ດິນແດງຈາກສນາມບິນຍັງສ້າງ ບັນຫາ

ທັມມະຊາດ ແຂວງ ຫົວພັນ
ທັມມະຊາດ ແຂວງ ຫົວພັນ (Wikipedia)

0:00 / 0:00

ຊາວບ້ານ ໜອງຄ້າງ ຫຼາຍ ສິບ ຄອບຄົວ, ຢູ່ ເມືອງ ຊຳເໜືອ ແຂວງ ຫົວພັນ, ທີ່ ໄດ້ຮັບ ຜົລກະທົບ ຈາກ ດິນແດງ ຂອງ ໂຄງການ ກໍ່ສ້າງ ສນາມບິນ ສາກົລ ໜອງຄ້າງ, ໄຫລ ລົງສູ່ ໄຮ່ນາ ຈົນ ເສັຽຫາຍ ມາຕັ້ງແຕ່ ເດືອນ ພຶສພາ ນັ້ນ, ຍັງຄອງຖ້າ ຄ່າ ຊົດເຊີຍ ຈາກ ບໍຣິສັດ ຮອງ ແອັງ ເຍັຽ ລາຍ ຂອງ ວຽດນາມ, ຊຶ່ງ ເມື່ອ ປີກາຍ ທາງ ບໍຣິສັດ ນີ້ ເຄີຍໃຫ້ ຄ່າ ຊົດເຊີຍ ມາແລ້ວ ເທື່ອນຶ່ງ. ດັ່ງ ເຈົ້າໜ້າທີ່ ເມືອງ ຊຳເໜືອ ທ່ານນຶ່ງ ກ່າວວ່າ:

"ກະມີຢູ່ ດິນແດງ ຂອງ ສນາມບິນ ມາປົກໃສ່ ນາ ຫັ້ນເນາະ, ບໍ່ທັນມາ ແກ້ໄຂ, ບໍ່ທັນໄດ້ ຊົດເຊີຍ, ປີນີ້ ປີກາຍນີ້ ກະຖືວ່າ ບ່ອນໃດ ທີ່ມັນເປ່ເພ ຫຼາຍ ຫັ້ນນະ ເພິ່ນກະ ຊົດເຊີຍ ໃຫ້ ຕາມເລັກ ຕາມນ້ອຍ ແລ້ວ".

ດິນແດງ ທີ່ ໄຫລລົງ ປົກ ໄຮ່ນາ ຂອງ ຊາວບ້ານ, ສົ່ງ ຜົລກະທົບ ຕໍ່ ການຜລິດ ເພາະ ບໍ່ສາມາດ ປູກເຂົ້າໄດ້. ເມື່ອ ປະມານ 2 ເດືອນ ກ່ອນ, ທາງ ບໍຣິສັດ ໄດ້ ຮັບປາກ ວ່າ ຈະແກ້ໄຂ ບັນຫາ ນັ້ນໃຫ້ ພ້ອມທັງ ຈະໃຫ້ ຄ່າຊົດເຊີຍ ແກ່ ປະຊາຊົນ. ແຕ່ ຈົນຮອດ ປັຈຈຸບັນ ນີ້ ກໍຍັງ ມິດງຽບຢູ່ ບໍ່ສົນໃຈ ໃນ ຄວາມເປັນຢູ່ ຂອງ ຊາວບ້ານ ແຕ່ຢ່າງໃດ.

ທ່ານ ກ່າວ ຕໍ່ໄປວ່າ ເຖິງແມ່ນ ຈະຮອດ ທ້າຍ ປີ 2015 ແລ້ວ, ແຕ່ ກໍປະກົດວ່າ ຊາວບ້ານ ໜອງຄ້າງ ກວ່າ 70 ຄອບຄົວ ທີ່ ທາງ ໂຄງການ ຢາກໃຫ້ ໂຍກຍ້າຍ ອອກໄປ ນັ້ນ, ຍັງ ບໍ່ຍອມຍ້າຍ ໄປຢູ່ບ່ອນ ໃໝ່ ເທື່ອ, ຫຼາຍຄົນ ໃຫ້ ເຫດຜົລວ່າ ພວກ ເຂົາເຈົ້າ ຍັງບໍ່ຮູ້ ຂໍ້ມູນ ກ່ຽວກັບ ບ່ອນ ຈັດສັນ ທີ່ ທາງການ ຈະ ໃຫ້ຍ້າຍໄປ ຢູ່. ແລະ ບໍ່ມີໃຜ ຮັບປະກັນ ວ່າ ໄປຢູ່ ບ່ອນໃໝ່ ແລ້ວ, ຊີວິດ ການເປັນຢູ່ ຈະດີຂຶ້ນ.

ທ່ານເວົ້າວ່າ ປັຈຈຸບັນ ໂຄງການ ສນາມບິນ ສາກົລ ໜອງຄ້າງ ຍັງ ໂຈະ ການກໍ່ສ້າງ ຢູ່. ແລະ ຄົນງານ ວຽດນາມ ທີ່ ເຂົ້າມາ ກໍ່ສ້າງນັ້ນ ກໍພາກັນ ກັບຄືນ ປະເທດ. ຄາດວ່າໂຄງການ ນີ້ ຈະຕ້ອງ ໃຊ້ ເວລາ ອີກດົນ ພໍສົມຄວນ ກວ່າຈະ ສ້າງ ສຳເຣັດ ອາຈບໍ່ເປັນ ໄປຕາມ ກຳນົດ ເດີມ ທີ່ ຈະສ້າງ ໃຫ້ ແລ້ວ ໃນ ທ້າຍປີ ນີ້.