ເຣື້ອງດິນຕົ້ນເຜິ້ງມີຜູ້ຖືກຈັບ ແລ້ວ
2014.04.29
ເຈົ້າໜ້າທີ່ ຕຳຫຣວດ ໄດ້ຈັບກຸມ ຊາວບ້ານ ຄົນນຶ່ງ ເປັນ ຜູ້ຍິງ ຊື່ວ່າ ນາງ ຂັນຄຳ ອາຍຸ 60 ປີ ຢູ່ບ້ານ ສີບຸນເຮືອງ ເມືອງ ຕົນເຜີ້ງ ແຂວງ ບໍ່ແກ້ວ ໃນ ວັນທີ 25 ຜ່ານມາ ໃນຂໍ້ ຂັດແຍ່ງ ທີ່ດິນ ຈະສ້າງ ສນາມບິນ.
ອີງຕາມ ການບອກເລົ່າ ຂອງ ຊາວບ້ານ ຜູ້ທີ່ເຫັນ ເຫດການ. ນາງ ຂັນຄຳ ຖືກຈັບ ໃນຂະນະ ທີ່ກຳລັງ ປະເຊີນໜ້າ ກັບ ເຈົ້າໜ້າທີ່ ຕຳຫຣວດ ແລະ ທະຫານ ພ້ອມດ້ວຍ ພະນັກງານ ທີ່ ມາວັດແທກ ທີ່ດິນ. ຊາວບ້ານ ທ່ານ ນຶ່ງກ່າວວ່າ: ເຈົ້າໜ້າທີ່ ຈັບ ຊາວບ້ານໄປ ໂດຍ ໃຫ້ ເຫດຜົນວ່າ ຖ້າ ຊາວບ້ານ ບໍ່ ອະນຸຍາດ ໃຫ້ ເຈົ້າໜ້າທີ ວັດແທກ ດິນໄຮ່ນາ ເຈົ້າໜ້າທີ່ ຈະ ບໍ່ປ່ອຍ ຊາວບ້ານ ທີ່ ຖືກຈັບໄປ.
ບ້ານ ທີ່ໄດ້ຮັບ ຜົນກະທົບ ຈາກ ໂຄງການ ສ້າງ ສະໜາມ ບິນນັ້ນ ຢູ່ໃນເຂດ ເສຖກິດ ພິເສດ ສາມຫລ່ຽມ ຄຳ ຄື: ບ້ານ ພຽງຍາມ ມອກກະຈອກ ໂພນໂຮມ ດອນມູນ ຄວ້ານ ມົກກະຈົກ ແລະ ສີບຸນແຮືອງ. ຊາວບ້ານ ຍັງກ່າວ ອີກວ່າ ເຈົ້າໜ້າທີ່ ຈະໄປ ແທກທີ່ດິນ ຖ້າ ຊາວບ້ານ ບໍ່ໄປເຊັນ ຮັບຮູ້ ເຈົ້າໜ້າທີ່ ກໍຈະເອົາ ຣົດ ມາດຸດ ແລະ ຊິບໍ່ຈ່າຍ ຄ່າ ຊົດເຊີຍ.
ໃນຕອນແລງ ຂອງ ວັນດຽວ ກັນນັ້ນ ຊາວບ້ານ ຈຶ່ງພາກັນ ໄປປະກັນ ເອົານາງ ຂັນຄຳ ອອກມາ ໂດຍ ໄດ້ຕົກລົງ ອະນຸຍາດ ໃຫ້ ເຈົ້າໜ້າທີ່ ມາວັດແທກ ທີ່ ດິນນາ ຂອງ ເຂົາເຈົ້າ ເພື່ອແລກ ກັບການ ປ່ອຍຕົວ ນາງ ຂັນຄຳ.
ໃນປີນີ້ ຂໍ້ຂັດແຍ່ງ ທີ່ດິນ ຢູ່ເມືອງ ຕົ້ນເຜີ້ງ ໄດ້ເກີດຂຶ້ນ ໃນເດືອນ ມົກກະຣາ ແລະ ຕົ້ນເດືອນ ເມສາ ທີ່ ຜ່ານມາ ຫລັງຈາກທີ່ ບໍຣິສັດ ຄິງສ໌ໂຣແມນ ເຈົ້າຂອງ ໂຄງການ ຈະນຳເອົາ ຣົດດຸດ ໄປບຸກເບີກ ດິນນາ ຂອງ ຊາວບ້ານ ເພື່ອສ້າງ ສນາມບິນ ມີ ຄວາມຍາວ 3,800 ແມັດ ແລະ ກວ້າງ 620 ແມັດ.
ນອກຈາກນີ້ ບໍຣິສັດ ບໍ່ພຽງແຕ່ ຈະເອົາ ທີ່ດິນ ເຮັດ ສະໜາມບິນ ເທົ່ານັ້ນ ແຕ່ຍັງຈະ ບຸກເບີກ ທີ່ດິນ ຂອງ ຊາວບ້ານ ອີກ ເພື່ອເຮັດ ສນາມກອຟ.