ຊາວນະຄອນຫຼວງຂໍຫຼຸດ ຄ່າໄຟ ດີກວ່າ ຄ່າຂີ້ເຫຍື້ອ

ສຸພັດຕາ
2020.04.28
ໄຟເຍືອງທາງ ຕາມຖນົນຫົນທາງ ໃນນະຄອນຫຼວງວຽງຈັນ
ຮູບພາບຈາກ: ນັກຂ່າວພົລເມືອງ

ຊາວນະຄອນຫຼວງວຽງຈັນຢາກໃຫ້ຫຼຸດຄ່າໄຟຟ້າ 50% ດີກວ່າຫຼຸດຄ່າເກັບຂີ້ເຫຍື້ອ 50% ຍ້ອນວ່າປະຊາຊົນຫຼາຍຄົນຈົ່ມວ່າຄ່າໄຟຟ້າ ເດືອນ ມີນາ ແລະເດືອນເມສາ ສູງຂຶ້ນຫຼາຍ ທັ້ງໆທີ່ບໍ່ໄດ້ໃຊ້ໄຟຫຼາຍ.

ສ່ວນຄ່າເກັບຂີ້ເຫຍື້ອນັ້ນ ຢາກໃຫ້ເກັບເດືອນລະ 40 ພັນກີບຄືເກົ່າ ເພື່ອນໍາເງິນທີ່ໄດ້ຈາກ ການເກັບຂີ້ເຫຍື້ອໄປຈ່າຍ ເປັນເງິນຄ່າແຮງງານ ຫຼືເງິນສວັດດີການ ໃຫ້ກັບພະນັກງານ ເກັບຂີ້ເຫຍື້ອທີ່ເຮັດວຽກໜັກ ຈະດີກວ່າ, ອີງຕາມຄໍາເວົ້າ ຂອງຊາວບ້ານໃນເມືອງໄຊທານີ້ ຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 28 ເມສາ ນີ້:

“ໃຈກໍຢາກໃຫ້ຫຼຸດຄ່າໄຟຫຼາຍກວ່າ ເພາະວ່າສອງເດືອນມານີ້ຫັ້ນ ຮູ້ສຶກວ່າບໍ່ໄດ້ໃຊ້ໄຟຫຼາຍ ຄືທີ່ຜ່ານມາ ຄ່າໄຟກໍຍັງສູງຄືເກົ່າ ແຕ່ຄ່າຂີ້ເຫຍື້ອ ຫັ້ນຂະເຈົ້າກໍເຮັດວຽກທັງກາງເວັນ ແລະກາງຄືນ ວຽກມັນໜັກ ມີກິ່ນມີອິຫຍັງຂະເຈົ້າກວ່າຊິເກັບ ບໍ່ມີແຕ່ວ່າເຮົາຜູ້ດຽວ ຫຼາຍໆຄອບຄົວຢາກ ໃຫ້ຫຼຸດແຮງຄ່າໄຟສູງຂຶ້ນຊິນະ.”

ໃນຂນະດຽວກັນ ຊາວບ້ານ ບ້ານໂພນງາມ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ກ່າວວ່າ ຢາກໃຫ້ພາກສ່ວນກ່ຽວຂ້ອງຫຼຸດຄ່າໄຟຟ້າ 50% ຍ້ອນວ່າຄ່າໄຟ ເດືອນ ເມສາ ນີ້ທຽບໃສ່ເດືອນມີນາ ສູງຂຶ້ນທົບເຄິ່ງ ຄືຈາກແຕ່ກ່ອນ ເດືອນມີນາ ຈ່າຍຄ່າໄຟ 80 ສິບປາຍພັນກີບ ມາຈ່າຍ ໃນເດືອນເມສາ 1 ແສນ 40 ປາຍພັນກີບ. ສ່ວນຄ່າຂີ້ເຫຍື້ອນັ້ນ ຢາກໃຫ້ເກັບເຂັ້ງລະ 10 ກີບ ຕໍ່ອາທິດຄືເກົ່າ ຍ້ອນວ່າ ເປັນຣາຄາຄົງທີ່ ບໍ່ໄດ້ຂຶ້ນ ຫຼືຫຼຸດ ຄືກັບຄ່າໄຟຟ້າ:

