ກຸ່ມຂັບຣົດຂົນສົ່ງລາວ ໄດ້ຍອມ ຈ່າຍເງິນ
2020.05.13

ກຸ່ມຣົດຂົນສົ່ງສິນຄ້າລາວ ຍອມປະຕິບັດຕາມຣະບຽບການ ຂອງທາງບໍຣິສັດລາວສາກົລ ໄອຊີດີ ຈຳກັດ ກໍຄືຕ້ອງຈ່າຍໃຫ້ໂຊເຟີຄົນຈີນຂັບ ຣົດຂ້າມຊາຍແດນຈາກຈຸດປ່ຽນຣົດຂົນສົ່ງຫລັກ 29 ທີ່ ດ່ານບໍ່ເຕັນ ແຂວງຫລວງນໍ້າທາ ຜ່ານດ່ານບໍ່ຫານ ເຂົ້າໄປຄ່ຽນຖ່າຍສີນຄ້າ ທີ່ ບໍຣິສັດ ລາວສາກົລ ໄອດີຊີ ຈຳກັດ. ເຫດການດັ່ງກ່າວຜູ້ຢູ່ໃນເຫດການໄດ້ກ່າວຕໍ່ເອເຊັຽເສຣີວັນທີ 10 ພຶສພາ ວ່າ:
"ໄດ້ຈ່າຍເງິນຮວມທັງໝົດມູນຄ່າ 3.9 ລ້ານກີບ. ຍ້ອນວ່າສິນຄ້າມາຈອດຢູ່ດ່ານເຂດປ່ຽນຖ່າຍຣົດດ່ານບໍ່ເຕັນມາເກືອບ 07 ວັນ ສິນຄ້າທີ່ແກ່ ມາໃນນັ້ນມີໝາກກ້ວຍເປັນສ່ວນຫລາຍ, ໝາກອຶ, ມັນ ແລະ ໝາກໄມ້ຊນິດຕ່າງໆ ປາຍທາງທີ່ຂົນສົ່ງກໍຄືຂາຍໃນຕລາດຈີນ ເຣີ້ມເໜົ່າເປື່ອຍ ເຈົ້າຂອງຄົນຈີນຕ້ອງຕັດສິນໃຈຍອມຈ່າຍ ໂດຍຫັກຄ່າຂົນສົ່ງລົງ. ເພື່ອໄປຈ່າຍຄ່າຄ່ຽນສິນຄ້າໃຫ້ ບໍຣິສັດ ລາວສາກົລ ໄອຊີດີ ທີ່ຢູ່ດ່ານບໍ່ຫານ."
ໃນຂນະທີ່ທາງການໄດ້ກ່າວຊີ້ແຈງ ຜ່ານສື່ມວນຊົນ ເມື່ອວັນທີ 09 ພຶສພາ ທີ່ຜ່ານວ່າ ໄດ້ປະຕິເສດບໍ່ໄດ້ ເກັບເງິນເຖິງ 3,9 ລ້ານກີບ ແລະ ຣະບຽບການດັ່ງກ່າວແມ່ນການຕົກລົງກັນຂອງທາງແຂວງຫຼວງນໍ້າທາ ແລະ ທາງການແຂວງບໍ່ຫານ.
"ຕໍ່ກັບສະພາບການດັ່ງກ່າວຈຶ່ງເປັນເຫດເຮັດໃຫ້ໂຊເຟີ້ຣົດຂົນສົ່ງລາວ ຈຳນວນນຶ່ງບໍໍພໍອົກພໍໃຈຕໍ່ກັບບັນຫາ ດັງກ່າວເຮັດໃຫ້ການລົງສື່ສັງຄົມ ອອນລາຍ ບິດເບືອນຄວາມຈິງວ່າ ບໍຣິສັດ ໄອຊີລີທີດີເກັບເງິນຄ່າ ຂົນສົ່ງເກີນຫຼາຍ, ໂດຍສະເພາະຕາມໂຕຈິງແລ້ວນີ້ແມ່ນ ຫ້າແສນກີບ ແຕ່ສັງຄົມອອນລາຍ ລ້ານກີບ ແລະ ເຂົ້າໄປເບື້ອງຈີນ ສອງລ້ານກີບ ອັນນີ້ຖືວ່າບໍ່ມີມູນຄວາມຈງ."
