ໂຄງການຣົດໄຟຊົດເຊີຍ 13 ຄອບຄົວ
2018.09.04
ທາງການແຂວງວຽງຈັນ ໄດ້ໂອນເງິນຄ່າຊົດເຊີຍຄວາມເສັຍຫາຍ ຜ່ານບັນຊີທະນາຄານ ໃຫ້ປະຊາຊົນ 13 ຄອບຄົວ ຮວມກັນທັງໝົດ ປະມານ 7 ຕື້ 790 ລ້ານກີບ ຢູ່ບ້ານຫິນເຫີບໃຕ້ ເມືອງຫິນເຫີບ ບ້ານດຽວ ໃນຈໍານວນທັງໝົດ 11 ບ້ານ ທີ່ໄດ້ສູນເສັຍ ບ້ານເຮືອນ ແລະບ່ອນທໍາມາຫາກິນ ຍ້ອນການສ້າງທາງຣົດໄຟ ລາວ-ຈີນ. ຕາມຄໍາເວົ້າຂອງເຈົ້າໜ້າທີ່ ເມືອງຫີນເຫີບ ທ່ານນຶ່ງ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 3 ກັນຍາ ນີ້:
"ໄດ້ເງິນແລ້ວມີແຕ່ບ້ານດຽວ ຫີນເຫີບໃຕ້ ຢູ່ຫີນເຫີບໃຕ້ ນີ້ແມ່ນຜົລກະທົບເຮືອນ 13 ຄອບຄົວ ນີ້ນະ ອື່ນໆຫັ້ນຍັງສິໄດ້ຕໍ່ໄປນີ້ແຫລະ."
ທ່ານກ່າວຕື່ມອີກວ່າ ປະຊາຊົນເມືອງຫີນເຫີບ ທີ່ໄດ້ຮັບຜົລກະທົບ ຈາກໂຄງການສ້າງທາງຣົດໄຟ ລາວ-ຈີນ ມີທັງໝົດ 11 ບ້ານ, ຍັງອີກ 10 ບ້ານ ຈະໄດ້ຮັບຄ່າຊົດເຊີຍ ໃນງວດຕໍ່ໄປ ແຕ່ຍັງບໍ່ທັນຮູ້ວ່າເມື່ອໃດ.
ໃນມື້ດຽວກັນນີ້ ທາງການແຂວງວຽງຈັນ ຮ່ວມກັບຄນະໄກ່ເກັ່ຍສິ່ງກີດຂວາງ ໂຄງການສ້າງທາງຣົດໄຟ ກໍໄດ້ກະກຽມ ມອບເງິນຄ່າຊົດເຊີຍ ໃຫ້ຊາວບ້ານອີກ 8 ຄອບຄົວ ຢູ່ບ້ານໂພນແກ້ວ ເມືອງກາສີ ຊຶ່ງຄາດວ່າຈະມອບໃຫ້ ໃນໄວໆນີ້.
ປະຊາຊົນ ທີ່ໄດ້ຮັບເງິນຄ່າຊົດເຊີຍນັ້ນແລ້ວ ຈະຕ້ອງໂຍກຍ້າຍອອກຈາກບ້ານ ໄປຢູ່ບ່ອນໃໝ່ ໃນຣະຍະເວລາ 5 ເດືຶອນ. ກ່ອນໜ້ານັ້ນ ປະຊາຊົນ 13 ຄອບຄົວ ຢູ່ບ້ານຫ້ວຍຂຸມ ເມືອງໄຊ ແຂວງອຸດົມໄຊ ກໍໄດ້ຮັບຄ່າຊົດເຊີຍ ທັງໝົດ 20 ຕື້ກີບ ແລະ ປະຊາຊົນ ເມືອງຫລວງນໍ້າທາ ແຂວງຫລວງນໍ້າທາ 41 ຄອບຄົວ ກໍໄດ້ຮັບເງິນ ທັງໝົດ 28 ຕື້ກີບ.
ສ່ວນປະຊາຊົນ ທີ່ໄດ້ຮັບຜົລກະທົບ ຢູ່ແຂວງຫລວງພຣະບາງ ແລະນະຄອນຫຼວງວຽງຈັນ ຍັງບໍ່ທັນໄດ້ຮັບຄ່າຊົດເຊີຍນັ້ນເທື່ອ.