ວິສະວະກອນໄທ ຂັງຢູ່ລາວປີປາຍ ​ຍັງບໍ່ຖືກປ່ອຍໂຕ

ຈຳ​ປາ​ທອງ
2019.12.05
F-191205-Thai-engineer Peter Law
Peter Law

ທ້າວ ກິດ​ຕິ​ເດດ ລັດ​ລິ ວິ​ສະ​ວະ​ກອນ​ໄທ ທີ່​ຖືກທາງ​ການ​ລາວ ຈັບມາ​ຕັ້ງ​ແຕ່​ ມື້​ວັນ​ທີ 20 ຕຸ​ລາ 2018 ​ໃນ​ຂໍ້​ຫາ​ສໍ້​ໂກງ ແລະ ​ຖືກ​ຂັງ​ ຢູ່​ຄ້າຍ​ຄຸມ​ຂັງ​ ໂພນ​ຕ້ອງ ນະ​ຄອນ​ຫຼວງວຽງ​ຈັນ ມາ​ໄດ້ 1 ປີປາຍ​ແລ້ວ ກໍ​ຍັງ​ບໍ່​ໄດ້​ຮັບ​ການ​ປ່ອຍ​ໂຕ ​ກັບ​ປະ​ເທດ​ໄທຍ. ທະ​ນາຍ​ຄວາມ​ໄທຍ ຂອງ​ຜູ້​ກ່ຽວ ໄດ້​ຕິດ​ຕໍ່​ພົວ​ພັນ​ ກັບ​ພາກ​ສ່ວນ​ຕ່າງໆ ຮວມ​ທັງ​ຜ່ານ ​ສະ​ຖານ​ທູ​ຕ​ລາວ, ສະ​ຖານ​ທູດ​ໄທຍ ແລະ​ ໜ່ວຍ​ງານ​ ທີ່​ກ່ຽວ​ຂ້ອງ ​ຂອງ​ລາວຫຼາຍ​ເທື່ອ, ແຕ່​ກໍ​ບໍ່​ໄດ້​ ຮັບ​ຄຳ​ຕອບ. ດັ່ງ​ນັ້ນ, ​ຈຶ່ງ​ຢາກ​ຮຽກ​ຮ້ອງ ໃຫ້ຣັ​ຖ​ບານ​ລາວ ປ່ອຍ​ໂຕ​ຜູ້​ກ່ຽວ ຍ້ອນ​ການ​ກັກ​ຂັງ​ນັ້ນ ​ກາຍ​ກຳ​ນົດ​​ເວ​ລາແລ້ວ, ຕາມ​ຄຳ​ເວົ້າ​ຂອງ​ທ່ານ ປີ​ເຕີ ​ທະ​ນາຍ​ຄວາມ ຂອງ​ທ້າວ ກິດ​ຕິ​ເດດ ລັດ​ລິ ຕໍ່​ ວິ​ທ​ຍຸ​ເອ​ເຊັຽ​ເສ​ຣີ ​ໃນ​ມື້​ວັນ​ທີ 3 ທັນ​ວາ​ ນີ້.

“ທ່ານກ່າວວ່າ ລາວນີ້ແຈ້ງກະຊວງການຕ່າງປະເທດໄທວ່າ ລາວເຂົາມີອຳນາດກັກຂັງທ້າວ ກິດຕິເດດ ແຕ່ 1 ປີ, ເມື່ອຄົບ 1 ປີແລ້ວ ຖ້າສືບສວນແລ້ວ ບໍ່ມີຄວາມຜິດ ກໍຕ້ອງປ່ອຍ, ສອບສວນບໍ່ແລ້ວ ກໍຕ້ອງປ່ອຍ, ເຮົາຈຶ່ງຮຽກຮ້ອງວ່າ ເມື່ອກັຂັງເກີນ 1 ປີແລ້ວນີ້ ເປັນຍັງຈຶ່ງຍັງບໍ່ປ່ອຍ? ແລະ ​​ໄດ້ຮ້ອງຂໍຄວາມເປັນທັມ ຈາກທຸກໜ່ວຍງານໃນລາວ ເກືອບຫົກສິບສະບັບແລ້ວ ມັນຫຼາຍ, ແຕ່ບໍ່ໄດ້ຮັບການຕອບຮັບ ຈາກລາວ ຫ​ຍັງເລີຍວ່າ ເພາະຍັງ?”

ທ່ານ​ກ່າວ​ຕື່ມ​ວ່າ ທ້າວ ກິດ​ຕິ​ເດດ ຖືກ​ເຈົ້າ​ໜ້າ​ທີ່​ຕຳ​ຣວດ ກວດ​ຄົນ​ເຂົ້າ​ເມືອງ ​ຂອງ​ລາວ ຈັບ​ມາ​ຕັ້ງ​ແຕ່​ ມື້​ວັນ​ທີ 20 ຕຸ​ລາ ​ປີ​ກາຍ, ໂດຍບໍ່​ມີ​ ການ​ແຈ້ງ​ຂໍ້​ກ່າວ​ຫາ ​ວ່າກະ​ທຳ​ຜິດ​ຫ​ຍັງ​ແທ້. ແຕ່​ມາ​ຮອດ ​ວັນ​ທີ 26 ຂອງ​ເດືອນ​ດຽວ​ກັນ, ທະ​ນາຍ​ຄວາມ ​ຂອງ​ທ້າວ ກິດ​ຕິ​ເດດ ໄດ້​ຮັບ​ແຈ້ງ​ການ​ວ່າ ສໍ້​ໂກງ, ເຊິ່ງ​ແມ່ນ​ບໍ​ຣິ​ສັດ ​ຫົງ​ຊັພ​ທະ​ວີ ທີ່​ເປັນ​ບໍ​ຣິ​ສັດ ​ຮັບ​ເໝົາກໍ່​ສ້າງ ທີ່ທ້າວ ກິດ​ຕິ​ເດດ ເຮັດ​ວຽກ​ນຳ ແຈ້ງ​ຂໍ້​ຫາ​ເອົາ​ຜິດ ດັ່ງ​ທີ່​ທ່ານ ​ກ່າວ​ວ່າ:

ທ່ານກ່າວວ່າ ທ້າວ ກິດຕິເດດ ນີ້ ເປັນວິສາວະກອນ ເຂົາໄດ້ຮັບການຕິດຕໍ່ຈາກປະທານບໍຣິສັດ ຫົງຊັທະວີ ໃຫ້ໄປອອກແບບ ກັບໂຄງການ ຂອງເຂົາ. ມື້ທຳອິດທີ່ຖືກຈັບ ວັນທີ 20 ຕຸລາ 2018 ບໍຣິສັດເຂົາແຈ້ງຂໍ້ຫາວ່າ ສໍ້ໂກງ ແລ້ວເຮົາກໍເລີຍບອກວ່າ ຖ້າເປັນບັນຫາສໍ້ໂກງ ກໍວ່າກັນໄປຕາມຂະບວນການຂອງລາວ.”

ກ່ຽວ​ກັບ​ເຣື້ອງ​ທີ່​ວ່າ​ນີ້, ວິ​ທ​ຍຸ​ເອ​ເຊັຽເສ​ຣີ ໄດ້​ພະ​ຍາ​ຍາມ​ຕິດ​ຕໍ່​ ໄປ​ຍັງອົງ​ການ​ອັຍ​ການ ​ຂອງ​ລາວ, ແຕ່​ບໍ່​ສາ​ມາດ​ຕິດ​ຕໍ່​ໄດ້ ແລະ​ ເມື່ອ​ຖາມ​ໄປ​ຍັງ​ສານ​ຂອງ​ລາວ, ໄດ້ຮັບ​ຄຳ​ຕອບໜ້ອຍ​ນຶ່ງວ່າ ກໍ​ຣະ​ນີ​ຄ​ດີ​ທ້າວ ກິດ​ຕິ​ເດດ ຍັງ​ບໍ່​ໄດ້​ຂຶ້ນ​ສານ ແລະ ​ກໍ​ບໍ່​ຮູ້​ຈັກ ດັ່ງ​ທີ່​ທ່ານ​ກ່າວ​ວ່າ:

ໂອໂຕນີ້ບໍ່ຮູ້ນ່າເດີ​ ຍັງ​ບໍ່​ຮູ້. ບໍ່​ຮູ້​ຈັກ​ນ່າ​ເດີ້. ບໍ່ຮູ້ຈັກນ່າ.”

ພ້ອມ​ກັນ​ນັ້ນ, ​ວິ​ທ​ຍຸ​ເອ​ເຊັຽເສ​ຣີ ກໍ​ພະ​ຍາ​ຍາມ ​ຕິດ​ຕໍ່​ໄປ​ຍັງ ​ສະ​ຖານ​ທູຕ​ໄທຍ ປະ​ຈຳ​ລາວ, ແຕ່​​ບໍ່​ໄດ້​ຮັບ​ຄຳ​ຕອບ.

ຂ່າວ​ວ່າ ໃນ​ໄລ​ຍະ​ທີ່​ຜ່ານ​ມາ ທ້າວ ກິດ​ຕິ​ເດດ ບໍ່​ໄດ້​ຮັບ​ຄວາມ​ເປັນ​ທັມ ໃນ​ການ​ດຳ​ເນີນ​ຄດີ​ຢູ່​ທຸກ​ຂັ້ນ​ຕອນ ຂອງ​ຕຳ​ຣວດ ແລະ​ ອັຍ​ການ. ຫຼັງຈາກ​ມີ​ແຈ້ງ​ການ ​​ກ່ຽວ​ກັບ ຂໍ້​ຫາ​ສໍ້​ໂກງ​ແລ້ວ, ກໍ​ໄດ້​ມີ​ການ​ ສືບ​ສວນສອບ​ສວນ ​ນານກວ່າ 11 ເດືອນ, ແຕ່ບໍ່​ສາ​ມາດ​ ເອົາ​ຜິດຜູ້​ກ່ຽວ​ໄດ້ ຍ້ອນ​ພະ​ຍານ ຫຼັກ​ຖານບໍ່​ພຽງ​ພໍ. ຕໍ່​ມາ ​ທະນາຍຄວາມ ​ຂອງທ້າວ ກິດ​ຕິ​ເດດ ໄດ້​ຂໍ​ຄວາມ​ຊ່ອຍ​ເຫຼືອ ຈາກ​ສື່ມວນ​ຊົນ ແລະ ເມື່ອ​ວັນ​ທີ 1 ກັນ​ຍາ ທີ່​​ຜ່ານ​ມາ​ນີ້, ອັຍ​ການ​ ໄດ້​ປ່ຽນ​ຂໍ້​ຫາ​ໃໝ່ ເປັນ​ຂໍ້​ຫາ​ເລີ່ນເລີ້​ ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່, ແລ້ວ​ຟ້າວ​ ສົ່ງ​ຟ້ອງ​ຂຶ້ນ​ສານ, ແຕ່​ສານ ບໍ່​​ຮັບ​ພິ​ຈາ​ຣະ​ນາ. ດັ່ງ​ນັ້ນ, ຈຶ່ງ​ເຮັດ​ໃຫ້​ຄ​ດີດັ່ງ​ກ່າວ ​ຍືດ​ເຍື້ອ​ ມາ​ຮອດ​ທຸກ​ມື້​ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.