ສນາມບິນອັດຕະປືໃກ້ຈະ ສໍາເຣັດ
2014.11.09
ເຈົ້າຫນ້າທີ່ ກ່ຽວຂ້ອງ ທີ່ ແຂວງ ອັດຕະປື ເວົ້າວ່າ ປັດຈຸບັນ ໂຄງການ ກໍ່ສ້າງ ສນາມບິນ ທີ່ ແຂວງ ອັດຕະປື ມີຄວາມ ຄືບຫນ້າ ແລ້ວ 80 ສ່ວນຮ້ອຍ ຍັງເຫລືອແຕ່ ລານ ແລ່ນ ຂຶ້ນ-ລົງ ເທົ່ານັ້ນ ຄາດວ່າ ຈະສ້າງແລ້ວ ໃນເດືອນ ທັນວາ ແລະ ຈະທຳພິທີ ເປິດ ຢ່າງເປັນ ທາງການ ໃນຕົ້ນປີ ຫນ້າ ດັ່ງທ່ານ ກ່າວວ່າ:
"ຫລາຍ ແລ້ວເດ ອາຄານ ເຂົາ ແລ້ວໆນະ ຍັງແຕ່ລານ ຫັ້ນແລ້ວ ມັນຍັງ ບໍ່ທັນ ແລ້ວ ແຜນວ່າຊັ້ນ ເດືອນ ສິບສອງ ນີ້ ມອບຫມາຍ ກັນ".
ທ່ານກ່າວ ຕື່ມວ່າ ເຖິງຢ່າງໃດ ກໍຕາມ ໂຄງການ ຂັ້ນນຶ່ງ ຈະເຮັດແລ້ວ ສົມບູນ ໃນຕົ້ນ ປີ 2015 ຢ່າງ ແນ່ນອນ ເພາະ ວຽກງານ ກໍ່ສ້າງ ເປັນໄປແບບ ປົກກະຕິ ບໍ່ມີ ບັນຫາ ຕາມແຜນ ຈະທຳ ພິທີມອບ ຢ່າງ ເປັນ ທາງການ ໃນ ຕົ້ນປີ 2015 ເປັນ ຢ່າງຊ້າ.
ສນາມບິນ ອັດຕະປື ມີເນື້ອທີ່ ປະມານ 235 ເຮັກຕາ ມູນຄ່າ ການກໍ່ສ້າງ 36 ລ້ານ ໂດລາ ວຽກງານ ການກໍ່ສ້າງ ຂັ້ນນຶ່ງ ປະກອບ ດ້ວຍ ທາງແລ່ນ ເຮືອບີນ 1850 ແມັດ ກວ້າງ 30 ແມັດ ຈະເປີດໃຊ້ ໃນຕົ້ນ ປີຫນ້າ ແລະ ຂັ້ນສອງ ຈະມີການ ຂຍາຍ ການແລ່ນ ເຮືອບິນ ໃຫ້ຍາວເຖິງ 3 ພັນ ແມັດ ແລະ ກວ້າງ 45 ແມັດ ຄ່າ ການກໍ່ສ້າງ ຂັ້ນສອງນີ້ ຈະຕົກ ຢູ່ ປະມານ 45 ລ້ານ ໂດລາ ຈະສ້າງ ໃຫ້ແລ້ວ ພາຍ ໃນປີ 2020.
ສນາມບິນ ອັດຕະປື ຈະສ້າງ ໃຫ້ເປັນ ສນາມບິນ ໃນຣະດັບ ພາກພື້ນ ອາຊີ ໃນຊ່ວງ ປະຊາຄົມ ເສຖກິດ ອາຊຽນ.ແຂວງ ອັດຕະປື ເປັນ ແຂວງ ທີ່ ທຸກຍາກ ທີ່ສຸດ ແຂວງ ນຶ່ງ ໃນລາວ ການທີ່ມີ ສນາມບິນ ກໍແມ່ນການ ລົງທຶນ ຂອງ ບໍຣິສັດ ຫົງອານ ຫຍາລາຍ ຂອງ ວຽດນາມ ສ້າງໃຫ້ ກ່ອນແລ້ວ ຣັຖບານ ລາວ ຈ່າຍນຳຫລັງ ເພາະ ບໍຣິສັດ ດັ່ງກ່າວ ລົງທຶນ ຢ່າງ ຫລວງຫລາຍ ໃນແຂວງ ອັດຕະປື.