ລົງທຶນໂດຍ ກຸ່ມບໍຣິສັດຈີນ, ຕລາດການຄ້າແຫ່ງນີ້ ຕັ້ງຢູ່ ສາມຫລ່ຽມຄໍາ ເຂດເສຖກິດພິເສດ ທີ່ເລີ້ມການ ກໍ່ສ້າງ ໃນຕົ້ນ ປີ 2000. RFA
ຣັຖບານລາວ ໄດ້ໃຫ້ ສັມປະທານ ທີ່ດິນ ແກ່ກຸ່ມຄິ້ງ ໂຣມັນສ 10,000 ເຮັກຕາ (24,710 acres) 3,000 hectares (7,410 acres). RFA
ເຂດເສຖກິດພິເສດ ຖືກສັມປະທານ ເປັນເວລາ 99 ປີ ແລະ ເປັນເຂດ ປອດພາສີ ດ້ວຍຈຸດປະສົງ ທີ່ຢາກສົ່ງເສີມ ການຄ້າ ແລະ ການລົງທຶນ. RFA
ໃນເຂດເສຖກິດພິເສດ ຄາຊີໂນ ຂອງ ຄິ້ງ ໂຣມັນສ, ໂຮງແຮມ, ຕລາດເມືອງຈີນ ຊຶ່ງ ມີຮ້ານອາຫານ ເຖິງ 70 ແຫ່ງ ແລະ ຮ້ານຂາຍເຄື່ອງຍ່ອຍ ທຸກປະເພດ. RFA
ເຂດເສຖກິດພິເສດ ແມ່ນເລັງໃສ່ ລູກຄ້າຊາວຈີນທັງຫລາຍ ແລະ ນັກລົງທຶນໂດຍສະເພາະ. RFA
ຕາມ ໂຮງແຮມ, ຮ້ານອາຫານ, ຮ້ານຄ້າ, ໃນເຂດ ເສຖກິດພິເສດ ແມ່ນໃຊ້ເງິນຕຣາ ຂອງຈີນ ທັງນັ້ນ ແລະ ໂຮງ ຄາຊີໂນ ສ່ວນຫລາຍ ກໍດຶງເອົາ ນັກການພະນັນ ຈາກ ປະເທດຈີນ ແລະ ປະເທດໄທ ຊຶ່ງເປັນປະເທດ ທີ່ ຖືວ່າການ ການພະນັນ ເປັນສິ່ງ ຜິດກົດໝາຍ. RFA
ຄິ້ງ ໂຣມັນສ ໄດ້ບັນຈຸຮັບຈ້າງ ໜ່ວຍຮັກສາ ຄວາມສງົບ ຂອງຕົນເອງ ເພື່ອ ຄວາມປອດໄພ ຂອງ ນັກທ່ອງທ່ຽວ ໃຫ້ ເວັ້ນຈາກ ກຸ່ມຄ້າ ຢາເສພຕິດ ທີ່ໄດ້ສ້າງຊື່ສຽງ ໃນທາງບໍ່ດີ ໃຫ້ ສາມຫລ່ຽມຄໍາ. RFA
ຫົວໜ້າຂອງ ຄິ້ງ ໂຣມັນສ ເວົ້າວ່າ ກຸ່ມນັກລົງທຶນ ຈີນ ໝັ້ນໃຈ ໃນການຄວບຄຸມ ເຂດເສຖກິດພິເສດ. “ພວກເຮົາມີສິດ 100 ເປີເຊັນ ໃນການ ບໍຣິຫານ ຂົງເຂດນີ້,” ທ່ານວ່າດັ່ງນັ້ນ RFA
ໃນ ຈຸດປະສົງແຜນການ ຂອງ ກຸ່ມນັກລົງທຶນ ໃນ ເຂດເສຖກິດພິເສດ ຍັງບໍ່ໂປ່ງໄສ ແຈ່ມແຈ້ງ ຍ້ອນມີ ຄໍາຖາມຢູ່ວ່າ ເງິນ ມາຈາກໃສ. RFA
