ທາງການປຸກເຮືອນ 349 ຫຼັງ ໃຫ້ຊາວບ້ານ ຖືກຍ້າຍ ຈາກ ທາງຣົດໄຟ

ສິດນີ
2021.07.30
ທາງການປຸກເຮືອນ 349 ຫຼັງ ໃຫ້ຊາວບ້ານ ຖືກຍ້າຍ ຈາກ ທາງຣົດໄຟ ຮູບພາບການກໍ່ສ້າງ ບ້ານຈັດສັນ 1 ໃນ 4 ຈຸດ ຂອງໂຄງການ ໃຫ້ປະຊາຊົນ ທີ່ຖືກຜົນກະທົບ ຈາກ ໂຄງການ ກໍ່ສ້າງທາງຣົດໄຟ ລາວ-ຈີນ ກຳລັງຂຸ້ນຂ້ຽວ ໃຫ້ສຳເຣັດຕາມແຜນ
ຮູບພາບ ຈາກ ວີດີໂອ: ເສຖກິດ-ການຄ້າ

ທາງການລາວ ກຳລັງເລັ່ງສ້າງບ້ານຈັດສັນ ຈຳນວນ 349 ຫຼັງ ໃຫ້ແກ່ຊາວ ບ້ານຜູ້ໄດ້ຮັບຜົລກະທົບຈາກໂຄງການຣົດໄຟລາວ-ຈີນ ໃນສາມແຂວງ ດັ່ງ ແຂວງຫຼວງນ້ຳທາ, ອຸດົມໄຊ ແລະ ຫຼວງພະບາງ ກ່ອນພິທີເປີດໃຊ້ ຢ່າງເປັນທາງການໃນທ້າຍປີນີ້. ອີງຕາມ ຄຳເວົ້າຂອງ ທ່ານ ຈັນຕຸລາ ພະນະລາສີ ຫົວໜ້າ ຄະນະຄຸ້ມຄອງໂຄງການຣົດໄຟ ລາວ-ຈີນ ໃນມື້ວັນທີ 21 ກໍຣະກະດາ ຜ່ານມາ.

ກ່ຽວກັບເຮື່ອງນີ້ ເຈົ້າໜ້າທີ່ກ່ຽວຂ້ອງກັບ ຄະນະຄຸ້ມຄອງໂຄງການຣົດໄຟລາວ-ຈີນ ທ່ານນຶ່ງຜູ້ທີ່ຂໍສງວນຊື່ ແລະ ສຽງ ກ່າວຕໍ່ເອເຊັຽ ເສຮີ ໃນວັນທີ 29 ກໍຣະກະດາ ນີ້ວ່າ.

"ການກໍ່ສ້າງ ບ້ານຈັດສັນ ທັງ 4 ຈຸດ ດັ່ງກ່າວ ປະກອບດ້ວຍ ຈຸດທີ 1 ຢູ່ບ້ານນາເຕີຍ ແຂວງຫຼວງນ້ຳທາ ຈຳນວນ 159 ຫຼັງ, ຈຸດທີ 2 ຢູ່ບ້ານນາຄົກ ເມືອງງາ ແຂວງອຸດົມໄຊ ຈຳນວນ 23 ຫຼັງ, ຈຸດທີ 3 ຢູ່ບ້ານນາໝໍ້ ແຂວງອຸດົມໄຊ ຈຳນວນ 60 ຫຼັງ ແລະຈຸດທີ 4 ຢູ່ບ້ານບວມອໍ້ ເມືອງຊຽງເງິນ ແຂວງຫຼວງພຣະບາງ ຈຳນວນ 107 ຫຼັງ ຊື່ງໃນແຕ່ລະຈຸດ ຢູ່ຣະຫວ່າງ ການກໍ່ສ້າງ ຍັງບໍ່ທັນໃຫ້ຊາວບ້ານ ເຂົ້າໄປຢູ່ເທື່ອ.”

