ຂ.ຫົວພັນຄຣູສອນນັກຮຽນ ຍັງບໍ່ພໍ
2017.08.13
ຈຳນວນຄຣູ ຢູ່ເຂດຊົນນະບົດ ແຂວງຫົວພັນ ຍັງບໍ່ພຽງພໍ ກັບຈຳນວນນັກຮຽນ ຊຶ່ງໂຮງຮຽນ ບາງແຫ່ງ ມີຄູພຽງແຕ່ 2,3 ຄົນ ເທົ່ານັ້ນ ແລະ ບາງແຫ່ງ ກໍມີຄຣູພຽງ ແຕ່ຄົນດຽວ. ຄຣູເຫລົ່ານີ້ ຕ້ອງຮັບຜິດຊອບ ສອນນັກຮຽນ ແຕ່ຊັ້ນ ປໍ1 ຫາ ປໍ5 ຊຶ່ງ ຄຣູຕ້ອງໄດ້ສອນ ຄວບຫ້ອງ. ດັ່ງເຈົ້າໜ້າທີ່ ຜແນກສຶກສາ ແລະກິລາ ແຂວງຫົວພັນ ໄດ້ກ່າວວ່າ:
"ອັນຕົວນີ້ ວ່າເລື້ອງຄູ ຖືວ່າ ບໍ່ພຽງພໍເນາະ ຄູເນາະ ສ່ວນຫລາຍ ຢູ່ເຂດນອກນັ້ນ ມັນຈະເປັນຄູຫັ້ນ ຄູນັ້ນຈະເປັນ ສອນຄວບນະ ຄວບ ຫ້ອງເນາະ ຄວບ ສອງສາມອັນ ຢູ່ໃນເຂດ ນອກກໍຈະ ສອງສາມຄົນ ສູງສຸດເນາະ ບາງບ່ອນນີ້ ກໍຈະນຶ່ງຄົນ ເນາະ".
ການຄວບຫ້ອງຮຽນ ໝາຍເຖິງເອົານັກຮຽນ ຫ້ອງຕ່າງຊັ້ນຮຽນ ມານັ່ງຮຽນ ຢູ່ໃນຫ້ອງດຽວກັນ ແລ້ວມີຄູສອນ ພຽງແຕ່ຄົນດຽວ, ຕົວຢ່າງ ເອົານັກຮຽນຫ້ອງ ປໍ1 ມານັ່ງຮຽນ ກັບນັກຮຽນຫ້ອງ ປໍ2 ຫລື ປໍ3 ຍ້ອນວ່າ ບໍ່ມີຄູພຽງພໍ. ອີງຕາມຂໍ້ມູນ ຈາກເຈົ້າໜ້າທີ່.
ເຈົ້າໜ້າທີ່ກ່າວອີກວ່າ ສູງສຸດ ຄຣູຄົນນຶ່ງ ສອນບໍ່ເກີນ 30 ຄົນ ແຕ່ວ່າມັນເປັນໄປບໍ່ໄດ້ ຍ້ອນວ່າ ສະພາບຕົວຈິງ ແມ່ນຂາດຄຣູ ໂດຍສະ -ເພາະ ໃນເຂດຊົນນະບົດ. ດັ່ງທ່ານກ່າວວ່າ:
"ທັມມະດາຄູຜູ້ນຶ່ງ ເດັກສາມສິບ ສາມສິບສີ່ ຄົນເດ່ເນາະ ແຕ່ວ່າມັນເປັນໄປບໍ່ໄດ້ ຍ້ອນວ່າມັນ ຢູ່ໃນເຂດຫ່າງໄກ ສອກຫລີກ ແລ້ວກໍບ້ານ ນ້ອຍຫັ້ນ ນະເນາະ ມັນກໍນັກຮຽນ ມັນກໍຈະບໍ່ຮອດ ນັກຮຽນກໍອາດຈະບໍ່ຮອດ ແຕ່ວ່າເຮົາຈະບໍ່ເຮັດໂຮງຮຽນ ມັນກໍຈຳເປັນເນາະ ເວົ້າເລື້ອງ ການສຶກສາເນາະ ຕ້ອງທຸກຄົນ ຕ້ອງຮຽນ ມັນກໍຈຳເປັນເນາະ ເວົ້າເລື້ອງ ການສຶກສາເນາະ ຕ້ອງທຸກຄົນ ຕ້ອງໄດ້ຮຽນ ຈຳເປັນຕ້ອງສ້າງ ໃຫ້ແລ້ວ ຄູກໍຕ້ອງມາ ປະກອບແລ້ວ ນັກຮຽນ ກໍຕ້ອງໄດ້ ປະກອບຫັ້ນນະ".
ເຈົ້າໜ້າທີ່ ກ່າວຕື່ມອີກວ່າ ການຂາດຄຣູສອນນັ້ນ ເຮັດໃຫ້ມີຜົນ ຕໍ່ການຮຽນການສອນ ຊຶ່ງ ຄຣູຈະບໍ່ສາມາດ ເອົາໃຈໃສ່ເດັກນ້ອຍ ໃນຊັ້ນ ຮຽນຕ່າງໆ ໄດ້ໝົດທຸກຄົນ ແລະ ສະເພາະຢູ່ແຂວງຫົວພັນ ເດັກນ້ອຍ ຍັງມີບັນຫາ ເລື້ອງການຮຽນ ພາສາລາວ ຫລາຍທີ່ສຸດ.