ເຈົ້າແຂວງອັດຕະປື ຊີ້ແຈງ ບັນຫາ ຢູ່ສນາມໄຊ
2021.07.27
ເຂື່ອນເຊປຽນ-ເຊນ້ຳນ້ອຍ ໄດ້ແຕກເປັນເວລາ 3 ປີ, ແຕ່ປະຊາຊົນ 1,000 ປາຍຄອບຄົວ ຍັງບໍ່ທັນມີທີ່ດິນ ເຮັດກະສິກັມ-ຜົລຜລິດ ເຈົ້າບໍ່ໄດ້ດີ, ຊາວບ້ານບໍ່ໄດ້ຮັບອັດຕາກິນ ແລະ ເງິນອັດຕາກິນ ຍັງບໍ່ທັນໄດ້ເຂົ້າໄປຢູ່ເຮືອນພັກຖາວອນ ຍ້ອນວ່າການກໍ່ສ້າງເຮືອນ ຊັກຊ້າ.
ເອເຊັຽເສຣີໄດ້ສຳພາດ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງ ເພື່ອຄວາມກະຈ່າງແຈ້ງກ່ຽວກັບເຣື່ອງນີ້, ໃຫ້ທ່ານໄປຟັງຣາຍລະອຽດ ການສຳພາດເບິ່ງ.
ນັກຂ່າວ: ຟື້ນຟູຊີວິດການເປັນຢູ່ ຂອງປະຊາຊົນ ທີ່ໄດ້ຮັບຜົລກະທົບ ຈາກເຂື່ອນແຕກ ເປັນຈັ່ງໃດລະ ທ່ານ?
ເຈົ້າແຂວງອັດຕະປື: ໂຕຟື້ນຟູ ຫັ້ນຊີວິດການເປັນຢູ່ ເກືອບປົກກະຕິແລ້ວ ຍັງແຕ່ໂຕເຮືອນຫັ້ນ ຍັງບໍ່ທັນແລ້ວ ຍັງປະມານ 100 ກວ່າ ຫຼັງນີ້ແລ້ວ ກຳລັງກໍ່ສ້າງຢູ່ ແຕ່ ອັນຊິແລ້ວ ຫັ້ນກະ 500 ປາຍ ຫຼັງແລ້ວ. ໝ້ອງ 500 ປາຍຫຼັງ ຍັງ 100 ປາຍຫຼັງ ຍັງເຂດປິນດົງ.
ນັກຂ່າວ: ທີ່ດິນເຮັດກະສິກັມ ເຂົາເດ້ ຄືວ່າ ຍັງບໍ່ທັນໄດ້ປານນີ້ ມັນເປັນຈັ່ງໃດ ທ່ານ?
ເຈົ້າແຂວງ: ທີ່ດິນກະໄດ້ລະເດ້ ແຕ່ວ່າ ປະຊາຊົນຫັ້ນ ກະບາງບ່ອນຫັ້ນ ເຂົາກະບໍ່ທັນໄດ້ໄປເຮັດ ບາງບ່ອນກະໄປເຮັດແລ້ວ. ໄຮ່ນາເຂົາ ເຮົາກະຟື້ນຟູໃຫ້ໝົດແລ້ວ ໂຕທີ່ດິນກະສິກັມ ຫັ້ນກະບາງຄອບຄົວ ຫັ້ນກະມີຄວາມຫຍຸ້ງຍາກ ທາງດ້ານທຶນຮອນ ແລ້ວ ຄວາມຫຍຸ້ງຍາກ ທາງດ້ານທຶນຮອນ ທີ່ຈະໄປເຮັດຫັ້ນ. ໝວດເຮົາກະແບ່ງປັນໃຫ້ໝົດລະເດ້ ຕາມແຮງງານ ຕາມການຈັດສັນຫັ້ນ.
ນັກຂ່າວ: ເຮົາໄດ້ແບ່ງປັນຫຼາຍປານໃດ ເນື້ອທີ່ດິນໃຫ້ຂະເຈົ້າ?
ເຈົ້າແຂວງ: ກະຕາມຈຳນວນຫັ້ນແຫຼະ ມັນກະໄລ່ຕາມແຮງງານ ແຮງງານນຶ່ງ ກະ 1 ເຮັກຕາ, ສອງແຮງງານ ກະ 2 ເຮັກຕາ, 3 ແຮງງານ ກະ 2 ເຮັກຕາ ກະມີ. ຕາມທີ່ໝວດເຮົາ ກຳນົດຫັ້ນນ່າ, 4 ແຮງງານໄປ ກະ 3 ເຮັກຕາ ກະມີ. ມັນຂຶ້ນກັບຈຳນວນຄົນ ຢູ່ແຕ່ລະເຮືອນ.
