ສາກົນວ່າ ລາວ ຈະຊໍາລະ ໜີ້ບໍ່ທັນ
2020.08.25

Moody Investor Service ຊຶ່ງເປັນອົງການຈັດອັນດັບ credit ຫຼື ຄວາມໜ້າເຊື່ອຖືທາງການເງິນ ໄດ້ປັບຫລຸດອັນດັບ ຂອງ ສປປລາວ ລົງມາເປັນ Caa2 ຈາກ B3 ແລະ ປ່ຽນແນວໂນ້ມ outlook ເປັນລົບ. ນັ້ນເປັນການສລຸບການທົບທວນ ປັບຫລຸດອັນດັບ ໃນມື້ວັນທີ 19 ກໍຣະກະດາ 2020 ນີ້. ການປັບຫລຸດ credit ຂອງລາວ ກໍເປັນຍ້ອນ Moody ຕີຣາຄາວ່າ ຣັຖບານລາວ ພວມປະເຊີນກັບ ຄວາມກົດດັນ ຢ່າງໜັກໜ່ວງ ທາງດ້ານການເງິນ ຂນະທີ່ມີໜີ້ສິນຈໍານວນຫຼວງຫຼາຍ ທີ່ຈະຕ້ອງໄດ້ຊໍາລະໃນປີນີ້ ໄປຈົນເຖິງ ປີ 2025, ແລະທາງເລືອກ ທາງການເງິນ ກໍມີຈໍາກັດ.
ສະພາບບໍ່ຄ່ອງຕົວ ທາງການເງິນ ມີແນວໂນ້ມຈະຮ້າຍແຮງຂຶ້ນ ຍ້ອນປັດໃຈ ຈາກພາຍນອກ, ການຄັງອ່ອນແອ ແລະການບໍຣິຫານຄຸ້ມຄອງ ບໍ່ດີ ຊຶ່ງບົ່ງບອກເຖິງຄວາມເປັນໄປໄດ້ ທີ່ ລາວ ຈະຜິດກໍານົດ ຊໍາຣະໜີ້ໃນໄລຍະເວລາ ອັນໃກ້ໆນີ້.
ເບິ່ງໄປໃນທາງລົບ ສະທ້ອນໃຫ້ເຫັນເຖິງຄວາມສ່ຽງ ສໍາລັບນັກລົງທຶນ ໃນກໍຣະນີທີ່ ລາວ ຜິດກໍານົດຊໍາຣະໜີ້ ຊຶ່ງອາດເປັນຍ້ອນຜົລກະທົບ ທີ່ຮ້າຍແຮງຂຶ້ນ ຈາກການຣະບາດ ຂອງ ເຊື້ອພຍາດ ໂຄວິດ-19.
ຄວາມກົດດັນ ທາງການເງິນ ຂອງລາວ ໄດ້ຮ້າຍແຮງຂຶ້ນ ຍ້ອນຄວາມອ່ອນແອ ໃນການບໍຣິຫານ ຄຸ້ມຄອງ. Moody ຣະບຸວ່າ ຄວາມສ່ຽງ ທາງການເງິນ ຂອງ ຣັຖບານລາວ ໄດ້ມີເພີ່ມຂຶ້ນ ຫຼາຍ. ໃນຂນະທີ່ຂໍ້ກໍານົດ ໃນການກູ້ຢືມເງິນ ຍັງຢູ່ຂັ້ນປານກາງ ຄືເກົ່າ ຢູ່ທີ່ 13% ຂອງ ຮວມຍອດມູນຄ່າຜົລຜລິດພາບໃນ ຫລື GDP. ຣັຖບານລາວ ບໍ່ໄດ້ພັທນາຍຸທສາດ ທາງການເງິນ ທີ່ໜ້າເຊື່ອຖື ເພື່ອຊໍາຣະໜີ້ ໄລຍະສັ້ນ ແລະກາງ. ຊ່ອງວ່າງທາງການເງິນ ໃນອະນາຄົດອັນໃກ້ນີ້ ຈະເຮັດໃຫ້ມີຄວາມສ່ຽງ ຕໍ່ການຜິດກໍານົດເວລາຊໍາລະໜີ້ ໃນສະພາວະການເງິນ ທີ່ທ້າທາຍ.
