ຄົນງານລາວຍັງລັກໄປ ໄທຍ
2020.07.10

ເຈົ້າໜ້າທີ່ ຕໍາຣວດໄທຍ ເຂັ້ມງວດຫຼາຍຂຶ້ນ ໃນການລາດຕະເວນ ຕາມຊາຍແດນ ທີ່ຕິດກັບປະເທດລາວ ເປັນຕົ້ນ ຕາມແຄມແມ່ນໍ້າຂອງ ຍ້ອນປັດຈຸບັນ ຍັງມີປະຊາຊົນລາວ ຈໍານວນນຶ່ງ ລັກເຂົ້າປະເທດໄທຍ ຢ່າງຕໍ່ເນື່ອງ ຕາມເສັ້ນທາງທັມມະຊາດ ຮວມທັງຂີ່ເຮືອຂ້າມ ແມ່ນໍ້າຂອງນໍາດ້ວຍ, ອີງຕາມຄໍາເວົ້າຂອງ ເຈົ້າໜ້າທີ່ຕໍາຣວດ ຊາຍແດນ ແຂວງອຸບົນ ທ່ານນຶ່ງ ຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 10 ກໍຣະກະດາ ນີ້:
“ປະມານວ່າຈັບໄດ້ທໍາອິດ ຍັງບໍ່ພ້ອມກັນ ແລ້ວກໍມາຈັບອີກເພີ່ມຕື່ມ ຄືກັນກັບວ່າ ກັວກກັນມາ ຮ້ອງກັນມາ ຄືເຫດການແທ້ໆຍ້ອນເດັກນ້ອຍ ຮ້ອງຈຶ່ງຈັບໄດ້ເພີ່ມ ເຂົາລີ້ຊ່ອນຢູ່ ແຕ່ໃນມື້ ດຽວກັນ.”
ທ່ານກ່າວວ່າ ເມື່ອວັນທີ 1 ກໍຣະກະດາ ນີ້ ຕໍາຣວດໄທຍ ໄດ້ຈັບຄົນລາວ ທີ່ລັກເຂົ້າມາໄທຍ ໄດ້ 21 ຄົນ ທັງຍິງ ແລະຊາຍທີ່ເປັນຍາດພີ່ ນ້ອງກັນທັງໝົດ. ໃນຈໍານວນນັ້ນ ມີເດັກນ້ອຍ 6 ຄົນ ແລະຜູ້ໃຫຍ່ 15 ຄົນ ທີ່ຖືກຈັບໄດ້ຢູ່ເມືອງເຂັມມະຣາດ ແຂວງອຸບົນ. ພວກເຂົາເຈົ້າ ໄດ້ຂີ່ເຮືອຂ້າມແມ່ນໍ້າຂອງ ຈາກເມືອງຊະນະສົມບູນ ແຂວງຈໍາປາສັກ ເຂົ້າມາໄທຍ ເພື່ອຈະໄປ ຫາວຽກເຮັດງານທໍາ ຢູ່ບາງກອກ.
ທ່ານເວົ້າຕື່ມວ່າ ຄົນລາວທີ່ຖືກຈັບໄດ້ນັ້ນ ສ່ວນໃຫຍ່ບໍ່ມີເອກກະສານຖືກຕ້ອງ ແລະບໍ່ໄດ້ກວດຫາ ເຊື້ອພຍາດໂຄວິດ-19 ທີ່ມີຄວາມສ່ຽງ ຕໍ່ການທີ່ຈະນໍາເຊື້ອ ພຍາດນັ້ນເຂົ້າມາປະເທດ ໄທຍ:
“ທີ່ເຮົາເຝົ້າຣະວັງ ຄືແນວນໍ້າຂອງ ກໍາລັງພົນເຂົ້າກວດ ໂດຍສະເພາະຈຸດທີ່ເຂົາຂຶ້ນເຮືອ ກໍຄືຈຸດຈອດເຮືອ ທ່າຂ້າມທີ່ເຄີຍເປັນຈຸດ ຜ່ອນປົນ ທ່າຂ້າມ ປະເພນີ ຫລືແນວໃດກໍຕາມ ກໍມີການປ້ອງກັນ ການລັກລອບເຂົ້າມາ ກໍາລັງພົນທຸກໜ່ວຍ ກອງກໍາລັງຕ່າງໆ ກໍລາດຕະເວນ ເຝົ້າກວດຢູ່ຕລອດ ແຜນການປະຕິບັດ ກໍມີເປັນຫ່ວງໆ “
ຈາກການສອບສວນເບື້ອງຕົ້ນ ຂອງເຈົ້າໜ້າທີ່ໄທຍ ຜູ້ຕ້ອງຫາທີ່ລັກເຂົ້າໄປໄທຍ ນັ້ນເສັຽເງິນຄ່ານາຍໜ້າ ເພື່ອເດີນທາງເຂົ້າມາໄທຍ ໂດຍຫວັງວ່າຈະໄດ້ໄປເຮັດວຽກ ຢູ່ບາງກອກ ແລະ ເສັຽເງິນຄ່າເຮືອ ຄ່າຣົດ ລວມກັນຄົນລະປະມານ 5,400 ບາດ.
