ຊາວລາວລັງເລໃຈ ໃນແຜນ ລາວທ່ຽວລາວ

ອຸ່ນແກ້ວ ສຸກສະຫວັນ
2020.07.03
F-Tourist-LP ສະຖານທີ່ທ່ອງທ່ຽວ ທີ່ຂຶ້ນຊື່ລືຊາ ໄປທົ່ວທຸກມຸມໂລກ ຄື ນະຄອນຫຼວງພຣະບາງ ເມືຶອງມໍຣະດົກໂລກ
RFA

ຊາວລາວຫຼາຍຄົນຍັງບໍ່ຢາກໄປທ່ຽວໃສ ເຖິງວ່າຈະມີໂຄງການສົ່ງເສີມລາວທ່ຽວລາວ ທີ່ທາງການໄດ້ຈັດຂຶ້ນ ເພື່ອຫວັງກະຕຸ້ນສະພາບການ ທ່ອງທ່ຽວໃນລາວ ໃຫ້ກັບມາເປັນປົກກະຕິ ຍ້ອນຫຼາຍຄົນມີບັນຫາການເງິນ ໃນໄລຍະການຣະບາດ ຂອງໂຄວິດຊ19. ຊາວນະຄອນຫຼວງ ວຽງຈັນ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 3 ກໍຮະກະດາ ນີ້ວ່າ:

"ຊ້ວງນີ້ບໍ່ໄດ້ໄປທ່ຽວໃສນະ ຍັງບໍ່ມີວຽກເຮັດ ບໍ່ໄດ້ໄປທ່ຽວຫຍັງ ບໍ່ມີເງິນນະຊ້ວງນີ້ຍາກ ຍັງຢູ່ນະຄອນຫຼວງນີ້ແຫຼະ ຍັງບໍ່ໄດ້ໄປ."

ຊາວແຂວງບໍຣິຄຳໄຊ ທ່ານນຶ່ງກ່າວວ່າ ຍັງບໍ່ຢາກໄປໃສເທື່ອ:

"ບໍ່ທັນຢາກໄປໃສ ບໍ່ມີເວລາໄປແນ່ ຣາຍໄດ້ມັນກະພໍໄດ້ຢູ່ໄດ້ກິນນີ້ນະ ເສຖກິດມັນຕົກຕ່ຳຫຼາຍ ມັນກະທົບຫຼາຍ ກະພໍໄດ້ຢູ່ໄດ້ກິນແຫຼະ ຄູ່ມື້ນີ້ຢາກໄປຢູ່ແຕ່ວ່າ ມັນບໍ່ມີເວລາໄປນີ້ແຫຼະ ມັນຄາລູກຄາເຕົ້າ ເດັກນ້ອຍເຂົ້າໂຮງຮຽນແນ່ນີ້ນະ."

ທຸຣະກິດທ່ອງທ່ຽວ ຍັງບໍ່ຟື້ນໂຕ ແລະ ຄົນຍັງບໍ່ມາທ່ຽວ ເຖິງວ່າ ຜູ້ປະກອບການທ່ອງທ່ຽວ ຈະຫຫຼຸດລາຄາກໍຕາມ, ຜູ້ປະກອບການທ່ອງທ່ຽວ ກ່າວວ່າ:

"ກະຄືຊ້ວງນີ້ ຖາມວ່າເພິ່ນວ່າຈ້າງຫຼາຍບໍ່ ຈະເປັນບາງຊ້ວງໆ ນະຈະບໍ່ຄ່ອຍຫຼາຍຄືແຕ່ກີ້ນະ ເພາະວ່າມັນເປັນຊ້ວງໂຄວິດແດ່ບໍ່ຢາກໄປທ່ຽວ ຖ້າເປັນຊ້ວງນີ້ແມ່ນແລ້ວ ເຮົາຈະຫຼຸດລາຄາ ລົງເພາະວ່າ ເປັນຊ້ວງຂອງອັນນີ້ແດ່ ລູກຄ້າມັນກະບໍ່ຄ່ອຍຫຼາຍຫັ້ນນະ ເຮົາຈະຫຼຸດລາຄາໃຫ້."

ທ່ານກ່າວອີກວ່າ ຄັນເມື່ອໃດ ທີ່ທາງການລາວອະນຸຍາດ ໃຫ້ນັກທ່ອງທ່ຽວຕ່າງປະເທດ ເຂົ້າທ່ຽວລາວໄດ້ຕາມປົກກະຕິ ໂດຍບໍ່ມີການກັກໂຕ 14 ມື້ ອີກແລ້ວນັ້ນ ຕົນເຊື່ອວ່າລຸກຄ້າ ຈະກັບມາໃຊ້ບໍຣິການ ຫຼາຍຄືດັ່ງທີ່ເຄີຍເປັນມາ ຍ້ອນລູກຄ້າສ່ວນໃຫຍ່ ແມ່ນນັກທ່ອງທ່ຽວຊາວໄທຍ ທີ່ມັກຈ້າງໃຫ້ຕົນເອງພາໄປທ່ຽວແຂວງຕ່າງໆ ເປັນຕົ້ນແມ່ນວັງ, ແຂວງຫຼວງພຣະບາງ ແລະ ນະຄອນປາກເຊ.