ໃນປີ 2020 ນີ້ ຣັຖບານລາວ ມີໜີ້ເພີ່ມຂຶ້ນເປັນ 1 ພັນ 200 ລ້ານໂດລາ ສະຫະຣັຖ ໃນຂນະທີ່ ເງິນກູ້ຢືມ ຈາກ ທະນາຄານການຄ້າ ມີກໍານົດຊໍາຣະ ໃນ ເດືອນກັນຍາ ແລະ ໜີ້ພັນທະບັດ ສະກຸລເງິນບາດ ກໍຄົບກໍານົດ ໃນເດືອນຕຸລາ ປີນີ້. ຄວາມກົດດັນທາງການເງິນ ບໍ່ນ່າຈະຫລຸດລົງ, Moody ຣະບຸ. ໃນຣະຫວ່າງປີ 2021 ຫາ 2023 ລາວ ຈະປະເຊີນກັບ ການຊໍາຣະໜີ້ ໂດຍສະເລັ່ຽ 1 ພັນລ້ານປາຍ ໂດລາ ສະຫະຣັຖ ຕໍ່ປີ ຮວມທັງການຊໍາຣະເງິນຕົ້ນ 150 ລ້ານໂດລາ Euro bond ທີ່ຄົບກໍານົດ ໃນເດືອນ ມິຖຸນາ 2021.
ຣັຖບານລາວ ວາງແຜນທີ່ຈະປະຕິບັດ ຕາມຂໍ້ກໍານົດໃນການ ຊໍາຣະໜີ້ ໂດຍການຮວມ ການກູ້ຢືມ ເພື່ອການຄ້າຂນາດໃຫຍ່, ການໝູນວຽນ ຂອງເງິນ ແລະ ການສນັບສນູນ ແບບ 2 ຝ່າຍເຂົ້າກັນ.
Moody ຣະບຸອີກວ່າ ໂດຍທົ່ວໄປແລ້ວ ການຂາດຍຸທສາດ ທາງການເງິນ ທີ່ໂປ່ງສັຍ ແລະຄວາມບໍ່ຈະ ແຈ້ງກ່ຽວກັບ ວິທີການຊໍາຣະໜີ້ ທີ່ ຄົບກໍານົດ ຈະເຮັດໃຫ້ເກີດຄວາມບໍ່ແນ່ນອນ ໃນຄວາມສາມາດ ຂອງຣັຖບານລາວ ທີ່ຈະຈັດຫາເງິນທຶນໄດ້ທັນເວລາ.
ຄວາມຕ້ອງການ ກູ້ຢືມຂອງ ຣັຖບານບວກກັບ ການຂາດດູລທີ່ເພີ່ມຂຶ້ນ ແລະການເຕີບໂຕທີ່ອ່ອນແອລົງ ເປັນຜົລກະທົບ ຈາກການຣະບາດ ຂອງເຊື້ອພຍາດ ໂຄວິດ-19 ຕໍ່ພາກການຜລິດ ແລະ ການທ່ອງທ່ຽວ. Moody ຄາດວ່າ GDP ຂອງລາວ ຈະຫົດຕົວ 0.2% ໃນປີ 2020 ນີ້ ຄືລຸດລົງຈາກ 6.7% ໂດຍສະເລັ່ຽໃນໄລຍະ 5 ປີ ທີ່ຜ່ານມາ.
ເວົ້າເຣື່ອງການຊໍາລະໜີ້ ຂອງຣັຖບານລາວ ນາຍົກຣັຖມົນຕຣີ ທອງລຸນ ສີສຸລິດ ກໍໄດ້ກ່າວຕໍ່ກອງປະຊຸມສະພາແຫ່ງຊາດ ໃນມື້ວັນທີ 24 ມິຖຸນາຜ່ານມານີ້ວ່າ ໃຫ້ສືບຕໍ່ແກ້ໄຂໜີ້ສິນ ສາທາຣະນະ ທີ່ມີຍຸທສາດ ແລະນໍາໃຊ້ທັງມາຕການ ໄລ ຍະສັ້ນ ໄລຍະກາງ ແລະໄລຍະຍາວ ເປັນຕົ້ນແມ່ນຫລຸດການຂາດດູລ ງົບປະມານລົງເທື່ອລະກ້າວ, ຫັນໜີ້ສິນເປັນທຶນ.
