ເຈົ້າໜ້າທີ່ສໍາຣວດເຂື່ອນ ເຊກະໝານ3
2016.12.22
ກ່ຽວກັບກໍຣະນີ ອຸໂມງນໍ້າ ຂອງ ເຂື່ອນ ເຊກະໝານ3 ແຕກ ຢູ່ເມືອງດາກຈຶງ ແຂວງເຊກອງ ເມື່ອວັນທີ 16 ທັນວາ ທີ່ຜ່ານມາ ໄດ້ສ້າງ ຄວາມເສັຽຫາຍ ຫຼາຍ ຈົນຕ້ອງໄດ້ຢຸດ ການຜລິດໄຟຟ້າ ແບບ ບໍ່ມີກໍານົດ.
ຫຼ້າສຸດເຈົ້າໜ້າທີ່ ກ່ຽວຂ້ອງ ແລະ ບໍຣິສັດ ກໍາລັງມີການ ສໍາຣວດກວດກາ ຄວາມເສັຽຫາຍ ຂອງ ເຂື່ອນດັ່ງກ່າວ, ດັ່ງເຈົ້າໜ້າທີ່ ເມືອງ ດາກຈຶງ ຜູ້ຂໍສງວນຊື່ ໄດ້ກ່າວຕໍ່ ເອເຊັຽ ເສຣີ ໃນວັນທີ 22 ທັນວາ ວ່າ:
“ເຂົາເຈົ້າໄດ້ສຳຣວດແລ້ວ ກະຊິດຶງເອົາ ພາກສ່ວນ ບໍຣິສັດ ເຂົ້າມາແລ້ວ ດຽວນີ້ນ່າ, ຜ່ານມາ ກະເຫັນຣົຖ ເຂົາເຈົ້າ ໄດ້ເຂົ້າມາແລ້ວ. ເຂົາເຈົ້າໄດ້ເລີ້ມ ລົງມືເຮັດລະໄດ໋ ລົງມືເຮັດແລ້ວ 2-3 ມື້ນີ້. ເພາະວ່າເຂົາ ເຮັດອັນນີ້ນ່າ ເຂົາເອົາຄົນ ບໍຣິສັດເອງ ເພາະວ່າມັນ ມີຫຍັງ ມັນມີປີກຍ່ອຍ ຂອງບໍຣິສັດ ເຂົາເຈົ້າ ບໍຣິສັດ ມັນມີ ບໍຣິສັດປີກຍ່ອຍ ຫັ້ນນ່າ ເຂົາເຈົ້າເລີຍ ໄປເຮັດ”.
ເຈົ້າໜ້າທີ່ ວ່າຍັງບໍ່ສາມາດ ປະເມີນຄວາມເສັຽຫາຍໄດ້ ແຕ່ວ່າຈະຕ້ອງໄດ້ ສ້າງອຸມົງ ທໍ່ນໍ້າໃໝ່ ແທນໂຕເກົ່າທີ່ ແຕກເພ ເສັຽຫາຍໄປ. ດັ່ງທ່ານກ່າວວ່າ:
“ເພິ່ນກະວ່າປະມານ 2-3 ປີພຸ້ນໄດ໋ ເພາະວ່າເພິ່ນຊິເຈາະ ອຸມົງໃໝ່ມາ. ໂຕເກົ່າເພິ່ນຊິປະ ອຸມົງໂຕດັ່ງກ່າວ ໂຕເກົ່າເພິ່ນຊິປະ ລະກະເອົາ ອຸມົງໃໝ່ ເຈາະອຸມົງໃໝ່. ໂຕເກົ່ານີ້ ກະວ່າ ກະບໍ່ ເສັຽຫາຍ, ແຕ່ວ່າດິນມັນ ບໍ່ຄ່ອຍອຳນວຍ ຄວາມສະດວກ ເພາະວ່າດິນ ມັນອ່ອນນ່າ”.
ທ່ານກ່າວເພີ້ມວ່າ ເຈົ້າໜ້າທີ່ກ່ຽວຂ້ອງ ຍັງບໍ່ສາມາດ ສລຸບຫາສາເຫຕໄດ້ວ່າ ເປັນຍ້ອນຫຍັງ ແລະຍັງບໍ່ທັນ ມີໜ່ວຍງານ ທີ່ຮັບຜິດຊອບ ຈາກ ກະຊວງພລັງງານ ແລະບໍ່ແຮ່ ອອກມາຊີ້ແຈງ ຢ່າງເປັນ ທາງການ ແຕ່ຢ່າງໃດ.
ເຂື່ອນເຊກະໝານ 3 ມີກໍາລັງການຜລິດ ກະແສ ໄຟຟ້າໄດ້ 250 ເມກາວັດ, ບໍຣິຫານ ໂດຍບໍຣິສັດ ໄຟຟ້າລາວ ແລະ ບໍຣິສັດລົງທຶນ ພລັງງານ ວຽດນາມ-ລາວ ຮັບເໝົາກໍ່ສ້າງ. ບໍຣິສັດໄຟຟ້າລາວ ຖືຮຸ້ນ 15% ແລະບໍຣິສັດ ລົງທຶນພລັງງານ ວຽດນາມ-ລາວ ຮັບເໝົາ ກໍ່ສ້າງ ຖືຮຸ້ນ 85%.
ໄຟຟ້າ 90 ສ່ວນຮ້ອຍ ທີ່ຜລິດໄດ້ ຈະສົ່ງອອກຂາຍໄປ ວຽດນາມ ແລະສ່ວນທີ່ເຫຼືອ 10 ສ່ວນຮ້ອຍ ແມ່ນໃຊ້ ພາຍໃນ ປະເທດລາວ.