ອັດຕະປືປັບປຸງແຫຼ່ງ ທ່ອງທ່ຽວ

ແຂວງອັດຕະປື ເຫັນດີ ໃຫ້ປັບປຸງ ການທ່ອງທ່ຽວ ເພື່ອ ເພີ່ມຣາຍໄດ້ ຂອງແຂວງ.

ແຫຼ່ງທ່ອງທ່ຽວທັມມະຊາດ ແລະ ປວັດສາດພື້ນເມືອງ ການວາງສະແດງວັດຖຸ ເຄື່ອງໃຊ້ທີີ່ມີຊື່ສຽງ ພາຍໃນແຂວງ File photo: RFA

ຊາວແຂວງອັດຕະປື ເຫັນດີໃຫ້ມີການປັບປຸງ ການທ່ອງທ່ຽວພາຍໃນແຂວງ ໃຫ້ດີຂຶ້ນ ເພາະຜ່ານມານັກທ່ອງທ່ຽວຍັງເຂົ້າມາໃນແຂວງບໍ່ ຫຼາຍ. ເຖີງວ່າໃນແຂວງມີແຫຼ່ງ ທ່ອງທ່ຽວທັມມະຊາດ ແລະ ປວັດສາດ ທີີ່ມີຊື່ສຽງແຕ່ແຫຼ່ງທ່ອງທ່ຽວ ເລົ່ານີ້ຍັງບໍ່ທັນໄດ້ມີການປັບປຸງສີ່ງ ອຳນວຍ ຄວາມສະດວກໃຫ້ກັບ ນັກທ່ອງທ່ຽວ.

ດັ່ງພະນັກງານຂັບຣົດນໍາທ່ຽວ ຢູ່ແຂວງອັດຕະປື ໄດ້ກ່າວຕໍ່ເອເຊັຽເສຣີໃນວັນທີ 02 ຕຸລາ 20 ວ່າແຂວງອັດຕະປື ບໍ່ແມ່ນແຂວງທ່ອງທ່ຽວ ເປັນເມືອງເສຖກິດ ນັກທ່ອງທ່ຽວ ບໍ່ຄ່ອຍມີ:

"ແຂວງອັດຕະປື ມັນບໍ່ເປັນແຂວງທ່ອງທ່ຽວ ເປັນເມືອງເສຖກິຈ, ນັກທ່ອງທ່ຽວໄປທ່ຽວ ບໍ່ຄ່ອຍມີດອກ, ນໍ້າຕົກຕາດມັນກໍມີ 7-8 ບ່ອນແບບ ທັມມະຊາດຕາດ ນໍ້າຕົກນັ້ນມັນກໍງາມ ເຣື່ອງງາມຫັ້ນນ່າ, ແຕ່ບໍ່ຄື ຫຼວງພຣະບາງ ບໍ່ຄືວັງວຽງຈັ່ງຊິນ່າ, ວັງວຽງ ຫຼວງພຣະບາງ ໄປສະດວກ ເຂົາກຳລັງ ເຮັດທາງປູຢາງ ໄປກໍດີນັກທ່ອງທ່ຽວ ໄປທ່ຽວອີກຫຼາຍຂຶ້ນ."

ພະນັກງານຂັບຣົດນໍາທ່ຽວ ໃຫ້ຄວາມເຫັນຕື່ມວ່າ ແຂວງອັດຕະປື ນອກຈາກມີທັມມະຊາດນໍ້າຕົກຕາດ ທີ່ສວຍງາມຍັງມີວັດອີກຫຼາຍແຫ່ງ ບາງບ້ານ ກໍມີສອງສາມວັດຢາກໄດ້ໄປດູແລ ແລະປັບປຸງໃຫ້ສວຍ ງາມ.

ທາງດ້ານພະນັກງານ ຮ້ານອາຫານແຫ່ງນຶ່ງຢູ່ແຂວງອັດຕະປຶກ່າວວ່າເຫັນດີນໍາທີ່ມີການປັບ ປຸງບ່ອນທ່ອງທ່ຽວ ໃນແຂວງ, ຍ້ອນວ່າຈະ ຊ່ອຍດຶງດູດນັກທ່ອງທ່ຽວ ໃຫ້ຫຼາຍຂື້ນ.

"ໃນແຂວງອັດຕະປື ມັນກໍບໍ່ແມ່ນເມືອງທ່ອງທ່ຽວ, ນັກທ່ອງທ່ຽວກໍບໍ່ຄ່ອຍຫຼາຍ ຢູ່ແລ້ວມາປັບປຸງກໍດີ ນັກທ່ອງທ່ຽວຈະໄດ້ຫຼາຍໆ ແຕ່ຊ່ວງ ນີ້ກໍງຽບມີແຕ່ ລາວທ່ຽວລາວ ປະເທດມັນຍັງບໍ່ເປີດລໍຖ້າເປີດດ່ານ ກໍອາດຈະມີຕ່າງຊາດ ເຂົ້າມາຫຼາຍກວ່າເກົ່າກໍໄດ້."

