ຊາວບ້ານ ຍັງລໍຖ້າໃບຕາດິນ ຈາກ ເຂື່ອນນ້ຳອູ 1
2018.08.06
ຊາວບ້ານ ຫລາຍຄອບຄົວ ໂດຍສະເພາະ ເຂດບ້ານປາກແຈກ, ຫາດຊວາ, ລາດທ່າແຮ ແລະ ບ້ານຫ້ວຍໂລ່ ຍັງລໍຖ້າຮັບໃບຕາດິນ ຂນາດ 15 ຄູນ 20 ແມັດ ຢູ່ ພາຍຫລັງ ທີ່ຕ້ອງໄດ້ໂຍກຍ້າຍ ອອກມາຢູ່ບ້ານໃໝ່ ທີ່ທາງການໄດ້ຈັດສັນ ແລະ ປຸກເຮືອນໃໝ່ ໃຫ້ແລ້ວ ຕັ້ງແຕ່ ປີກາຍ. ແຕ່ເມື່ອບໍ່ດົນມານີ້, ຊາວບ້ານໄດ້ຍິນວ່າສາເຫຕ ທີ່ຍັງບໍ່ໄດ້ຮັບໃບຕາດິນເທື່ອ ກໍຍ້ອນບໍຣິສັດຈີນ Power China ທີ່ເປັນຜູ້ລົງທຶນ ຍັງບໍ່ທັນຈ່າຍເງິນ ຄ່າອອກໃບຕາດິນ ໃຫ້ພາກຣັຖເທື່ອ ຈຶ່ງເຮັດໃຫ້ເຈົ້າໜ້າທີ່ ບໍ່ສາມາດອອກໃບຕາດິນ ໃຫ້ຊາວບ້ານໄດ້, ດັ່ງຊາວບ້ານ ບ້ານຫາດຊວາ ທ່ານນຶ່ງ ໄດ້ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 6 ສິງຫານີ້ວ່າ:
"ຖ້າວ່າ ຈີນຫາກມາຈ່າຍ ແລ້ວພວກຊັພຍາກອນ ຂະເຈົ້າ ຈະມາແບ່ງດິນ ແບ່ງເຂດ ປັນໃຫ້ ແຕ່ລະຫຼັງຄາ, ຕອນ 15 ຄູນ 20 ຂະເຈົ້າ ຈະມາຝັງຫຼັກເຂດໃຫ້ ເປັນແຕ່ລະຄອບຄົວ, ຊັ້ນນ່າໂຕນີ້ນ່າ. ແບ່ງດິນແລ້ວອອກໃບຕາດິນໃຫ້ພ້ອມ, ຫັ້ນນ່າ ແຕ່ລະຄອບຄົວຫັ້ນນ່າ."
ຕໍ່ບັນຫານີ້, ເຈົ້າໜ້າທີ່ ຜແນກຊັພຍາກອນ ທັມມະຊາດແລະສິ່ງແວດລ້ອມ ນະຄອນຫລວງພຣະບາງ ໄດ້ຢືນຢັນ ໃນມື້ດຽວກັນນີ້ວ່າ ສິ່ງທີ່ ຊາວບ້ານໄດ້ຍິນມາ ແມ່ນຄວາມຈິງ, ແຕ່ກໍຕ້ອງໄດ້ລໍຖ້າ ບໍຣິສັດຈີນ ຈ່າຍເງິນກ່ອນ ຈຶ່ງຈະເອົາ ໃບຕາດິນໄປຢາຍ ໃຫ້ກັບຊາວບ້ານໄດ້ ແລະ ກໍມີແຜນໄປແທກ ທີ່ດິນປັນໃຫ້ຊາວບ້ານ ໃນໝູ່ບ້ານ ທີ່ຍັງບໍ່ທັນ ໄດ້ແທກ ນຳດ້ວຍ:
"ຖືວ່າ ເຮັດແລ້ວໝົດລະເນາະ ສຳເຣັດແລ້ວໝົດລະເນາະ ມີແຕ່ວ່າ ເຂົາຈ່າຍເງິນ ກະເອົາ ເມືອຢາຍປະຊາຊົນ ທໍ່ນັ້ນແຫຼະ ເບິ່ງໃບຕາດິນ 2 ບ້ານຫັ້ນເນາະ. 2 ບ້ານໃໝ່ນີ້ເຮົາຍັງບໍ່ທັນໄດ້ເມືອເທື່ອ, ແຕ່ກະໄດ້ລົມກັບນາຍບ້ານໄວ້ແລ້ວ ມີແຜນແລ້ວ, ແຕ່ວ່າເບິ່ງຂະເຈົ້າຈ່າຍເງິນກ່ອນ ເພາະວ່າ ຍັງເວົ້າ ນຳຄນະກັມມະການຂອງແຂວງ ເພິ່ນຊິເອົາແບບໃດແທ້? ວ່າຊັ້ນສາເນາະ."
ທ່ານກ່າວຕື່ມວ່າ ມາເຖິງປະຈຸບັນ, ສາມາດອອກໃບຕາດິນ ໃຫ້ຊາວບ້ານ ໃນເຂດບ້ານປາກແຈກ ແລະ ບ້ານຫ້ວຍໂລ່ ທີ່ຍ້າຍອອກມາ ຢູ່ບ້ານຈັດສັນ ໄດ້ແລ້ວ 200 ປາຍຕອນ ຕັ້ງແຕ່ປີ 2017. ສ່ວນບ້ານອື່ນໆ ທີ່ຍັງເຫຼືອ ກໍຕ້ອງໄດ້ລໍຖ້າ ການແກ້ໄຂໃນຂັ້ນຕໍ່ໄປ.
ເຈົ້າໜ້າທີ່ທ່ານນີ້ ກ່າວມ້ວນທ້າຍວ່າ ສາເຫຕ ທີ່ບໍຣິສັດຈີນ ຍັງບໍ່ທັນຈ່າຍເງິນໃຫ້ກັບພາກຣັຖ ໃນການອອກໃບຕາດິນນັ້ນ ກໍຍ້ອນວ່າ ຍັງບໍ່ທັນ ມີຄວາມເອກກະພາບກັນ ໃນການກຳນົດ ຄ່າອອກໃບຕາດິນ ທີ່ຂັ້ນເມືອງ ແລະ ຂັ້ນແຂວງ ເປັນຜູ້ອອກໃຫ້ຊາວບ້ານ.
ຂັ້ນເມືອງ ໄດ້ອອກໃບຕາດິນໃຫ້ຊາວບ້ານ 200 ປາຍຕອນ ມີມູນຄ່າ ປະມານ 80 ລ້ານກີບ, ໃນຂນະທີ່ ຂັ້ນແຂວງ ອອກໃຫ້ຊາວບ້ານ 100 ປາຍຕອນ, ແຕ່ມີ ມູລຄ່າປະມານ 100 ປາຍລ້ານກີບ.