ຂ.ອັດຕະປືຢາກເປີດເດີ່ນຍົນ ໃຫ້ ການບິນ ນາໆຊາດ
ແຂວງອັດຕະປື ຍື່ນຫນັງສື ຂໍອະນຸຍາດ ຈາກ ຣັຖບານ ໃຫ້ສາຍການບິນ ຕ່າງປະເທດ ເຂົ້າມາເປີດ ບໍຣິການ ໃນສນາມບິນ ຂອງຕົນໄດ້.
-
ສິດນີ
2017-02-06 -
-
-
Your browser doesn’t support HTML5 audio
ທາງການ ແຂວງອັດຕະປື ໄດ້ຍື່ນຫນັງສື ຂໍອະນຸຍາດ ຈາກ ຣັຖບານ ໃຫ້ສາຍການບິນ ຕ່າງປະເທດ ເຂົ້າມາເປີດ ບໍຣິການ ໃນສນາມບິນ ນາໆຊາດຂອງຕົນໄດ້ ຍ້ອນວ່າຫລັງຈາກ ເປີດສນາມບິນ ແຫ່ງນີ້ ບໍ່ຮອດປີ ກໍບໍ່ມີຜູ້ໃຊ້ ບໍຣິການພຽງພໍ ຈຶ່ງເຮັດໃຫ້ ທາງການລາວ ຕ້ອງໄດ້ ປີດກິຈການໄປ. ດັ່ງ ເຈົ້າຫນ້າທີ່ ຣະດັບສູງ ທີ່ແຂວງ ອັດຕະປື ທ່ານນຶ່ງ ກ່າວໃນວັນທີ 3 ກຸມພາ ນີ້ວ່າ:
"ສເນີໃຫ້ຣັຖບານ ແກ້ກ່ຽວກັບ ສາຍການບິນ ເພື່ອໃຫ້ມາລົງຢູ່ ອັດຕະປື ຫັ້ນ ໃຫ້ມັນໄດ້ ເພີ້ມຫຼາຍສາຍ ຂຶ້ນນະ ໄດ້ເປີດສາຍການບິນ ຄື ສນາມບິນ ສາກົນທົ່ວໄປ ຫັ້ນນະ ດຽວນີ້ ສ່ວນຫຼາຍ ແມ່ນບິນ ພາຍໃນ ຢູ່ບ່ອນອື່ນ ບໍ່ໄດ້ມາລົງ".
ທ່ານກ່າວຕື່ມວ່າ ເຈົ້າຫນ້າທີ່ແຂວງ ເຊື່ອວ່າ ຖ້າສນາມບິນ ສາກົນ ທີ່ແຂວງ ອັດຕະປື ຫາກມີຖ້ຽວບິນ ຂອງສາຍການບິນ ຕ່າງປະເທດ ເຊັ່ນ, ໄທ ວຽດນາມ ແລະຈີນ ເຂົ້າມາເປີດໃຊ້ ບໍຣິການ ຈະເຮັດໃຫ້ ຈຳນວນ ຜູ້ໂດຍສານ ມາໃຊ້ ສນາມບິນນີ້ ຫຼາຍຂຶ້ນ ໂດຍສະເພາະ ນັກທ່ອງທ່ຽວ ຕ່າງປະເທດ ທີ່ຈະເຂົ້າມາທ່ຽວ ໃນເຂດພາກໃຕ້ ຂອງລາວ ຈະເປັນການ ຄຸ້ມຄ່າ ໃນການສ້າງ ສນາມບິນ ນຳອີກ.
ທ່ານວ່າ ໃນປັດຈຸບັນ ຍັງບໍົ່ໄດ້ຮັບ ຄຳຕອບ ຈາກ ຣັຖບານ ເທື່ອວ່າ ຈະອະນຸຍາດ ໃຫ້ສາຍການບິນ ຕ່າງປະເທດ ເຂົ້າມາເປີດ ບໍຣິການ ຫລືບໍ ແຕ່ກໍຄິດວ່າ ອີກບໍ່ດົນ ຈະໄດ້ຮັບ ຄຳຕອບ ຖ້າຫາກວ່າ ຣັຖບານ ອະນຸຍາດ ຢ່າງເປັນທາງການ ສນາມບິນສາກົນ ອັດຕະປື ກໍຈະ ກັບຄືນມາ ເປີດບໍຣິການ ອີກໃຫມ່.
ສນາມບິນ ອັດຕະປື ໄດ້ປິດກິຈການ ແບບບໍ່ມີກຳນົດ ນັບຕັ້ງແຕ່ ວັນທີ 28 ເດືອນ ຕຸລາ ປີ 2016 ເປັນຕົ້ນມາ ຍ້ອນຈຳນວນ ຄົນໃຊ້ ບໍຣິການ ຫນ້ອຍປະມານ ຖ້ຽວບິນລະ 5-6 ຄົນ ແລ້ວແຕ່ຖ້ຽວ. ສຳລັບ ພະນັກງານ ຈຳນວນນຶ່ງ ກໍໄດ້ຍ້າຍ ໄປເຮັດວຽກ ຢູ່ສນາມບິນ ປາກເຊ ຊົ່ວຄາວ ແລະ ອີກຈຳນວນນຶ່ງ ກໍຍັງລໍຖ້າ ການເປີດ ຄືນໃຫມ່ຢູ່.