ນັກລົງທຶນປູກກ້ວຍ ໜີໜີ້
2017.08.08
ເຈົ້າຂອງສວນກ້ວຍຈີນ ບໍ່ຍອມຈ່າຍ ຄ່າແຮງຂອງຄົນງານ ແລະຄ່າເຊົ່າດິນ ໃຫ້ປະຊາຊົນ 50 ປາຍ ເຮັກຕາ ຢູ່ເມືອງຮຸນ ແຂວງອຸດົມໄຊ ແລ້ວໜີໄປ ໂດຍອ້າງວ່າ ກ້ວຍບໍ່ມີຣາຄາ ດັ່ງປະຊາຊົນ ບ້ານໂພນສະອາດ ກ່າວວ່າ:
"ບາງລາຍກໍໜີເອງນະ ຂາຍກ້ວຍບໍ່ເປັນລາຄາ ແລ້ວກໍໜີເອງ ໄປຢູ່ປະເທດເພື່ອນບ້ານ ໃກ້ຄຽງ ດຽວນີ້ ຍັງຕິດຕາມຕົວ ມາດໍາເນີນຄະດີ ຢູ່ນະ ບໍ່ຈ່າຍເງິນ ຄ່າເຊົ່າດິນ ບໍ່ຈ່າຍຄ່າ ແຮງງານ ປະມານ 50 ປາຍ ເຮັກຕາ ທຸກປີ ເພິ່ນກໍຈ່າຍຄ່າເຊົ່າ ແຕ່ລະປີເນາະ ເຫີງໄປເຫິງໄປ ກໍບໍ່ຈ່າຍເນາະ".
ທ່ານເວົ້າຕື່ມວ່າ ດີນທີ່ເຈົ້າຂອງສວນກ້ວຍຈີນ ເຊົ່າແລະຕິດໜີ້ ປະຊາຊົນນັ້ນ ມີກໍານົດເຊົ່າ 3 ປີ ແລະຄົນງານ ທີ່ຈີນຈ້າງມາ ເຮັດວຽກ ໃນສວນກ້ວຍນັ້ນ ສ່ວນຫລາຍມາຈາກ ແຂວງອື່ນໆ ທາງພາກເໜືອ ຂອງລາວ ເຊັ່ນແຂວງ ຫລວງພຣະບາງ, ຜົ້ງສາລີ ແລະເມືອງອື່ນໆ ແຂວງອຸດົມໄຊ ເອງ.
ແຕ່ບໍ່ຮູ້ວ່າ ໜີ້ຄ່າເຊົ່າດິນ ທີ່ຈີນຕິດນັ້ນ ມີຈໍານວນເທົ່າໃດກັນແທ້, ຮູ້ແຕ່ວ່າຕາມສັນຍາ ເຈົ້າຂອງສວນກ້ວຍຈີນ ຈະຕ້ອງໄດ້ຈ່າຍຄ່າແຮງ ໃຫ້ຄົນງານນັ້ນ ເຮັກຕານຶ່ງ 35 ລ້ານກີບ.
ກ່ຽວກັບເຣຶ່ອງທີ່ວ່ານີ້ RFA ໄດ້ຖາມໄປຍັງ ເຈົ້າໜ້າທີ່ກ່ຽວຂ້ອງ ຂອງທາງການເມືອງຮຸນ, ໄດ້ຮັບຄໍາຕອບວ່າ ຍັງບໍ່ຮູ້ເຣຶ່ອງນີ້ ແລະວ່າຢູ່ ເມືອງຮຸນ ບໍ່ເຄີຍເກີດ ກໍຣະນີ ແບບນີ້, ມີແຕ່ການຜິດຖຽງກັນ ຣະຫວ່າງ ປະຊາຊົນ ກັບເຈົ້າຂອງສວນກ້ວຍ ແຕ່ກໍຕົກລົງ ກັນໄດ້:
"ຢ່າງວ່າກໍບໍ່ທັນໄດ້ຍິນເນາະ ຕົວນີ້ ບໍ່ບໍ່ເຄີຍມີ ມີແຕ່ຜິດຖຽງກັນ ທັມດາເນາະ".
ເມືອງຮຸນ ແຂວງອຸດົມໄຊ ໄດ້ເປີດໃຫ້ນັກລົງທຶນຈີນ ເຂົ້າມາເຮັດສວນກ້ວຍ ໄດ້ປະມານ 3 ປີແລ້ວ, ປັດຈຸບັນ ມີເນື້ອທີ່ ປູກກ້ວຍ 2 ພັນ ປາຍເຮັກຕາ ແຕ່ທາງເມືອງ ໄດ້ສັ່ງໃຫ້ໂຈະ ບໍ່ໃຫ້ປູກກ້ວຍຕໍ່ໄປ ນອກຈາກສວນທີ່ຍັງບໍ່ທັນ ໝົດສັນຍາເຊົ່າ ຊຶ່ງຄາດວ່າຈະໝົດພາຍໃນ ປີ 2018 ນີ້.