ອັດຕະປືກວດກາທີ່ດິນ ສັມປະທານ ບໍ່ໄດ້ພັທນາ
2021.01.12

ແຂວງອັດຕະປື ເລັ່ງກວດກາຄືນບັນດາໂຄງການ ເຊົ່າ-ສັມປະທານທີ່ດິນໃນທົ່ວແຂວງ, ທີ່ໄດ້ຮັບອະນຸຍາດ ຈາກທາງການລາວ ໄປແລ້ວ, ແຕ່ບໍ່ດໍາເນີນການພັທນາໂຄງການໄປຕາມ ແຜນ, ເຊິ່ງເຮັດໃຫ້ທາງການບໍ່ສາມາດ, ຈັດເກັບພາສີ-ອາກອນນໍາໄດ້, ແລະຍັງຖ່ວງເວລາ ຂອງແຜນພັທນາ ເສຖກິຈ-ສົງຄົມ ຂອງແຂວງນໍາດ້ວຍ, ດັ່ງເຈົ້າໜ້າທີ່ ຜແນກແຜນການ ແລະ ການລົງທຶນ ແຂວງອັດຕະປື ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 12 ມົກກະຣາ ນີ້ວ່າ:
“ກະມີ ມີຢູ່ ຍົກເລີກຫວ່າງນຶ່ງນີ້ ກະໂຕ ເຂົາສັມປະທານ ເນື້ອທີ່ລ້ຽງສັດນີ້ແຫຼະ, ພວກລ້ຽງງົວລ້ຽງຫຍັງ, ແຕ່ວ່າບໍ່ໄດ້ຮັບການພັທນາ ອິຫຍັງ ຫວ່າງກີ້ 50 ເຮັກຕາ ຂອງຄົນລາວ ຄົນລາວ.”
ທ່ານກ່າວອີກວ່າ ການອະນຸຍາດ ເຊົ່າ-ສັມປະທານທີ່ດິນ ໃນໄລຍະຜ່ານມາຂອງແຂວງ, ບໍ່ໄດ້ມີເງື່ອນໄຂ ແລະຣະບຽບບັງຄັບເຣື່ອງ ໄລຍະເວລາໃນການພັທນາພື້ນທີ່ ຮວມເຖິງ ການປ່ອຍໃຫ້ບຸກຄົນທີ່ 2 ເຊົ່າ-ສັມປະທານທີ່ດິນ ຕອນນັ້ນຕໍ່, ສົ່ງຜົລໃຫ້ພື້ນທີ່ ເຊົ່າ- ສັມປະທານ ຫຼາຍແຫ່ງ, ຖືກປ່ອຍໃຫ້ເປົ່າວ່າງ ບໍ່ມີການພັທນາ, ຈໍານວນນຶ່ງ ຖືກຍົກເລີກໂຄງການ ໄປແລ້ວ.
ປັດຈຸບັນ ໂຄງການເຊົ່າ-ສັມປະທານທີ່ດິນ ພາຍໃນແຂວງອັດຕະປື ມີທັງໝົດ 194 ໂຄງການ, ໃນນັ້ນ 93 ໂຄງການ ແມ່ນສູນກາງ ເປັນຜູ້ອະນຸຍາດ, 45 ໂຄງການ ແມ່ນແຂວງເປັນຜູ້ ອະນຸຍາດ ແລະ 56 ໂຄງການ ເມືອງເປັນຜູ້ອະນຸຍາດ. ໃນຂນະນີ້ ກໍາລັງຢູ່ໃນ ຣະຫວ່າງ ການກວດກາຄືນທັງໝົດ ໂຄງການເຊົ່າ-ສັມປະທານທີ່ດິນ ສ່ວນຫຼາຍ ແມ່ນຢູ່ໃນເມືອງ ໄຊເສດຖາ, ເມືອງພູວົງ ແລະ ເມືອງສນາມໄຊ.