ຊາວບ້ານຢູ່ເມືອງງາ ແຂວງອຸດົມໄຊ ທ່ານນຶ່ງ ທີ່ຢູ່ໃກ້ກັບການກໍ່ສ້າງບ້ານຈັດສັນ ຢູ່ຈຸດບ້ານນາຄົກ ກ່າວວ່າ ປັດຈຸບັນ ເຫັນບໍຣິສັດ ກໍສ້າງກຳລັງສ້າງບ້ານຈັດສັນຢູ່ ຊຶ່ງຄາດວ່າອີກ ປະມານ 3 ເດືອນ ຂ້າງໜ້າອາດຈະແລ້ວ ຍ້ອນການກໍ່ສ້າງ ມີຄວາມຄືບໜ້າພໍ ສົມຄວນ. ດັ່ງຍານາງເວົ້າວ່າ:

“ໄກໜ້ອຍນຶ່ງໂອ່ ຍ່າງຂ້າມນ້ຳໄປໜ້ອຍນຶ່ງ ປະມານຊ່ວງທ້າຍເດືອນ 10 ເດືອນ 11 ກະຊິ່ແລ້ວໝົດແລ້ວຕິ ເພາະວ່າຂະເຈົ້າກຳລັງ ເຮັດເຮືອນທົດແທນໃຫ້ ກະຊິ່ແລ້ວໆ ປະມານ 3-4 ເດືອນນີ້ ກະຄືຊິ່ສຳເຣັດໝົດແລ້ວ.”

ຍານາງເວົ້າຕື່ມວ່າ ສຳລັບຊາວບ້ານຫຼາຍຄອບຄົວ ຢູ່ເຂດບ້ານຂອງນາງ ທີ່ໄດ້ຮັບຜົລກະທົບຈາກໂຄງການຣົດໄຟນັ້ນ ສ່ວນຫຼາຍ ກໍໄດ້ຮັບຄ່າຊົດເຊີຍໄປແລ້ວ ສ່ວນທີ່ເຫຼຶອກໍແມ່ນ ບ້້ານຈັດສັນທີ່ທາງການ ກຳລັງສ້າງຢູ່ໃນເວລານີ້.

ຊາວບ້ານຢູ່ເມືອງງາ ອີກທ່ານນຶ່ງເວົ້າວ່າ ສຳລັບຊາວບ້ານທີ່ເສັຽເຮືອນ ຍ້ອນໂຄງການຣົດໄຟລາວ-ຈີນ ນັ້ນຫຼາຍຄົນຍັງອາສັຍຢູ່ຕູບ ເພຶ່ອລໍຖ້າຍ້າຍເຂົ້າໄປບ້ານຈັດສັນ ຖ້າສ້າງແລ້ວ.

“ການຈັດສັນຫັ້ນຫວະ 20 ປາຍຫຼັງ ພວກຖືກຍ້າຍໄປຫັ້ນ ເຂົາຍັງເຮັດແບບເຮືອນນ້ອຍຢູ່ແຖວນັ້ນ ເຂົາຍັງສ້າງບໍ່ແລ້ວເທື່ອ.”

ສ່ວນຊາວບ້ານຢູ່ເມືອງນາໝໍ້ ແຂວງອຸດົມໄຊ ທ່ານນຶ່ງຜູ້ທີ່ຢູ່ໃກ້ບ່ອນສ້າງບ້ານຈັດສັນ ຈຸດບ້ານນາໝໍ້ ກ່າວວ່າການສ້າງບ້ານຈັດສັນ ຢູ່ບ້ານນາໝໍ້ຍັງບໍ່ມີຄວາມຄືບໜ້າ ຫຼາຍປານໃດ ກຳລັງຢູ່ໃນຣະຫວ່າງ ການບຸກເບີກທີ່ດິນ ຍັງບໍ່ທັນມີອາຄານຫຍັງເທຶ່ອ.

“ບໍ່ ຍັງບໍ່ເຮັດຫຍັງເທື່ອ ເຂົາໄດ້ປັບດິນຊື່ໆ ເຂົາຍັງປັບດິນ ຍັງບໍ່ໄດ້ເຮັດຫຍັງເທື່ອໂອ່ ເຂົາຍັງບໍ່ຍ້າຍເທື່ອ ເພາະວ່າເຂົາຕັ້ງເຮືອນ ແລ້ວ ເຂົາຈັ່ງຊິ່ອອກໄປແດ່ ຍັງປົກກະຕິຢູ່ ຍັງຢູ່ເຮືອນ ປົກກະຕິ.”