ນັກຂ່າວ: ຕໍ່ຄອບຄົວຫວະ ຫຼື ຈັ່ງໃດ?
ເຈົ້າແຂວງ: ຄອບຄົວເຮົາກະມີ ມັນໄລ່ແຮງງານສົມບູນເດ້ ເຮົາໄລ່ແຮງງານສົມບູນ. ກົດໝາຍທີ່ດິນເຮົາມີເດ້ ສົມມຸດວ່າແຮງງານນຶ່ງ ການຜລິດມັນຕ້ອງການເນື້ອທີ່ ຫຼາຍປານໃດ, ສອງແຮງງານ ເນື້ອທີ່ການຜລິດເທົ່າໃດ ໂຕນີ້ໝູ່ເຮົາ ເອົາຕາມກົດໝາຍແຮງງານ - ເອີ ກົດໝາຍທີ່ດິນເດ້.
ນັກຂ່າວ: ທີ່ດິນບາງຈຸດໃນເວລາທີ່ ເຂົາເຈົ້າໄປໄຖ ມັນລົ່ມ ມັນຫຍັງ ມັນທຳການຜລິດຍາກດຽວນີ້?
ເຈົ້າແຂວງ: ອ້າວ, ທັມຊາດມັນກະຍາກແດ່ ເຫັນແຫຼະ. ແນວທັມຊາດເດ້ ດິນບ່ອນດິນຈົບດິນງາມ ມັນກະລົ່ມແດ່ຫັ້ນແຫຼະ ຊິເຮັດ ຈັ່ງໃດ. ກະທັມດາແຫຼະແນວຂອງທັມຊາດ. ບໍ່ແມ່ນເຮົາໄປປັບ ໄປແຕ່ງເອົາເດ້ ທັມຊາດ ມັນກະມີບ່ອນຍາກບ່ອນງ່າຍ ມັນກະທັມດາ ຂັ້ນວ່າ ບ່ອນໃດມັນຍາກຫຼາຍ ຂັ້ນວ່າ ປະຊາຊົນ ມັນເຮັດບໍ່ໄດ້ ດິນໝູ່ເຮົາຍັງກະເຫຼືອເດ້ ປະມານ 100 ກວ່າ ເຮັກຕາ ກະຈັດສັນໃຫ້ ບ່ອນໃໝ່ກໍໄດ້ ຂັ້ນປະຊາຊົນ ບໍ່ພໍໃຈ ບໍ່ມີບັນຫາດອກ.
ນັກຂ່າວ: ອັນມາພາ ປະຊາຊົນປູກມັນ ປູກກ້ວຍ ປັດຈຸບັນ ເປັນຈັ່ງໃດລະ?
ເຈົ້າແຂວງ: ກົນໄກ 2 ບວກ 3 ເຂົາກະປະຕິບັດ ເຂົາກປະຕິບັດລະເດ້ ເຂົາກະມີສັນຍົງສັນຍາຄັກແນ່. ມັນກະມີຫຼາຍໄດ໋ ເພາະວ່າ ເຂດບິນດົງນີ້ກະ 400 ປາຍເຮັກຕາ, ແຕ່ວ່າ ບ້ານຫີນລາດ ກະບໍ່ຈື່ວ່າ ມັນຈັກ 100 ເຮັກຕາ ແຕ່ວ່າຫຼາຍເຕີບ.
ນັກຂ່າວ: ມີການປູກຫຍັງແດ່ໂຕນີ້?
ເຈົ້າແຂວງ: ໂຕນີ້ຈຳນວນນຶ່ງ ໂຕກົນໄກ 2 ບວກ 3 ມັນກະມີປູກ ຕາມແຜນຫັ້ນມັນກະມີ ໝາກຖົ່ວລຽນແດ່ ປູກກ້ວຍແດ່. ແຕ່ວ່າໃນ ເບື້ອງຕົ້ນເຂົາກະປູກໝາກຖົ່ວດິນ ແມ່ນຫຍັງກະມີ ຈຳນວນນຶ່ງ ກະບໍ່ມີບັນຫາຫຍັງດອກ.
ນັກຂ່າວ: ຂັ້ນຕອນການຜລິດນີ້ ຄືວ່າ ມັນຫຼຸດລົງຫຼາຍແທ້ ຊາວບ້ານວ່າ ກ່ອນໜ້ານີ້ກະໄດ້ 200-300 ກະສອບ [ເຂົ້າ] ແຕ່ປັດຈຸບັນ ມາເລີ່ມເຮັດ ມັນກະໄດ້ແຕ່ 30 ເປີເຊັນ ໄດ້ແຕ່ 40-50 ກະສອບ ໂຕນີ້ ມັນເປັນຈັ່ງໃດ ຊິມີການປັບປຸງຈັ່ງໃດ?