ເຈົ້າໜ້າທີ່ ຜແນກຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ແຂວງອັດຕະປື ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ປັດຈຸບັນ ເນື້ອທີ່ຢ່າງນ້ອຍ 10 ພັນເຮັກຕາ ໃນແຂວງ ໄດ້ຖືກເຊົ່າ-ສັມປະທານ ໂດຍນັກລົງທຶນວຽດນາມ ແລະລາວ ທີ່ລົງທຶນດ້ານ ກະສິກັມ ປູກໄມ້ກິນໝາກ ເຊັ່ນ: ຢາງພາຣາ, ອ້ອຍ ແລະກ້ວຍ. ໄລຍະຜ່ານມາ ກໍມີຫຼາຍ ໂຄງການ ທີ່ຖືກຍົກເລີກໄປແລ້ວ ຍ້ອນມີ ແຕ່ຈັບຈອງທີ່ດິນເອົາໄວ້, ບາງຄົນ ເຂົ້າມາລົງທຶນແລ້ວຂາດທຶນ ແຕ່ພັດບໍ່ສົ່ງໃບອະນຸຍາດຄືນໃຫ້ຣັຖ, ດັ່ງທ່ານກ່່າວວ່າ:
“ມັນມີໂຄງການ ຂອງບໍຣິສັດຕ່າງໆ ເຂົ້າມາສັມປະທານ ທີ່ດິນ ສ່ວນຫຼາຍຊິເປັນ ການປູກຝັງ ຕົ້ນໄມ້ກິນໝາກບໍ, ກະມີ ກະມີຫຼາຍຢູ່, ແຕ່ວ່າ ເຮັດໄປລະມັນບໍ່ຄຸ້ມຄ່າ ຫຼືວ່າ ຂາດທຶນ ອິຫຍັງຕ່າງໆ ເຂົ້າຢາກຍົກເລີກ ປະມານນີ້, ເຂົາຊິຍົກເລີກສັນຍາບໍ ແນວໃດໆຫັ້ນນ່າ ຖ້າຍົກເລີກສັນຍາແລ້ວກະຊິໃຫ້ບໍຣິສັດໃໝ່ ເຂົ້າມາສັມປະທານຕໍ່ໄດ້.”
ທ່ານກ່າວຕື່ມວ່າ ໂຄງການໃດ ທີ່ເຊົ່າ-ສັມປະທານທີ່ດິນໄປແລ້ວ, ແຕ່ບໍ່ເຮັດຫຍັງ ປະຖິ້ມໄວ້ລ້າໆ ຜ່ານມາ ທາງການຈະມີແຕ່ກ່າວ ເຕືອນ ແລະໂອ້ລົມນໍາ ວ່າ ຫາກບໍ່ພັທນາ ກໍໃຫ້ສົ່ງໃບອະນຸຍາດຄືນ ເພື່ອໃຫ້ນັກລົງທຶນຜູ້ໃໝ່ ທີ່ສົນໃຈ ເຂົ້າມາເຊົ່າ-ສັມປະທານ ດິນຕໍ່, ແຕ່ຍັງບໍ່ມີບົດລົງໂທດທີ່ເຂັ້ມງວດເທື່ອ.
ກ່ຽວກັບເຣື່ອງນີ້ ຊາວລາວທ່ານນຶ່ງ ໃນແຂວງອັດຕະປື ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຢາກໃຫ້ທາງການລາວ ເຂັ້ມງວດ ກວດກາຢ່າງຣະອຽດ ກ່ອນຈະອະນຸຍາດ ໃຫ້ບຸກຄົນເຊົ່າ-ສັມປະທານທີ່ດິນ ເພື່ອການພັທນາ ຫາກເຮັດຄືໄລຍະຜ່ານມາ ແບບບໍ່ມີ ການກວດກາໃດໆ ນັ້ນກໍຈະເຮັດໃຫ້ມັນກາຍເປັນ ບັນຫາຄືໃນປັດຈຸບັນຕື່ມອີກ:
“ບໍ່ໄດ້ງ່າຍປານນັ້ນ ນັກລົງທຶນຫັ້ນ ເຂົາແຮ່ງເກັ່ງກ່ອນເຮົາອີກ, ຄົນລາວຊໍ່າຊິຖືກເຂົາຕົ້ມຫັ້ນແຫຼະ ໝາຍເຖິງ ເຈົ້າໜ້າທີ່ແຫຼະ, ເຈົ້າບໍ່ເກັ່ງ ທໍ່ເຂົາເດ້, ແຕ່ວ່າ ໂຕໃດໄດ້ໃຫ້ສັນຍາ ໄປແລ້ວ ກະຈໍາເປັນຕ້ອງໄດ້ໃຫ້ເຂົາເຮັດ, ແຕ່ຕໍ່ໄປເພິ່ນກະຕ້ອງຮອບຄອບຂຶ້ນ.”
