ຄົນງານລາວ ທີ່ເຮັດວຽກຢູ່ເຂດເສດຖະກິດ ບໍ່ເຕັນ ຫຼຸດລົງຫຼາຍ

ເຂດເສດຖະກິດບໍ່ເຕັນແດນງານ, ແຂວງຫຼວງນ້ຳທາ, ເດືອນກັນຍາ 2023 (TS).
ເຂດເສດຖະກິດບໍ່ເຕັນແດນງານ, ແຂວງຫຼວງນ້ຳທາ, ເດືອນກັນຍາ 2023 (TS). (RFA)

0:00 / 0:00

ເຂດເສດຖະກິດສະເພາະບໍ່ເຕັນແດນງາມ ທີ່ແຂວງຫຼວງນ້ຳທາ ໃນພາກເໜືອຂອງລາວ ມີຄົນງານລາວເຮັດວຽກໜ້ອຍລົງກວ່າເຄິ່ງໜຶ່ງ ຄືປັດຈຸບັນ ມີຄົນງານລາວພຽງແຕ່ 818 ຄົນ ຫຼຸດລົງຈາກ 1,783 ຄົນເມື່ອປີ 2023 ທີ່ຜ່ານມາ, ອີງຕາມບົດລາຍງານລ້າສຸດ ຂອງເຂດເສດຖະກິດດັ່ງກ່າວ.

ເພື່ອຢາກຮູ້ສາເຫດ ທີ່ເຮັດໃຫ້ຈຳນວນຄົນງານລາວ ຢູ່ເຂດເສດຖະກິດບໍ່ເຕັນແດນງາມ ຫຼຸດລົງຫຼາຍເຖິງປານນັ້ນ, ວິທຍຸເອເຊັຽເສຣີ ໄດ້ຖາມຄົນງານລາວຢູ່ເຂດນີ້ຫຼາຍຄົນ ທີ່ບອກວ່າ ປັດຈຸບັນ ຄົນລາວສ່ວນຫຼາຍ ບໍ່ມັກເຮັດວຽກຢູ່ເຂດເສດຖະກິດ ບໍ່ເຕັນແດນງາມ ເພາະວ່າເປັນເຂດຂອງຈີນ ມີການເອົາລັດເອົາປຽບຄົນງານລາວ ແລະໃຫ້ເງິນເດືອນໜ້ອຍ; ຕົວຢ່າງ ຄົນງານລາວຜູ້ໜຶ່ງທີ່ເຮັດວຽກກໍ່ສ້າງ ໄດ້ກ່າວກັບວິທຍຸເອເຊັຽເສຣີ ໃນວັນທີ່ 3 ກັນຍາ 2024 ນີ້ວ່າ:

ບໍ່ເຕັນນີ້ ມັນບໍ່ມີໃຜຢາກເຮັດດອກຢູ່ຫັ້ນ ເຂົາມີຄົນບ້ານເຂົາເອງ ການຄຸ້ມຄອງບໍ່ຄຸ້ມດອກລັດນ່າ ໄປຖືກບ່ອນດີ ກໍດີ ຖືກບ່ອນບໍ່ດີ ຫ່ວຍ ທໍລະມານເດ່ ຢູ່ຫັ້ນມັນເປັນແບບເມືອງຈີນຢູ່ຫັ້ນ ເຂົ້າໄປເຮັດບໍ່ຖືກລະບຽບເຂົາ ເຂົາກໍຕີຫົວຫັ້ນແລ້ວ ."

ຄົນງານລາວຢູ່ເຂດເສດຖະກິດບໍ່ເຕັນອີກນາງໜຶ່ງ ທີ່ບໍ່ປະສົງບອກຊື່ ຊ້ຳພັດກ່າວວ່າ ຄົນລາວສ່ວນຫຼາຍ ບໍ່ຢາກເຂົ້າໄປເຮັດວຽກຢູ່ເຂດເສດຖະກິດບໍ່ເຕັນ ເພາະໄດ້ເງິນເດືອນໜ້ອຍ; ພວກເຂົາ ມັກໄປເຮັດວຽກຢູ່ຕ່າງປະເທດຫຼາຍກວ່າ ເພາະໄດ້ເງິນຫຼາຍກວ່າ:

“ຢູ່ບໍ່ເຕັນດຽວນີ້ ມັນບໍ່ມີຄົນໄປເຮັດແລ້ວ ເພາະວ່າເງິນຕ່ຳ ເງິນເດືອນໜ້ອຍ ບໍ່ພໍໃຊ້ ບໍ່ພໍກິນ ສ່ວນຫຼາຍດຽວນີ້ ເຂົາເຈົ້າບໍ່ເຮັດດອກວຽກຢູ່ລ່າວນ່າ ເຂົາເຈົ້າເຂົ້າໄປຈີນໝົດ ເຂົາກໍໄປເຮັດຢູ່ຕ່າງປະເທດແຫຼະ.”