ເຈົ້າແຂວງ: ມັນກະຂຶ້ນກັບວິທີການ ຂອງປະຊາຊົນ ເຂດນັ້ນເຮົາເລັ່ງໃສ່ ປູກປອດສານພິດ ເນາະ ເຮົາບໍ່ຢາກໃຫ້ໃສ່ປຸ໋ຍ. ຂັ້ນບໍ່ຢາກ ໃຫ້ໃສ່ປຸ໋ຍລະບາດນີ້ ກັມວິທີຂອງປະຊາຊົນ ມັນກະບໍ່ທັນສມັຍ. ປະສິດທິພາບມັນກະບໍ່ສູງປານໃດ ຄັນທຽບໃສ່ທັນສມັຍກະບໍ່ສູງປານ ໃດ, ແຕ່ວ່າ ມັນກະບໍ່ໄດ້ກະທົບຊີວິດການເປັນຢູ່ຂອງປະຊາຊົນດອກ. ກະໄດ້ໜ້ອຍກະຍ້ອນ ປະຊາຊົນຫັ້ນແຫຼວ ບໍ່ມີວິທີທີ່ດີປານໃດ ພວກເຮົາກະພຍາຍາມ ສຸມໃສ່ ດຽວນີ້ ກະມີການຝຶກອົບຮົມ ລະໝູ່ເຮົາກະສ້າງກຸ່ມການຜລິດເດ້ ຕໍ່ໄປກະຊິໄດ້ດີຫັ້ນແຫຼວ ແຕ່ວ່າ ໃນເບື້ອງຕົ້ນ ມັນກະຊິມີຄວາມຫຍຸ້ງຍາກແດ່.
ນັກຂ່າວ: ຣະບົບຊົລປະທານເດ້ ໄດ້ມີການປັບປຸງ ໃຫ້ເຂົາເຈົ້າລະຫວະ?
ເຈົ້າແຂວງ: ຊົລປະທານນີ້ ບໍ່ມີບັນຫາລະ ພວກເຮົາແປງຊົລປະທານ 3-4 ແຫ່ງ ເກືອບແລ້ວ 100 ເປີເຊັນ ລະ ຖືວ່າ ທຳການຜລິດໄດ້ດີລະ. ນາແຊງລະດູແລ້ງ ຖືວ່າບໍ່ມີບັນຫາລະ ສ້ອມແປງໝົດລະເດ້ ແລ້ວໝົດລະເດ້ ຊົລປະທານເຊປຽນ ກະແລ້ວລະເດ້.
ນັກຂ່າວ: ເຂົ້າກິນກັບເງິນອັດຕາ ຄືວ່າ ແຕ່ເດືອນນຶ່ງ ພຸ້ນຍັງບໍ່ທັນໄດ້ ໂຕນີ້ ມີການແກ້ໄຂໃຫ້ເຂົາເຈົ້າແນວໃດ ນີ້ທ່ານ?
ເຈົ້າແຂວງ: ກະຊ້າໜ້ອຍນຶ່ງ ແຕ່ວ່າການຊ້ານີ້ ບໍ່ແມ່ນຫຍັງດອກ ເພາະວ່າປະຊາຊົນໝູ່ເຮົາມັນໄດ້ທຳການຜລິດມາ 2 ປີແລ້ວ, ແຕ່ວ່າ ໝູ່ເຮົາກະໄດ້ໄລ່ໝົດ ແຕ່ເງິນຫັ້ນຈຳນວນນຶ່ງ ກະແມ່ນບໍຣິສັດ PNPC ຫັ້ນກະ ເຂົາກະມີຄວາມຫຍຸ້ງຍາກ ມັນກະສນອງ ຕອບບໍ່ໄດ້ຕາມກຳນົດເວລາ ມັນກະສນອງຕອບບໍ່ໄດ້ຕາມສັນຍາ. ສົມມຸດວ່າ ສັນຍາຫັ້ນຕ້ອງໄດ້ຈ່າຍ ບໍຣິສັດຕ້ອງໄດ້ຈ່າຍເດືອນນີ້ ເຂົາກະອີງໃສ່ຄວາມຫຍຸ້ງຍາກ ເຂົາກະກາຍດ້າມເລັກ ດ້າມໜ້ອຍ ບາດນີ້ ກາຍ ແຂວງພັດບໍ່ມີເງິນຊິມາດຸ່ນດ່ຽງເດ້ ກະຕ້ອງໄດ້ລໍຖ້າ, ແຕ່ວ່າໝູ່ເຮົາກະໄລ່ ຄືນໃຫ້ໝົດ ບໍ່ມີບັນຫາຫຍັງດອກ.
