ຫຼາຍປັດຈັຍ ກະທົບ ແຜນພັທນາ ເສຖກິຈ-ສັງຄົມລາວ

ທ້ອງ​ຖ​ນົນ ໃນ​ເຂດ​ແຄມ​ຂອງ ບ້ານ​ທ່າ​ວັດ​ຈັນ, ເມືອ​ງ​ຈັນ​ທະ​ບູ​ຣີ ນະ​ຄອນຫຼວງວຽງ​ຈັນ (ຮູບ​ຖ່າຍ​ເມື່ອ ​ເດືອນ​ກໍ​ຣະ​ກະ​ດາ 2018)
ທ້ອງ​ຖ​ນົນ ໃນ​ເຂດ​ແຄມ​ຂອງ ບ້ານ​ທ່າ​ວັດ​ຈັນ, ເມືອ​ງ​ຈັນ​ທະ​ບູ​ຣີ ນະ​ຄອນຫຼວງວຽງ​ຈັນ (ຮູບ​ຖ່າຍ​ເມື່ອ ​ເດືອນ​ກໍ​ຣະ​ກະ​ດາ 2018) (RFA/PV)

0:00 / 0:00

ໃນ​ມື້​ທຳ​ອິດ ​ຂອງກອງ​ປະ​ຊຸມ ​ສ​ະ​ພາ​ແຫ່ງ​ຊາ​ຕ​ລາວ ສ​ມັຍ​ສາ​ມັນ​ເທື່ອ​ທີ 8 ຂອງ​ສະ​ພາ​ແຫ່ງ​ຊາ​ຕ​ ຊຸດ​ທີ 8 ທີ່​ຫາ​ກໍ​ປິດ​ລົງ​ໄປ​, ທ່ານ ສອນໄຊ ສີພັນດອນ, ຮອງນາຍົກຣັຖມົນຕຣີ ແລະ ຣັຖມົນຕຣີ ກະຊວງ ແຜນການ ແລະ ການລົງທຶນ ໄດ້ຣາຍງານ ຕໍ່ກອງປະຊຸມ ຢ່າງຍືດ​ເຍື້ອ ​ພໍ​ສົມ​ຄວນ ກ່ຽວ​ກັບ ຫຼາ​ຍ​ບັນ​ຫາ ທີ່​ພົ້ນ​ເດັ່ນ ໃນ​ການຈັດ​ຕັ້ງ ​ປະ​ຕິ​ບັດ ​ແຜນ​ພັ​ທ​ນາ ​ເສ​ຖ​ກິ​ຈ-ສັງ​ຄົມ ຕລອດປີ 2019 ນີ້ວ່າ ປະເທດລາວ ປະເຊີນບັນຫາ ຫຼາຍຢ່າງ ທີ່ພາໃຫ້ ການພັທນາ ເສຖກິຈ-ສັງ​ຄົມ ໃນປະເທດ ເກີດຄວາມຫຍຸ້ງຍາກ ແລະ ກະທົບ ຕໍ່ການດໍາຣົງຊີວິດ ຂອງປະຊາຊົນ ຫຼາຍຢ່າງ, ດັ່ງທ່ານ ກ່າວໃນຕອນນຶ່ງວ່າ:

“ສະພາບ ພາຍໃນປະເທດ ພວກເຮົາ ປະ​ເຊີນ​ກັບ ຄວາມຫຍຸ້ງຍາກ ຫຼາຍປະການ. ເສຖກິຈ ມະຫາພາກ ແມ່ນ​ຖືກ​ກົດ​ດັນ ຈາກ​ການ​ຂາດ​ດຸ​ນ ງົບ​ປະ​ມານ, ການ​ຂາດ​ດຸນ​ຊຳ​ລະ​ ກັບ​ຕ່າງ​ປະ​ເທດ. ຄັງສໍາຮອງ ເງິນຕຣາ ຕ່າງປະເທດ ກໍຕໍ່າ ເຮັດໃຫ້ ຄ່າເງິນກີບ ອ່ອນຄ່າລົງ, ເຊິ່ງ​ໄດ້​ກະ​ທົບ​ໃສ່ ລາ​ຄາ​ສິນ​ຄ້າ ແລະ ການ​ບໍ​ຣິ​ການ ພາຍ​ໃນ​ປະ​ເທດ ກໍ​ຄືຄ່າຄອງຊີບ ຂອງປະຊາຊົນ ສູງຂຶ້ນ.”

