ຊາວບ້ານໂຮມແຮງແປງທາງ
ຊາວເມືອງ ອາດສະພອນ ແຂວງ ສະຫວັນນະເຂດ ພາກັນ ສ້ອມແປງ ເສັ້ນທາງ ທີ່ເປັນຂຸມ ເປັນຕົມ ແລະ ຂີ້ຝຸ່ນ ດ້ວຍຕົນເອງ.
-
ຈໍາປາທອງ
2017-04-04 -
-
-
Your browser doesn’t support HTML5 audio
ຊາວບ້ານ ໃນເມືອງອາດສະພອນ ແຂວງສະຫວັນນະເຂດ ພາກັນອອກເງິນ ອອກແຮງ ສ້າງແລະປັບປຸງ ເສັ້ນທາງ ທີ່ເປັນຂຸມ ເປັນຕົມ ແລະ ຂີ້ຝຸ່ນມາໄດ້ 10 ປາຍປີແລ້ວ, ຖ້າຄອບຄົວໃດ ບໍ່ມີເງິນກໍພາກັນ ໄປອອກແຮງງານ ປັບປຸງເສັ້ນທາງ ຊ່ວຍກັນແປງ ແບບບ້ານ ຕໍ່ບ້ານໄປ ໂດຍທີ່ທາງການ ບໍ່ຊ່ວຍດ້ານ ການເງິນເລີຍ. ຕາມຄໍາເວົ້າ ຂອງຊາວບ້ານ ທີ່ບໍ່ປະສົງອອກຊື່ ຕໍ່ RFA ໃນວັນທີ 4 ເມສາ ນີ້ວ່າ:
"ຈາກບ້ານກຸດຊຸງ ໄປບ້ານສມວງຫຼາຍຫຼັກຢູ່ເດີ ປະມານສາມສິບ ກວ່າຫຼັກຫັ້ນແຫຼະ ແບບວ່າມັນເປັນ ບ້ານຕໍ່ບ້ານຫັ້ນໜາ ຊາວບ້ານພາ ກັນໄປເຮັດເພາະວ່າ ທາງການເພີ່ນ ມາແນະນໍາໃຫ້ ສົມມຸດວ່າ ຄອບຄົວໃດບໍ່ມີເງິນ ກໍພາກັນໄປຂຸດໄປເຮັດ ເອົາຈັ່ງຊັ້ນແຫຼະ ອອກແຮງ ສາມັກຄີກັນ ວ່າຈະມາຊ່ວຍກັນເຮັດ ຊ່ວຍກັນແປງ ລະຍະບ້ານຕໍ່ບ້ານ ຈັ່ງຊື້ແຫຼະ".
ຊາວບ້ານເວົ້າວ່າ ການສ້ອມແປງເສັ້ນທາງນີ້ ທາງການບໍ່ຊ່ວຍຫຍັງ ມີພຽງແຕ່ ໃຫ້ຄໍາແນະນໍາຊື່ໆ ພາຍຫລັງທີ່ ເຈົ້າແຂວງ ແລະເຈົ້າເມືອງ ໄດ້ໄປເບິ່ງສະພາບ ເສັ້ນທາງ ນີ້ແລ້ວ ເມື່ອວັນທີ 22 ກຸມພາ ທີ່ຜ່ານມາ.
ທາງການ ສປປລາວ ແນະນໍາໃຫ້ປະຊາຊົນ ຫຼາຍສິບບ້ານ ເປັນຕົ້ນບ້ານກຸດຊຸງ ບ້ານດອນມະເກິດ ແລະບ້ານສມວງ ທີ່ບໍ່ໄດ້ເສັຽຄ່າສ້ອມ ແປງ ທາງຄອບຄົວນຶ່ງ 2 ແສນ 5 ໝື່ນ ກີບຕໍ່ປີນັ້ນ ໄປເຮັດວຽກແປງທາງ ຍ້ອນທາງການ ບໍ່ມີງົບປະມານໃຫ້.
ຊາວບ້ານເວົ້າວ່າ ທາງເສັ້ນນີ້ຍາວປະມານ 30 ປາຍກິໂລແມັດ ຜ່ານ 30 ປາຍບ້ານ ຂອງເມືອງອາດສະພອນ ແລະຄາດວ່າຈະສ້ອມແປງ ແລ້ວໃນທ້າຍປີນີ້ ໂດຍທີ່ທາງການ ບໍ່ມີວັດຖຸຫຍັງໃຫ້ ມີແຕ່ມາ ເກັບເອົານໍາ ປະຊາຊົນ ໃຜມີເງິນໃຫ້ ກໍບໍ່ໄດ້ໄປ ເຮັດວຽກ ອອກແຮງງານ ດັ່ງທ່ານກ່າວວ່າ:
"ບໍ່ແມ່ນທາງການເພີ່ນຊ່ວຍ ແບບວ່າສົມມຸດວ່າ ບ້ານຂ້ອຍມີເງິນມີຫຍັງ ເວລາເພີ່ນມາເກັບ ກໍເອົາໃຫ້ ກໍບໍ່ໄດ້ໄປຂຸດໄປແປງ ເຂົາຈ້າງຣົດ ມາເຮັດຈັ່ງຊັ້ນນະ ທາງການແນະນໍາ ໃຫ້ຊາວບ້ານ ອອກແຮງງານ ເຮັດຖນົນຈັ່ງຊີ້ແຫຼະ ເພາະວ່າ ງົບມາຈາກ ຂັ້ນເທີງມັນບໍ່ມີ, ມີມັນກໍ ບໍ່ຮອດດອກ ມີແຕ່ວ່າໃຫ້ຊາວບ້ານ ອອກແຮງກັນ ຂຸດແປງເອົາ ຈັ່ງຊັ້ນແຫຼະ".
ທ່ານກ່າວຕື່ມວ່າ ໃນລະຍະຜ່ານມາ ການພັທນາຫຼາຍຢ່າງ ຢູ່ເມືອງອາດສະພອນ ນີ້ສ່ວນໃຫຍ່ ແມ່ນການອອກເງິນ ແລະແຮງງານ ຂອງ ປະຊາຊົນ ໃນເມືອງນີ້ເອງ ຍ້ອນວ່າ ທາງການ ບໍ່ເຄີຍຊ່ວຍເຣຶ່ອງ ງົບປະມານ ຫຍັງເລີຍ ມີພຽງແຕ່ ໃຫ້ຄໍາແນະນໍາ ເທົ່ານັ້ນ.