ນະຄອນຫຼວງ ຄວບຄຸມ ຣາຄາຊີ້ນ
2016.11.27
ປັດຈຸບັນ ນະຄອນຫຼວງ ວຽງຈັນ ຈະເລີ່ມໃຊ້ ມາຕການ ຄວບຄຸມ ຣາຄາ ສິນຄ້າ ເປັນຕົ້ນ ແມ່ນ ຣາຄາຊີ້ນ ຢູ່ຕາມ ທ້ອງຕລາດ. ເມື່ອ ວັນທີ 22 ພຶສຈິກາ ນີ້ ທ່ານ ເບິລິນ ເພັດຈັນທະລາດ ຫົວໜ້າ ຜແນກ ອຸດສາຫະກັມ ແລະ ການຄ້າ ນະຄອນຫລວງ ວຽງຈັນ ໄດ້ກ່າວວ່າ ຣາຄາ ຊີ້ນໝູ ໃຫ້ ແມ່ຄ້າ ຂາຍຍ່ອຍ ຢູ່ຕລາດ ຂາຍກິໂລນຶ່ງ 33 ພັນກີບ ແລະ ບໍ່ໃຫ້ເກີນ 35 ພັນກີບ. ຣາຄານີ້ ແມ່ນປັບປ່ຽນ ໄປຕາມ ກົນໄກ ຕລາດ ທຸກໆ 3 ເດືອນ ແລະ ຈະເລີ້ມ ປະຕິບັດ ໃນອາທິດໜ້ານີ້.
ປັດຈຸບັນ ຣາຄາ ຊີ້ນສັດ ປະເພດຕ່າງໆ ຢູ່ຕລາດ ກໍາລັງຂຶ້ນ. ແຕ່ສໍາລັບ ຊີ້ນໝູ ແມ່ນບໍ່ເກີນ ກິໂລລະ 37 ພັນກີບ, ຕາມຄໍາເວົ້າ ຂອງ ເຈົ້າຂອງ ຮ້ານຊີ້ນດາດ ແຫ່ງນຶ່ງ ຢູ່ນະຄອນຫຼວງ ວຽງຈັນ .
"ຊີ້ນໝູ ດຽວນີ້ ມັນກໍຂຶ້ນ ແລ້ວເດ໊ ທັມດາ ຄັນຊື້ນທັມດາ ຮ້ານທົ່ວໄປ ກໍ 37, 38 ແລ້ວ ແຕ່ບາງຮ້ານ ທີ່ຂະເຈົ້າ ຈະເຮັດໃຫ້ ສ່ວນຫຼາຍ ປົກຕິ ມັນກໍ 35 ອັນບາງຮ້ານ ແຕ່ ຂະເຈົ້າ ໃຫ້ຂາຍ ບໍ່ເກີນ ໂລນຶ່ງ 37 ພັນ".
ນາງກ່າວ ຕື່ມວ່າ ຖ້າຊື້ ຊີ້ນຫຼາຍ ສິບກິໂລ ແມ່ຄ້າ ຢູ່ຕລາດ ກໍຈະຫລຸດ ຣາຄາໃຫ້, ບາງຄັ້ງ ກໍກິໂລລະ 33 ພັນກີບ. ສໍາລັບ ຊີ້ນງົວ ກິໂລ ລະ 60 ພັນກີບ. ແຕ່ ຊີ້ນງົວ ແຊ່ແຂງ ທີ່ ນໍາມາຈາກ ປະເທດໄທ ກິໂລລະ 45 ພັນກີບ ແລະ ຊີ້ນໝູ 20 ປາຍພັນກີບ ຊຶ່ງ ພວກ ແມ່ຄ້າ ສ່ວນຫຼາຍ ມັກຈະຊື້ ເພື່ອ ຫຼຸດຕົ້ນທຶນລົງ.
ເມື່ອບໍ່ດົນ ມານີ້ ສະມາຊິກ ສະພາ ແຫ່ງຊາດ ເຂດ 1 ນະຄອນຫລວງ ວຽງຈັນ ກໍໄດ້ສເນີ ຢູ່ໃນ ກອງປະຊຸມ ສະພາ ໃຫ້ ຣັຖບານ ມີ ມາຕການ ຄວບຄຸມ ຣາຄາ ສິນຄ້າ ເນື່ອງຈາກວ່າ ຣັຖບານ ມີແຜນທີ່ ຈະປັບ ເງິນເດືອນ ພະນັກງານ-ຣັຖກອນ ຂຶ້ນ 5 ຮ້ອຍກີບ ຕໍ່ດັດສະນີ.
"ການຂຶ້ນ ດັດສະນີ ເງິນເດືອນ 500 ກີບ ຕໍ່ດັດສະນີ ເປັນເປີເຊັນ ທີ່ບໍ່ຫຼາຍ ຫລັງຈາກ ຂຶ້ນເງິນເດືອນ ແລ້ວ ກະຊວງ ການຄ້າ ສິມີ ມາຕການແນວໃດ ໃນການ ຄວບຄຸມສິນຄ້າ ເພື່ອບໍ່ໃຫ້ ຂຶ້ນລາຄາ ເພາະວ່າ ການຂຶ້ນ ເງິນເດືອນ ແຕ່ລະຄັ້ງ ນີ້ ແມ່ນສິນຄ້າ ຢູ່ຕລາດ ຂຶ້ນລາຄາ ແບບຕາມໃຈ ແບບບໍ່ມີ ມາຕການຄວບຄຸມ ເນາະ".
ຕາມປົກກະຕິ ແລ້ວ ໃນທຸກໆປີ ຣາຄາສິນຄ້າ ອາຫານ ຈະຂຶ້ນ ໃນຣະຍະ ບຸນປີໃໝ່ ສາກົນ, ຕຸດຈີນ ແລະ ປີໃໝ່ລາວ.