ທ່ານກ່າວ​ຕື່ມວ່າ ບັນຫາຕ່າງໆ ທີ່ເກີດຂຶ້ນ ຕລອດປີ 2019 ນີ້, ຣັຖບານລາວ ຕ້ອງໄດ້ໃຊ້ ງົບປະມານ ຫຼວງຫຼາຍ ເພື່ອແກ້ໄຂ ບໍ່ໃຫ້ເກີດ ຜົລກະທົບ ໄລຍະຍາວ, ແຕ່ຫຼາຍບັນຫາ ກໍຍັງແກ້ໄຂ ບໍ່ທັນສໍາເຣັຈ ເທື່ອ. ເປັນຕົ້ນ, ການແກ້ໄຂ ບັນຫາ ທີ່ເກີດຈາກ ພັຍແຫ້ງແລ້ງ, ຈາກພະຍາດ ອະຫິວາ ໝູອາຟ​ຣິກາ, ການຊ່ອຍເຫຼືອ ຜູ້ປະສົພ ພັຍນໍ້າຖ້ວມ 6 ແຂວງພາກໃຕ້ ແລະ ບັນຫາອື່ນໆ.

“ນອກ​ຈາກນັ້ນ, ພັຍ​ທັມ​ຊາດ ກໍ​ເກີດ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ເຊັ່ນ: ບົ້ງ​ຝູງ​ສາ​ລີ ຢູ່​ບັນ​ດາ​ແຂວງ​ພາກ​ເໜືອ, ພະ​ຍາດ​ອະ​ຫິ​ວາ ໝູ​ອາ​ຟ​ຣິ​ກາ ຢູ່ຫຼາຍ​ແຂວງ​ໃນ​ທົ່ວ​ປະ​ເທດ, ໄຂ້​ຍຸງ​ລາຍ ຣະ​ບາດ​ແຮງ, ແລະ ໃນ​ທ້າຍ​ຣະ​ດູ​ຝົນ ກໍ​ເກີ​ດ​ອຸ​ທົກ​ກະ​ພັຍ-ນ້ຳ​ຖ້ວມ ແລະ ພັຍ​ແລ້ງ ຢູ່ 13 ແຂວງ. ໜັກ​ທີ່​ສຸດ ​ລະ​ແມ່ນ​ ໃນ​ໄລ​ຍະ​ທ້າຍ​ ເດືອນ​ສິງຫາ ຫາ ຕົ້ນ​ກັນ​ຍາ ນ້ຳ​ຖ້ວມ​ຢູ່ 6 ແຂວງ​ພາກ​ກາງ ແລະ ພາ​ກ​ໃຕ້.”

ແນ່ນອນ, ບັນ​ຫາ​ ທີ່​ກ່າວ​ມາ ​ຂ້າງ​ເທິງນັ້ນ ລ້ວນ​ແຕ່​ເປັນ ​ອຸ​ປະ​ສັກ ​ໃຫ້​ແກ່​ຣັ​ຖ​ບານ ໃນ​ການ​ຈັດ​ຕັ້ງ ປະ​ຕິ​ບັດ ແຜນ​ພັ​ທ​ນາ ​ເສ​ຖ​ກິ​ຈ-ສັງ​ຄົມ ໃຫ້​ບັນ​ລຸ​ຜົ​ລ.

“ຕໍ່​ສະ​ພາບ​ ຄວາມ​ຫ​ຍຸ້ງ​ຍາກ ທັງ​ພາຍ​ໃນ ແລະ ​ທາງນອກ ທີ່​ໄດ້​ກ່າວ​ມາ ​ຂ້າງ​ເທິງນັ້ນ, ມັນ​ໄດ້​ສົ່ງ​ ຜົ​ລ​ກະ​ທົບ ທາງ​ກົງ ແລະ ທາງ​ອ້ອມ ຕໍ່​ການ​ຈັດ​ຕັ້ງ ​ປະ​ຕິ​ບັດ ແຜ​ນ​ພັ​ທ​ນາ ​ເສ​ຖ​ກິ​ຈ-ສັງ​ຄົມ 2019 ຢ່າງຫຼີກ​ລ້ຽງ​ບໍ່​ໄດ້.”

ບັນຫາ ຫຼາຍຢ່າງ ທີ່ເກີດຂຶ້ນ ໃນ​ປີນີ້, ຖືວ່າເປັນ ສິ່ງທີ່ທ້າທາຍ ແລະ ແກ້ໄຂ ຫຍຸ້ງຍາກ ຕ້ອງໃຊ້ບຸຄລາກອນ ທີ່ມີ ຄວາມສາມາດ ແລະ ງົບປະມານ ຫຼວງຫຼາຍ ກ່ອນຈະແກ້ໄຂ ໄດ້ສໍາເຣັຈ ຕາມເປົ້າໝາຍ.