ສໍາລັບໂຄງການທີ່ຈໍາເປັນ ທີ່ຕ້ອງກູ້ຢືມນັ້ນ ກໍຕ້ອງເຂັ້ມງວດໃນການປະເມີນ ປະສິດທິຜົລ ແລະມີຜົລຕອບແທນທາງດ້ານ ເສຖກິດແທ້ ທ່ານກ່າວຕໍ່ໄປວ່າ:
"ສໍາລັບຕົ້ນທຶນແມ່ນຕ້ອງ ເຍື້ອນອາຍຸໜີ້ອອກໄປ ໃນໄລຍະເວລາທີ່ເໝາະສົມ ດ້ວຍການກູ້ຢືມ ໃໝ່ ມາບໍຣິຫານໜີ້ເກົ່າ ໂດຍສະເພາະ ແມ່ນຮັບປະກັນການກູ້ຢືມ ທີ່ມີໄລຍະເວລາ ແລະ ເງື່ອນໄຂນັ້ນ ທີ່ໃຫ້ມັນເໝາະສົມ ແລະ ມີຄວາມອາດສາມາດ ດຸ່ນດ່ຽງໄດ້ການເຈຣະຈາ ຂໍເລື່ອນໜີ້ ໜີ້ສິນ ຕາມນະໂຍບາຍຂອງຜູ້ໃຫ້ກູ້ນັ້ນ ກະກໍາລັງສືບຕໍ່ ແລະຈະເປັນໄປໄດ້ ໃນທາງບວກ ຫລາຍພໍສົມຄວນໃນໄລຍະນີ້."
ແລະອີງຕາມ ຄໍາເວົ້າຂອງທ່ານ ສົມດີ ດວງດີ ຣັຖມົນຕຣີກະຊວງການເງິນ ຕໍ່ກອງປະຊຸມສະພາແຫ່ງຊາດນັ້ນ, ໜີ້ສາທາຣະນະ ຂອງລາວ ອາດເພີ່ມຂຶ້ນເຖິງ 65 ຫາ 68% ຂອງ GDP ໃນປີ 2020 ນີ້ ພາຍຫລັງຣາຍຮັບ ທີ່ເກັບໄດ້ ຫລຸດລົງຫລາຍ ຂນະທີ່ເງິນກູ້ຢືມເພີ່ມຂຶ້ນ ຍ້ອນໂຄວິດ-19 ຣະບາດ. ທ່ານ ສົມດີ ດວງດີ ເວົ້າວ່າ ການເກັບຣາຍຮັບ ໃນປີ 2020 ນີ້ ຈະຫລຸດລົງປະມານ 6,322 ພັນລ້ານກີບ ຫຼື ປະມານ 696 ລ້ານໂດລາສະຫະຣັຖ. ມູນຄ່າ ການສົ່ງອອກ ໃນ 6 ເດືອນຕົ້ນປີ 2020 ຢູ່ໃນຣະດັບຕໍ່າຄື ປະມານ 2,600 ລ້ານໂດລາ ຄືຫລຸດລົງ 5% ປາຍຫາກທຽບໃສ່ ໄລຍະດຽວກັນນີ້ ຂອງປີກາຍ.
ແລະອີງຕາມຣາຍງານ ຂອງທະນາຄານໂລກ ເມື່ອເດືອນ ມິຖຸນາທີ່ຜ່ານ, ພາຣະຊໍາຣະໜີ້ຕ່າງປະເທດ ມີແນວໂນ້ມສູງຂຶ້ນ. ການຊໍາລະໜີ້ ນັ້ນທັງດອກເບັ້ຽແລະເງິນກູ້ ຄາດວ່າຈະເພີ່ມຂຶ້ນ ເປັນ 1 ພັນ 200 ປາຍລ້ານໂດລາ ສະຫະຣັຖ ໃນປີ 2020 ເທົ່າກັບ 5% ຂອງ GDP ເພີ່ມຂຶ້ນຈາກ 842 ລ້ານໂດລາ ສະຫະຣັຖ ໃນປີ 2019. ແລະອົງການຕີຣາຣາຄາ Fitch ຊີ້ໃຫ້ເຫັນວ່າ ໃນເບື້ອງຕົ້ນ ການຊໍາລະໜີ້ ຕ່າງປະເທດ ໂດຍລວມຢູ່ທີ່ປະມານ 4 ພັນ 500 ລ້ານໂດລາ ສະຫະຣັຖ ໃນໄລຍະປີ 2020 ຫາ 2023 ຫລືປະມານ 1 ພັນ 100 ລ້ານໂດລາ ສະຫະຣັຖ ຕໍ່ປີໃນຂະນະທີ່ການ ແກ້ໄຂໜີ້ຣະຫວ່າງ 2 ຝ່າຍເກີດຂຶ້ນເມື່ອບໍ່ນານມານີ້ ຊຶ່ງເຄິ່ງນຶ່ງ ຂອງການຊໍາຣະໜີ້ນັ້ນ ເປັນການໃຊ້ໜີ້ ຈີນພາຍໃນປີ 2023. ແລະໜີ້ສ່ວນໃຫຍ່ ເຊື່ອມໂຍງກັບການກໍ່ສ້າງ ໂຄງການຂນາດໃຫຍ່. ການແກ້ໄຂໜີ້ ຖືເປັນນຶ່ງ ໃນບັນຫາ ສໍາຄັນທາງເສຖກິດ ມະຫາພາກ ສໍາລັບ ສປປ ລາວ.
