ມ.ສະໜາມໄຊ ຜູ້ຄ້າຂາຍ ຍັງບໍ່ໄດ້ ຄ່າຊົດເຊີຍ

ສະພາບຂອງປັ້ມນໍ້າມັນ ຢູ່ເມືອງສະໜາມໄຊ ພາຍຫລັງເຂື່ອນແຕກ
ສະພາບຂອງປັ້ມນໍ້າມັນ ຢູ່ເມືອງສະໜາມໄຊ ພາຍຫລັງເຂື່ອນແຕກ (ຮູບພາບອຸປຖັມໂດຍ:ນັກຂ່າວພົລເມືອງ)

0:00 / 0:00

ພວກນັກທຸຣະກິດ, ຄ້າຂາຍເຄື່ອງໃຊ້ຂອງສອຍ ແລະທັງຮ້ານສ້ອມແປງ ຢູ່ ເມືອງສະໜາມໄຊ ແຂວງອັດຕະປື 30 ປາຍແຫ່ງ, ທີ່ໄດ້ຮັບ ຜົລກະທົບ ຈາກ ເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ ແຕກນັ້ນ, ຍັງບໍ່ທັນໄດ້ຮັບຄ່າຊົດເຊີຍ ແລະ ໃນຂນະນີ້ກໍາລັງກຽມ ຮ່າງໜັງສືຮຽກຮ້ອງ ເອົາຄ່າຊົດເຊີຍສິ່ງທີ່ເສັຍຫາຍໄປ, ດັ່ງເຈົ້າຂອງຮ້ານຄ້າ ຜູ້ບໍ່ປະສົງອອກຊື່ທ່ານນຶ່ງ, ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 30 ມົກກະຣາ ນີ້ວ່າ:

"ພວກຄ້າຂາຍນີ້ແຫລະ, ຂາຍເຄຶ່ອງຂາຍຂອງ, ແລ້ວກໍເຟີນິເຈີເສັຍຫາຍ 30 ປາຍທົ່ວເມືອງ, ກໍຍັງຫັ້ນແຫຼະບໍ່ທັນໄດ້ເຮັດສັງນະ, ຍັງບໍ່ທັນ ໄດ້ມີຊົດເຊີຍນະ, ກຳລັງສິເຮັດໜັງສືສເນີຢູ່ ມີແຕ່ພວກເຮົາເສັຍຊີວິດຫັ້ນ, ເຂົາຊົດເຊີຍແລ້ວອາທິດແລ້ວນີ້."

ປັດຈຸບັນ ນັກທຸຣະກິດ, ພວກຄ້າຂາຍ ແລະນັກສ້ອມແປງທີ່ວ່ານັ້ນ ມີທັງຄົນລາວແລະຄົນວຽດນາມ, ທີ່ກຳລັງຮວບຮວມຣາຍຊື່ກັນສເນີໄປ ຍັງອຳນາດການປົກຄອງ ເມືອງສະໜາມໄຊ, ໃຫ້ມາປະເມີນຄວາມເສັຍຫາຍແລະຄ່າຊົດເຊີຍໃຫ້. ຕາມຄຳເວົ້າ ຂອງນັກທຸຣະກິດທ່ານນີ້ ແລ້ວແມ່ນວ່າ, ທຸຣະກິດໃຫຍ່ຂອງຄົນລາວ ຈະເປັນເຮືອນພັກ, ປ້ຳນ້ຳມັນ, ຮ້ານຂາຍເຟີນິເຈີ; ສ່ວນກິຈການຂນາດນ້ອຍ ເປັນຕົ້ນຮ້ານຂາຍ ເຄຶ່ອງຍ່ອຍ ແລະຮ້ານແປງຣົດຈັກ ຂອງຄົນວຽດນາມ, ທີ່ເຂົ້າມາແຕ່ງດອງກັບ ຄົນລາວ ແລ້ວທຳມາຫາກິນຄ້າຂາຍ ຢູ່ລາວເລີຍ.

ແຕ່ເຖິງຢ່າງໃດກໍຕາມ ມາໃນຂນະນີ້ ທຸຣະກິດຂນາດນ້ອຍ ຢູ່ເມືອງສະໜາມໄຊ ໄດ້ເປີດບໍຣິການຄືນໃໝ່ຫລາຍແລ້ວ ດັ່ງນັກທຸຣະກິດ ທ່ານດຽວກັນນີ້ເວົ້າວ່າ:

"ເອີເປີດກໍມີຫລາຍຢຸ່ໄດ໋, ຮ້ານສ້ອມແປງ ຮ້ານຂາຍເຄື່ອງ ຂອງຄົນພື້ນທີ່ຄົນວຽດນາມ, ຂອງຊາວວຽດນາມກໍມີ, ຂະເຈົ້າເປີດບໍຣິການແລ້ວ ເປີດຫລາຍ, ແຕ່ວ່າມັນກໍເປັນຮ້ານເລັກຮ້ານນ້ອຍຫັ້ນນະ, ບໍ່ແມ່ນວ່າສິຮ້ານໃຫຍ່ໂຕອີ່ສັງ ມີແຕ່ຮ້ານເລັກໆ."

ເຖິງກິຈການຈະໄດ້ຮັບການຟື້ນຟູ ແລະເປີດບໍຣິການໃໝ່ຄືທີ່ວ່ານັ້ນ, ແຕ່ພວກເຂົາເຈົ້າກໍຍັງຕ້ອງການຄ່າຊົດເຊີຍຄວາມເສັຍຫາຍ, ທີ່ເກີດ ຈາກເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ນ້ຳຖ້ວມໜັກໜ່ວງນັ້ນຢູ່.

ກ່ຽວກັບເຣຶ່ອງຄ່າຊົດເຊີຍຄວາມເສັຍຫາຍນັ້ນ, ທ່ານ ເລດ ໄຊຍະພອນ ເຈົ້າແຂວງແຂວງອັດຕະປື ກໍໄດ້ກ່າວຢືນຢັນ ກັບວິທຍຸເອເຊັຍເສຣີ ວ່າ, ບໍຣິສັດສ້າງເຂື່ອນເຊປຽນ-ເຊນ້ຳນ້ອຍ, ບໍຣິສັດ SK ຂອງເກົາຫລີໃຕ້ ແລະ ບໍຣິສັດປະກັນໄພ ໄດ້ຈ່າຍຄ່າ ປົວແປງຈິດໃຈ ຫລືຄ່າຫົວ ໃຫ້ແກ່ຄອບຄົວ ຜູ້ທີ່ມີຍາດພີ່ນ້ອງເສັຍຊີວິດ ແລະຫາຍສາບສູນຍ້ອນເຂື່ອນແຕກ ຄົນລະ 10 ພັນໂດລາສະຫະຣັດ ເມື່ອທ້າຍອາທິດຜ່ານມາ.

ສ່ວນຄ່າຊົດເຊີຍຢ່າງອື່ນ ເປັນຕົ້ນຄ່າຊົດເຊີຍສຳລັບຊັພສິນ ເຊັ່ນ: ເຮືອນ, ໄຮ່ນາຮົ້ວສວນ, ສັດລ້ຽງ ຊຶ່ງປັດຈຸບັນ ເຈົ້າໜ້າທີ່ກຳລັງສຳຣວດ ຕີຣາຄາຜົລເສັຍຫາຍນັ້ນຢູ່, ຍັງບໍ່ພ້ອມ ທີ່ຈະຈ່າຍຄ່າຊົດເຊີຍ ນັ້ນເທື່ອ.