ໃນຂນະດຽວກັນ ທ່ານກໍຊີ້​ແຈງວ່າ ຣາຍຮັບງົບປະມານ ແຫ່ງຣັຖ ໝົດປີ 2019 ນີ້, ຢູ່ທີ່ 25,744 ຕື້ກີບ, ສ່ວນຣາຍຈ່າຍ ສູງເຖິງ 33,297 ຕື້ກີບ ເຮັດໃຫ້ ງົບປະມານ ແຫ່ງຣັຖ ຂາດດຸນ 7,553 ຕື້ກີບ. ສະນັ້ນ, ເພື່ອຮັກສາ ສະຖຽນຣະພາບ ດ້ານການເງິນ ໃຫ້ໝັ້ນຄົງ, ໃນປີ 2020 ຣັຖບານ ຈໍາເປັນຕ້ອງ ເຂັ້ມງວດ ໃນການ ໃຊ້ຈ່າຍເງິນ, ທ່ານ​ ສອນ​ໄຊ ກ່າວ.

ໃນ​ມື້​ດຽວ​ກັນ​ນັ້ນ, ທ່ານ​ ທອງ​ລຸນ ສີ​ສຸ​ລິດ, ນາ​ຍົກ​ຣັ​ຖ​ມົນ​ຕ​ຣີ ກໍ​ໄດ້​ຣາຍ​ງານ​ ຕໍ່​ກອງ​ປະ​ຊຸມ ​ສະ​ພາ​ແຫ່ງ​ຊາ​ຕ​ລາວ ເຖິງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ແຜນ​ພັ​ທ​ນາ ​ເສ​ຖ​ກິ​ຈ​-ສັງ​ຄົມ ປີ 2019 ເຊັ່ນ​ກັນ, ເຊິ່ງ​ທ່ານໄດ້​ກ່າວ​ ​ຢ່າງ​ຍືດ​ຍາວ ເຖິງ​ບັນ​ດາ ​ຄາດ​ໝາຍ ​ທີ່​ຣັ​ຖ​ບານ ແລະ ສະ​ພາ​ແຫ່ງ​ຊາ​ຕ ຮ່ວມ​ກັນ​ວາງ​ອອກ ວ່າ ສາ​ມາດ​ຈັດ​ຕັ້ງ ​ປະ​ຕິ​ບັດ ແລະ ບັນ​ລຸ​ຄາດ​ໝາຍ ໄດ້ຫຼາຍ​ໜ້ອຍ​ສ່ຳ​ໃດ. ໃນ​ບາງ​ຕອນ ທ່າ​ນ​ໄດ້​ກ່າວ​ເຖິງ ຄາດ​ໝາຍ​ ການ​ດຶງ​ດູດ​ ນັກ​ທ່ອງ​ທ່ຽວ ວ່າ ການ​ດຶງ​ດູດ​ ນັກ​ທ່ອງ​ທ່ຽວ ​ເຂົ້າ​ມາ​ລາວ ຍັງ​ມີຫຼາຍ​ປັດຈັຍ ທີ່​ເປັນ​ອຸ​ປະ​ສັກ ແລະ ເຮັດ​ໃຫ້ ​ເປົ້າ​ໝາຍ​ ທີ່​ວາງ​ໄວ້ ຍັງ​ບໍ່​ບັນ​ລຸ​ຜົ​ລ.

