ກຸ່ມອາຊຽນຈະແທນທີ່ ການຄ້າຂອງຈີນບໍ່ໄດ້
ໃນທົສວັດ ຜ່ານມາ ການລົງທຶນ ຕ່າງປະເທດ ໄດ້ຍ້າຍ ອອກຈາກ ປະເທດຈີນ ໄປປະເທດ ອິນເດັຍ ແລະ ປະເທດ ສະມາຊິກ ສະມາຄົມ ບັນດາ ປະເທດ ເອເຊັຍ ຕາເວັນອອກ ສ່ຽງໃຕ້ ຫລື ອາຊຽນ ແຕ່ອາຊຽນ ຄົງຈະບໍ່ສາມາດ ແທນທີ່ຂອງ ຈີນ ໃນການຜລິດ ທີ່ນໍາໜ້າໂລກ ໄດ້.
-
ຈໍາປາທອງ
2013-01-23 -
-
-
Your browser doesn’t support HTML5 audio
ຕາມຄໍາເວົ້າ ຂອງ ທ່ານ Nguyen Huy Hoang ຮອງ ຜູ້ອໍານວຍການ ສະຖາບັນ ສຶກສາ ເອເຊັຍ ຕາເວັນອອກ ສ່ຽງໃຕ້ ຂອງ ສະພາບັນດິດ ວິທຍາສາຕ ສັງຄົມ ວຽດນາມ.
ໃນການໃຫ້ສໍາພາດ ໜັງສືພິມ Xinhua ຂອງ ທາງການຈີນ ທ່ານ Nguyen Huy Hoang ກ່າວວ່າ ມີຫລາຍປັດໃຈ ທີ່ເຮັດໃຫ້ ກຸ່ມຂົງເຂດນີ້ ຮວມເຂົ້າກັນ ເປັນກຸ່ມ ເສຖກິດໃໝ່ ຈະບໍ່ສາມາດ ແທນທີ່ ຈີນ ທີ່ເປັນຜູ້ຜລິດ ທີ່ນໍາໜ້າໂລກ ໄດ້. ທ່ານ ອະທິບາຍ ວ່າການຍ້າຍ ການລົງທຶນ ຕ່າງປະເທດ ໄປລົງທຶນ ໃນບັນດາ ປະເທດ ສະມາຊິກ ອາຊຽນ ທໍາອິດ ເປັນຍ້ອນການ ປັບນະໂຍບາຍ ການລົງທຶນ ຂອງຈີນ ໄປເປັນເສຖກິດ ບໍຣິການ ຫລື ເສຖກິດ ທາງປັນຍາ ທີ່ສຸມໃສ່ ຂົງເຂດຕ່າງໆ ທີ່ມີມູນຄ່າເພີ່ມ ສູງຂຶ້ນ.
ນອກຈາກນັ້ນ ພວກນັກລົງທຶນຈີນ ຕ້ອງການ ສວຍໂອກາດ ຈາກ ປະຊາກອນ ຂອງ ອາຊຽນ ທີ່ມີຫລວງຫລາຍ ຄ່າແຮງງານຖືກ ການເຕີບໂຕ ທາງເສຖກິດ ວ່ອງໄວ ແລະ ຈໍານວນຊົນຊັ້ນ ມີລາຍໄດ້ ປານກາງ ເພີ່ມຂຶ້ນ ທີ່ມີຄວາມ ຕ້ອງການ ການບໍຣິໂພກ ສູງ. ສິ່ງດັ່ງກ່າວ ແມ່ນປັດໃຈ ທີ່ສໍາຄັນ ເພື່ອເພີ່ມກໍາລັງ ການຜລິດ ແລະ ການລົງທຶນ.
ທ່ານວ່າ ຈຸດປະສົງ ການຮວມໂຕ ທາງເສຖກິດ ອາຊຽນ ແມ່ນເພື່ອໃຫ້ ເປັນຖານຜລິດ ສິນຄ້າໃຫຍ່ ແຕ່ວ່າ ປະຊາກອນ 600 ລ້ານຄົນ ຈະບໍ່ເປັນ ຕລາດໃຫຍ່ ເທົ່າກັບຈີນ ທີ່ມີ ປະຊາກອນ ຫລາຍກວ່າ ອາຊຽນ ສອງເທົ່າ. ດັ່ງນັ້ນ ການຜລິດສິນຄ້າ ໃນອາຊຽນ ຈະບໍ່ສາມາດ ແທນທີ່ ຈີນ ໄດ້.