“ກໍຢາກໃຫ້ຫຼຸດຄ່ານໍ້າຄ່າໄຟນັ້ນແຫຼະ ຄ່າຂີ້ເຫຍື້ອມັນກໍປົກກະຕິ ເຂົາເກັບແຕ່ກີ້ເກັບຊໍ່ານັ້ນ ກໍບໍ່ຕິເຂົາຄ່າຂີ້ເຫຍື້ອຫັ້ນ ບໍ່ກ່ຽວດອກຄ່າຂີ້ເຫຍື້ອ ກໍຢາກໃຫ້ຫຼຸດຄ່ານໍ້າຄ່າໄຟຫັ້ນແຫຼະ ຄ່າໄຟຊ່ວງນີ້ຢູ່ເຮືອນໄດ້ພັກ ເນາະມັນກໍຂຶ້ນເດືອນແລ້ວ ແປດສິບປາຍພັນເດືອນນີ້ ແສນສີ່ສິບປາຍ.”

ທ່ານກ່າວຕື່ມວ່າໄລຍະທີ່ມີການປິດເມືອງນີ້ ຖືວ່າຈໍານວນຂີ້ເຫຍື້ອໃນຄອບຄົວກໍປົກຕິ ບໍ່ໄດ້ຫຼຸດຫຼືເພີ້ມຂຶ້ນ ແຕ່ຢ່າງໃດຍ້ອນເປັນຄອບຄົວນ້ອຍ.

ກ່ຽວກັບການຫຼຸດຄ່າເກັບຂີ້ເຫຍື້ອນີ້ ເຈົ້າໜ້າທີ່ຫ້ອງການຄຸ້ມຄອງ ແລະບໍຣິການໂຕເມືອງວຽງຈັນ ນະຄອນຫຼວງວຽງຈັນ ກ່າວວ່າ ນະໂຍບາຍ ຫຼຸດເກັບຂີ້ເຫຍື້ອ 50% ແມ່ນປະຕິບັດໄປຕາມ ນະໂຍບາຍຂອງ ຣັຖບານ ເພື່ອຊ່ອຍຫຼຸດຜ່ອນ ຄ່າໃຊ້ຈ່າຍຂອງປະຊາຊົນ ໃນໄລຍະການ ຣະບາດ ຂອງເຊື້ອໄວຣັສໂຄວິດ-19:

“ຫຼຸດລົງ 50% ຊ່ວງໂຄວິດ ສີ່ຫາສາມເດືອນ ເພື່ອຜ່ອນຜັນ ການໃຊ້ຈ່າຍຂອງ ປະຊາຊົນ ພາຍໃນນະຄອນຫຼວງວຽງຈັນ ບໍ່ໄດ້ວ່າຂີ້ເຫຍື້ອ ໜ້ອຍຂີ້ເຫຍື້ອຫຼາຍ ຕາມການແຈ້ງການຂອງ ທ່ານນາຍົກ ຣັຖມົນຕຣີ ຫຼຸດຜ່ອນ ການຜ່ອນຜັນ ໃນການໃຊ້ຈ່າຍ ຂອງປະຊາຊົນ.”

ທ່ານກ່າວຕື່ມວ່າ ໄລຍະທີ່ການກັກໂຕເອງຢູ່ເຮືອນຂອງປະຊາຊົນ ຍັງເຮັດໃຫ້ຈໍານວນຂີ້ເຫຍື້ອ ໃນຄົວເຮືອນເພີ່ມຂຶ້ນ ມື້ລະ 100-200 ຕັນ ຄືຈາກແຕ່ກ່ອນ ສະຖານະການປົກກະຕິ ຂີ້ເຫຍື້ອພາຍໃນ ນະຄອນຫຼວງວຽງຈັນ ມີມື້ລະ 400-500 ຕັນ ແຕ່ປັດຈຸບັນໃນໄລຍະທີ່ມີການ ແຜ່ຣະບາດຂອງເຊື້ອໄວຣັສໂຄວິດ-19 ມີຂີ້ເຫຍື້ອມື້ລະ 500-700 ຕັນ, ເນື່ອງຈາກປະຊາຊົນພາຍໃນ ນະຄອນຫຼວງວຽງຈັນສັ່ງ ອາຫານ ຜ່ານທາງແອັບ ຫຼືໄປຊື້ເຄື່ອງຕາມຮ້ານຕ່າງໆ ແລ້ວໃສ່ຖົງຢາງ ຫຼືກ່ອງໂຟມ ເມືອເຮືອນຫຼາຍຂຶ້ນ.

