ຄົນຈີນບໍ່ເສັຽຄ່າເຊົ່າດິນ ປູກກ້ວຍ
2016.02.17
ຊາວບ້ານ ແມ້ວຈ່າຍ ເມືອງນາໝໍ້ ແຂວງ ອຸດົມໄຊ ໄດ້ ເອົາທີ່ດິນ ໃຫ້ ນັກລົງທຶນ ຈີນ ເຊົ່າ ເພື່ອປູກກ້ວຍ, ແຕ່ວ່າ ຍັງບໍ່ໄດ້ ຮັບຄ່າເຊົ່າ. ດັ່ງ ເຈົ້າຂອງທີ່ດິນ ເວົ້າວ່າ:
"ເຂົາຈ່າຍ ແຕ່ ປີທຳອິດ ບາດ ປີທີ 2 ແລ້ວ ຮອດກຳນົດ ຈ່າຍແຕ່ວ່າ ເຂົາຍັງ ບໍ່ມາຈ່າຍ ພວກເຖົ້າແກ່ ຈີນ ກະບໍ່ເຫັນມາ ໄປຫາຍາມໃດ ກະບໍ່ຢູ່ ມີແຕ່ ກັມມະກອນ ເຝົ້າສວນ ຜູ້ດຽວຢູ່ ເຂົາວ່າ ເຖົ້າແກ່ ຫັ້ນ ບໍ່ມາແລ້ວ".
ເຈົ້າຂອງສວນ ໃຫ້ຂໍ້ມູນ ຕື່ມອີກວ່າ ດິນທີ່ປ່ອຍ ໃຫ້ເຂົາເຈົ້າ ເຊົ່າ ທັງໝົດ 10 ກວ່າເຮັກຕາ ໃຫ້ເຊົ່າໃນ ຣາຄາ 10 ພັນຢວນ ຫຼື ປະມານ 12 ລ້ານກີບ ຕໍ່ນຶ່ງ ເຮັກຕາ ຕໍ່ປີ, ເຂົາຈ່າຍໃຫ້ ແຕ່ປີດຽວ, ປີທີ 2 ຍັງບໍ່ໄດ້ ບາງເທື່ອ ອາດເປັນຍ້ອນ ກ້ວຍບໍ່ງາມ ບໍ່ໄດ້ຮັບ ໝາກຜົນດີ ເຮັດໃຫ້ເຂົາ ໜີປະ ສວນໄປເລີຍ.
ເຈົ້າຂອງສວນ ຜູ້ນີ້ໄດ້ ເຂົ້າໄປຫາ ເຈົ້າໜ້າທີ່ ເພື່ອຂໍໃຫ້ ເອີ້ນ ຜູ້ລົງທຶນ ມາ ຮັບຜິດຊອບ ເອົາຕົ້ນກ້ວຍ ອອກຈາກ ທີ່ດິນ ຂອງພວກຕົນ ເພາະ ການທີ່ຈະ ກຳຈັດ ຕົ້ນກ້ວຍ ແມ່ນໄດ້ໃຊ້ ເງິນຫຼາຍ ສົມຄວນ, ແຕ່ທາງ ເຈົ້າໜ້າທີ່ ຕອບວ່າ ບໍ່ຮັບຮູ້ນຳ ຍ້ອນ ເບື້ອງຕົ້ນ ການເຮັດ ສັນຍາເຊົ່າ ຕ່າງໆ ບໍ່ມາຜ່ານ ທາງພາກສ່ວນ ທີ່ ກ່ຽວຂ້ອງ ແລະ ແນະນຳໃຫ້ ໄປຈັດການ ກັນເອງ.
ໃນ ກໍຣະນີ ແບບນີ້ ເກີດຂຶ້ນ ຫຼາຍເທື່ອແລ້ວ ບໍ່ວ່າຈະ ເປັນແຂວງ ອຸດົມໄຊ, ແຂວງ ຫຼວງນ້ຳທາ ແລະ ແຂວງ ບໍ່ແກ້ວ ທີ່ ນັກລົງທຶນ ຈີນ ມາເຊົ່າດິນ ຂອງຊາວບ້ານ ປູກກ້ວຍ, ແຕ່ ເມືື່ອເຫັນວ່າ ຕົ້ນກ້ວຍ ບໍ່ງາມ ເຂົາກໍໜີ ໄປເລີຍ ໂດຍບໍ່ຈ່າຍ ຄ່າເຊົ່າດິນ ໃຫ້ ຊາວບ້ານ. ອີງຕາມ ການບອກເລົ່າ ຂອງ ຊາວບ້ານ.