ຊາວແຂວງອັດຕະປື ອີກຄົນນຶ່ງ ເວົ້າວ່າ ເຫັນດີເປັນຢ່າງຍິ່ງ ທີ່ທາງການແຂວງ ຈະລົງກວດກາຄືນ ການເຊົ່າ-ສັມປະທານທີ່ດິນ ຫຼື ໂຄງການລົງທຶນທີ່ສ້າງຜົລກະທົບ ຕໍ່ສິ່ງແວດລ້ອມ ແລະ ສັງຄົມຄືນໃໝ່:
"ຜົລກະທົບຫຼາຍເນາະ ຫຼາຍໆໂຄງການເນາະ ກະຫຼາຍໆໂຄງການ ທີ່ວ່າ ມັນຍັງວ່າບໍ່ຊັດເຈນ ຈະແຈ້ງຫັ້ນນ່າ, ຖ້າເພິ່ນມີການກວດ ສອບໂຕນີ້ຄືນ ກະດີຫຼາຍ.”
ກ່ຽວກັບບັນຫາເຣື່ອງທີ່ດິນ ທີ່ໃຫ້ເຊົ່າ-ສັມປະທານ ທີ່ວ່ານີ້ ທ່ານສົມມາດ ພົນເສນາ ຣັຖມົນຕຣີ ກະຊວງຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ເຄີຍຣາຍງານ ຕໍ່ກອງປະຊຸມ ສະພາແຫ່ງຊາດ ທີ່ຜ່ານມາ ແລະໄດ້ສເນີໃຫ້ຣັຖບານ ຍົກເລີກສັນຍາ ການເຊົ່າ- ສັມປະທານທີ່ດິນ ໃນຂອບເຂດທົ່ວປະເທດ ທີ່ທາງການລາວ ໄດ້ອະນຸຍາດໃຫ້ ເຊົ່າ-ສັມປະທານ ໄປແລ້ວ, ແຕ່ບໍ່ມີການພັທນາ, ດັ່ງທ່ານກ່າວ ຕອນນຶ່ງວ່າ:
“ບາດນີ້, ກ່ຽວກັບບັນຫາ ການຈັບຈອງທີ່ດິນນັ້ນ, ນອກຈາກກໍຣະນີ ທີ່ໄດ້ຮັບສິດນໍາໃຊ້ທີ່ດິນຂອງຣັຖ ໂດຍບໍ່ພັທນາ ຫຼື ເຂົ້າໄປ ນໍາໃຊ້ ທີ່ດິນຂອງຣັຖ ໂດຍບໍ່ມີເອກສານໃດໆເນາະ, ການທີ່ໄດ້ຮັບສິດ ໃນການເຊົ່າສັມປະທານທີ່ດິນຂອງຣັຖ ອັນນີ້ຂ້າພະເຈົ້າ ຂໍຣາຍງານ ວ່າ ອັນນີ້ ແມ່ນຫຼາຍກວ່າໝູ່, ແຕ່ບໍ່ພັທນາເນາະ.”
ໃນກາງປີ 2019 ຣັຖບານລາວໄດ້ຣາຍງານວ່າ ໃນທົ່ວປະເທດໄດ້ກວດກາ ໂຄງການສັມປະທານທີ່ດິນຈໍານວນ 1,000 ໂຄງການ ແລະພົບວ່າ 138 ໂຄງການ ເຊິ່ງກວມເອົາເນື້ອທີ່ 22 ພັນເຮັກຕາ ບໍ່ສາມາດປະຕິບັດຕາມຂໍ້ກໍານົດ ທີ່ໄດ້ຕົກລົງກັບຣັຖບານລາວ ໄດ້ ເຊິ່ງຣັຖບານ ກໍໄດ້ເຕືອນວ່າ ຈະຖອນໃບອະນຸຍາດການລົງທຶນ ຂອງນັກທຸຣະກິຈຄືນ ຫາກໂຄງການ ສັມປະທານທີ່ດິນໃດ ບໍ່ສາມາດພັທນາ ຫຼືດໍາເນີນການໃດໆໄດ້.