ທາງການປ່າວເຕືອນການໄປ ຫາວຽກ ຕ່າງປະເທດ
2017.10.10

ເຈົ້າຫນ້າທີ່ລາວ ຈາກຫນ່ວຍງານກ່ຽວຂ້ອງ ໄດ້ລົງພື້ນທີ່ ໃນຫລາຍແຂວງ ເພື່ອໃຫ້ຄວາມຮູ້ ແກ່ປະຊາຊົນ ກ່ຽວກັບ ການໄປເຮັດວຽກ ຢູ່ ຕ່າງປະເທດ ເປັນຕົ້ນການເຮັດຫນັງສື ໃຫ້ຖືກຕ້ອງບໍ່ຄວນລັກໄປ ຊຶ່ງອາຈຕົກເປັນເຫຍື່ອ ຂອງກຸ່ມຄ້າມະນຸດໄດ້ງ່າຍ. ດັ່ງ ເຈົ້າຫນ້າທີ່ລາວ ຜູ້ບໍ່ປະສົງອອກຊື່ ທ່ານນຶ່ງ ກ່າວໃນມື້ວັນທີ 9 ຕຸລາ ນີ້ວ່າ:
"ມີແບບຣົນນະຣົງຫັ້ນ ໄປເຮັດວຽກກໍຕ້ອງໄປ ແບບຖືກຕ້ອງຕາມກົດຫມາຍ ແນະນຳຂໍ້ມູນ ໄປຕ້ອງເຂົ້າໃນຣະບົບ MOU ອິຫຍັງຈັ່ງຊີ້ກໍລົງ ໄປແຕ່ລະເມືອງ ແລະ ແຕ່ລະແຂວງ ໄປອະທິບາຍ ໃຫ້ຂະເຈົ້າ ເຂົ້າເຖິງຂໍ້ມູນ ອິຫຍັງນີ້ແຫລະ".
ທ່ານກ່າວຕື່ມວ່າ ການລົງພື້ນທີ່ ຂອງຫນ່ວຍງານຕ່າງໆ ກໍເພື່ອໃຫ້ປະຊາຊົນ ໄປເຮັດວຽກຢູ່ຕ່າງປະເທດ ແບບຖືກຕ້ອງຕາມກົດຫມາຍ ບໍ່ ຕ້ອງລັກໄປ ທີ່ຜ່ານມາ ມີຫລາຍຄົນລັກໄປ ຈຶ່ງມີບັນຫາ ໃນຄວາມປອດພັຍ ຂອງ ພວກຂະເຈົ້າ ທ່ານກ່າວເພີ້ມວ່າ:
"ຖ້າຂະເຈົ້າລັກຂ້າມໄປ ມັນກໍເປັນເຫດສຸດວິສັຍ ອິຫຍັງຈັ່ງຊີ້ຫັ້ນນ່າ ເພາະວ່າບາງເທື່ອທັ້ງໆທີ່ຮູ້ວ່າ ຈະຕົກເປັນເຫຍື່ອ ຂອງການຄ້າມະນຸດ ກໍຍັງຂ້າມໄປ ພວກທີ່ລັກໄປ ເຮັດວຽກ ຜິດກົດຫມາຍ ພວກເຮົາ ກໍຈະພັກດັນ ໃຫ້ກັບມາເຂົ້າ MOU ປະມານນັ້ນ".
ການໃຫ້ຄວາມຮູ້ແກ່ປະຊາຊົນ ຜູ້ທີ່ຢາກໄປເຮັດວຽກ ຢູ່ຕ່າງປະເທດ ນັ້ນກໍມີຫລາຍ ຫນ່ວຍງານ ແຕ່ລະຫນ່ວຍງານ ກໍມີການອົບຮົມ ແຕກ ຕ່າງກັນເປັນຕົ້ນຫ້ອງການ ແມ່ຍິງລາວຫຼືອົງການ ສາກົນດ້ານແມ່ຍິງ ກໍຈະໃຫ້ຄວາມຮູ້ ກ່ຽວກັບສິດທິຂອງແມ່ຍິງ ແລະຈະມີການເຕືອນພັຍ ຕ່າງໆ ທີ່ຈະເກີດຂຶ້ນ ກັບແມ່ຍິງ.
ສຳລັບພາກສ່ວນກົມແຮງງານ ຫລືຂແນງການ ທີ່ກ່ຽວຂ້ອງ ກໍຈະໃຫ້ຄວາມຮູ້ ແລະ ຈັດສຳມະນາ ວ່າຈະເຮັດແນວໃດ ເພື່ອໄປໃຫ້ຖືກຕ້ອງ ຕາມກົດຫມາຍ ແລະ ຄວາມປອດພັຍ ຂອງ ພວກຂະເຈົ້າ.