ກ່ຽວກັບເຣຶ່ອງທີ່ວ່ານີ້ ເຈົ້າໜ້າທີ່ຕໍາຣວດກວດຄົນເຂົ້າເມືອງ ແຂວງອຸບົນ ທ່ານນຶ່ງກ່າວວ່າ ຄົນລາວລັກເຂົ້າມາໄທຍ ມີແນວໂນ້ມເພິ່ມຂຶ້ນ ຍ້ອນພວກເຂົາເຈົ້າມາຊອກຫາວຽກເຮັດງານທໍາ ແຕ່ດ່ານທຸກແຫ່ງ ຍັງບໍ່ອະນຸຍາດໃຫ້ຄົນທົ່ວໄປຜ່ານເຂົ້າອອກ. ດັ່ງນັ້ນ ເຈົ້າໜ້າທີ່ຕໍາຣວດ ຈຶ່ງໄດ້ເຝົ້າຣະວັງ ວາງກໍາລັງພົນຫລາຍໜ່ວຍ ລາດຕະເວນ ຕາມແຄມແມ່ນໍ້າຂອງຢ່າງ ເຂັ້ມງວດ.
ແລະວ່າ ປັດຈຸບັນ ຍັງບໍ່ທັນໄດ້ສົ່ງຄົນລາວ ທີ່ເປັນຜູ້ຕ້ອງຫາຈໍານວນ 21 ຄົນນັ້ນກັບຄືນປະເທດ ເພາະຕ້ອງລໍໃຫ້ທາງການລາວຕອບຮັບ ກ່ອນເພື່ອມາຮັບເອົາໄປດໍາເນີນ ການຕາມຣະບຽບຂອງລາວ:
”ເບື້ອງຕົ້ນທາງທະຫານພານເຂົາຈັບ ແລ້ວກໍສົ່ງໂຮງພັກ ດໍາເນີນຄະດີ ແລ້ວກໍສົ່ງມາກັກທີ່ ຕ.ມ ແລະລໍພັກເທົ່ານັ້ນເອງ ຕ້ອງລໍໃຫ້ທາງ ລາວ ເຂົາຕອບຮັບ.”
ກ່ຽວກັບເຣຶ່ອງທີ່ວ່ານີ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຈໍາປາສັກ ເວົ້າວ່າ ທາງການລາວ ກໍເຂັ້ມງວດ, ແຕ່ບາງເທື່ອ ຄົນລັກລອບເລັດລອດ ສາຍຕາ ເຮັດໃຫ້ເຈົ້າໜ້າທີ່ບໍ່ເຫັນ ແລະວ່າໄດ້ ແຈ້ງບອກຄົນງານລາວ ທີ່ເຄີຍໄປເຮັດວຽກໃນປະເທດໄທ ຢູ່ວ່າ ຍັງບໍ່ສາມາດ ເດີນທາງ ຂ້າມໄປຝັ່ງໄທຍໄດ້ ຍ້ອນຍັງບໍ່ທັນມີໜັງສື ແຈ້ງການກ່ຽວກັບ ການເປີດດ່ານເທື່ອ, ຫາກຜູ້ໃດ ເຂົ້າໄປ ກໍຜິດກົດໝາຍ ແລະຈະຖືກຈັບ, ເສັຍເງິນຄ່າປັບໃໝ ແລະ ຖືກສົ່ງໂຕກັບຄືນລາວ:
“ຊ່ວງນີ້ ຢ່າຟ້າວໄປເດິ ໄທຍັງບໍ່ທັນເປີດດ່ານ ເພາະວ່າເຂົາຈັບ ເພີ່ມຄວາມເຂັ້ມງວດອີກຫລາຍຂັ້ນ. ຖ້ເຂົາໄປມີແພສພັອດ ມີອັນນີ້ ແຕ່ບໍ່ມີບັດແຮງງານ ບັດອິຫຍັງໃດ໋ ເຂົາຈັບ ເຂົາບໍ່ ອະນຸຍາດໃຫ້ເຮົາເຂົ້າ ເພາະວ່າເຂົາບໍ່ທັນເປີດ ຖ້າເຂົ້າໄປແລ້ວ ເຂົາກໍປັບໃໝຢ່າງ ຫລວງຫລາຍ.”
