ບໍ່ສາມາດສົ່ງ ໝາກກ້ວຍ ໄປປະເທດຈີນ ໄດ້

ໃນສັປດາທີ່ຜ່ານມາ ຜູ້ປະກອບການ ສວນກ້ວຍຈໍານວນຫຼາຍ ຢູ່ພາກເໜືອ ຂອງລາວ ຈໍາເປັນຕ້ອງ ແຈກໝາກກ້ວຍ ໃຫ້ຊາວບ້ານຟຣີ ຫຼືຖິ້ມ ຍ້ອນເຂົາເຈົ້າ ບໍ່ສາມາດສົ່ງອອກ ໝາກກ້ວຍດັ່ງກ່າວ ໄປຍັງປະເທດຈີນໄດ້.

ແຈກໝາກກ້ວຍຟຣີ ສວັນໄອເຕັກ, ວັນທີ 14 ພຶສຈິກາ 2021 ນັກຂ່າວ ພົລເມືອງ

ໃນໄລຍະສັປດາທີ່ຜ່ານມາ ຜູ້ປະກອບການສວນກ້ວຍຈໍານວນຫຼາຍ ທີ່ຢູ່ແຂວງພາກເໜືອ ຂອງປະເທດລາວ ຈໍາເປັນຕ້ອງປະຖິ້ມ ແລະແຈກໝາກກ້ວຍທີ່ເກັບກ່ຽວມານັ້ນໃຫ້ແກ່ຊາວບ້ານຟຣີ ຍ້ອນພວກເຂົາເຈົ້າບໍ່ສາມາດສົ່ງອອກໝາກກ້ວຍດັ່ງກ່າວ ໄປຍັງປະເທດຈີນໄດ້ ເນື່ອງຈາກທາງການຈີນ ຍັງສັ່ງປິດດ່ານສາກົລບໍ່ຫານ-ເຕັນ ນັບຕັ້ງແຕ່ວັນທີ່ 5 ຕຸລາ ເປັນຕົ້ນມາ ພາຍຫຼັງກວດພົບວ່າ ມີໂຊເຟີ້ ຊາວຈີນ ທີ່ເດີນທາງຈາກລາວ ເຂົ້າໄປຈີນ ຕິດເຊື້ອໂຄວິດ-19 ຈາກປະເທດລາວ ແລະອັດຕຣາການຣະບາດຂອງໂຄວິດ-19 ໃນລາວເພີ່ມຂຶ້ນ ແລະໃນຂະນະດຽວກັນ ທາງການແຂວງຫຼວງນໍ້າທາ ກໍຍັງບໍ່ເປີດດ່ານສາກົລ ບໍ່ເຕັນ-ຫານ ຈຶ່ງຍັງບໍ່ສາມາດຂົນສົ່ງໝາກກ້ວຍໄປປະເທດຈີນໄດ້ ສະນັ້ນ ຜູ້ປະກອບການສວນກ້ວຍຫຼາຍຣາຍ ທັງຄົນຈີນແລະຄົນລາວ ຈຶ່ງປະຖິ້ມໝາກກ້ວຍເປັນຈໍານວນຫຼາຍ ຢູ່ບໍຣິເວນດ່ານລາວ-ຈີນ ໃນຫຼາຍແຂວງ ເປັນຕົ້ນ ແຂວງຫຼວງນໍ້າທາ ແລະແຂວງອຸດົມໄຊ.

ກໍມີຜູ້ປະກອບການ ສວນກ້ວຍອີກຈໍານວນນຶ່ງ ທີ່ມັກສົ່ງໝາກກ້ວຍໄປຍັງປະເທດຈີນ ໂດຍຜ່ານປະເທດວຽດນາມ ກໍໄດ້ປະຖິ້ມໝາກກ້ວຍຢູ່ບໍຣິເວນ ດ່ານຊາຍແດນລາວ-ວຽດນາມຄືກັນ ແລະອີກຈໍານວນນຶ່ງ ກໍເອົາໝາກກ້ວຍທີ່ສົ່ງອອກບໍ່ໄດ້ນັ້ນ ໄປແຈກຢາຍໃຫ້ກັບປະຊາຊົນຟຣີ ເປັນຕົ້ນ ຢູ່ຕໍ່ໜ້າສູນການຄ້າ ສວັນ-ໄອເຕັກ ເມືອງເຊໂປນ ແຂວງສວັນນະເຂດ, ດັ່ງຄົນງານສວນກ້ວຍ ຜູ້ທີ່ແຈກຢາກໝາກກ້ວຍ ໃຫ້ກັບປະຊາຊົນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 17 ພຶສຈິກາ 2021 ນີ້ວ່າ:

“ຈີນບໍ່ໃຫ້ເຂົ້າປະເທດ ແຕ່ທາງອຸດົມໄຊອອກບໍ່ໄດ້ເລີຍ ຖອກຢູ່ອຸດົມໄຊ ກໍຫຼາຍຮ້ອຍໂຕນລະ ປົກກະຕິລະທາງອຸດົມໄຊ ລະ 2 ມື້ 3 ມື້ລະຮອດຈີນເນາະ ສົ່ງອອກບໍ່ໄດ້ທາງອຸດົມໄຊ ຊິຂົນສົ່ງມາທາງສວັນນະເຂດ ກໍຊິອອກທາງວຽດ ຂຶ້ນທາງທະເລແຫຼະ ໄປຮອດຈີນ ດຽວນີ້ຮອດ 3 ມື້ 4 ມື້ຫັ້ນແຫຼະ ຫາກະຮອດສວັນນະເຂດ ກ້ວຍກໍເຣີ່ມ ມັນຊິສຸກກ່ອນຫັ້ນແຫຼະ ແລ້ວທາງວຽດກໍບໍ່ໃຫ້ເຂົ້າ ດຽວນີ້.”

ສໍາລັບສາເຫດ ທີ່ຜູ້ປະກອບການສວນກ້ວຍ ບໍ່ສາມາດຂົນສົ່ງໝາກກ້ວຍຜ່ານດ່ານສາກົລ ແດນສວັນ-ລາວບາວ ເພື່ອຂ້າມໄປປະເທດວຽດນາມ ໂດຍມີປາຍທາງຢູ່ປະເທດຈີນ ໄດ້ນັ້ນ ອາຈກ່ຽວຂ້ອງກັບ ການເຮັດຂໍ້ຕົກລົງ ລະຫວ່າງເຈົ້າຂອງໝາກກ້ວຍ ແລະເຈົ້າໜ້າທີ່ດ່ານສາກົລລາວບາວ ຝັ່ງວຽດນາມ ເນື່ອງຈາກປັດຈຸບັນ ດ່ານສາກົລແດນສວັນ-ລາວບາວ ແຂວງສວັນນະເຂດ ກໍອະນຸຍາດໃຫ້ຣົດຂົນສົ່ງສິນຄ້າ ສາມາດເດີນທາງຂ້າມແດນ ໄປຍັງປະເທດວຽດນາມ ໄດ້ຕາມປົກກະຕິຢູ່, ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງທ່ານນຶ່ງ ກ່າວວ່າ:

“ເຣື່ອງຣົດຂົນສົ່ງສິນຄ້ານີ້ກໍ ພວກເຮົາກໍອະນຸຍາດໃຫ້ເຂົ້າ-ອອກປົກກະຕິ ແຕ່ວ່າກໍຕ້ອງໄດ້ປະຕິບັດຕາມມາຕການປ້ອງກັນໂຄວິດ-19 ຫັ້ນ ຕາມທີ່ຂັ້ນເທິງເພິ່ນກໍານົດ ອັນນີ້ເຮົາກໍບໍ່ເຂົ້າໃຈນໍາບໍຣິສັດເພິ່ນ ເບື້ອງເຮົາກໍອະນຸຍາດໃຫ້ໄປປົກກະຕິ ແຕ່ວ່າວຽດບໍ່ອະນຸຍາດໃຫ້ໄປ ມັນກໍໄປບໍ່ໄດ້.”

ສ່ວນໝາກກ້ວຍ ທີ່ຜູ້ປະກອບການສວນກ້ວຍ ນໍາມາແຈກໃຫ້ແກ່ຊາວບ້ານ ຢູ່ໜ້າສູນການຄ້າ ສວັນ-ໄອເຕັກ ເມືອງເຊໂປນນັ້ນ ໄດ້ມີການແຈກຢາຍຕິດຕໍ່ກັນ ມາເປັນເວລາຫຼາຍມື້ແລ້ວ ແລະຮວມເປັນຈໍານວນຫຼາຍຮ້ອຍຕັນ ສາເຫດທີ່ຜູ້ປະກອບການ ສວນກ້ວຍ ແຈກຢາຍໝາກກ້ວຍ ໃຫ້ແກ່ຊາວບ້ານນັ້ນກໍຍ້ອນວ່າ ຜູ້ ປະກອບການສວນກ້ວຍ ຢ້ານວ່າໝາກກ້ວຍຈະສຸກ ຫຼືເນົ່າກ່ອນທີ່ຈະໄປຮອດປະເທດຈີນ, ດັ່ງຊາວບ້ານ ຢູ່ບ້ານກາດັບ ເມືອງເຊໂປນ ທ່ານນຶ່ງ ກ່າວໃນມື້ດຽວກັນນີ້ວ່າ:

“ໂຕນີ້ມັນກໍເປັນຈໍານວນຫຼາຍໄດ້ ກໍມັນເປັນຄັນຣົດ ເປັນຣົດພ້ວງເລີຍຫັ້ນນ່າ ມັນຈະເປັນຣົດພ້ວງເລີຍ ປະມານວ່າຫຼາຍ ກໍປະມານ 200-300 ແກັດ ປະມານນີ້ ແກັດປະມານ 3 ຫວີ ຫຼື 4 ຫວີ ກໍມາຫວ່າງອາທິດນີ້ແຫຼະ.”

ນອກຈາກນີ້ ຍັງມີຜູ້ປະກອບການສວນ ກ້ວຍຣາຍຍ່ອຍ ອີກຈໍານວນຫຼາຍ ຢູ່ເມືອງ ແລະ ແຂວງຕ່າງໆ ພາຍໃນປະເທດລາວ ກໍບໍ່ສາມາດຂາຍ ຫຼືສົ່ງອອກໝາກກ້ວຍໄປຍັງ ປະເທດຈີນໄດ້ເຊັ່ນດຽວກັນ ຍ້ອນສາເຫດນີ້ ພວກເຂົາເຈົ້າຈຶ່ງນໍາໝາກກ້ວຍ ດັ່ງກ່າວ ມາແຈກຢາຍ ແລະຂາຍໃຫ້ກັບຊາວບ້ານ ຜ່ານສື່ສັງຄົມອອນລາຍ ໃນລາຄາທີ່ຖືກກວ່າ ທ້ອງຕລາດທົ່ວໄປ, ດັ່ງຊາວບ້ານ ຢູ່ບ້ານດົງໃຫຍ່ ເມືອງເຊໂປນ ອີກທ່ານນຶ່ງ ກ່າວວ່າ:

“ກໍແລ້ວແຕ່ໃຜຢາກໄດ້ເທົ່າໃດ ເພິ່ນກໍໃຫ້ ຂໍຂະເຈົ້າ 5 ຫວີ ຂະເຈົ້າກໍເອົາໃຫ້ 5 ຫວີ ຈ່າຍຄ່າຂົນສົ່ງເອງ ເພາະວ່າມັນຢູ່ຄົນລະເມືອງກັນ ກ່ອນນັ້ນເຂົາບໍ່ໄດ້ແຈກ ເຂົາຂາຍ ແຕ່ວ່າເຂົາຂາຍໃນລາຄາຖືກໆຫັ້ນນ່າ ຖືກວ່າທ້ອງຕລາດທົ່ວໆໄປ ຄົນລາວນີ້ແຫຼະ ແຕ່ວ່າຄົນຈີນສັມປະທານ ເປັນຄົນຈ້າງໃຫ້ (ຄົນລາວ) ປູກຫັ້ນນ່າ ພໍເກັບກ່ຽວມັນກໍມີບັນຫາ ໃນການສົ່ງອອກ ສົ່ງອອກບໍ່ໄດ້.”

ເຖິງແມ່ນວ່າ ຊາວບ້ານທີ່ພາກັນໄປເອົາໝາກ້ວຍດັ່ງກ່າວ ຈະຮູ້ສຶກຍິນດີ ທີ່ຜູ້ປະກອບການສວນກ້ວຍ ນໍາກ້ວຍມາແຈກໃຫ້ຟຣີ ແຕ່ຢ່າງໃດກໍຕາມ ຊາວບ້ານຈໍານວນຫຼາຍພັດບໍ່ກ້າກິນໝາກກ້ວຍດັ່ງກ່າວ ຍ້ອນຢ້ານສານເຄມີ ທີ່ຖືກນໍາໃຊ້ລະຫວ່າງການປູກກ້ວຍ, ດັ່ງຊາວບ້ານ ຢູ່ແຂວງສວັນນະເຂດ ອີກທ່ານນຶ່ງ ກ່າວວ່າ:

