ການທ່ອງທ່ຽວບາງແຫ່ງ ຍັງປິດ ກິຈການ
2020.05.22
ຜູ້ປະກອບການບໍຣິສັດທ່ອງທ່ຽວ ບາງແຫ່ງ ຍັງບໍ່ເປີດໃຫ້ ບໍຣິການທ່ອງທ່ຽວ ຢ່າງເປັນທາງການ ຍ້ອນຍັງບໍ່ໝັ້ນໃຈໃນສະພາບການເພາະ ຍັງບໍ່ມີນັກທ່ອງທ່ຽວ ຕ່າງປະເທດເຂົ້າມາ, ຫາກວ່າເປີດແລ້ວ ຣາຍຮັບ ເຂົ້າມາບໍ່ພຽງພໍ ກັບຄ່າໃຊ້ຈ່າຍ ຢ່າງແນ່ນອນ ເພາະຕ້ອງໄດ້ຈ່າຍ ຄ່ານໍ້າຄ່າໄຟ ເງິນເດືອນ ພະນັກງານ ແລະອື່ນໆອີກ.
ເຖິງຢ່າງໃດກໍຕາມ ກໍຍັງມີບໍຣິສັດທ່ອງທ່ຽວ ຈໍານວນນຶ່ງກໍເລີ່ມເປີດແລ້ວ ແຕ່ຫລຸດພະນັກງານ ບໍຣິການລົງ ເພາະບໍ່ມີລູກຄ້າ ຕ່າງປະເທດ ມີລູກຄ້າພາຍໃນພຽງໜ້ອຍດຽວ, ຕາມຄໍາເວົ້າຂອງບໍຣິສັດທ່ອງທ່ຽວ ແຫ່ງນຶ່ງຢູ່ລາວ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 22 ພຶສພາ ນີ້:
“ເປັນບໍຣິສັດທ່ອງທ່ຽວ ຍັງບໍ່ທັນໄດ້ເປີດຖາວອນ ມັນກະແຈ້ງການທົດລອງຊື່ໆ ກະງຽບເຫງົາເນາະ ຍັງບໍ່ທັນມີຄົນນອກມາ ຄົນຕ່າງປະເທດ ບໍ່ມີ, ມີແຕ່ຄົນພາຍໃນ ກະມີແຕ່ວັນເສົາ ວັນອາທິດ ຄົນມາ ທ່ຽວຫລິ້ນ ເຂົາກະທ່ຽວຫລິ້ນຊື່ໆ.”
ທ່ານກ່າວຕື່ມວ່າ ຣົດໂດຍສານ ຣົດຕູ້ຕ່າງໆ ທາງການກໍເປີດໃຫ້ແລ່ນແລ້ວ ແຕ່ບໍ່ຄ່ອຍມີຄົນຂີ່ ຍ້ອນວ່າ ສ່ວນໃຫຍ່ຜູ້ຄົນໃຊ້ຣົດສ່ວນຕົວຂອງ ໂຕເອງ, ຍາມວັນເສົາ ວັນອາທິດ ພວກເຂົາເຈົ້າອອກໄປທ່ຽວ ພັກຜ່ອນ, ແຕ່ນັກທ່ອງທ່ຽວບໍ່ມີເລີຍ ດັ່ງທີ່ທ່ານກ່າວວ່າ:
“ກະດຽວນີ້ຣົດໂດຍສານຣົດຕູ້ກະມີ ເພິ່ນກະເປີດໃຫ້ແລ່ນແລ້ວ ແຕ່ວ່າຍັງບໍ່ມີແຂກ ນັກທ່ອງທ່ຽວ ກະແລ່ນໄປຊື່ໆ ບໍ່ມີຄົນໄປທ່ຽວສ່ວນຫຼາຍ ເຂົາເຈົ້າກະມີຣົດສ່ວນໂຕກັນ ເສົາ ອາທິດ ກໍພາຄອບຄົວໄປຫຼິ້ນ ກະບໍ່ຫຼາຍ.”
