ໂຄງການສນາມບິນ ອັຕຕະປື


2013.04.18
F-attapeu ຊາວລາວ ແຂວງອັຕຕະປື
RFA

ການສ້າງ ເດີ່ນຍົນ ອັຕຕະປື ເປັນເຣື່ອງທີ່ດີ ແຕ່ອາຈ ບໍ່ຄຸ້ມຄ່າ ແລະ ທັງຢູ່ໄກ ຕົວເມືອງ ເກີນໄປ ປະຊາຊົນ ກໍມີໜ້ອຍ ແລະທຸກຍາກ.

ທາງການລາວ ມີໂຄງການ ສ້າງເດີ່ນບິນ ຢູ່ແຂວງ ອັດຕະປື ຊຶ່ງເປັນການດີ ແຕ່ຜູ້ເຮັດວຽກ ກິຈກາຣ ທ່ອງທ່ຽວ ທ່ານນຶ່ງ ເຫັນວ່າ ຫາກໂຄງການ ນີ້ເກີດຂຶ້ນ ໜ້າຈະຊ່ວຍ ສົ່ງເສີມ ການທ່ອງທ່ຽວ, ແຕ່ອາຈ ບໍ່ຄຸ້ມຄ່າ ພໍເທົ່າໃດ ຍ້ອນວ່າ ແຂວງ ອັດຕະປື ມີຄົນໜ້ອຍ ແລະ ສະຖານທີ່ ກໍ່ສ້າງ ກໍຢູ່ໄກ ຕົວເມືອງ ເຖິງ 26 ກິໂລແມັດ ເຖິງແມ່ນວ່າ ທາງຣັຖບາລ ໄດ້ ອະນຸມັດ ໃຫ້ ບໍຣິສັດ Hoang Anh Gia Lla ຂອງ ວຽດນາມ ເຂົ້າມາກໍ່ສ້າງ ເມື່ອເດືອນ ກຸມພາ 2012 ແລ້ວ ກໍຕາມ. ນາງວ່າ:

"ຄັນເຮັດກໍດີ ຄັນເຮັດໄດ້ ກໍຄືຢູ່ ຫັ້ນແຫລະ ແຕ່ວ່າ ຄົນກໍໜ້ອຍ ເດ້ຫລະ ໜ້ອຍແລ້ວ ກໍໄກຈາກ ຕົວເມືອງຫລາຍ ສ້າງຢູ່ໃສນໍ ເພິ່ນສ້າງ ຢູ່ພຸ້ນນະ ທາງໄປວັງຕັດ ພຸ້ນຕົວະ".

ນາງເວົ້າ ຕໍ່ໄປວ່າ ຫາກເບິ່ງຕົວຈິງ ຢູ່ແຂວງ ອັດຕະປື ແລ້ວ ປະຊາຊົນ ທັມມະດາ ສາມັນ ອາດຈະບໍ່ຄ່ອຍ ໄດ້ຜົລປໂຍຊນ໌ ຈາກ ໂຄງການນີ້ ຍ້ອນວ່າ ສ່ວນຫລາຍ ເປັນຄົນທຸກຍາກ ຊຶ່ງໃນນັ້ນ 90% ເປັນຊົນເຜົ່າ ທີ່ອາດ ບໍ່ມີໂອກາດ ເດີນທາງ ທາງອາກາດໄດ້ ແລະ ແຫລ່ງທ່ອງທ່ຽວ ກໍບໍ່ມີ ຫລາຍ.

ໂຄງການນີ້ ຈະໃຊ້ ງົບປະມານ 46 ລ້ານ ໂດລາ ສະຫະຣັດ, ມີເນື້ອທີ່ 235 ເຮັກຕາ, ຢູ່ເຂດບ້ານ ຫາດຊັນ ເມືອງໄຊເສດຖາ, ໄດ້ເລີ່ມ ກໍ່ສ້າງມາ ຕັ້ງແຕ່ຕົ້ນ ເດືອນ ມົກກະຣາ ຂອງ ປີນີ້ ແລະຄາດວ່າ ຈະສໍາເຣັດ ໃຊ້ບໍຣິການ ໄດ້ໃນປີ 2014 ແລະ ໂຄງການ ຣະຍະ 2 ຈະເປັນ ສນາມບິນ ສາກົນ ໃນປີ 2015 ຫາ 2020.

ທຶນທີ່ຈະສ້າງ ນັ້ນ ແມ່ນບໍຣິສັດ ກໍ່ສ້າງ ວຽດນາມ ຈະອອກໃຫ້ກ່ອນ ແລະ ຣັຖບາລ ລາວ ຕ້ອງໄດ້ຈ່າຍ ໃຫ້ຄືນ ຕາມທີຫລັງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.