ທ່ານໄດ້ກ່າວວ່າ ວັນທີ 30 ພຶສພາ ທາງການນຳແຂວງ ແລະ ຜແນກການທີ່ກ່ຽວຂ້ອງຂອງແຂວງ ແລະ ຄະນະຜູ້ຄຸ້ມຄອງດ່ານ ແຂວງຫຼວງ ນໍ້າທາ ກໍໄດ້ໄປເຂົ້າຮ່ວມກອງປະຊຸມປຶກສາຫາລື ແຜນສະກັດກັ້ນ ພຍາດໂຄວິດ-19.
ໃນກອງປະຊຸມດັ່ງກ່າວ ໄດ້ລົງຄຳເຫັນເປັນເອກພາບ ກັນ ວ່າສຳລັບຣົດຂົນສົ່ງສິນຄ້າ ສາມາດຂັບເຂົ້າອອກແບບປົກກະຕິ ແຕ່ຕ້ອງມີວິທີ ການສະກັດກັ້ນ ແລະ ປະຕິບັດຕາມຣະບຽບ ຂອງ ສາທາຣະນະສຸກ ຢ່າງເຂັ້ມງວດ ສຳລັບໂຊເຟີ້ ຢູ່ເບື້ອງລາວແມ່ນຂັບໄປຄ່ຽນຖ່າຍຢູ່ ສາງຫລັກທີ 29 ສຳລັບ ໂຊເຟີ້ຣົດຈີນ ຂັບມາແຕ່ຈີນໃຫ້ມາ ຄ່ຽນຖ່າຍສິນຄ້າຢູ່ສາງ ຫລັກທີ 29 ແລະ ພິເສດສຳລັບຂົນສົ່ງໂຄງການ ຂອງຣັຖບານ ທີ່ບໍ່ສາມາດປ່ຽນຖ່າຍໄດ້ ຖືວ່າສາມາດຂົນສົ່ງແຕ່ເບື້ອງຈີນ ເຖີງຈຸດທີ່ໝາຍໄດ້ຕາມການຕົກລົງ.
ຕໍ່ການແກ້ໄຂສະພາບດັ່ງກ່າວ ບໍ່ແມ່ນວ່າຣົດຂົນສົ່ງສາມາດ ຜ່ານເຂົ້າດ່ານບໍ່ຫານໄປຄ່ຽນຖ່າຍສີນຄ້າໄດ້ ໝົດທຸກຄັນຍ້ອນວ່າຣົດຂົນສົ່ງລາວ ທີ່ໄດ້ຮັບຈ້າງຂົນສົ່ງໃນຖ້ຽວນີ້ ແມ່ນປະມານ 300 ຄັນ.
ຕາມຄຳເວົ້າຂອງຜູ້ຢູ່ໃນເຫດການບອກວ່າ ໂຊເຟີ້ບາງຄົນຂັບຣົດບໍ່ຊໍານານ ແລະບໍ່ມີຄົນຂັບພຽງພໍ ຈຶ່ງຫຼ້າຊ້າເຮັດໃຫ້ສິນຄ້າທີ່ເປັນຜລິຕພັນ ກະສິກັມເໜົ່າເປື່ອຍ ເຊິ່ງເຈົ້າຂອງຄົນຈີນ ທີ່ມາລົງທຶນປູກ ຢູ່ລາວແລ້ວນໍາກັບໄປ ຂາຍຢູ່ຈີນຕັດສິນໃຈ ຖິ້ມສິນຄ້າແຖມຍັງບໍ່ຈ່າຍເງິນຄ່າ ຂົນສົ່ງໃຫ້. ດັ່ງນັ້ນຈຶ່ງຈຳເປັນຕ້ອງແຈກ ແລະ ກໍ່ຂາຍ ພໍໄດ້ເງິນຄືນຈຳນວນນຶ່ງ. ດັ່ງຜູ້ຢູ່ໃນເຫດການ ໄດ້ກ່າວໃນຕອນຂາຍໝາກອຶ ໃຫ້ ປະຊາຊົນວ່າ:
"ຂາຍໝາກອຶຜູ້ປະກອບການມີ ຜົລກະທົບນໍ ຍ້ອນຈີນປິດດ່ານບໍ່ໃຫ້ເຂົ້າ ເອົາມາເທໃຫ້ ປະຊາຊົນບ້ານຫາດຍາວ, ບ້ານນໍ້າແດງ."