ກ່ຽວກັບເລື່ອງນີ້ ເຈົ້າໜ້າທີ່ຜະແນກແຮງງານ ແລະສະຫວັດດີການສັງຄົມ ແຂວງຫຼວງນ້ຳທາທ່ານໜຶ່ງ ກ່າວວ່າ ຜະແນກແຮງງານ ແລະສະຫວັດດີການສັງຄົມ ແຂວງຫຼວງນ້ຳທາ ກໍບໍ່ຮູ້ຂໍ້ມູນກ່ຽວກັບຈຳນວນຄົນງານໃນເຂດເສດຖະກິດບໍ່ເຕັນນັ້ນເລີຍ ເພາະວ່າ ເຂດນັ້ນ ເປັນເຂດທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງຈີນ ຄົນຈີນຄຸ້ມຄອງກັນເອງ ແລະທາງຜະແນກແຮງງານແຂວງຫຼວງນ້ຳທາ ກໍບໍ່ມີສິດແລະໜ້າທີ່ໃນການຄຸ້ມຄອງຄົນງານໃນເຂດດັ່ງກ່າວນັ້ນເລີຍ.

ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມວ່າ:

“ແມ່ນຢູ່ວ່າເຂດຢູ່ແຂວງຫຼວງນ້ຳທາ ແຕ່ຜະແນກແຮງງານ ບໍ່ໄດ້ຄຸ້ມຄອງຮອດເຂດເນາະ ຄຸ້ມຄອງແຕ່ນອກເຂດ ຈະບໍ່ຮູ້ຂໍ້ມູນແຮງງານຢູ່ເຂດ ເພິ່ນຈະມີຄະນະຄຸ້ມຄອງເຂດ ລະບຽບຫຍັງຕ່າງໆ ມັນຂື້ນກັບເຂດເນາະ ທາງແຂວງເຮົາຈະບໍ່ສາມາດຄຸ້ມຄອງໄດ້ຫັ້ນໜາ ເພາະເພິ່ນສຳປະມານຫຼາຍປີ ຂື້ນກັບຜູ້ລົງທຶນເລີຍເນາະ ເພິ່ນຈະຄຸ້ມຄອງກັນເອງໃນເຂດນັ້ນເລີຍ.”

ສ່ວນເຈົ້າໜ້າທີ່ຈັດຫາງານ ຂອງແຂວງຫຼວງນ້ຳທາ ກໍເວົ້າວ່າ ຄົນລາວສ່ວນຫຼາຍ ທີ່ເຂົ້າໄປເຮັດວຽກຢູ່ເຂດເສດຖະກິດບໍ່ເຕັນນັ້ນ ເຂົາຈະສະໝັກເຮັດວຽກໂດຍກົງກັບບໍລິສັດຂອງຈີນເລີຍ ບໍ່ໄດ້ຜ່ານຫ້ອງການແຮງງານຂອງແຂວງ; ອີກຢ່າງໜຶ່ງ ທາງຜະແນກແຮງງານແຂວງ ກໍບໍ່ມີຄົນງານພຽງພໍ ທີ່ຈະສົ່ງໃຫ້ເຂດເສດຖະກິດບໍ່ເຕັນນັ້ນນຳ. ນັ້ນອາດແມ່ນສາເຫດໜຶ່ງ ທີ່ເຮັດໃຫ້ຈຳນວນຄົນງານລາວຢູ່ເຂດດັ່ງກ່າວ ມີໜ້ອຍລົງ ດັ່ງເຈົ້າໜ້າທີ່ນາງນີ້ ໄດ້ກ່າວອີກວ່າ:

“ຢູ່ເຂດເສດຖະກິດບໍ່ເຕັນນີ້ ສຳລັບການພັດທະນາສີມືແຮງງານເນາະ ຫຼືວ່າຈັດຫາງານນີ້ ບໍ່ສາມາດເຂົ້າເຖິງໄດ້ເນາະ ບໍ່ສາມາດເກັບກຳຂໍ້ມູນໄດ້ ຍັງບໍ່ໄດ້ມີນິຕິກຳ ໂດຍທີ່ວ່າຜ່ານການຈັດຕັ້ງຫົວໜ່ວຍແຮງງານເຂົາເຈົ້າປະກາດຕຳແໜ່ງເອງ ແລ້ວກະຜູ້ຊອກວຽກເຮັດງານທຳ ຊອກເອງ ແບບເຂົ້າໄປໂດຍກົງຫາບໍລິສັດເລີຍຫັ້ນນ່າ.”

