ຄົນຈີນມາລົງທຶນຢູ່ບໍ່ເຕັນ
2017.01.12
ຄົນຈີນ ເຂົ້າມາລົງທຶນ ເຮັດທຸຣະກິດ ຢູ່ໃນເຂດ ເສຖກິດ ສະເພາະ ບໍ່ເຕັນ ແດນງາມ ຫຼາຍຂຶ້ນ ພາຍຫລັງ ໄດ້ຍິນຂ່າວວ່າ ຈະມີການ ສ້າງ ທາງຣົດໄຟ ຄວາມໄວສູງ ລາວ-ຈີນ. ນັກທຸຣະກິດ ຈີນ ສ່ວນຫຼາຍ ຈະມັກຕັ້ງ ຮ້ານຄ້າ ຮ້ານອາຫານ ແລະ ໂຮງແຮມ ເພື່ອຮັບຮອງ ນັກ ທ່ອງທ່ຽວ ແລະ ຄົນງານຈີນ. ເຈົ້າໜ້າທີ່ ແຂວງຫຼວງນ້ຳທາ ທ່ານນຶ່ງ ທີ່ ບໍ່ປະສົງອອກຊື່ ເວົ້າກ່ຽວກັບ ເຣື່ອງນີ້ຕື່ມວ່າ:
“ກະຫຼາຍເຕີບເນາະ ຄັນສິທຽບໃສ່ ຊ່ວງກ່ອນໆ ໂຮງແຮມ ເຮັດບ້ານພັກບໍ ເຮັດຮ້ານອາຫານ ຂາຍເຄື່ອງຕ່າງໆ ເຮັດຊຸບເປີມັກເກັດ ເຮັດ ຕິວຕີ້ຟຣີຊ໊ອບບໍ່ ອິສັງໄປຊັ້ນແຫຼະ ການທ່ອງທ່ຽວ.”
ເຈົ້າໜ້າທີ່ ທ່ານນີ້ ອະທິບາຍວ່າ ນັກທຸຣະກິດ ຈີນ ພາກັນເຂົ້າມາ ລົງທຶນ ຫຼາຍນັ້ນ ຣະຍະນີ້ ກໍເພາະວ່າ ຄ່າເຊົ່າທີ່ດິນ ແລະ ກໍ່ສ້າງຕ່າງໆ ຍັງຖືກຢູ່. ພວກເຂົາຄິດວ່າ ຣາຄາອາດຈະ ແພງຂື້ນຫຼາຍ ຫລັງຈາກ ສ້າງ ທາງຣົດໄຟ ສຳເຣັດ.
ປັດຈຸບັນ ນັກທ່ອງທ່ຽວຈີນ ເຂົ້າມາ ແຂວງ ຫຼວງນ້ຳທາ ປະມານ 300 ຄົນຕໍ່ມື້, ໃນຍາມ ບຸນປີໃໝ່ ສາກົນ ປີໃໝ່ຈີນ ແລະ ປີໃໝ່ລາວ ຈຳນວນ ຈະເພິ້ມຂຶ້ນເປັນ 500 ຄົນ ຕໍ່ມື້.
ສຳຣັບຂ່າວຄືບໜ້າ ກ່ຽວກັບ ການສ້າງ ທາງຣົດໄຟ ໃນ ແຂວງຫຼວງນ້ຳທາ ນັ້ນ ປັດຈຸບັນ ເຈົ້າໜ້າທີ່ ຄນະກັມມະການ ດ້ານຄ່າຊົດເຊີຍ ກຳລັງ ພົບປະໂອ້ລົມ ກັບປະຊາຊົນ ທີ່ຈະຖືກ ຍົກຍ້າຍ. ໃນຂນະທີ່ ນັກວິຊາການຈີນ ກຳລັງ ສຳຣວດ ພື້ນທີ່ ແລະ ເລິ້ມສ້າງເຮືອນພັກ ກັມມະກອນ ໃນຫຼາຍໆຈຸດ ແລ້ວ.