ຕໍ່ການຂັບຣົດຂົນສົ່ງຂ້າມຊາຍແດນ ປະມານ 02 ກິໂລແມັດ ຈາກດ່ານຫລັກ 29 ໄປຫາສາງ ຄ່ຽນຖ່າຍ ດ່ານບໍ່ຫານ ໄອຊີດີ ນັ້ນປະກົດວ່າ ມີຣົດຂົນສົ່ງຂອງລາວ ເປ່ເພຫລາຍຄັນ ເຊິ່ງສ້າງຄວາມບໍ່ພໍໃຈ ໃຫ້ກັບເຈົ້າຂອງຣົດ. ເມື່ອຣົດເພແລ້ວບໍ່ມີພາກສ່ວນໃດຮັບຜິດຊອບ ເຈົ້າຂອງ ໄດ້ແປງເອງ. ດັ່ງໂຊເຟີ້ຣົດ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 09 ພຶສພາ ວ່າ:
"ເຖົ້າແກ່ເວົ້າແນວນີ້ ຈະໃຫ້ຄົນຈີນຂັບໄປຖ້າຣົດເປ່ເພ ເຖົ້າແກ່ຕ້ອງຮັບຜິດຊອບໃຫ້ ແຕ່ຄົນຈີນຂັບໄປລົງເຄື່ອງບາດນີ້ ມາຮອດນີ້ຣົດເພແລ້ວ. ຄົນຈີນ ໜີແລ້ວມັນຕິດຈັກ ບໍ່ໄດ້ແລ້ວໃຫ້ເຖົ້າແກ່ມາເບິ່ງ ກະບໍ່ມາ ໄປຫາຄົນຈີນ ຄົນຈີນກະວ່າບໍ່ຮູ້ນຳ ບາດເຂົ້າຫາເຖົ້າແກ່, ເຖົ້າແກ່ກະບໍ່ມາ ແຕ່ກໍເປັນແນວນີ້ແປງຈົນເມື່ອຍລະ ເຖົ້າແກ່ເປັນຄົນຕົວະ, ຄົນເຂົາຂັບເຂົ້າໄປກະໃຫ້ຂັບ ຄັນໃຫ້ເຂົາຂັບໄປຕາຍແທ້ໆລະ, ເພ ສອງ ສາມ ຄັນ ລະເຂົາບໍ່ແປງຊ່ອຍ. ເວົ້າໃຫ້ຄົນຈີນ ຄົນຈີນກະຕິທາງນີ້ອິກ ຄົນຈີນບໍ່ດີເດີ້ ເຖົ້າແກ່ກ້ວຍກະບໍ່ດີ ເດີ້."
ຕໍ່ກັບບັນຫາທີ່ເກີດຂຶ້ນ ທີມຂ່າວໄດ້ສອບຖາມໄປຍັງຄະນະສະເພາະກິດ ສະກັດກັ້ນແລະຄວບຄຸມພຍາດໂຄວິດ -19 ກໍໄດ້ຮັບຄຳຕອບວ່າ: ກະຊວງໂຍທາທິການແລະຂົນສົ່ງ ໄດ້ອອກແຈ້ງການສະບັບເລກທີ 00283/ຍທຂ ລົງວັນທີ 24 ເມສາ 2020 ກ່ຽວກັບການຂົນສົ່ງສິນຄ້າ ເຂົ້າ-ອອກ ຣະຫວ່າງປະເທດໃນໄລຍະຄວບຄຸມ ພຍາດໂຄວິດ-19 ໂດຍຈຸດສຳຄັນຕໍ່ບັນຫາດັ່ງກ່າວ ຣະບຸວ່າຄົນຂັບຣົດຕ່າງປະເທດ ທີ່ ຂົນສົ່ງສິນຄ້າມາຈາກ ຕ່າງປະເທດເຂົ້າມາ ສປປລາວ ຕ້ອງປະຕິບັດຕາມ ມາຕການທີ່ກະຊວງສາທາຣະນະສຸກວາງອອກ ເຊິ່ງຕ້ອງໄດ້ ກວດອຸນຫະພູມ ແລ້ວຈຶ່ງອະນຸຍາດໃຫ້ເຂົ້າມາໄດ້ ແລະນຳສົ່ງສິນຄ້າ ໄປຈຸດຄ່ຽນຖ່າຍ ພາຍຫລັງ ເອົາສິນຄ້າລົງແລ້ວໃຫ້ກັບຄືນ ໂດຍໄວ.
