ປັດຈຸບັນຄນະກັມການສະເພາະກິດຂອງລາວ ກຳລັງຊອກຫາໂຕ ຄົນຂັບຣົດຂົນໄມ້ ເຖື່ອນອອກໄປ ປະເທດວຽດນາມ ຈຳນວນ 27 ຄັນ ທີ່ຖືກຍຶດໄດ້ ຢູ່ ແຂວງອັດຕະປື. ພວກເຂົາ ທີ່ລັກຂົນໄມ້ຕັບ ທີ່ຍັງບໍ່ທັນຮູ້ວ່າ ມີຈຳນວນເທົ່າໃດນັ້ນ ຍັງຫລົບໜີເຈົ້າໜ້າທີ່ຢູ່. ຕາມຄຳເວົ້າ ຂອງເຈົ້າໜ້າທີ່ ຣະດັບສູງ ຂອງແຂວງອັດຕະປື ໃນມື້ວັນທີ 6 ມິຖຸນາ ນີ້:
"ຍັງຊອກຈັບຢູ່ບໍ່ທັນໄດ້ ໂຊເຟີລົດກະໜີ ຖືວ່າດຽວນີ້ໄມ້ຫັ້ນ ບໍ່ທັນລະອຽດເທື່ອ ຕາມບັນຊີໄມ້ວ່າລົດ 27 ຄັນ ມີປະມານ 600 ແມັດກ້ອນ ແຕ່ພວກເຮົາກວດເຫັນ ນີ້ມັນ 1,000 ປາຍ ແມັດກ້ອນພຸ້ນ".
ທ່ານເວົ້າວ່າ ຄົນຂັບຣົດຈຳນວນດັ່ງກ່າວ ມີທັງຄົນລາວ ແລະຄົນວຽດນາມ ທີ່ມາຈາກຫລາຍ ບໍຣິສັດ ຊຶ່ງຈະມີການ ເປີດເຜີຍ ລາຍຊື່ ພາຍຫລັງທີ່ ຄນະກັມການ ສະເພາະກິດ ນີ້ ປະຕິບັດ ພາລະກິດ ຂອງຕົນ ສຳເຣັດກ່ອນ.
ທ່ານເວົ້າຕື່ມວ່າ ເຖິງຣັຖບານຈະມີຄຳສັ່ງຫ້າມບໍ່ໃຫ້ເຄື່ອນຍ້າຍໄມ້ ຢູ່ພາຍໃນປະເທດ ແລະຂົນໄມ້ອອກ ໄປຕ່າງປະເທດ ກໍຕາມ ແຕ່ກໍຍັງ ອະນຸຍາດ ໃຫ້ມີການ ຂົນໄມ້ ທີ່ໄດ້ຕັດ ແບບຖືກຕ້ອງຕາມກົດໝາຍ ມາກ່ອນແລ້ວນັ້ນອອກໄປຢູ່ ແລະມີການເຊື່ອງຊ້ອນ ໄມ້ເຖື່ອນໄປນຳ. ແຕ່ເມື່ອຄົນຂັບຣົດຂົນໄມ້ຮູ້ວ່າ ເຈົ້າໜ້າທີ່ຮູ້ເຣຶ່ອງ ຢ້ານຖືກຈັບ ແລ້ວ ກໍຫລົບໜີໄປ.
ໜັງສືພິມທາງການ ສປປລາວ ຣາຍງານໃນວັນມີ 5 ມິຖຸນາ 2017 ນີ້ວ່າທ່ານ ສອນໄຊ ສີພັນດອນ ກັມການກົມການເມືອງ ສູນກາງພັກ ປະຊາຊົນ ປະຕິວັດລາວ ຮອງນາຍົກ ຣັຖມົນຕຣີ ໄປຢ້ຽມຢາມ ແຂວງອັດຕະປື ແລະໄດ້ໄປກວດກາ ໄມ້ຖ່ອນຢູ່ ສນາມສອງ, ໄປເບິ່ງການ ຜລິດຂອງໂຮງງານເ ຟີນິເຈີ ຂອງບໍຣິສັດ ອິນເດັຍ ນຳດ້ວຍ.