ໃນວັນທີ 17 ມິຖຸນາ ບໍຣິສັດ ທາງຣົດໄຟລາວ-ຈີນຈຳກັດ ໄດ້ປະກາດຣາຍຊື່ ຜູ້ທີ່ຜ່ານການຄັດເລືອກ ຫຼາຍກວ່າ 200 ຄົນ ໃນຊຸດທີ 1 ເພື່ອເຂົ້າຮ່ວມຝຶກອົບຮົມ ວິຊາສະເພາະ ເທັກນິກການຣົດໄຟ ຢູ່ປະເທດຈີນ, ອີງຕາມການເປີດເຜີຍ ຂອງບໍຣິສັດທາງຣົດໄຟລາວ-ຈີນ ຈຳກັດ. ຊຶ່ງຜູ້ທີ່ຜ່ານການຄັດເລືອກແລ້ວ ຈະໄປຝຶກອົບຮົມຢູ່ປະເທດຈີນ, ດັ່ງຜູ້ທີ່ຜ່ານການຄັດເລືອກຄົນນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 18 ມິຖຸນາ ວ່າ:
"ກະຮູ້ສຶກດີໃຈ ເພາະວ່າໄປຮຽນມາ ກະໄປຮຽນມາທາງດ້ານນີ້ ໂດຍສະເພາະເລີຍ ຕາມທີ່ເພິ່ນແຈ້ງມື້ເຊົ້ານີ້ ໝາຍຄວາມວ່າ ເພິ່ນຈະເລີ້ມ ຄ້າຍໆ ຄືມີການຮຽນ ພາສາຈີນຄືນ ແລ້ວກະຝຶກອົບຮົມ ແບບວ່າ 3 ເດືອນແລ້ວ ໂຄວິດແລ້ວຫຍັງກ່ອນ ເພິ່ນຄ່ອຍວ່າເອີ ຊິໃຫ້ໄປອົບຮົມຢູ່ ຈີນ ຕໍ່ອີກ."
ທ່ານກ່າວຕື່ມວ່າ ສຳລັບຣາຍລະອຽດຕ່າງໆ ກ່ຽວກັບຕຳແໜ່ງວຽງານ ຕົນກໍຍັງບໍ່ຮູ້ວ່າຈະໄດ້ຮັບຕຳແໜ່ງໃດ ເນື່ອງຈາກ ຕ້ອງໃຫ້ບໍຣິສັດເປັນ ຜູ້ກຳໜົດໃຫ້ ຕາມຄວາມເໝາະສົມ ໃນໄລຍະນີ້ກໍມີ ການກະກຽມຄວາມພ້ອມ ຂອງຕົນເອງໄປກ່ອນເລື້ອຍໆ ລໍຖ້າບໍຣິສັດຕິດຕໍ່ມາຊີ້ແຈງ ເລື່ອງກຳໜົດການຕ່າງໆ. ສ່ວນວ່າ ຜູ້ທີ່ບໍ່ຖືກຄັດເລືອກ ກໍຮູ້ສຶກຜິດຫວັງ, ດັ່ງຜູ້ທີ່ບໍ່ຖືກຄັດເລືອກຄົນນຶ່ງ ໄດ້ກ່າວຕໍ່ ເອັຽເສຣີ ວ່າ:
"ບໍ່ມີຊື່ນະ ເພາະວ່າເຮົາສົ່ງຜ່ານທາງອີເມວໃຫ້ ບໍ່ເຫັນເພິ່ນຕອບຫຍັງມາ ກະເສັຍໃຈໜ້ອຍນຶ່ງ ເພາະວ່າປະກາດຮັບເອົາແລ້ວ ແລ້ວເພິ່ນກະບໍ່ ໃຫ້ຄຳຕອບເຮົາ ຫັ້ນນະຕາມເພິ່ນບອກຫັ້ນວ່າສົ່ງ ເອກສານໄດ້ຄັ້ງດຽວ ແລ້ວຖືວ່າ ຂໍ້ມູນຂະເຈົ້າເພິ່ນ ຈະເກັບໄວ້ເລີຍຫັ້ນນະ."