ສ່ວນຣົດຕ່າງປະເທດທີ່ນຳເຂົ້ານຳໃຊ້ໃນໂຄງການຂນາດໃຫຍ່ເຊັ່ນ: ໂຄງການກໍ່ສ້າງທາງດ່ວນ, ທາງຣົດ ໄຟລາວ-ຈີນ, ເຂື່ອນໄຟຟ້າ, ສີນຄ້າທາດແຫລວ, ວັດຖຸອັນຕະລາຍທີ່ບໍ່ສາມາດຄ່ຽນຖ່າຍໄດ້ ຫຼື ມີຄວາມສ່ຽງດ້ານຄວາມປອດພັຍ ໃນການຄ່ຽນຖ່າຍແມ່ນອະນຸຍາດ ໃຫ້ຣົດ ຕ່າງປະເທດຂັບຂົນສົ່ງໄປເຖິງປາຍທາງ. ແຕ່ຕ້ອງມີເປົ້າໝາຍນຳສົ່ງສິນຄ້າ ຫລື ໂຕແທນຢູ່ລາວ ຫລື ເຈົ້າຂອງໂຄງການ.
ສ່ວນສິນຄ້າຂາອອກ ຣົດຂົນສົ່ງລາວສາມາດ ຂົນສົ່ງສິນຄ້າໄປເຖິງຊາຍແດນ ເພື້ອຄ່ຽນຖ່າຍໃສ່ຣົດຕ່າງປະເທດ ຫລື ໄປເຖິງຈຸດໝາຍ ປາຍທາງຂອງປະເທດທີສອງ ໃນກໍຣະນີທັງສອງປະເທດ ອະນຸມັດ.
ເຖິງແນວໃດກໍ່ຕາມ ເມື່ອເວົ້າເຖິງຜູ້ປະກອບການ ຣົດຂົນສົ່ງສິນຄ້າ ຂອງລາວ ຫລາຍປີມາແລ້ວທີ່ຍັງເສັຍປຽບໃຫ້ກັບຈີນຢູ່ ດັ່ງຜູ້ປະກອບ ການທີ່ມີປະສົບການໄດ້ກ່າວວ່າ:
ໃນໄລຍະຜ່ານມາຣົດຂົນສົ່ງສິນຄ້າ ທີ່ແກ່ຈາກ ລາວ ໄປຈີນ ນັບເປັນຮ້ອຍຖ້ຽວ ຕໍ່ມື້ແຕ່ຍັງບໍ່ນັບທີ່ຣົດຂົນສົ່ງສິນຄ້າຈີນ ແກ່ມາເຂົ້າມາລາວ. ຖ້າມາຄຳນວນເບິ່ງ ແລ້ວຣົດຂົນສົ່ງສິນຄ້າຈີນ ສ່ວນຫລາຍແມ່ນຣົດ ລາກຂົນສົ່ງໄດ້ 50 ຕັນ ຂື້ນໄປ. ຄິດໄລ່ຕໍ່າສຸດ ເຊັ່ນແກ່ໝາກກ້ວຍ, ໝາກໂມ, ໝາກອຶ ມື້ລະ 5 ລ້ານກີບ ລອງຄູນເບີ່ງວ່າມື້ລະ 100 ຖ້ຽວ ເປັນຢ່າງໜ້ອຍເງິນຈະເຂົ້າປະເທດຫຼາຍປານໃດ ແຕ່ນີ້ສີ່ງທີ່ລາວ ຄວນໄດ້ແຕ່ກັບໄປເສັຍໃຫ້ຈີນ ທັງທີ່ວ່າມັນຄວນປັບຣະບຽບເຮັດ ໃຫ້ບໍຣິສັດຂົນສົ່ງລາວ ນີ້ມີເງິນທຶນ ມາພັທນາດ້ານຂົນສົ່ງ ແຕ່ນິ້ກັບຖືກ ຍາດແຍ່ງຈາກຈີນ ຖ້າຫາກບໍ່ແມ່ນ ຍ້ອນພຍາດໂຄວິດ-19 ຣະບາດ ຣົດຂົນສົ່ງລາວ ກໍຄົງບໍ່ໄດ້ຮັບຈ້າງຫລາຍປານນີ້.