“ບໍ່ກ້າກິນຄືກັນ ເຮົາບໍ່ເຄີຍກິນ ໄປຂາຍໃດຢູ່ບ້ານເຂົາຫັ້ນນ່າ ເພາະວ່າໂຕນີ້ ມັນກໍຕ້ອງໃຊ້ຢູ່ແລ້ວ ເພາະວ່າໃຫ້ກ້ວຍມັນງາມອິຫຍັງແດ່ ຄັນເອົາສານເຄມີມາຊຸບກ່ອນຕິ ສ່ວນຫຼາຍເຂົາໄປໃຫ້ສັດເບິດ ເຂົາຖິ້ມລ້າໆແລ້ວ ຢູ່ຊາຍແດນເບິດ ຢູ່ຊາຍແດນລາວບາວ ຊາຍແດນວຽດບໍ ລາວ-ວຽດແຫຼະ ເພາະວ່າຂອງຂະເຈົ້າຂ້າມໄປກໍເສັຽເງິນລ້າໆເນາະ ເຂົາເລີຍບໍ່ຂ້າມຫັ່ນນ່າ ເຂົ້າເລີຍຖິ້ມປະໄວ້ ໃຜຢາກໄດ້ກໍມາເອົາ.”

ສໍາລັບສວນກ້ວຍ ຂອງນັກລົງທຶນຈີນ ສ່ວນຫຼາຍແມ່ນຢູ່ໃນເຂດ ພາກເໜືອຂອງລາວ ໂດຍສະເພາະ ແຂວງອຸດົມໄຊ ແລະແຂວງບໍ່ແກ້ວ ປັດຈຸບັນ ກໍເຣີ່ມຂຍາຍໄປຮອດພື້ນທີ່ ໃນເຂດພາກໃຕ້ແລ້ວ ເປັນຕົ້ນ ແຂວງບໍຣິຄໍາໄຊ ແຕ່ເຖິງຢ່າງໃດກໍຕາມ ໜ່ວຍງານທີ່ກ່ຽວຂ້ອງ ພັດຍັງບໍ່ສາມາດຮິບໂຮມຂໍ້ມູນທີ່ຊັດເຈນໄດ້ເທື່ອ ວ່າພາຍໃນປະເທດລາວ ມີສວນກ້ວຍຂອງນັກລົງທຶນຈີນ ເປັນຈໍານວນຈັກເຮັກຕ້າຣ໌ ແລະຈັກບໍຣິສັດ, ດັ່ງເຈົ້າໜ້າທີ່ ກະຊວງກະສິກັມ ແລະປ່າໄມ້ ທ່ານນຶ່ງ ກ່າວວ່າ:

“ໂອ້ຍເນື້ອທີ່ປູກກ້ວຍສະຖິຕິ ມັນກໍບໍ່ແນ່ນອນເນາະ ແຕ່ລະປີມັນກໍເພີ່ມ ແຕ່ກ່ອນນັ້ນມັນຈະຢູ່ພາກເໜືອ ແຕ່ດຽວນີ້ກໍລາມໄປຮອດບໍຣິຄໍາໄຊ ລາມໄປຮອດສາຣະວັນພຸ້ນ ກ້ວຍຈີນບໍ ສ່ວນຫຼາຍກໍແມ່ນຢູ່ພາກເໜືອເນາະ ແຂວງອຸດົມໄຊ, ບໍ່ແກ້ວ, ໄຊຍະບູຣີ ແລ້ວກໍຜົ້ງສາລີ ກໍມີສ່ວນນຶ່ງ.”

ຫຼ້າສຸດນີ້ ທາງການຈີນ ກໍໄດ້ເປີດດ່ານສາກົລ ບໍ່ຫານ-ເຕັນ ແລະອະນຸຍາດໃຫ້ ມີການນໍາເຂົ້າສິນຄ້າຫຼາຍປະເພດ ເປັນຕົ້ນແຮ່ທາດ, ຢາງພາຣາ ແລະຜົລປູກທາງການກະເສດ ຈາກປະເທດລາວ ຜ່ານດ່ານດັ່ງກ່າວນີ້ໄດ້ ລະຫວ່າງວັນທີ່ 15-17 ພຶສຈິກາ 2021 ນີ້ ແລ້ວກໍປິດຄືນ ພ້ອມທັງມີການຄາດຄະເນວ່າ ຫາກຍັງມີການປິດ ດ່ານສາກົລບໍ່ເຕັນ-ບໍ່ຫານ ຕໍ່ໄປອີກປະມານ 3 ເດືອນນັ້ນ ຈະເຮັດໃຫ້ມູນຄ່າການສົ່ງອອກ ລະຫວ່າງລາວ ແລະຈີນ ຫຼຸດລົງເປັນຈໍານວນຫຼວງຫຼາຍ, ອີງຕາມການຣາຍງານ ຂອງໜັງສືພິມວຽງຈັນທາມສ໌ ເມື່ອວັນທີ່ 16 ພຶສຈິກາ 2021.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org