ອີງຕາມຄໍາເວົ້າຂອງດຣ. Leeber Leebouapao ປະທານກັມມາທິການ ແຜນການແລະການເງິນ ແລະການກວດສອບ ຂອງສະພາ ແຫ່ງຊາດ ໜີ້ ຂອງຣັຖບາລາວມີ 2 ຮູບແບບ ຄື ໜີ້ຍືມມາ ເພື່ອການພັທນາ ໂຄງຮ່າງພື້ນຖານ ແລະ ເພື່ອຮັບປະກັນ ໃຫ້ແກ່ບໍຣິສັດ ຣັຖວິສາຫະກິດ.
ແລະກໍມີຫລາຍວິທີທີ່ ຣັຖບານສາມາດແກ້ໄຂໄດ້ ຄືປັບປ່ຽນໜີ້ ໃຫ້ເປັນການລົງທຶນ, ເຈຣະຈາ ເຣື່ອງໜີ້ສິນ ແລະ ຂາຍຮຸ້ນຂອງບໍຣິສັດ ຣັຖວິສາຫະກິດ ຫລື ຊັບສິນ ທີ່ຣັຖບານ ໃຊ້ຄໍ້າປະກັນ ການກູ້ຢືມ. ນັກເສຖສາດອາວຸໂສ ເວົ້າອີກວ່າ ຣັຖບານ ອາດພຍາຍາມອອກ ພັລທະບັດ ເພື່ອຣະດົມທຶນຫລາຍຂຶ້ນ ຫລື ຢືມເງິນຫລາຍຂຶ້ນ ຈາກແຫລ່ງຕ່າງໆ ເພື່ອຊໍາລະໜີ້ ແລະ ແກ້ໄຂການຂາດດູລ ງົບປະມານ. ແຕ່ຜູ້ວິຈານ ຕ່າງກໍເວົ້າວ່າ ການກູ້ຢືມຫລາຍຂຶ້ນ ເພື່ອມາແກ້ໄຂການຂາດດູລນັ້ນ ເປັນໄປໄດ້ໃນໄລຍະສັ້ນ, ແຕ່ໄລຍະຍາວ ສາມາດດຶງ ປະເທດໃຫ້ຕົກເຂົ້າສູ່ ການເປັນໜີ້ເພີ່ມຂຶ້ນແບບວຽນວົນ. ແລະວ່າຣັຖບານຈໍາເປັນຕ້ອງມີຍຸທສາດ ແກ້ໄຂການຂາດດູລ ແລະຮັບປະກັນວ່າ ໜີ້ຂອງປະເທດຈະຄວບຄຸມໄດ້.
ນັກເສຖສາດ ຕ່າງກໍໄດ້ແນະນໍາໃຫ້ຣັຖບານ ລາວ ຊ່ອຍເຫລືອພາກເອກຊົນ ໂດຍສະເພາະບໍຣິສັດ ຂນາດນ້ອຍ ແລະກາງເພື່ອຫລຸດຜ່ອນ ຣາຍຈ່າຍໃນການຜລິດ ຂອງພວກເຂົາເຈົ້າ ເພື່ອສົ່ງເສີມການສົ່ງອອກ.
