ໂຄງການຣົດໄຟຄັດເອົາ ຄົນລາວ ໄປຝຶກງານ

0:00 / 0:00

ບໍຣິສັດທາງຣົດໄຟ ລາວ-ຈີນ ຈຳກັດ ເຣີ້ມການຄັດເລືອກຄົນລາວ ທີ່ສມັກເຮັດວຽກກັບທາງບໍຣິສັດ ເພື່ອຄັດເລືອກຊາວໜຸ່ມຈຳນວນ 300 ຄົນໄປຝຶກອົບຮົມ ວິຊາສະເພາະດ້ານຣົດໄຟ ທີ່ປະເທດຈີນ. ເມື່ອວັນທີ 28 ພຶສພາ ຜ່ານມາໄດ້ຈັດການສັມພາດ ຢູ່ນະຄອນຫຼວງວຽງຈັນ ແລະ ວັນທີ 01 ມິຖຸນາ ຢູ່ແຂວງຫຼວງພຣະບາງ ແຕ່ຍັງບໍ່ທັນ ກຳນົດວ່າຈະປະກາດຜົລມື້ໃດ. ດັ່ງເຈົ້າໜ້າທີ່ ບໍຣິສັດທາງຣົດໄຟ ລາວ-ຈີນ ຈຳກັດ ກ່າວຕໍ່ເອເຊັຽເສຣີ ໃນວັນທີ 01 ມິຖຸນາ ວ່າ.

"ເພິ່ນເອີ້ນສັມພາດແລ້ວເຈົ້າ ຕອນນີ້ແມ່ນເຮົາກຳລັງສັມພາດ ຢູ່ ຫລວງພຣະບາງເຈົ້າ ຢູ່ຫລວງພຣະບາງແມ່ນແລ້ວ ມື້ນີ້ໂຕນີ້ຍັງບໍ່ຮູ້ຣາຍ ຣະອຽດເທື່ອນ່າ ເຈົ້າ ເພິ່ນຊິປະກາດ."

ເຈົ້າໜ້າທີ່ກ່າວຕື່ມວ່າ ໃນເບື້ອງຕົ້ນທາງບໍຣິສັດໄດ້ເລືອກສັມພາດ ເອົາສະເພາະແຕ່ຜູ້ທີ່ ມີຄຸນນະສົມບັດເໝາະສົມເທົ່ານັ້ນ ແລະ ເມື່ອທາງ ບໍຣິສັດໄດ້ປະກາດຣາຍຊື່ ຜູ້ທີ່ຜ່ານການສັມພາດຈຳນວນ 300 ຄົນ ແລ້ວກໍຈະສົ່ງ ພະນັກງານທັງ 300 ຄົນນັ້ນໄປຝືກອົບຮົມວິຊາສະເພາະ ດ້ານຣົດໄຟ ຢູ່ປະເທດຈີິນ ແຕ່ຍັງບໍ່ສາມາດຊີ້ແຈງ ຈະສົ່ງຊາວໜຸ່ມ ດັ່ງກ່າວເດີນທາງໄປ ຈີນ ໃນມື້ໃດແທ້ ຕ້ອງລໍຖ້າ ໃຫ້ທງຄະນະຜູ້ ບໍຣິຫານ ມີການຫາລື ກັນຕື່ມ.

ກ່ຽວກັບເຣື່ອງນີ້ຊາວໜຸ່ມຄົນນຶ່ງ ຢູ່ນະຄອນຫລວງວຽງຈັນ ທີ່ຫາກໍໄປສັມພາດວຽກກັບ ບໍຣິສັດ ທາງຣົດໄຟລາວ-ຈີນ ຈຳກັດກ່າວວ່າຕົນ ຮູ້ສຶກບໍ່ໝັ້ນໃຈປານໃດຍ້ອນຄຳຖາມ ສັມພາດຍາກຫຼາຍຕ້ອງມີຄວາມຮູ້ ເຣື່ອງຣົດໄຟພໍສົມຄວນຈື່ງຈະຕອບໄດ້ ແລະ ຕ້ອງສັມພາດເປັນ ພາສາຈີນ ເທົ່ານັ້ນ.

"ການສັມພາດຄັ້ງທຳອິດ ເຮົາຈະຮູ້ສຶກຕື້ນເຕັ້ນ ບໍ່ຮູ້ວ່າຊິແກ້ໄຂບັນຫາ ຈັ່ງໃດໃນເວລາສັມພາດ ກະເລີຍບໍ່ດີໃຈເທົ່າທີ່ຄວນ ເພາະວ່າເຮົານ່າ ຮຽນສາຍນີ້ ມາໂດຍຕົງ ເພີ່ນຈີ້ເຮົາຫລາຍເກີນໄປ ຫັ້ນນ່າ, ເຮົາກະບໍ່ ສາມາດຕອບເພິ່ນໄດ້ເຕັມທີ່ ຄືກັນເພາະວ່າພາສາຈີນ ກະຍາກແນ່ ວ່າເອີຊີຕອບເພິ່ນຈັ່ງໃດ ໃຫ້ຖືກຕາມເປົ້າໝາຍ ເພິ່ນບໍ່ຫລືວ່າ ບາງທີຄົນຈີນ ເພິ່ນເວົ້າເພິ່ນກະເວົ້າໄວ ເຮົາກະຟັງບໍ່ເຂົ້າໃຈ."

