ຂ.ອັດຕະປືປິດສນາມບິນ

ສນາມບິນ ແຂວງ ອັດຕະປື ປິດ ໃຫ້ບໍຣິການ ໂດຍບໍ່ມີ ກໍານົດ ຍ້ອນ ຜູ້ໂດຍສານ ໜ້ອຍ ບໍ່ຄຸ້ມຄ່າ.

ສນາມບິນນາໆຊາດ ແຂວງອັດຕະປື Screen captured lntv

ສນາມບິນ ແຂວງອັດຕະປື ຊຶ່ງເລີ້ມເປີດໃຊ້ ໃນເດືອນເມສາ ປີ 2016, ມາຮອດ ວັນທີ 28 ເດືອນ ຕຸລາ ທາງການ ໄດ້ປິດການ ໃຫ້ ບໍຣິການ ລົງໂດຍ ບໍ່ມີກໍານົດ ຍ້ອນຈໍານວນ ຜູ້ມາໃຊ້ ບໍຣິການ ສນາມບິນແຫ່ງນີ້ ມີໜ້ອຍ ສະເລັ່ຽແລ້ວ ແຕ່ລະຖ໊ຽວບິນ ມີຜູ້ໂດຍສານ ປະມານ 5-6 ຄົນ, ຕາມການເປີດເຜີຍ ຂອງ ເຈົ້າໜ້າທີ່ ແຂວງ ອັດຕະປື ໃນວັນທີ່ 10 ມົກກະຣານີ້:

"ປິດຊົ່ວຄາວຈົນກວ່າ ທາງຣັຖບານ ຫລືວ່າທາງການນໍາ ເພິ່ນສິປະຊຸມກັນ. ມັນບໍ່ມີ ຜູ້ໂດຍສານ ເດ້ ຢູ່ອັດຕະປື ນີ້ມີແຕ່ ຫ້າ-ຫົກຄົນ ແຕ່ລະຖ້ຽວ ຫັ້ນ".

ເຈົ້າໜ້າທີ່ ວ່າຕັ້ງແຕ່ເລີ້ມ ເປີດສນາມບິນນີ້ ຄາດກັນວ່າ ຈະມີຄົນຫລັ່ງໄຫຼ ມາໃຊ້ບໍຣິການ ຈໍານວນຫຼາຍ, ແຕ່ບໍ່ເປັນ ດັ່ງຄາດໄວ້. ຕາມ ຣາຍການ ຖ້ຽວບິນນັ້ນ ມີແຕ່ສອງຖ້ຽວ ຕໍ່ອາທິດ ຄື ວັນອັງຄານ ແລະວັນເສົາ ໂດຍມີແຕ່ ສາຍການບິນລາວ ທີ່ບິນຈາກ ນະຄອນຫຼວງ ວຽງຈັນ ລົງແວະຈອດເອົາ ຜູ້ໂດຍສານ ຢູ່ສນາມບິນ ເມືອງປາກເຊ ແລ້ວບິນ ຕໍ່ໄປຍັງ ອັດຕະປື ໃຊ້ເວລາ ທັງໝົດ 1 ຊົ່ວໂມງກັບ 45 ນາທີ.

ຜູ້ໂດຍສານມາລົງ ແຂວງອັດຕະປື ສ່ວນຫຼາຍແມ່ນ ນັກທຸຣະກິດ ຊາວຈີນ ແລະວຽດນາມ ທີ່ເດີນທາງຈາກ ນະຄອນຫຼວງວຽງຈັນ ແລະ ຮອງລົງມາກໍແມ່ນ ປະຊາຊົນ ຊາວອັດຕະປື ທີ່ເດີນທາງໄປ ຄ້າຂາຍຢູ່ ນະຄອນຫຼວງວຽງຈັນ. ພະນັກງານ ສາຍການບິນ ທີ່ເຄີຍປະຈໍາ ຢູ່ສນາມບິນນີ້ ກໍຍ້າຍໄປ ເຮັດວຽກ ຢູ່ສນາມບິນ ເມືອງປາກເຊ ລໍຖ້າສນາມບິນ ແຫ່ງນີ້ ເປີດຄືນໄໝ່.

ສ່ວນ ເຈົ້າໜ້າທີ່ ຮັບຜິດຊອບ ສນາມບິນ ກໍຍັງເຮັດວຽກ ຢູ່ບ່ອນເກົ່າ ຕາມປົກກະຕິ. ສນາມບິນ ແຂວງອັດຕະປື ຕັ້ງຢູ່ ເມືອງໄຊເສດຖາ ຫ່າງຈາກ ເມືອງອັດຕະປື ປະມານ 28 ກິໂລແມັດ, ສ້າງໂດຍ ບໍຣິສັດ ຮ່ອງແອັງແຍລາຍ ຈາກ ວຽດນາມ ໃນມູນຄ່າ ເກືອບ 300 ຕື້ກີບ ດ້ວຍເງິນກູ້ ບໍ່ມີດອກເບັ້ຽ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org