ຂ.ວຽງຈັນ ຂາຍໄຟຊື້ໄຟ


2013.04.19
F-vientiane ໃນຕົວເມືອງ ວຽງຈັນ
RFA

ແຂວງວຽງຈັນ ເຖິງວ່າມີ ເຂື່ອນ ໄຟຟ້າ ຫລາຍ ແລະ ກໍຜລິດໄຟຟ້າ ໄດ້ຫລາຍ ແຕ່ກໍຍັງບໍ່ພໍ ກັບຄວາມຕ້ອງການ ຍັງຊື້ໄຟຟ້າ ຈາກໄທ ຢູ່.

ເຈົ້າໜ້າທີ່ ກະຊວງ ພລັງງານ ແລະ ບໍ່ແຮ່ ທ່ານນຶ່ງ ເວົ້າວ່າ:

“ກໍຖືວ່າ ຖ້າເວົ້າເຣື່ອງ ການຂຍາຍຕາຂ່າຍ ກໍຖືວ່າ ມີໝົດແລ້ວ ແຕ່ລະບ້ານຫ່ັນ ເນາະ ຕ້ອງການຫລາຍ ຮັ່ນເນາະ ຢູ່ດຽວ ນີ້ພາຍໃນ ຖືບາງຄັ້ງ ກໍໄດ້ຊື້ໄຟ ເຂົ້າມາຊັ່ນ ແຫລະ ກໍເວົ້າແລ້ວ ກໍຊື້ມາຈາກໄທ ຮັ່ນແຫລະເນາະ.”

ເຈົ້າໜ້າທີ່ ກະຊວງ ພລັງງານ ແລະບໍ່ແຮ່ ທ່ານນີ້ ກ່າວອີກວ່າ ປັດຈຸບັນ ແຂວງວຽງຈັນ ມີເຂື່ອນ ຫລາຍແຫ່ງ ເຊັ່ນເຂື່ອນນ້ຳລີກ ເຂື່ອນນ້ຳມັງ ແລະ ເຂື່ອນໃຫຍ່ທີ່ສຸດ ກໍແມ່ນເຂື່ອນ ນ້ຳງື່ມນຶ່ງ. ເຂື່ອນເຫລົ່ານີ້ ຜລິດໄຟຟ້າ ສ່ວນຫລາຍ ເພື່ອສົ່ງໄປຂາຍ ໃຫ້ໄທ ໄປຕ່າງແຂວງ ເຊັ່ນ ແຂວງ ຫລວງພະບາງ ແລະ ອີກສ່ວນນຶ່ງ ເພື່ອໃຊ້ຢູ່ພາຍ ໃນແຂວງ ແຕ່ຍັງບໍ່ພໍ.

ເຈົ້າໜ້າທີ່ລາວ ທ່ານນີ້ ອະທິບາຍວ່າ ປັດຈຸບັນ ແຂວງວຽງຈັນ ກຳລັງ ມີການສ້າງສາ ພັທນາ ມີໂຮງງານ ໃຫຍ່ໆເກີດຂື້ນ ຫລາຍ ເຊັ່ນໂຮງງານ ປູນຊີເມັນ ແລະ ການຂຸດຄົ້ນ ບໍ່ແຮ່ ຊຶ່ງເປັນ ອຸດສາຫະກັມ ທີ່ໃຊ້ໄຟຟ້າ ຫລາຍທັງນັ້ນ. ເມື່ອສອງເດືອນ ກ່ອນ ທາງການລາວ ປະກາດວ່າ ປະເທດລາວ ຈະພຍາຍາມ ສ້າງເຂື່ອນ ໃຫ້ຫລາຍຂື້ນໄວໆ ເພື່ອຈະມີ ໄຟຟ້າ ໃຊ້ພຽງພໍ ແລະ ຈະຢຸດຊື້ ໄຟຟ້າ ຈາກປະເທດ ເພື່ອນບ້ານໃຫ້ໄດ້ ພາຍໃນປີ 2015.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.