“2 ປີ​ລຽນ​ຕິດ ພວກ​ເຮົາ​ສົ່ງ​ເສີມ ​ການ​ທ່ອງທ່ຽວ ປະ​ເທດ ​ຂອງ​ພວກ​ເຮົາ. ປີນີ້, ສົ່ງ​ເສີມ​ ການ​ທ່ອງ​ທ່ຽວ ​ລາ​ວ-ຈີນ, ປີ​ຜ່ານ​ມານັ້ນ ເຮົາ​ເປີດ​ ການ​ທ່ອງ​ທ່ຽວ ປີ​ທ່ອງ​ທ່ຽວ​ ຂອງ​ລາວ, ແຕ່​ວ່າ​ໂຕ​ເລ​ຂ ກໍ​ເພີ້ມ​ຂຶ້ນ​ຢູ່, ແຕ່ບໍ່​ທັນ​ໄດ້​ ຕາມ​ຈິ​ຕ​ໃຈ​ພວກ​ເຮົາ ຄາດ​ວ່າ ​ຈະ​ໄດ້​ທໍ່​ນັ້ນ ທໍ່​ນີ້ ມັນ​ບໍ່​ທັນ​ໄດ້. ກະ​ຍ້ອນ​ມີຫຼາຍ​ເຫ​ຕ​ຜົ​ລ ຄື​ບັນ​ດາ​ທ່ານ ​ຮູ້​ຫັ້ນ​ແຫຼະ. ແນ່ນອນ​ວ່າ ສົ່ງ​ເສີມ ​ການ​ທ່ອງ​ທ່ຽວ​ ຢູ່​ປະ​ເທດ​ນຶ່ງ ມັນ​ຕ້ອງ​ມີຫຼາຍ​ສິ່ງ ຫຼາຍ​ຢ່າງ​ ທີ່​ສຸດ ທີ່​ເປັນ​ໂຄງ​ປະ​ກອບ ເປັນ​ສ່ວນ​ປະ​ກອບ​ ໃຫ້​ດຶງ​ດູດ ​ການ​ທ່ອງ​ທ່ຽວ ຂອງ​ຕ່າງ​ປະ​ເທດ ຫຼື​ວ່າ ສົ່ງ​ເສີມ ​ການ​ທ່ອງ​ທ່ຽວ​ ຢູ່​ພາຍ​ໃນ ​ຂອງ​ພວກ​ເຮົາ. ແຕ່​ວ່າ​ບັນ​ດາ ​ໂຄງ​ປະ​ກອບ ​ເຫຼົ່​ານັ້ນ, ພວກ​ເຮົາ​ກະ​ບໍ່​ທັນ ​ພຽງ​ພໍ ເທົ່າ​ທີ່​ຄວນ, ເປັນ​ຕົ້ນ​ແມ່ນ ຖ​ນົນ​ຫົນ​ທາງ, ລາ​ຄາ​ສິນ​ຄ້າ, ການ​ອຳ​ນວຍ ​ຄວາມ​ສະ​ດວກ ຫຼື​ວ່າ ແຫຼ່ງ​ທ່ອງ​ທ່​ຽວ ຂອງ​ພວກ​ເຮົາ ກໍ​ບໍ່​ທັນ​ໄດ້ ​ພຽງ​ພໍ ​ເທົ່າ​ທີ່​ຄວນ ທີ່​ເປັນ​ສິ່ງ ​ຕອບ​ສນອງ ໃຫ້​ນັກ​ທ່ອງ​ທ່ຽວ ມາ​ແລ້ວ​ຢາກ​ມາ​ອີກ.”

ເຖິງວ່າ ການປັບປຸງ ແລະ ສົ່ງເສີມ ການທ່ອງທ່ຽວ ຖືເປັນບູ​ຣິມະສິດ ທີ່ສໍາຄັນ ຂອງຣັຖບານ ທັງໃນປີຜ່ານມາ ແລະ ປີນີ້, ທັງເປັນ ຂແນງເສຖກິຈ ທີ່ປະເທດລາວ ມີ​ຂໍ້​ໄດ້​ປຽບ​ສູງ, ແຕ່ໃນໂຕຈິງ ການທ່ອງທ່ຽວ ຢູ່ປະເທດລາວ ໃນປີນີ້ ກໍຍັງບໍ່ທັນຄຶກຄັກ ແລະ ອາຈບໍ່ບັນລຸ ຕາມຄາດໝາຍ ດຶງ​ດູດ ຈໍານວນ ນັກທ່ອງທ່ຽວ ທີ່ວາງໄວ້ ໃນ​ທີ່​ສຸດ.

ການຂຍາຍໂຕ ຂອງເສຖກິຈ ຫຼື (GDP) ໃນປີ 2019 ບັນລຸພຽງ ປະມານ 6,4% (ຈາກຄາດໝາຍ ແມ່ນ 6,7%) ແລະ ສະເລັ່ຽ ຕໍ່ຫົວຄົນ ບັນລຸ 2,677 ໂດລາສະຫະຣັ​ຖ (ຈາກຄາດໜາຍ ແມ່ນ 2,726 ໂດລາ), ເຊິ່ງສາເຫຕສໍາຄັນ ສ່ວນໜຶ່ງ ແມ່ນຍ້ອນ ເກີດພັຍພິບັດທັມຊາດ, ພະຍາດຣະບາດ ແລະ ພັຍແຫ້ງແລ້ງ. ດັ່ງ​ນັ້ນ, ໃນ​ປີ 2019 ນີ້ ຈຶ່ງ​ເວົ້າ​ໄດ້​ວ່າ ການເຕີບໂຕ ຂອງເສຖກິຈລາວ ຈຶ່ງຢູ່ໃນຈັງຫວະ ທີ່ຊ້າລົງ ກວ່າປີຜ່ານມາ ອັນ​ເປັນ​ໂຕ​ຖ່ວງ​ດຶງ ເຮັດ​ໃຫ້ຫຼາຍ​ຄາດ​ໝາຍ​ ໃນ​ການ​ພັ​ທ​ນາ ​ເສ​ຖ​ກິ​ຈ​-ສັງ​ຄົມ ໂດຍ​ລວມ ບໍ່​ອາ​ຈ​ບັນ​ລຸ​ໄດ້.