ນັກຂ່າວ: ໄດ້ຍິນເຂົາເຈົ້າເວົ້າຊັ້ນດອກ ເຮືອນກະຍັງບໍ່ທັນໄດ້ຢູ່ເທື່ອ ບາດໂຕເຂື່ອນນີ້ ກະຄືວ່າ ແປງແລ້ວ ຜລິດກະແສໄຟຟ້າແລ້ວ ລະຫັ້ນນ່າ?
ເຈົ້າແຂວງ: ອ້າຍມັນກະຊິເປັນຫຍັງອັນນັ້ນ ເຂົາແປງລະ ເຂົາກະດຳເນີນຫັ້ນແຫຼະ ກະຫຼັກການມັນອັນນັ້ນນະ. ບາດນີ້ ເຮືອນນີ້ ຂັ້ນມັນ ບໍ່ມີໂຄວິດ ມີຫຍັງນີ້ ມັນກະແລ້ວແລ້ວ ດຽວນີ້ ມັນຍາກນຳເຂົ້າ ວັສດຸນຳເຂົ້າ ກະມີພາຍໃນແດ່ ມີເອົາມາແຕ່ຕ່າງປະເທດແດ່ ວັສດຸ ໃນການກໍ່ສ້າງຫັ້ນນ່າ ເອົາມາແຕ່ໄທຍແດ່.
ນັກຂ່າວ: ຄືວ່າ ອັນນະ ມີກັມກອນໜ້ອຍແທ້ຊັ້ນດອກ ທີ່ວ່າເຂົາເຈົ້າມາກໍ່ສ້າງຫັ້ນນະ ເຈົ້າແຂວງ?
ເຈົ້າແຂວງ: ອ້າວ ບໍ່ໜ້ອຍຈັ່ງໃດ ຂອງມີພຍາດ ມັນຊິຕິດບ້ານຕິດເມືອງເດ້ ບໍ່ໃຫ້ມັນໜ້ອຍຊິເອົາມາແຕ່ໃສ. ຢູ່ອັດຕະປືເຮົາມັນກະ ຍັງບໍ່ທັນມີຜູ້ຕິດເຊື້ອ ມັນກະຍ້ອນວ່າມາຕການຂອງ ໝວດເຮົານີ້ແຫຼະ ບໍ່ໃຫ້ຄົນນອກເຂົ້າມາຫຼາຍ ວ່າ ຜູ້ໃດເຂົ້າມາ ມັນກະຕ້ອງໄດ້ ຜ່ານການກວດກາ ຄັກແນ່.
ມັນກະມີຄວາມຈຳເປັນລະບາດນີ້ ກັມກອນຕ່າງແຂວງ ໝວດເຮົາກະຍັງບໍ່ທັນເອົາມາຫຼາຍ ກັມມະກອນຕ່າງປະເທດ ໝວດເຮົາກະ ຍັງບໍ່ໄດ້ ເອົາມາ ກະຈຳເປັນ. ຂັ້ນວ່າບໍ່ມີສະພາບ ຣະບາດນີ້ ໂອ້ຍບໍ່ມີບັນຫາ ກັມກອນນີ້. ບໍ່ແມ່ນຍ້ອນບໍຣິສັດ ບໍ່ແມ່ນຍ້ອນແຂວງ ມັນຍ້ອນສະພາບລວມທົ່ວປະເທດ ມັນຍ້ອນສະພາບລວມທົ່ວໂລກນີ້ແຫຼວ.
ພວກເຮົາກະມີສະຕິ ບໍ່ໃຫ້ປະຊາຊົນພວກເຮົາກະທົບ ທາງສຸຂພາບ ຍົກຕົວຢ່າງວ່າ ຂັ້ນພວກເຮົາບໍ່ມີມາຕການ ບາດເອົາກັມກອນ ເຂົ້າມາ ມາຕິດເຊື້ອຕິດຫຍັງແຫ່ງເສັຽຫາຍ.
ໃນເດືອນກໍຣະກະດາ 2019, ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ຣາຍງານວ່າ ມີຄົນໄດ້ຮັບຜົລກະທົບ ທັງກົງທາງອ້ອມ ທັງໝົດ ປະມານ ຢູ່ເມືອງສນາມໄຊ ແຂວງອັດຕະປື 3,540 ຄອບຄົວ ຫຼື ປະມານ 14,000 ຄົນ, ມີຜູ້ເສັຽຊີວິດ 71 ຄົນ.