ສປປລ ເລັ່ງປະມູນຂາຍໄມ້

ຈໍາປາທອງ
2016.12.14
F-Logs-truck ຣົດຂົນສົ່ງໄມ້ ຢູ່ ແຂວງ ສວັນນະເຂດ
RFA/NY

ແຂວງຫຼວງພຣະບາງ ຍັງບໍ່ສາມາດ ເປີດເຜີຍຈຳນວນ ໄມ້ທີ່ຍຶດໄດ້ ເພື່ອ ປະມູນຂາຍ ຍ້ອນຍັງຄາ ຄະດີ ບໍ່ແລ້ວ ແຕ່ແຂວງ ບໍຣິຄຳໄຊ ຈະເປີດປະມູນ ຂາຍໄມ້ ໃນວັນທີ 22 ທັນວາ 2016 ນີ້ ຊຶ່ງໄວ ກວ່າກຳນົດ ທີ່ວາງໄວ້ 2 ເດືອນ, ຕາມຄຳສັ່ງ ຂອງຣັຖບາລ ທີ່ໃຫ້ທຸກ ແຂວງໃນທົ່ວ ປະເທສ ທີ່ຍຶດໄມ້ໄດ້ ເປີດປະມູນຂາຍ ເພື່ອ ນຳຣາຍໄດ້ ເຂົ້າງົບປະມານ ຂອງຣັຖ. ດັ່ງ ເຈົ້າໜ້າທີ່ ແຂວງ ບໍຣິຄຳໄຊ ກ່າວຕໍ່ RFA ໃນວັນທີ 14 ທັນວາ ນີ້ວ່າ:

"ສະເພາະບໍຣິຄໍາໄຊ ຫັ້ນ ມີທັງເມີດ ຢູ່ປະມານ ຫຼາຍຢູ່ເດ໊ ປະມານ 800 ແມັດກ້ອນ ໄມ້ຍຶດ ມັນແລ້ວຄະດີ ອີ່ຫຍັງໝົດມື້ ຄະດີພາຍໃນ ນີ້ດອກ ຄະດີເຂົາ ລັກໄມ້ ລັກເຊາະ ແລ້ວເຮົາ ກໍກັກເອົາ ມາເປັນຂອງຣັຖ ຊື່ໆຫັ້ນນະ ແນວນີ້ ໄມ້ມັນດຽວນີ້ ເຮົາກໍຈະປະມູນ ຂາຍເດ໊".

ທ່ານເວົ້າວ່າ ໄມ້ທີ່ທາງແຂວງ ຈະເປີດປະມູນ ຂາຍນັ້ນ ເປັນໄມ້ແຕ້ຄ່າ 14 ແມັດກ້ອນ. ນອກຈາກນັ້ນ ກໍເປັນໄມ້ ຄຸ້ມຄອງ ປະເພດ1, ປະເພດ2 ແລະ ປະເພດ3 ທີ່ ເປັນໄມ້ເນື້ອແຂງ ມີຣາຄາສູງ ເປັນຕົ້ນໄມ້ດູ່. ໃນຈໍານວນໄມ້ ທີ່ຈະ ປະມູນນັ້ນ ສ່ວນຫຼາຍ ແມ່ນຍຶດໄດ້ ຈາກຊາວບ້ານ ທີ່ລັກຕັດ ແລະສ່ວນນຶ່ງ ແມ່ນໄມ້ ທີ່ທາງການ ໄດ້ບຸກເບີກ ພື້ນທີ່ ທຳກິນ ໃຫ້ ປະຊາຊົນ.

ໃນຂນະທີ່ ຫຼາຍແຂວງຂອງລາວ ເລີ້ມມີການ ກຳນົດ ວັນປະມູນ ຂາຍໄມ້ ຢູ່ນີ້ ກໍຍັງມີ ຫຼາຍແຂວງ ເຊັ່ນ ແຂວງຫຼວງພຣະບາງ ກໍຍັງ ບໍ່ພ້ອມ ຍ້ອນຄາ ຄະດີ. ດັ່ງ ເຈົ້າໜ້າທີ່ ກ່ຽວຂ້ອງ ແຂວງນີ້ ກ່າວຕໍ່ RFA ວ່າ:

"ມີໄມ້ຢູ່ແຕ່ວ່າ ຍັງບໍ່ທັນໄດ້ ປະມູນເທື່ອເນາະ ເພາະວ່າ ຢ່າງວ່າແຫຼະ ຜູ້ຮັບຜິດຊອບ ຂະເຈົ້າກໍຄະດີ ຍັງບໍ່ທັນແລ້ວປະມານ ຕອນນີ້ກໍໃຫ້ ຄໍາຕອບ ບໍ່ໄດ້ເນາະ ແລ້ວກໍໄມ້ຫັ້ນ ມີໄມ້ປະມານ 20 ປາຍຄິວ ທີ່ເພິ່ນ ຍຶດໄດ້ແລ້ວ ແຕ່ວ່າຄະດີ ມັນບໍ່ທັນແລ້ວ ກໍບໍ່ສາມາດ ປະມູນໄດ້".

ສຳລັບແຂວງຄຳມ່ວນ ຕາມຄຳເວົ້າຂອງ ເຈົ້າໜ້າທີ່ ແມ່ນເປີດໃຫ້ ປະມູນໄມ້ ໃນວັນທີ 10 ທັນວາ ແລະ ແຂວງສາລະວັນ ແມ່ນວັນທີ 9 ທັນວາ 2016 ນີ້ແລ້ວ. ສ່ວນແຂວງອື່ນໆ ຍັງຢູ່ໃນ ຂັ້ນຕອນ ຂອງການກວດກາ ຈຳນວນໄມ້ ແລະ ຍັງຄາຄະດີຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.