບໍ່ແມ່ນເສືອໂຄ່ງໃນລາວ ແຕ່ເປັນເສືອໂຄ່ງ ທີ່ລັກລອບລ່າ ແລະສ່ວນນຶ່ງ ຊື້ມາຈາກ ຂະບວນການຄ້າສັດປ່າ ປະເທດອ້ອມຂ້າງ ຂອງລາວ ເປັນຕົ້ນ ພ່າມ້າ, ແລະກັມພູຊາ. ຕາມຂໍ້ມູນ ໜ່ວຍງານອານຸຮັກ ສັດປ່າສາກົນ  ພາຍໃນຄາຊິໂນ ຄິ້ງໂຣມັນ ນອກຈາກເສືອໂຄ່ງແລ້ວ ຍັງມີຫມີນໍາອີກ ທັ້ງເສືອແລະຫມີ ຈະຖືກເຈາະເອົາ ອາວັຍວະເພດ ເປັນອາຫານ ໃຫ້ບັນດາແຂກ ຣະດັບສູງ ຫລືນາຍທຶນ ດັ່ງທ່ານກ່າວວ່າ:

“ມັນມີຫມີ ມັນເປັນຟາມຫມີ ຄືກັນທີ່ ຄິ້ງໂຣມັນ ຈະມີຟາມໝີດ້ວຍ ເພື່ອທີ່ຈະເອັາ ນໍ້າບີມາຮິດ ແຕ່ຖ້າເຈົ້າບໍ່ເປັນ ວິໄອພີ ເຈົ້າເຂົ້າໄປ ບໍ່ໄດ້ດອກ ເຈົ້າອາດຈະໄປເບິ່ງເສືອໂຄ່ງກໍໄດ້ ແຕ່ເຣື້ອງ ທີ່ໄປບໍຣິໂພກອີຫຍັງ ເຈົ້າຕ້ອງເປັນນາຍທຶນ ເຈົ້າຈຶ່ງຈະສັມພັດໄດ້.”

ກ່ຽວກັບຄິ້ງໂຣມັນ ຄາຊິໂນ ເມື່ອວັນທີ່ 3 ກຸມພາ ຜ່ານມາ ຈ້າວ ເຫວີຍ ຜູ້ເປັນເຈົ້າຂອງ ແລະທັງເປັນປະທານ ກຸ່ມບໍຣິສັດດອກງິ້ວຄໍາ ຈໍາກັດ ໄດ້ອອກມາຖແລງການປະຕິເສດ ພ້ອມກັບເວົ້າວ່າ ບໍຣິສັດຂອງຕົນ ຖຶກກ່າວຫາ ຂນະທີ່ເຈົ້າໜ້າທີ່ ທາງການລາວ ພາກສ່ວນ ກ່ຽວຂ້ອງ ດ້ານສັດປ່າ ແຂວງບໍ່ແກ້ວ ບໍ່ມີຜູ້ໃດ ສະດວກໃຫ້ສັມພາດ ກ່ຽວກັບເຣື້ອງນີ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org