ແລະກໍເປັນທີ່ສໍາຄັນສໍາລັບລາວໃນການປັບປຸງ ສະພາບແວດລ້ອມ ການລົງທຶນແລະການເຕີບໂຕ ຂອງພາກສ່ວນການສົ່ງອອກ ຊຶ່ງຈະເປັນ ຜົລດີສໍາລັບເສຖກິດໃນໄລຍະຍາວ, ອີງຕາມ ຣາຍງານຂ່າວວຽງຈັນທາມສ ໃນມື້ວັນທີ 21 ສິງຫານີ້.
ຢ່າງໃດກໍຕາມ Moody ປະເມີນຄວາມເປັນໄປໄດ້ ໃນການຜິດກໍານົດເວລາ ຊໍາຣະໜີ້ ຂອງຣັຖບານລາວ ຂ້ອນຂ້າງສູງ. ແລະ ໃນການ ຕອບຄໍາຖາມ ຂອງ RFA ຜແນກພາສາລາວ ຜ່ານທາງ email, ຮອງປະທານ, ນັກວິເຄາະອາວຸໂສ ຝ່າຍບໍຣິຫານນັກລົງທຶນ ຂອງ ອົງການ Moody ແລ້ວແມ່ນວ່າ, ຫາກເກີດຜິດນັດໜີ້ຂຶ້ນ Moody ກໍຈະປະເມີນ ຄວາມສູນເສັຽ ຂອງຜູ້ຖືພັລທະບັດ bond holders ເພື່ອກໍານົດການ ໃຫ້ຄະແນນ rating ໃໝ່. ແລະຕໍ່ຄໍາຖາມເຣື່ອງ ຄວາມເປັນໄປໄດ້ ຂອງຣັຖບານ ສປປລາວ ທີ່ຈະອອກພັລທະບັດ ຫລືກູ້ຢືມຈາກ ຕ່າງປະເທດໃນອັດຕຣາ ດອກເບັ້ຽຕໍ່າ ເພື່ອມາຊ່ອຍແກ້ໄຂບັນຫາໜີ້ນັ້ນ ທ່ານ ບອກວ່າ ບໍ່ສາມາດໃຫ້ຄໍາເຫັນໄດ້.
ແລະ ໂຄສົກຂອງທະນາຄານໂລກ ກໍໄດ້ຕອບ ຄໍາຖາມຂອງ RFA ຜ່ານທາງ email ວ່າ ຈາກການວິເຄາະ ເບິ່ງຄວາມ ຍັ້ງຍືນຂອງໜີ້ ໂດຍທະນາຄານໂລກ ແລະ ກອງເງິນທຶນສາກົລ IMF ຄັ້ງລ່າສຸດ ຣະບຸວ່າ ສປປລາວ ມີຄວາມສ່ຽງສູງ ໃນການກໍ່ໜີ້. ຜົລກະທົບຂອງ ໂຄວິດ-19 ເຮັດໃຫ້ຄວາມບອບບາງ ດ້ານໂຄງສ້າງ ຂອງເສຖກິດ ຂອງລາວ ຂີ້ຮ້າຍລົງ. ສປປລາວ ມີທາງເລືອກຕ່າງໆ ໃນການຊໍາລະໜີ້ ຕ່າງປະເທດທີ່ຢູ່ໃນຣະດັບສູງ ຮວມເຖິງຂໍ້ລິເລີ່ມ ການເລື່ອນເວລາ ຊໍາລະໜີ້ ທີ່ກຸ່ມປະເທດຈະເຣີນອຸດສາຫະກັມ ຫຼື ກຸ່ມ G20 ສນັບສນູນ.
ໂຄສົກຂອງທະນາຄານໂລກ ເວົ້າວ່າ ລາວ ມີປວັດທີ່ຈະ ແຈ້ງ ໃນການບໍ່ຜິດກໍານົດເວລາ ຊໍາຣະໜີ້ ຊຶ່ງປົກຕິແລ້ວ ຈະບັນລຸຂໍ້ຕົກລົງກັນ ເພື່ອຜົລປໂຍດ ສູງສຸດ ຂອງລູກໜີ້ ແລະ ເຈົ້າໜີ້. ແລະວ່າ ບໍ່ວ່າຣັຖບານລາວ ຈະຕັດສິນໃຈແນວໃດ ທະນາຄານໂລກ ກໍພ້ອມໃຫ້ການ ຊ່ອຍເຫລືອ ຕາມຄວາມຈໍາເປັນ.