ກ່ຽວກັບເຣື້ອງການປັບຄ່າໄຟຟ້ານັ້ນ ເຈົ້າໜ້າທີ່ກະຊວງພະລັງງານແລະບໍ່ແຮ່ ຜູ້ຂໍສງວນຊື່ແລະສຽງ ທ່ານນຶ່ງກ່າວວ່າ ທາງກະຊວງໄດ້ສເນີ ນະໂຍບາຍຫຼຸດຄ່າໄຟຟ້າ 2-35% ໃຫ້ປະຊາຊົນທົ່ວປະເທດໄປຍັງ ຄະນະສະເພາະກິຈໂຄວິດ-19 ແລ້ວ, ຊຶ່ງປັດຈຸບັນ ຄະນະສະເພາະກິຈ ໂຄວິດ-19 ຍັງບໍ່ໄດ້ເຮັດແຈ້ງການ ຕອບຮັບນະໂຍບາຍທີ່ສເນີໄປເທືຶ່ອ ແຕ່ກໍຄົງຈະຄົ້ນຄວ້າກັນຢູ່ ຊຶ່ງຄາດວ່າອາຈມີແຈ້ງການອອກມາຕື່ມ ພາຍຫຼັງ.

ກ່ອນໜ້ານີ້ ມີກະແສຂ່າວວ່າ ພາກສ່ວນກ່ຽວຂ້ອງ ຈະມີນະໂຍບາຍ ຫຼຸດຄ່າໄຟຟ້າ 50% ໃຫ້ແກ່ປະຊາຊົນ ຜູ້ທີ່ໃຊ້ໄຟຟ້າ ບໍ່ເກີນ 150 ກິໂລວັດໂມງຕໍ່ເດືອນ ຊຶ່ງເຮັດໃຫ້ປະຊາຊົນ ທົ່ວປະເທດ ພາກັນດີໃຈ ແຕ່ຂ່າວດັ່ງກ່າວ ຊ້ໍາພັດຍັງບໍ່ມີການຢັ້ງຢືນ ວ່າຈະໃຊ້ໄດ້ແທ້ຫຼືບໍ່.

ຫຼ້າສຸດນີ້ໃນວັນທີ 27 ເມສາ 2020 ສໍານັກຂ່າວວິທຍຸຊາວໜຸ່ມລາວ ໄດ້ຣາຍງານວ່າ ກະຊວງພະລັງງານແລະບໍ່ແຮ່ ໄດ້ສເນີປັບໂຄງສ້າງ ຣາຄາໄຟຟ້າໃໝ່ແກ່ພາກທີ່ຢູ່ອາສັຍ ດ້ວຍການຄິດໄລ່ 355 ກີບຕໍ່ ການໃຊ້ໄຟຟ້າ 1 ກິໂລວັດໂມງ ຖ້າຫາກຄົວເຮືອນໃດໃຊ້ໄຟຟ້າບໍ່ເກີນ 150 ກິໂລວັດໂມງຕໍ່ເດືອນ ອັນທີ່ພາກສ່ວນກ່ຽວຂ້ອງ ຖືວ່າປະຊາຊົນຈະໄດ້ຮັບສ່ວນຫຼຸດຄ່າໄຟຟ້າ 2-35% ແລະຍັງເລື່ອນເວລາການຊໍາ ຣະຄ່າໄຟຟ້າອອກໄປຈາກແຕ່ກ່ອນ 7-30 ມື້ ເປັນ 7-45 ມື້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.