ທາງບໍຣິສັດ ແຈ້ງວ່າ ໄດ້ລົງທຶນໄປແລ້ວ 491 ລ້ານ ໂດລາ ສະຫະຣັດ ໃນ ຊ້ວງທໍາອິດ ຂອງເຂດ ເສຖກິດພິເສດ ແລະ ມີແຜນວ່າຈະລົງທຶນ ທັງໝົດ ເຖິງ 2.25 ຕື້ ໂດລ້າ ສະຫະຣັດ ເມື່ອຮອດປີ 2020 ໃນ ສະຖານທີ່ນັ້ນ ຈະມີ ເດີ່ນຕີກ໊ອຟ, ຮ້ານນວດ, ບ່ອນບັນເທີງ ຄາຣາໂອເກະ ແລະ ຄລີນິກ ຢາປິ່ນປົວ ຄົນ. RFA
ຄິ້ງ ໂຣມັນສ ອ້າງວ່າ ຕົນເອງ “ ກໍາລັງເຮັດເພື່ອ ຄວາມຢູ່ດີ-ກິນດີ ຂອງ ຊາວລາວ, ຊ່ອຍຍົກຣະດັບ ພື້ນຖານການ ເປັນ ຢູ່ ຂອງ ພວກເຂົາເຈົ້າ.” RFA
ແຕ່ຣາຍງານແຈ້ງວ່າ ທາງບໍຣິສັດ ດໍາເນີນການໄປດ້ວຍ ຄວາມລໍາອຽງ ບໍ່ເປັນທັມ ໃນຂົງເຂດນັ້ນ, ມີການສ້າງ ຂອບເຂດ ເປັນຂອງຕົນເອງ ທີ່ ຫຸ້ມລ້ອມ ດ້ວຍດິນແດນ ຂອງ ປະເທດອຶ່ນ ຊຶ່ງບໍ່ໄດ້ສ້າງ ປະໂຫຍດຫຍັງ ໃຫ້ກັບ ຊຸມຊົນທ້ອງຖິ່ນ. RFA
ສິ່ງດຽວທີ່ຍັງເຫຼືອໄວ້ ໃຫ້ເຈົ້າໜ້າທີ່ ທາງການລາວ ຜູ້ເປັນເຈົ້າຂອງ ປະເທດ ໄດ້ ປະຕິບັດ ກໍມີພຽງແຕ່ ຈໍ້າກາໃສ່ ພັາສປອຕ ຂອງ ນັກທ່ອງທ່ຽວ ທີ່ ເຂົ້າມາຢ້ຽມຢາມ ເຂດນັ້ນ. RFA
ທາງບໍຣິສັດ ໄດ້ສ້າງຖນົນ ຍາວ 30 ກິໂລແມັດ ຕໍ່ໃສ່ ເຂດ ເສຖກິດພິເສດ ກັບເມືອງ ຫ້ວຍຊາຍ ເທສບານ ຂອງ ແຂວງ ບໍ່ແກ້ວ. RFA
ຊາວໄທ ຢູ່ ແຂວງຊຽງຣາຍ ສາມາດຂີ່ເຮືອໄປຫາ ສະຖານທີ່ ຫລິ້ນ ຄາຊີໂນ ຢູ່ ລາວ ໄດ້. RFA
ສ່ວນນຶ່ງ ຂອງ ລາວ, ພະມ້າ, ແລະ ໄທ ປະກອບກັນເປັນ ເຂດ ສາມຫລ່ຽມຄໍາ, ເຂດທີ່ ປາສຈາກ ກົດໝາຍ ອໍານວຍ ຄວາມສະດວກ ໃຫ້ການຜລິດ ຢາເສພຕິດ ຂອງ ຂະບວນການ ຄ້າຢາ ໃນທົ່ວເຂດ ເອເຊັຽ. RFA