ເຊົ່າຫ້ອງແຖວ ບ້ານໜອງບົວທອງໃຕ້ ຈ່າຍຄ່າທຳນຽມແພງ
2018.10.05
ການເກັບຄ່າທໍານຽມ ຜູ້ທີ່ມາພັກເຊົາ ຢູ່ໃນບ້ານໜອງບົວທອງໃຕ້ ແພງເກີນໄປ ຈົນເຮັດໃຫ້ປະຊາຊົນ ຢູ່ເມືອງສີໂຄດຕະບອງ ຈົ່ມວ່າ ແລະ ຕໍານິ ອໍານາດການປົກຄອງບ້ານ ທີ່ເກັບຄ່າທໍານຽມແພງ, ແລະ ເຮັດໃຫ້ ເຈົ້າໜ້າທີ່ ເມືອງສີໂຄດຕະບອງ ສັ່ງໃຫ້ເຊົາເກັບ, ດັ່ງທ່ານ ສົມຊາຍ ແສງປະດິດ, ຫົວໜ້າຫ້ອງການປົກຄອງເມືອງສີໂຄດຕະບອງ, ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 5 ຕຸລານີ້ວ່າ:
"ບໍ່ໜາ ບ້ານເຂົາ ອອກຊື່ໆນະ ແຕ່ວ່າ ເຮົາໄດ້ຮ້ອງນາຍບ້ານ ມາຊີ້ແຈງແລ້ວ ຣະບຽບ ຂອງເມືອງເຮົາ ໃຫ້ບ້ານຫັ້ນ ມັນມີຕ່າງຫາກແລ້ວ ບ້ານເຮັດໄປຊື່ໆ ແລ້ວເຮົາ ກະໄດ້ຮ້ອງເພີ່ນ ມາຊີ້ແຈງແລ້ວ ເອົາອອກແລ້ວ."
ກ່ຽວກັບເຣື້ອງນີ້ ວິທຍຸ ເອເຊັຽ ເສຣີ ພະຍາຍາມ ຕິດຕໍ່ໄປຫາ ອໍານາດການປົກຄອງ ບ້ານໜອງບົວທອງໃຕ້ ແລະ ປກສ ບ້ານດັ່ງກ່າວ ເພື່ອຂໍຮູ້ຣາຍລະອຽດ ແຕ່ບໍ່ມີຜູ້ໃດຮັບ ໂທຣະສັບ. ອີງໃສ່ຄໍາສັ່ງ ຂອງເຈົ້າເມືອງສີໂຄດຕະບອງ ລົງວັນທີ 16 ກໍຣະກະດາ 2018 ອໍານາດການປົກຄອງ ບ້ານໜອງບົວທອງໃຕ້ ໄດ້ອອກແຈ້ງການ ເຖິງເຈົ້າຂອງຫ້ອງແຖວ, ໂຮງແຮມ, ເຮືອນໃຫ້ເຊົ່າ ແລະ ໂຮງຈັກ ໂຮງງານ ກ່ຽວກັບຣະບຽບການເກັບຄ່າທໍານຽມ ປະຈໍາເດືອນ ຈາກຄົນລາວ ແລະ ຊາວຕ່າງປະເທສ ທີ່ຢູ່ອາສັຍ ໃນບ້ານ ໃຫ້ບ້ານ ດັ່ງມີເນື້ອໃນວ່າ:
ຄົນອາສັຍ ທີ່ເປັນຄົນລາວ ຕ້ອງເສັຽຄົນລະ 20,000 ກີບ; ຖ້າພັກຢູ່ ເປັນຄອບຄົວ 3 ເດືຶອນ ຕ້ອງເສັຽຄອບຄົວລະ 1 ແສນກີບ; ຄົນຕ່າງປະເທສ ຕ້ອງໄດ້ເສັຽ ຄົນລະ 30,000 ກີບ ແລະ ຄົນຕ່າງປະເທສ ທີ່ພັກຢູ່ເປັນຄອບຄົວ 3 ເດືອນ ຕ້ອງເສັຽ 1 ແສນ 5 ໝື່ນກີບ.
ສໍາລັບ ຢູ່ເມືອງໄຊເສດຖາ ປະຊາຊົນເມືອງນີ້ ທີ່ບໍ່ປະສົງອອກຊື່ ແລະ ສຽງ ເວົ້າວ່າ ປົກກະຕິແລ້ວ ຄົນລາວ ທີ່ພັກຢູ່ຫ້ອງແຖວ ຫລື ເຮືອນເຊົ່າ ຈະຕ້ອງເສັຽຄ່າທໍານຽມ ການຢູ່ອາສັຍ ໃຫ້ນາຍບ້ານ ຄົນລະ 10,000 ກີບຕໍ່ເດືອນ ເພື່ອເປັນຄ່າອໍານວຍຄວາມສະດວກ ຂອງອໍານາດ ການປົກຄອງບ້ານ.
ແລະວ່າ ບ້ານທີ່ເກັບຄ່າທໍານຽມສູງເກີນໄປ ຖືກສັງຄົມຕໍານິ, ແຕ່ຕາມ ຣັຖບັນຍັດ ຂອງປະທານປະເທສ ສປປລາວ ວ່າດ້ວຍ ການເກັບ ຄ່າທໍານຽມ ບໍ່ໄດ້ຣະບຸເຖິງ ການເກັບຄ່າພັກເຊົາ ຫ້ອງແຖວ ຫລື ໂຮງແຮມແຕ່ຢ່າງໃດ.