ສ່ວນຊາວບ້ານ ຢູ່ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ທ່ານນຶ່ງ ທີ່ຢູ່ບໍ່ໄກຈາກບ່ອນສ້າງບ້ານຈັດສັນ ຢູ່ເຂດບ້ານນາເຕີຍກ່າວວ່າ ການກໍ່ສ້າງບ້ານຈັດສັນ ຢູ່ເຂດບ້ານນາເຕີຍ ກຳລັງຢູ່ ໃນຣະຫວ່າງການກໍ່ສ້າງໂຄງຮ່າງພື້ນຖານ ຍັງບໍ່ມີຄອບຄົວໃດຍ້າຍໄປຢູ່ເທື່ອ.

“ບໍ່ມີໃຜໄປຈັກຄອບຄົວເທື່ອແຫລະ ດຽວນີ້ເຂົາກຳລັງສ້າງບໍ່ທັນແລ້ວ ເຂົາກຳລັງກໍ່ສ້າງແຫລະ ຍັງບໍ່ທັນແລ້ວດີກະ ຍັງບໍ່ທັນເຂົ້າ ໄປເບິ່ງຈັກເທື່ອຈັກເປັນແນວໃດ ເຂົາວ່າ 100 ປາຍ ຫຼັງວ່າຊັ້ນ.”

ສຳລັບການກໍ່ສ້າງ ໂຄງການບ້ານຈັດສັນ ໂດຍທົ່ວໄປນັ້ນ ແຍກອອກ ເປັນ 4 ຈຸດ ໃນ 3 ແຂວງ ເປັນຕົ້ນ ທີ່ເມືອງນາເຕີຍ ເມືອງ ຫຼວງນ້ຳທາ ແຂວງຫຼວງນ້ຳທາ ຈຳນວນ 159 ຫຼັງນັ້ນ ສ້າງໂດຍບໍຣິສັດ ຊຽງຮາຍ ກໍ່ສ້າງບ້ານຈັດສັນ ປັດຈຸບັນ ມີຄວາມຄືບໜ້າ 28%.

ການສ້າງບ້ານຈັດສັນຢູ່ບ້ານນາຄົກ ເມືອງງາ ແຂວງອຸດົມໄຊ ຈຳນວນ 23 ຫຼັງ ມີຄວາມຄືບໜ້າ 30% ແລະການສ້າງບ້ານຈັດສັນ ຢູ່ບ້ານນາໝໍ້ ແຂວງອຸດົມໄຊ ຈຳນວນ 60 ຫຼັງ ມີຄວາມຄືບໜ້າ 24% ໃນສອງຈຸດດັ່ງກ່າວ ແມ່ນສ້າງໂດຍກຸ່ມ ບໍຣິສັດລົງທຶນ ແຂວງຢູນານ ຈຳກັດ.

ສ່ວນການສ້າງບ້ານຈັດສັນ ຢູ່ບ້ານບວມອໍ້ ເມືອງຊຽງເງິນ ແຂວງຫຼວງພຣະບາງ ຈຳນວນ 107 ຫຼັງ ສ້າງໂດຍບໍຣິສັດ ນໍລິງໂກ ມີຄວາມຄືບໜ້າ 15%.

ເຖິງຢ່າງໃດກໍຕາມ ການສ້າງບ້ານຈັດສັນ ໃນແຕ່ລະຈຸດ ຍັງປະກອບດ້ວຍການສ້າງສາ ຫຼາຍຢ່າງນຳອີກ ເປັນຕົ້ນ ຫ້ອງການບ້ານ, ໂຮງຮຽນ ອະນຸບານ, ໂຮງຮຽນປະຖົມ, ສຸຂສາລາ, ຈຸດເກັບຂີ້ເຫຍື່ອ, ຫ້ອງນ້ຳສາທາຣະນະ, ເດີ່ນຈັດກິຈກັມ, ເສັ້ນທາງເຊື່ອມຕໍ່ ພາຍນອກ, ຣະບົບໜອງນ້ຳ, ຣະບົບໄຟຟ້າ ແລະ ໂຄງຮ່າງພື້ນຖານປະເພດຕ່າງໆ ໂດຍຈະໃຫ້ສຳເຣັດ ທັງໝົດ ພາຍໃນວັນທີ 31 ເດຶືອນຕຸລາ ປີ 2021 ນີ້ ກ່ອນພິທີເປີດໃຊ້ ໂຄງ ການຣົດໄຟ ລາວ-ຈີນ ຢ່າງເປັນທາງການ ໃນວັນທີ 2 ທັນວາ ປີ 2021 ອີງຕາມຂໍ້ມູນ ຈາກຄະນະຄຸ້ມຄອງ ໂຄງການຣົດໄຟລາວ-ຈີນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.