ປັດຈຸບັນ ເຂດເສດຖະກິດບໍ່ເຕັນແດນງາມ ມີຄົນງານທັງໝົດ 4,640 ຄົນ ໃນນັ້ນ ເປັນຄົນງານລາວ 818 ຄົນ ອີງຕາມລາຍງານລ່າສຸດ.

ກ່ອນນີ້ ວິທຍຸເອເຊັຽເສຣີ ລາຍງານວ່າ ນອກຈາກບັນຫາເງິນເດືອນຕ່ຳ, ຄົນງານລາວຈຳນວນໜຶ່ງ ບໍ່ຢາກເຮັດວຽກຢູ່ເຂດເສດຖະກິດບໍ່ເຕັນແດນງາມ ເພາະໄດ້ເງິນເດືອນຍາກ; ຕົວຢ່າງເດືອນມິຖຸນາປີ 2024 ນີ້ ຄົນງານລາວປະມານຮ້ອຍຄົນ ກໍບໍ່ໄດ້ຮັບເງິນຄ່າຈ້າງ ຈົນໄດ້ພາກັນປະທ້ວງ ແລະໃນສຸດທ້າຍ ນາຍຈ້າງຈີນ ກໍຍອມຈ່າຍ.

ໜັງສືພິມ Nikkei ຂອງຍີ່ປຸ່ນລາຍວ່າ ລັດຖະບານລາວ ອະນຸຍາດໃຫ້ນັກລົງທຶນຈີນ ສ້າງເຂດເສດຖະກິດພິເສດບໍ່ເຕັນແຕ່ປີ 2003; ຈາກນັ້ນ ເຂດດັ່ງກ່າວ ກໍໄດ້ສ້າງຕຶກ ອາຄານ ຮ້ານອາຫານ ໂຮງແຮມ ແລະກາຊິໂນ ແຕ່ໃນຂະນະດຽວກັນ ກໍມີການກໍ່ອາຊະຍາກຳທີ່ຮ້າຍແຮງຫຼາຍຢ່າງ ເປັນຕົ້ນການຄາດຕະກຳ ຄ້າຢາເສບຕິດ ຄ້າມະນຸດ ຄ້າສັດປ່າ ແລະລັກພາໂຕ; ສຸດທ້າຍ ລັດຖະບານຈີນ ກໍສັ່ງປິດເຂດເສດຖະກິດດັ່ງກ່າວໃນປີ 2011. ສອງປີຕໍ່ມາ, ນັກລົງທຶນຈີນ ຈຶ່ງເລິ້ມສືບຕໍ່ສ້າງເຂດນີ້ໃໝ່ ປ່ຽນຊື່ເປັນ ເຂດເສດຖະກິດສະເພາະບໍ່ເຕັນແດນງາມ ທີ່ບໍ່ມີໂຮງກາສິໂນ ແລະມີແຜນຈະສ້າງໃຫ້ເປັນສູນເສດຖະກິດ ການຄ້າ ແລະການຄົມມະນາຄົມຂົນສົ່ງຂອງພາກພື້ນ ແລະຈະໃຫ້ມີຄົນຢູ່ອາໃສເຖິງສາມແສນຄົນພາຍໃນປີ 2035, ແຕ່ປະກົດວ່າ ປັດຈຸບັນ ເຂດດັ່ງກ່າວ ມິດຫງຽບ ການກໍ່ສ້າງກໍຫຼຸດໜ້ອຍລົງ ຄົນງານແລະນັກທ່ອງທ່ຽວ ກໍໜ້ອຍລົງ; ສາເຫດໃຫຍ່ ກໍແມ່ນຍ້ອນບໍ່ມີໂຮງກາສິໂນ ແລະເສດຖະກິດຂອງຈີນ ກໍຂະຫຍາຍໂຕຊ້າລົງ.