ໃນຂນະດຽວກັນ ກໍມີຊາວໜຸ່ມຈຳນວນຫລາຍ ທີ່ຍື່ນໃບສມັກກັບທາງບໍຣິສັດ ແຕ່ພັດບໍ່ຖືກເອີ້ນ ໄປສັມພາດເຊິ່ງສ່ວນຫລາຍ ກໍ່ຮູ້ສຶກເສັຍໃຈ ທີ່ບໍ່ຖືກເອີ້ນໄປສັມພາດ. ດັ່ງຊາວໜຸ່ມແຂວງ ຫລວງພຣະບາງ ໄດ້ກ່າວວ່າ:

"ຂ້ອຍສົ່ງເອກກະສານໄປໝົດແລ້ວ ເຂົາບໍ່ໂທມາ ບໍ່ໄດ້ຍິນເຂົາຕິດຕໍ່ມາ ບໍ່ເຫັນເຂົາຕິດຕໍ່ມາເລີຍ ບໍ່ຮູ້ວ່າເປັນຫຍັງເຂົາບໍ່ເອີ້ນໄປສັມພາດນ່າ ບາງທີ່ ເຂົາຊິເອົາເອກກະສານໄປໄວ້ ບ່ອນອື່ນມີແຕ່ໄປຊອກ ເອກກະສານຊື່ໆ ເຂົາບໍ່ມີແບບຟອມໃຫ້."

ທາງຊາວໜຸ່ມແຂວງວຽງຈັນ ກໍ່ໄດ້ກ່າວໃນລັກສນະດຽວກັນ ໂດຍບໍ່ໄດ້ຖືກຕິດຕໍ່ໄປສັມພາດ ທັງທີ່ກ່ອນໜ້ານີ້ເຈົ້າໜ້າທີ່ ບໍຣິສັດໄດ້ແຈ້ງວ່າຊິ ຕິດຕໍ່ໄປສັມພາດທາງຣະບົບ ອອນລາຍແຕ່ກໍມິດງຽບ.

"ບໍຣິສັດທາງຣົດໄຟ ນີ້ເພິ່ນບອກໃຫ້ໄປສັມພາດ ແຕ່ວ່າເພິ່ນບອກວ່າໃຫ້ ສັມພາດອອນລາຍ ເພິ່ນໂທວ່າພະນັກງານ ຊິຕິດຕໍ່ມາຫາຫັ້ນນ່າ ຖືວ່ານ້ອງ ຖ້າມາໄດ້ເດືອນນຶ່ງ ແລ້ວເພີ່ນບໍ່ໄດ້ໂທມາ."

ສຳລັບການຮັບສມັກແລະສັມພາດ ພະນັກງານຂອງບໍຣິສັດ ດັ່ງກ່າວເພື່ອສົ່ງໄປຝຶກອົບຮົມ ດ້ານວິຊາສະເພາະ ໂຄງການຣົດໄຟຢູ່ຈີນຈະແບ່ງ ອອກເປັນສາມໄລຍະ. ໄລຍະທຳອິດຄັດເລືອກເອົາຈຳນວນ 300ຄົນ ເຊິ່ງຈະຖືກສົ່ງໄປຝຶກອົບຮົມ ວຽກກ່ຽວກັບ ພະນັກງານຂັບຣົດໄຟ, ຜູ້ບັນຊາການເດີນຣົດໄຟ, ຂົນສົ່ງໂດຍສານ, ການບໍຣິການຜູ້ໂດຍສານ, ການຂົນສົ່ງສີນຄ້າ, ສ້ອມແປງຫົວຣົດຈັກ ແລະ ຂແນງການອື່ນໆ ທີ່ເມືອງຄຸນໝີງປະເທດຈີນ ເປັນເວລາ 14 ຫາ 18 ເດືອນ.

ເມື່ອສຳເຣັດການຝຶກອົບຮົມ ແລະຜ່ານການປະເມີນແລ້ວກໍຈະໄດ້ຮັບການບັນຈຸ ເປັນພະນັກງານ ບໍຣິສັດທາງຣົດໄຟ ລາວ-ຈີນ ຈຳກັດ ເພື່ອເຮັດວຽກ ຕາມເສັ້ນທາງຣົດໄຟ ແລະ ສະຖານີຣົດໄຟ ແຕ່ລະແຫ່ງໃນລາວ ເຊິ່ງມີກຳນົດເປີດໃຊ້ ໃນທ້າຍປີ 2021 ສ່ວນໃນອີກ 02 ໄລຍະ ທີ່ເຫລືອຍັງບໍ່ທັນໄດ້ ປະກາດອອກມາເທືອ.

ມາຮອດປັດຈຸບັນໂຄງການສ້າງທາງຣົດໄຟ ລາວ-ຈີນ ຢູ່ລາວ ມີຄວາມຄືບໜ້າແລ້ວ ປະມານ 80% ການກໍ່ສ້າງໃນຫລາຍພື້ນທີ່ ມີຄວາມ ຄືບໜ້າຫລາຍ ແລ້ວເປັນຕົ້ນ ການເຈາະ ອຸໂມງ ການສ້າງຂົວຣົດໄຟ ແລະ ໄດ້ເຣີ້ມລົງມືວາງລາງຣົດໄຟ ພ້ອມທັງໄດ້ທົດລອງການ ແລ່ນໄລຍະສັ້ນ ຢູ່ແຂວງວຽງຈັນ.