ຝ່າຍຜລິດໄຟຟ້າລາວ ຂາດທຶນ ໜັກ

ມະນີຈັນ
2020.08.28
f-electricity ບໍຣິສັດຜລິດ ໄຟຟ້າລາວ ປະເຊີນບັນຫາ ຂາດທຶນໜັກ ໃນ 6 ເດືອນ ຂອງຕົ້ນປີນີ້
ນັກຈ່າວພົລເມືອງ

ບໍຣິສັດ ຝ່າຍຜລິດໄຟຟ້າລາວ ຣາຍງານໃນມື້ວັນທີ 25 ສິງຫາ ນີ້ວ່າ 6 ເດືອນຕົ້ນປີ 2020 ນີ້ ທາງບໍຣິສັດ ປະເຊີນບັນຫາຂາດທຶນເຖິງ 15 ຕື້ 530 ລ້ານກີບ ເນື່ອງຈາກ ເຂື່ອນໄຟຟ້າ ຫລາຍແຫ່ງທີ່ບໍຣິສັດ ເຂົ້າໄປຮ່ວມລົງທຶນ ບໍ່ມີນໍ້າພຽງພໍ ໃນການຜລິດໄຟຟ້າ ຊຶ່ງເຮັດໃຫ້ ການຜລິດໄຟຟ້າ ບໍ່ໄດ້ຕາມແຜນການ, ອີງຕາມຄໍາເວົ້າຂອງ ເຈົ້າໜ້າທີ່ບໍຣິສັດຜລິດໄຟຟ້າລາວ ທ່ານນຶ່ງ ທີ່ບໍ່ປະສົງອອກຊື່ ແລະສຽງ ຕໍ່ RFA ໃນມື້ວັນທີ 27 ສິງຫານີ້. ທ່ານເວົ້າວ່າ:

“ບັນຫາຫລັກໆ ກະຄື ເວົ້າເຣື່ອງຣະດູຝົນ ກໍບໍ່ເອື້ອອໍານວຍ. ບາງເຂື່ອນ ທີ່ເປັນເຂື່ອນ IPP ຫລື ເຂື່ອນໄຟຟ້າເອກຊົນ ກະປະກາດວ່າ ເປັນປີ ແຫ້ງແລ້ງ. ແລະຝົນຕົກ ກໍບໍ່ຖືກຕາມຣະດູ. ເວລາເຮົາມີນໍ້າໃຊ້ບໍ່ພໍ ການຜລິດ ມັນກໍບໍ່ພຽງພໍ ແລ້ວກໍບໍ່ໄດ້ຕາມແຜນ ທີ່ເຮົາວາງໄວ້ ເພາະວ່າ ມີບາງເຂື່ອນ IPP ທີ່ເຮົາໄປຮ່ວມຫຸ້ນນໍາ ຄືຕົວຢ່າງ ເຂື່ອນນໍ້າງື່ມ 2 ຂະເຈົ້າປະກາດ ເລີຍວ່າ ປີ 2019 ເປັນປີແຫ້ງແລ້ງ.”

ທ່ານເວົ້າວ່າ ໃນປີ 2019 ແລະ 6 ເດືອນຕົ້ນປີນີ້ ເຂື່ອນໄຟຟ້າບາງແຫ່ງ ຍັງບໍ່ສາມາດ ຜລິດໄຟຟ້າໄດ້ຕາມແຜນ ຍ້ອນປະຣິມານນໍ້າໃນ ອ່າງເກັບນໍ້າມີໜ້ອຍ ບໍ່ສາມາດຜລິດໄຟຟ້າໄດ້ ຢ່າງເຕັມເມັດເຕັມໜ່ວຍ. ເມື່ອບໍ່ສາມາດຜລິດໄຟຟ້າຂາຍໄດ້ຕາມແຜນ ກໍເຮັດໃຫ້ບໍຣິສັດ ມີຣາຍຮັບບໍ່ໄດ້ຕາມແຜນ.