ໃນຂນະດຽວກັນ ບໍຣິສັດທ່ອງທ່ຽວອີກແຫ່ງນຶ່ງ ກໍເວົ້າວ່າ ຫາກເປັນບໍຣິສັດທ່ອງທ່ຽວ ນ້ອຍໆ ກໍຍັງບໍ່ທັນເປີດ ຍ້ອນບໍ່ມີນັກທ່ອງທ່ຽວ, ບາງ ບໍຣິສັດກໍຊ່ອຍເຫລືອ ພະນັກງານ ພາໄປເລາະຂາຍສິນຄ້າກະເສດ ດັ່ງທີ່ທ່ານກ່າວວ່າ:
“ງຽບເຫງົາ ບາງບໍຣິສັດກໍຍັງບໍ່ທັນເປີດ ຄືບໍຣິສັດນ້ອງຈັ່ງຊີ້ ບໍຣິສັດຂນາດກາງຈັ່ງຊີ້ ບາງບໍຣິສັດກໍພາລູກນ້ອງ ໄປຂາຍໄປເຮັດກິຈກັມທີ່ຈະ ໄດ້ເງິນ ນອກຈາກເພິ່ນເປີດມາ 2 ເດືອນນີ໋ນ່າ ຫາກິນຫາຢູ່ກັນໄປ ຊ່ວບພະນັກງານ.”
ສ່ວນຜູ້ປະກອບການເດີນເຮືອ ຕາມລໍາແມ່ນໍ້າຂອງ ເວົ້າວ່າ ຕົນເອງຍັງທັນບໍ່ແລ່ນເຮືອ ໃຫ້ບໍຣິການຄົນໂດຍສານເທື່ອ ຍ້ອນວ່າເຮືອຂອງຄົນ ອື່ນໆ ກໍຍັງບໍ່ທັນແລ່ນເທື່ອ ຍ້ອນບໍ່ມີນັກທ່ອງທ່ຽວ ແລະດ່ານສາກົນ ກໍຍັງບໍ່ທັນເປີດ, ຂນະນີ້ແມ່ນກຽມປັບປຸງເຮືອ ຊຶ່ງຄາດວ່າຈະໄດ້ແລ່ນ ໃຫ້ບໍຣິການລູກຄ້າ ປະມານເດືອນກັນຍາ ທີ່ຈະມາເຖິງນີ້ ດັ່ງທີ່ທ່ານກ່າວວ່າ:
“ປັດຈຸບັນ ເຮົາຍັງບໍ່ເປີດຢູ່ ຕອນໂຄວິດເຂົ້າມາບໍ່ມີແຂກ ເຮົາເລີຍຢຸດໄປກ່ອນ ຄັນວ່າຈະເປີດແທ້ເດືອນ 9 ມັນຈະເປັນຊ່ວງຮາຍຊີເຊິນ ຕອນນີ້ບໍ່ມີນັກທ່ອງທ່ຽວ ຈາກເບິ່ງຫັ້ນກະບໍ່ມີເລີຍ ກະຍັງຖ້າເບິ່ງ ສະຖານະການ ຕອນເດືອນ 6 ນີ້ ຈະປັບແປງເຮືອທຸກຢ່າງ ຫັ້ນແຫລະ ນໍ້າມັນເຄື່ອງ ອິຫຍັງ.”
ແຕ່ເຖິງຢ່າງໃດກໍຕາມ ມາເຖິງປັດຈຸບັນ ບໍຣິສັດທ່ອງທ່ຽວຕ່າງໆ ຢູ່ປະເທດລາວ ກໍຍັງລໍຖ້າເບິ່ງສະຖານະການ ຂອງການຣະບາດ ຂອງເຊື້ອ ພຍາດໂຄວິດ-19 ຢູ່. ເມື່ອມີແຈ້ງການໃຫ້ເປີດດ່ານສາກົນແລ້ວ ກໍຈະເປີດໃຫ້ບໍຣິການລູກຄ້າ ຢ່າງເປັນປົກກະຕິ ຊຶ່ງຂນະນີ້ ທັງດ່ານສາກົລ ແລະການບິນລາວ ສາຍຕ່າງປະເທດ ກໍຍັງບໍ່ທັນໄດ້ເປີດ ຄືນເທື່ອ ຍ້ອນຍັງມີການປ້ອງກັນ ການຣະບາດຂອງເຊື້ອພຍາດໂຄວິດ-19 ຕາມ ມາຕການຂອງຣັຖບານຢູ່.