ທະນາຄານພັທນາເອເຊັຽຈະຊ່ອຍ ລາວ

0:00 / 0:00

ທະນາຄານ ພັທນາ ເອເຊັຽ ຫຼື ເອດີບີ ຢືນຢັນ ວ່າ ຈະ ສນັບສນູນ ການ ພັທນາ ລາວ ຢ່າງ ຍືນຍົງ ຊຶ່ງ ໃນ ສົກປີ 2015 - 2016 ເອດີບີ ມີ ແຜນທີ່ ຈະຊ່ວຍ ລາວ 116.6 ລ້ານ ໂດລາ ສະຫະຣັຖ ເພື່ອ ປັບປຸງ ການ ສຶກສາ, ການ ຮັກສາ ສຸຂພາບ ແລະ ການ ຂົນສົ່ງ ແລະ ການພັທນາ ເຂດ ເສຖກິດ ຕ່າງໆ. ຕາມຄໍາເວົ້າ ຂອງ ທ່ານ ທາເຄຮິໂກະ ນາກາໂອະ ປະທານ ທະນາຄານ ເອດີບີ ທີ່ ອົງການ ຂ່າວ Vietnam News ຣາຍງານ ໃນວັນທີ 13 ມິນາ. ທ່ານ ເວົ້າວ່າ:

“ນອກເໜືອ ໄປຈາກ ຂແນງການ ຕ່າງໆ ເຊັ່ນການ ທ່ອງທ່ຽວ ແລະ ການ ກໍ່ສ້າງ ທີ່ ເພິ່ມຂຶ້ນ ແລ້ວ ການ ບໍຣິໂພກ ຂອງ ປະຊາຊົນ ກໍ ເພິ່ມຂຶ້ນ ແລະ ນອກຈາກ ນັ້ນ ຍັງມີ ການ ສົ່ງເສີມ ພັທນາ ທາງດ້ານ ເສຖກິດ ຂອງ ປະເທສ ນໍາດ້ວຍ.

ທ່ານ ຄາດຄະເນ ວ່າ ໃນ ປີນີ້ ເສຖກິດ ຂອງລາວ ຈະຂຍາຍ ຕົວ 7% ແລະ ຈະເພິ່ມ ຂຶ້ນ ເປັນ 7.2% ໃນປີ 2016. ໃນນັ້ນ ແຮ່ທາດ ແລະ ພລັງງານ ໄຟຟ້າ ນໍ້າຕົກ ຈະເປັນ ກຸນແຈ ສໍາຄັນ ໃນການ ທີ່ ຈະເຮັດ ໃຫ້ ລວມຍອດ ຜລິຕພັນ ພາຍໃນ ຫລື GDB ເພິ່ມຂຶ້ນ ປະມານ 18%.

ໃນຂນະ ດຽວກັນ ທ່ານ ກໍ ເຕືອນວ່າ “ລາວ ຄວນ ເອົາໃຈໃສ່ ຫຼາຍຂຶ້ນ ໃນການ ຮັກສາ ສະເຖັຽຣະພາບ ທາງດ້ານ ເສຖກິດ ມະຫາພາກ ທີ່ເຮັດໃຫ້ ເງິນຕຣາ ຕ່າງ ປະເທສ ທີ່ ມີສໍາລອງ ໄວ້ນັ້ນ ຢູ່ໃນ ຣະດັບ ຕໍ່າ ແລະ ພາໃຫ້ ເກີດການ ຂາດດຸນ ງົບປະມານ ຢ່າງໜັກ”.

ໃນການມາ ຢ້ຽມຢາມ ລາວ ສາມວັນ ແຕ່ວັນທີ 11 ເຖິງ 13 ມິນາ ຄັ້ງນີ້ ປະທານ ທະນາຄານ ພັທນາ ເອເຊັຍ ໄດ້ພົບປະ ກັບ ນາຍົກ ຣັຖມົນຕຣີ ທອງສິງ ທໍາມະວົງ ໃນວັນທີ 12 ມິນາ ແລະ ໄດ້ເຂົ້າ ຮ່ວມພິທີ ລົງນາມ ກູ້ຢືມ ຊຶ່ງ ເອດີບີ ຈະ ຊ່ວຍ ເງິນສ້າງ ຣະບົບ ຣົດບັສ ຂົນສົ່ງ ມວນຊົນ ໄວ ນໍາດ້ວຍ.