ໃນຂນະດຽວກັນ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແຂວງສວັນນະເຂດ ທ່ານນຶ່ງກໍກ່າວວ່າ ຄົນທີ່ລັກລອບໄປໄທຍ ສ່ວນໃຫຍ່ໄປກັບຄົນຮູ້ຈັກກັນ, ຊັກຊວນກັນໄປ, ໄປຫາເຮັດວຽກ ບາງເທື່ອກໍມີ ນາຍໜ້າພາໄປ ເມື່ອເຈົ້າໜ້າທີ່ພົບເຫັນກໍຖືກຈັບ ດໍາເນີນການຕາມຣະບຽບແລະປັບໃໝ:
“ຂ້າມໄປຝັ່ງພຸ້ນປຶບ ຮອດມຸກດາຫານແລ້ວ ມັນຈະມີຄົນມາຮັບຕໍ່ອີກເດ໋ ມັນເປັນແບບນັ້ນ ໃຜກະດີ້ນຮົນໄປ ຢາກໄປຍ້ອນຫຍັງ ໃນຊ່ວງ ໂຄວິດ ພັກມາດົນແລ້ວເດ໋ ເຂົາຕິດຕໍ່ເຂົາຮູ້ຈັກ ກັນມາຫັ້ນນ່າ ຫລືວ່າມາຊັກຊວນ ຊັກຈູງ ຖ້າວ່າໃນກໍຣະນີ ເຈົ້າໜ້າທີ່ເຮົາ ກວດພົບເຫັນ ຖືວ່າເຮົາຈະໄດ້ເຮັດຕາມຣະບຽບ ແລະກໍປັບໃໝ.”
ເມື່ອວັນທີ 24 ມິຖຸນາ ທີ່ຜ່ານມາ ເຈົ້າໜ້າທີ່ທາງການໄທຍ ຈັບຄົນລາວໄດ້ 6 ຄົນ, ເປັນຄົນແຂວງສວັນນະເຂດ ທີ່ລັກຂ້າມໄປແຂວງ ມຸກດາຫານ ແລະ ໃນເດືອນພຶສພາ ທີ່ຜ່ານມາກໍຈັບ ຄົນລາວຈາກແຂວງ ດຽວກັນນີ້ ໄດ້ອີກ 4 ຄົນ ແລະໃນມື້ວັນທີ 8 ມິຖຸນາ ກໍຈັບຄົນລາວ ທີ່ຈະໄປຊອກຫາວຽກເຮັດຢູ່ໄທຍ ອີກ 5 ຄົນ ທີ່ ແຂວງນະຄອນພະນົມ.
ອີງຕາມການຣາຍງານຂອງ ທ່ານໝໍ ທະວີສິນ ວິສະນຸໂຍທິນ ໂຄສົກສູນບໍຣິຫານ ການແຜ່ຣະບາດ ຂອງໄວຣັສໂຄວິດ-19, ໃນໄລຍະ ເດືອນມິຖຸນາ 2020 ນີ້ພົບຄົນລາວລັກເຂົ້າເມືອງ ຈໍານວນ 142 ຄົນ ແລະຕໍ່ມາກໍຍັງມີຄົນລາວ ລັກເຂົ້າມາປະເທດໄທຍ ຢ່າງຕໍ່ເນື່ອງ.