ໃນຂນະທີ່ຜແນກທ່ອງທ່ຽວ ຂອງແຂວງອັດຕະປື ຢືນຢັນວ່າທາງແຂວງ ກຳລັງເລັ່ງປັບປຸງ ສະຖານທີ່ທ່ອງທ່ຽວ ຫຼາຍແຫ່ງ ດັ່ງນໍ້າຕົກຕາດ ກໍໄດ້ສ້າງສີ່ງອຳນວຍຄວາມສະດວກ, ນອກ ຈາກນີ້ກໍຍັງສົ່ງເສີມ ອະນຸຮັກຮີດຄອງປະເພນີ ຂອງ ຊົນເຜົ່າທ້ອງຖີ່ນເປັນຕົ້ນ.

"ຕາດ ນໍ້າຕົກຕາດທັມມະຊາດ ນີ້ເຮັດທາງສີ່ງອຳນວຍຄວາມສະດວກ ເຂົ້າໄປ, ທາງ, ຣະບົບໄຟຟ້າ, ບ່ອນນັ່ງ, ບ່ອນພັກແລະເຜົ່າ ທ່ອງຖີ່ນ ຈະສົ່ງເສີມອະນຸຮັກ ຮີດຄອງປະເພນີ ອັນດີງາມຂອງເຜົ່າທ້ອງຖີ່ນ ນີ້ລະ. ຈະເປັນຊຸດຊົນເຜົ່າ ບໍ່ເຊີ່ງເປັນເອກະລັກ ຂອງແຕ່ລະເຜົ່າຄາດວ່າ ປີ 2020 ໝູ່ເຮົາກໍສຳເຣັດແຫຼະ ກໍສາມາດບໍຣິການໄດ້."

ໃນປີ 2019 ຜ່ານມາ ຍານາງ ບຸນນານ ບຸນນະແສງ ຫົວໜ້າຜແນກຖແລງຂ່າວ ວັທນາທັມ ແລະ ທ່ອງທ່ຽວ ແຂວງອັດຕະປື ໄດ້ຣາຍງານ ເມື່ອວັນທີ 07 ສິງຫາ 2019 ວ່າ ການສົ່ງເສີມການທ່ອງທ່ຽວ ທາງ ທັມມະຊາດ ແລະ ປວັດສາດແມ່ນສາມາດດຶງດູດ ນັກທ່ອງທ່ຽວເຂົ້າ ມາທ່ຽວ ໃນແຂວງໄດ້ 1,79 ແສນຄົນ ສ້າງຣາຍຮັບໄດ້ 65 ຕື້ກີບ ເກີນແຜນການ 12%.

ໃນຂນະທີ່ປີ 2020 ແຂວງອັດຕະປື ກໍໄດ້ຮັບຜົນກະທົບຈາກ ພຍາດໂຄວິດ-19 ທາງການ ໄດ້ສັ່ງໂຈະການຈັດ ກິຈກັມສົ່ງເສີມການ ທ່ອງທ່ຽວໃນແຂວງນັບແຕ່ເດືອນມີນາ ເປັນຕົ້ນມາ ຈົນມາເຖີງປັດຈຸບັນ ຍັງສະຫຼຸບໂຕເລກບໍ່ທັນຊັດເຈັນວ່າ ມີນັກທ່ອງທ່ຽວເຂົ້າມາທ່ຽວ ຫຼາຍປານໃດ ເພາະຍັງມີການປິດຊາຍແດນ ຕາມຄຳສັ່ງຂອງຄນະສະເພາະກິດ.

ສຳລັບແຫຼ່ງທ່ອງທ່ຽວທີ່ມີຊື່ສຽງທີ່ສຸດໃນແຂວງອັດຕະປື ແມ່ນນໍ້າຕົກເຊປອງໄລ ຕັ້ງຢູ່ບ້ານຕຳມໍຢອດ ເມືອງສນາມໄຊ ເຖີງວ່າຈະໄດ້ຮັບຜົລ ເສັຍຫາຍ ຈາກເຂື່ອນແຕກ ແຕ່ກໍຍັງມີນັກ ທ່ອງທ່ຽວເຂົ້າໄປ ທ່ຽວຊົມຄວາມງາມ ຂອງທັມມະຊາດ ແລະ ອີກແຫ່ງນຶ່ງກໍຄືແຫຼ່ງທ່ຽວທ່ອງ ປວັດສາດ ວັດທາດ ຈຸນລະມະນີ ຫຼື ວັດໄຊເສດຖາ ເມືອງໄຊເສດຖາ ແຂວງອັດຕະປື ທີ່ເກັບອັດຖິຂອງ ພຣະເຈົ້າ ໄຊຍະເສດຖາທິຣາຊ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org