ແຂວງອັດຕະປື ໄດ້ຮັບຄວາມເສັຽຫາຍໜັກ ຈາກໄພນ້ຳຖ້ວມ 5 ເມືອງໃນປີນີ້ ມູນຄ່າປະມານ 230 ຕື້ກີບ. ເມືອງທີ່ຖືກນ້ຳຖ້ວມນັ້ນ ກໍມີ ເມືອງໄຊເສດຖາ, ເມືອງສາມັກຄີໄຊ, ເມືອງພູວົງ, ເມືອງຊານໄຊ ແລະ ເມືອງສະໜາມໄຊ ຊຶ່ງສ່ວນໃຫຍ່ ທີ່ໄດ້ຮັບຜົນກະທົບໜັກ ແມ່ນ ເນື້ອທີ່ກະສິກັມ ເປັນຕົ້ນແມ່ນນາ ປະມານ 2,000 ເຮັກຕາ -ຕາມຄຳເວົ້າຂອງເຈົ້າໜ້າທີ່ ແຂວງອັດຕະປື ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 24 ກັນຍາ ນີ້:
"ນໍ້າຖ້ວມຫວ່າງຕົ້ນເດືອນນີ້ນະ ອັດຕະປືນີເສັຽຫາຍ ເກືອບວ່າຣະດັບ 230 ຕື້ ພຸ້ນເດ໊ ມັນເສັຽຫາຍມີແຕ່ເນື້ອທີ່ທໍາການຜລິດ ກະຖືວ່າຖ້ວມ ຫຼາຍ ໂດຍສະເພາະແມ່ນເຂົ້ານີ້ແຫລະ ຫລາຍພັນເຮັກຕາ ແຫລະ ມັນກະທົບໝົດ 5 ຕົວເມືອງ ແລະ ຖນົນຫົນທາງ ທີ່ເປ່ເພ ກໍງລັງໄດ້ຮັບ ການສ້ອມແປງ ແລະ ຟື້ນຟູໂຄງຮ່າງພື້ນຖານ ຈຳນວນນຶ່ງ ທີ່ໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມ."
ເວົ້າເຖິງຄວາມເສັຍຫາຍ ເຈົ້າໜ້າທີ່ແຮງງານ ແລະສະຫວັດດິການສັງຄົມ ແຂວງອັດຕະປື ກ່າວວ່າ ເມືອງທີ່ເສັຍຫາຍ ໜັກກວ່າໝູ່ ແມ່ນ ເມືອງໄຊເສດຖາ ທີ່ໄດ້ຮັບຜົນກະທົບ ທັງໝົດ 8 ບ້ານ 1,700 ປາຍ ຄອບຄົວ, ເຮືອນເສັຍຫາຍ 38 ຫຼັງ, ເນື້ອທີ່ນາເສັຍຫາຍ 70 ເປີເຊັນ ນອກຈາກນັ້ນ ກໍມີຫລາຍສິ່ງຫລາຍຢ່າງ ທີ່ໄດ້ຮັບຜົນກະທົບ ລວມທັງງົວ ຄວາຍ ເປັດໄກ່ ໜອງປາ; ດັ່ງທີ່ທ່ານກ່າວວ່າ:
"ນ້ຳຖ້ວມຊຸດນີ້ 5 ເມືອງ ສະເພາະເມືອງ ໄຊເສດຖາ ບ້ານຖະລານໜັກ ກວ່າໝູ່ ໃນແຕ່ລະເມືອງ ເຮືອນຊານບ້ານຊ່ອງ ຖ້ວມຣົດໄຖ ຣົດຈັກ ກັບເລົ້າເຂົ້າ ສັດກະເສັຽ ເປັນໝູ ເປັນເປັດ ເປັນໄກ່ ຂ້າເຈົ້າໄປ ບໍ່ທັນເດ໊."
ເມືອງສາມັກຄີໄຊ ທີ່ໄດ້ຮັບຜົນກະທົບ 24 ບ້ານ ເກືອບ 3,000 ຄອບຄົວ, ເຮືອນເສັຍຫາຍ 24 ຫລັງ, ເນື້ອທີ່ນາ 1,700 ປາຍ ເຮັກຕາ, ສວນ 276 ເຮັກຕາ, ສັດລ້ຽງ ລວມທັງງົວ ຄວາຍ ໝູ ແບ້ 300 ປາຍໂຕ ແລະ ເປັດໄກ່ 13,000 ພັນໂຕ ແລະ ຢູ່ອີກ 3 ເມືອງ ທີ່ໄດ້ຮັບຜົນກະທົບ ແມ່ນເມືອງພູວົງ ທີ່ມີ 10 ບ້ານ, 2,200 ຄອບຄົວ, ເນື້ອທີ່ນາ 400 ປາຍເຮັກຕາ, ເມືອງຊານໄຊ ມີ 5 ບ້ານ -37 ຄອບຄົວ,
ເມືອງສະໜາມໄຊ ມີ 38 ບ້ານ - 8,100 ປາຍຄອບຄົວ, ສຸຂສາລາ 4 ແຫ່ງ ແລະ ສັດລ້ຽງກໍເສັຍຫາຍຫລາຍ. ເພື່ອບັນເທົາທຸກປະຊາຊົນ ເຈົ້າແຂວງອັດຕະປື ກ່າວວ່າ ແຂວງອັດຕະປື ຍັງຕ້ອງການຄວາມ ຊ່ອຍເຫລືອ ຫລາຍ ໂດຍສະເພາະເຂົ້າສານ.