ຫຼວງພຣະບາງ ຫ້າມຊື້-ຂາຍ ຜລິຕພັນ ຊິ້ນສ່ວນສັດປ່າ
2019.12.23

ທາງການ ແຂວງຫຼວງພຣະບາງ ສັ່ງຫ້າມ ຊື້-ຂາຍ ຜລິຕພັນ ທີ່ເຮັດຈາກ ຊິ້ນສ່ວນ ສັດປ່າ ທີ່ຜິດ ກົດໝາຍ ເຊັ່ນ: ເຮັດມາຈາກ ງາຊ້າງ, ນໍແຮດ, ເຂົາກວາງ, ໜັງສັດ, ແຂ້ວສັດ ແລະ ອື່ນໆ ເປັນຕົ້ນ ແມ່ນ ສາຍແຂນ, ສາຍຄໍ, ອີງຕາມ ຄໍາເວົ້າ ຂອງເຈົ້າໜ້າທີ່ ທ່ອງທ່ຽວ ແຂວງຫຼວງພຣະບາງ ທ່ານນຶ່ງ ຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ່ 23 ທັນວາ ນີ້:
“ເຮົາກໍຈັດ ປະຊຸມ ຮ່ວມກັບ ສະຖານທູຕ ພວກຈີນນະ ກັບ ກົມຄຸ້ມຄອງ ກວດກາ ປ່າໄມ້ ລະກະ ໃຫ້ພວກໄກ້ ພະນັກງານ ນໍາທ່ຽວ ພວກມັກກຸເທດ ນີ້. ຫ້າມ ຊື້-ຂາຍ ສັດປ່າ ບໍ່ໃຫ້ພາ ນັກທ່ອງທ່ຽວ ໄປຊື້-ຂາຍ ສັດປ່ານ່າ. ປະຫຼັກແຂນບໍ, ກໍາລັຍ, ສາຍສ້ອຍ ບໍ ຫຼືວ່າ ແຫວນ ມີຫຍັງນີ້ນ່າ. ກ່ຽວກັບ ຊິ້ນສ່ວນ ສັດປ່າ ນີ້ນ່າ.”
ເຈົ້າໜ້າທີ່ ທ່ານນີ້ ເວົ້າວ່າ ທາງການ ຫຼວງພຣະບາງ ໄດ້ຈັດ ປະຊຸມ ອົບຮົມ ໃຫ້ບັນດາ ຜູ້ນໍາທ່ຽວ ໃນມື້ ວັນທີ 19 ທັນວາ 2019 ເພື່ອບໍ່ໃຫ້ ໄກ້ນໍາທ່ຽວ ພານັກທ່ອງທ່ຽວ ໄປຊື້ ຜລິຕພັນ ຕ່າງໆ ທີ່ເຮັດຈາກ ຊິ້ນສ່ວນ ສັດປ່າ ເດັດຂາດ. ຫາກພົບເຫັນ ຈະຖືກ ດໍາເນີນຄດີ ຕາມກົດໝາຍ ທັງຜຸູ້ຊື້, ຜູ້ຂາຍ ຮວມທັງ ຜູ້ພາໄປຊື້ ນໍາດ້ວຍ.
ທ່ານກ່າວ ຕື່ມວ່າ ຜ່ານມາ, ເຈົ້າໜ້າທີ່ ກວດພົບ ຜລິຕພັນ ທີ່ເຮັດຈາກ ຊິ້ນສ່ວນ ສັດປ່າ ຈໍານວນຫຼາຍ, ໂດຍສະເພາະ ແມ່ນເຮັດ ມາຈາກ ງາຊ້າງ ແລະ ນໍແຮດ:
“ຕອນບໍ່ທັນ ມີຣະບຽບ ຫັ່ນ ມັນຫຼາຍ, ແຕ່ວ່າ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກໍຍຶດໄປຫຼາຍ. ເປັນຕົ້ນ ພວກຂາຍເຄື່ອງ ຊູວາເນັ່ຽ ຂອງພວກຈີນ ພວກ ຕ່າງປະເທດ ນິຍົມ ທີ່ວ່າ ຊິ້ນສ່ວນ ສັດປ່ານັ້ນ, ເປັນງາຊ້າງ, ນໍແຮດ, ເຂົາກວາງ ບໍ ກະໄປຍຶດ ໄດ້ຫຼາຍຮ້ອຍ ກິໂລ ເດ້. ພວກເຂົາ ລັກລອບ ຊື້ຂາຍກັນ ຄັນວ່າ ທາງການຮູ້ ກໍຈະຈັບ ຖືກຄຸກ.”
ກ່ຽວກັບ ເຣື່ອງ ການຫ້າມ ຊື້-ຂາຍ ຜລິຕພັນ ທີ່ເຮັດຈາກ ຊິ້ນສ່ວນ ສັດປ່ານັ້ນ, ເຈົ້າໜ້າທີ່ ອຸດສາຫະກັມ ແລະ ການຄ້າ ແຂວງຫຼວງພຣະບາງ ກ່າວວ່າ ຫາກພົບເຫັນ ຈະຖືກ ດໍາເນີນຄດີ ທາງກົດໝາຍ ທັນທີ:
“ໂອ່ ອັນນັ້ນ ບໍ່ແມ່ນ ການສົ່ງເສີມ ໃຫ້ລ່າສັດ, ຖືວ່າ ບໍ່ໄດ້. ສັດຫວງຫ້າມ ອື່ນໆ ທີ່ຢູ່ໃນ ສັນຍາໄຊເຕສ ໃຜວາງຂາຍ ຫາກກວດພົບ ກະແມ່ນຍຶດ. ນັ້ນ ກະຮັບຜິດຊອບ ເອງ ໄທເຮົາ ຫ້າມບໍ່ໃຫ້ ວາງຂາຍ ເລີຍນ່າ. ຜູ້ນໍາທ່ຽວ ກໍໃຫ້ມີ ສ່ວນຮ່ວມ ວ່າອັນໃດ ທີ່ມັນ ບໍ່ຖືກຕ້ອງ ກະຄວນ ເບິ່ງນໍາກັນ.”
ທາງການ ແຂວງຫຼວງພຣະບາງ ສັ່ງຫ້າມ ຊື້-ຂາຍ ຜລິຕພັນ ຈາກ ຊິ້ນສ່ວນ ສັດປ່າ ທີ່ຜິດ ກົດໝາຍ ເພື່ອເສີມສ້າງ ການຮ່ວມມື ໃນການ ບັງຄັບໃຊ້ ກົດໝາຍ ແລະ ຕ້ານການ ຄ້າ-ຂາຍ ສັດປ່າ ຂ້າມຊາດ ທີ່ຜິດ ກົດໝາຍ ໃນລາວ ນໍາດ້ວຍ.