ຢູ່ນະຄອນຫຼວງພຣະບາງ ກໍບໍ່ມີແຂກເຂົ້າມາໃຊ້ ບໍຣິການໂຮງແຮມ ເຖິງວ່າຜູ້ປະກອບການຈະຫຼຸດລາຄາກໍຕາມ, ພະນັກງານທີ່ເຮັດວຽກຢູ່ ໂຮງແຮມ ແຂວງຫຼວງພະບາງ ໄດ້ກ່າວວ່າ:

"ຊ້ວງນີ້ ເຮົາກະມີຫຼຸດລາຄາເນາະ ແຕ່ວ່າລຸກຄ້າຍັງບໍ່ເຫັນຫຼາຍນະເນາະ ສ່ວນຫຼາຍກະຈະແມ່ນແບບລັກສນະວ່າ ຫ້ອງການແນວນີ້ຂະເຈົ້າ ມາປະຊຸມເນາະ ແລ້ວຂະເຈົ້າມາແວ່ພັກ ເພາະວ່າ ທຳອິດຫັ້ນເຮົາ ກະຄາດການວ່າ ມັນອາດຈະຜ່ານໄປ ປະມານເດືອນ 7 ແນວນີ້ ແຕ່ວ່າ ເດືອນ 7 ມານີ້ກະຍັງບໍ່ເຫັນມີ ແລ້ວກໍບຸກກິ້ງກະບໍ່ເຫັນ."

ນອກຈາກການຣະບາດຂອງໂຄວິດ-19 ແລ້ວ, ໄລຍະນີ້ ເປັນລະດູຝົນ ເຮັດໃຫ້ການເດີນທາງບໍ່ສະດວກ ຄືລະດູແລ້ງ ກໍເຫັນອີກປັດໃຈນຶ່ງ ທີ່ເຮັດ ໃຫ້ນັກທ່ອງທຽວບໍ່ມາທ່ຽວ, ເຈົ້າໜ້າທີ່ ຂແນງການທ່ອງທ່ຽວ ເມືອງວັງວຽງ ແຂວງວຽງຈັນ ໄດ້ກ່າວວ່າ:

"ກະຊິມີນະໂຍບາຍຫຼາຍອັນຢູ່ດອກ ເພາະວ່າ ມັນກະເປັນຊ້ວງໂລຊີເຊິ້ນ ຫັ້ນນະ, ບາງຫົວໜ່ວຍ ບາງອັນນັ້ນເພິ່ນກະມີສ່ວນຫຼຸດຫຼາຍອັນຢູ່ ມັນບໍ່ທັນມີເປັນຣາຍການລະອຽດດອກ ແຕ່ວ່າສ່ວນຫຼາຍກະແມ່ນຜູ່ປະກອບການ ຂະເຈົ້າກະປຶກສາຫາລືກັນເອງຫັ້ນນະ ກ່ຽວກັບນະໂຍບາຍ ເລື່ອງຫຼຸດລາຄາ ແມ່ນຫຍັງຕ່າງໆ ຫັ້ນນະ, ກະວັນເສົາ ວັນທິດ ກະບໍ່ມີຢູ່ ເຂົ້າໜ້າຝົນຕອນນີ້ນະ ດຽວນີ້ຝົນຕົກກະເຮັດໃຫ້ການເດີນທາງ ໄປທ່ຽວມັນບໍ່ສະດວກປານໃດ."

ທ່ານ ອຸ່ນທວງ ຊາວພັນ ຮອງຣັຖມົນຕຼີ ກະຊວງຖແລງຂ່າວ ວັທນະທັມ ແລະທ່ອງທ່ຽວ ໄດ້ກ່າວຕໍ່ສຳນັກຂ່າວສານ ປະເທດລາວ ໃນວັນທີ 1 ກໍຣະກະດາ ວ່າ:

"ເລື່ອງການໂຄສະນາ ການທ່ອງທ່ຽວ ກະໝາຍຄວາມວ່າ ພວກເຮົາຈະໄດ້ທົບທວນ ຄືນໝົດເປົ້າໝາຍ ເພາະໃນເມື່ອກ່ອນເປົ້າໝາຍພວກ ເຮົາອອກມາກະແມ່ນເນັ້ນໃສ່ ປະເທດຢູໂຣບ ຫລື ຕ່າງປະເທດ ສະນັ້ນເຮົາຕ້ອງໄປເບິ່ງຄືນ ກະຄືວ່າແຫຼະເປົ້າໝາຍ ໃນການໂຄສະນາ ຕາມລະບຽບເຮົາຄື ເປົ້າໝາຍການທ່ອງທ່ຽວ ແບບທ່ອງທ່ຽວພາຍໃນ ລາວທ່ຽວລາວ ໃຫ້ມັນ ຫຼາຍຂຶ້ນ, ເຖິງວ່າພວກເຮົາຈະມີຄວາມພ້ອມ ທາງດ້ານບຸຄລາກອນ ຫລືວ່າຕ່າງໆ ແຕ່ວ່າການທ່ອງທ່ຽວ ມັນຈະກະຕຸ້ນໃຫ້ແກ່ການ ສ້າງວຽກເຮັດງານທຳ ໃຫ້ແກ່ສັງຄົມ."

ໃນໄລະຍະການຣະບາດຂອງພຍາດໂຄວິດ-19 ຂແນງການທ່ອງທຽວ ໄດ້ຮັບຜົນກະທົບ ໂດຍສະເພາະ ມີຜູ້ຕົກງານປະມານ 50 ພັນຄົນ ຢູ່ໃນຂແນງການທ່ອງທ່ຽວ ອີງຕາມການ ປະເມີນ ຂອງອົງການອາຫານ ແລະ ການກະເສດ ຂອງ ສະຫະປະຊາຊາດ ຫລື FAO.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.