ລາວຂໍກູ້ເງິນສ້າງທາງຢູ່ ພາກໃຕ້

ຈໍາປາທອງ
2015.07.23
F-Attapeu ໃນຕົວເມືອງ ຂອງ ແຂວງ ອັດຕະປື
RFA

ປັດຈຸບັນ ນັກ ຊ່ຽວຊານ ດ້ານ ສັງຄົມ ແລະ ສິ່ງແວດລ້ອມ ຂອງ ທະນາຄານ ພັທນາ ເອເຊັຍ ຫລື ADB, ອອກໄປ ສຳຣວດ ເສັ້ນທາງ ຢູ່ 3 ແຂວງ ພາກໃຕ້ ຂອງລາວ ຄື ແຂວງ ສາຣະວັນ, ແຂວງ ເຊກອງ ແລະ ອັດຕະປື ແຕ່ ວັນທີ 20 ກໍຣະກະດາ ເຖິງ ວັນທີ 7 ສິງຫາ 2015. ຕາມຄຳເວົ້າ ຂອງ ເຈົ້າໜ້າທີ່ ຂັ້ນສູງ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ.

ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ໄດ້ ແຈ້ງການ ໄປໃຫ້ ຜແນກ ໂຍທາ ທິການ ແລະ ຂົນສົ່ງ 3 ແຂວງນັ້ນ ໃຫ້ ຄວາມ ຮ່ວມມື ແລະ ແຕ່ງຕັ້ງ ນັກ ວິຊາການ ປະສານງານ ເຮັດວຽກ ຮ່ວມກັບ ນັກ ຊ່ຽວຊານ ນັ້ນ. ການສຳຣວດ ເສັ້ນທາງ ທີ່ວ່າ ນີ້ ແມ່ນການ ກະກຽມ ເພື່ອ ການ ເຈຣະຈາ ກ່ຽວກັບ ຣັຖບາລ ສປປ ລາວ ຈະກູ້ຢືມ ເງິນ ທະນາຄານ ພັທນາ ເອເຊັຍ ສຳລັບ ໂຄງການ ສ້ອມປງ ແລະ ຄຸ້ມຄອງ ຂົວ-ທາງ ຢູ່ 3 ແຂວງ ດັ່ງກ່າວ ຍ້ອນວ່າ ຣັຖບາລ ລາວ ຂາດ ງົບປະມານ.

ແຕ່ ເຖິງຢ່າງໃດ ກໍດີ ກ່ອນຈະ ປ່ອຍ ເງິນກູ້ ໃຫ້ ຣັຖບານ ລາວ, ທາງ ທະນາຄານ ກໍຕ້ອງ ການ ລົງໄປ ກວດກາ ເບິ່ງ ເສັ້ນທາງ ແລະ ຂົວ ຕົວຈິງ ເສັຽກ່ອນ ເພາະ ທີ່ ຜ່ານມາ ມີຫລາຍ ໂຄງການ ທີ່ ກູ້ ຢືມເງິນ ຈາກ ທະນາຄານ ມາແລ້ວ ບໍ່ໄດ້ ສ້າງ ໃຫ້ ໂຄງການ ສຳເຣັດ ແລະ ຫລາຍ ໂຄງການ ກໍບໍ່ໂປ່ງໄສ. ຕາມຄຳເວົ້າ ຂອງ ເຈົ້າໜ້າທີ່ ຂັ້ນສູງ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ທີ່ ນະຄອນ ຫຼວງວຽງຈັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.