ສ່ວນຊາວລາວ ອີກຄົນນຶ່ງຜູ້ທີ່ສົ່ງໃບສະໝັກໄປແລ້ວ ກໍາລັງລໍຖ້າໃຫ້ບໍຣິສັດເອີ້ນສຳພາດ, ດັ່ງທ່ານກ່າວຕໍ່ເອເຊັຽເສຣີ ວ່າ:
"ກຳລັງລໍຖ້າ ເພາະວ່າຊຸດທີ 1 ບໍ່ມີກຳລັງຖ້າຊຸດທີ 2 ເຂົາວ່າຊຸດທີ 2 ກຳລັງຊິປະກາດໄວໆນີ້ ກະກຽມຢູ່ແຕ່ວ່າບໍ່ຮູ້ວ່າ ຊິໄດ້ຫຼືບໍ່ໄດ້ນະ."
ເຈົ້າໜ້າທີ່ ບໍຣິສັດ ທາງລົດໄຟລາວ-ຈີນ ຈຳກັດ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າປັດຈຸບັນ ບໍຣິສັດກຳລັງ ປະຊຸມຫາລືກ່ຽວກັບເລື່ອງການຝຶກອົບຮົມ ດັ່ງກ່າວແຕ່ຍັງບໍ່ສາມາດໃຫ້ຣາຍລະອຽດ ເພີ່ມຕື່ມໄດ້ເທື່ອ.
ຫລັງຈາກທີ່ຝຶກອົບຮົມ ພາສາຈີນແລ້ວ, ຜູ້ທີ່ຜ່ານມການຄັດເລືອກຊຸດທີ1 ຈະຖືກສົ່ງໄປຝຶກອົບຮົມວຽກງານກ່ຽວກັບ ພະນັກງານຂັບຣົດໄຟ, ຜູ້ບັນຊາການເດີນຣົດໄຟ, ພະນັກງານຂົນສົ່ງໂດຍສານ, ການບໍຣິການຜູ້ໂດຍສານ, ການຂົນສົງສິນຄ້າ, ສ້ອມແປງຫົວຈັກຣົດ ແລະ ຂແນງ ການອື່ນໆເປັນເວລາ 13-18 ເດືອນ.
ຫລັງຈາກຝຶກອົບຮົມ ແລະ ຜ່ານການປະເມີນແລ້ວ, ຜູ້ທີ່ຜ່ານການຄັດເລືອກ ຈະຖືກບັນຈຸເຂົ້າເປັນພະນັກງານ ຂອງບໍຣິສັດ ທາງຣົດໄຟ ລາວ-ຈີນ ເພື່ອເຮັດວຽກຕາມເສັ້ນທາງລົດໄຟ ແລະ ສະຖານນີ ແຕ່ລະແຫ່ງໃນປະເທດລາວ ໃນປີ 2021, ແລະ ຈະມີການຄັດເລືອກ ເອົາພະນັກງານຊຸດທີ 2 ອີກຕໍ່ໄປ.
ເຖິງປັດຈຸບັນ ການກໍ່ສ້າງທາງຣົດໄຟ ມີຄວາມຄືບໜ້າເກືອບ 90 ເປີເຊັນ ລວມມີການເຈາະອຸໂມງ 65 ແຫ່ງ, ສ້າງຂົວຣົດໄຟໄດ້ 164 ແຫ່ງ, ການວາງລາງຣົດໄຟ ຈາກເມືອງນາຊາຍທອງ ນະຄອນຫລວງ ວຽງຈັນ ໄປຫາ ແຂວງຫລວງພຣະບາງ ແລ້ວ 50 ກິໂລແມັດ ຈາກໄລຍະທາງທັງໝົດ 409 ກິໂລແມັດ.
ການກໍ່ສ້າງໃນໄລຍະທີ 2 ຈາກສະຖານນີ ນະຄອນຫລວງວຽງຈັນ ໄປຫາ ສະຖານນີ ວຽງຈັນໃຕ້ ເຂດບ້ານທ່ານາແລ້ງ ເມືອງນາຊາຍຟອງ ໄດ້ສໍາເຣັດການປັກຫລັກເຂດ ສະຖານນີໂດຍສານ ໃນເນື້ອທີ່ 150 ເຮັກຕາ ແລະ ຄາດວ່າການກໍ່ສ້າງ ຈະສໍາເຣັດໃນທ້າຍປີ 2021 ອີງຕາມການຢືນຢັນ ຂອງ ທ່ານ ຊຽວກົວເວີນ ຜູ້ອຳນວຍການໃຫຍ່ ບໍ່ຣິສັດ ທາງຣົດໄຟລາວ-ຈີນ ຈຳກັດ ໃນວັນທີ 4 ມິຖຸນາ 2020.