ນອກຈາກນີ້ ບໍຣິສັດ ຍັງຂາດທຶນຈາກອັດຕຣາແລກປ່ຽນ ຈາກ ໂຄງການລົງທຶນຕ່າງໆ ໃນຣະຫວ່າງປີ 2019 ຫາ 2020 ນີ້ ເປັນຕົ້ນ ໂຄງການກໍ່ສ້າງເສັ້ນທາງ ພາຍໃນເຂື່ອນ ນໍ້າຄານ 2 ແລະ 3, ໂຄງການ ຄຸ້ມຄອງ ບໍາຣຸງຮັກສາ ສ້ອມແປງ ເຂື່ອນ ຂນາດນ້ອຍ ແລະ ຂນາດໃຫຍ່, ການປ່ຽນເຄຶ່ອງປັ່ນໄຟຟ້າໃໝ່ ຂອງເຂື່ອນນໍ້າງື່ມ 1. ທັງໝົດເປັນການລົງທຶນ ດ້ວຍເງິນບາດ ແລະ ເງິນໂດລາ ສະຫະຣັຖ. ໃນໄລຍະເງິນບາດ ແລະ ເງິນໂດລາແຂງຄ່າ ເມື່ອທຽບໃສ່ເງິນກີບ ອ່ອນຄ່າ ບໍຣິສັດກໍຂາດທຶນ ໄປຫລາຍ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ກະຊວງພະລັງງານ ແລະບໍ່ແຮ່ທ່ານນຶ່ງ ກ່າວຕໍ່ RFA ໃນມື້ດຽວກັນນັ້ນວ່າ ບັນຫານຶ່ງ ທີ່ພົບເຫັນ ຄືເຂື່ອນໄຟຟ້າ ຫຼາຍແຫ່ງ ຜລິດໄຟຟ້າໄດ້ແລ້ວ ແຕ່ສາຍສົ່ງ ໄຟຟ້າພັດສ້າງບໍ່ແລ້ວ ທັງສາຍສົ່ງພາຍໃນ ແລະ ສາຍສົ່ງໄປຕ່າງປະເທດ ຍ້ອນບໍ່ມີເງິນ ເຮັດໃຫ້ບໍຣິສັດ ຜລິດໄຟຟ້າລາວ ບໍ່ມີຣາຍຮັບເພີ່ມ ຂນະທີ່ຣາຍຈ່າຍ ຍັງຄືເກົ່າ:

“ສຸມື້ນີ້ ບັນຫາທີ່ເຮົາຍັງມີ ຄົງຄ້າງ ຄືເລັ່ງສ້າງສາຍສົ່ງໃຫ້ແລ້ວ ເພາວ່າ ໄຟເຮົາມີສົ່ງອອກຢູ່ແລ້ວ ເຮົາມີເຫລືອໃຊ້ ຕ່າງແຕ່ວ່າສາຍສົ່ງເຮົາ ມັນບໍ່ມີ ຄັນມີສາຍສົ່ງຫລາຍເສັ້ນອີກ ທັງສາຍສົ່ງ ພາຍໃນ ແລະສາຍສົ່ງພາຍນອກ ບາງໂຄງການມັນກະສະດຸດ ເຣື່ອງເງິນ.”  

ນອກຈາກບັນຫາທີ່ໄດ້ເວົ້າມາແລ້ວນັ້ນ, ຊາວນະຄອນຫລວງວຽງຈັນ ທ່ານນຶ່ງ ກໍກ່າວຕໍ່ RFA ວ່າ ຢາກໃຫ້ບໍຣິສັດ ຜລິດໄຟຟ້າລາວ ແລະ ຣັຖວິສາຫະກິດໄຟຟ້າລາວ ປັບປຸງກວດກາ ພະນັກງານທຸກຄົນທີ່ອາຈມີພຶດຕິກັມ ໄປໃນທາງສໍ້ຣາດບັງຫຼວງ ອັນຈະຊ່ອຍໃຫ້ ບໍຣິສັດຜລິດ ໄຟຟ້າລາວ ມີຣາຍຮັບເພີ່ມຂຶ້ນ. ຫາກບໍ່ປັບປຸງເຣື່ອງນີ້ໄດ້ ບັນຫາການຂາດທຶນ ກໍຈະບໍ່ໝົດໄປ:

“ບໍຣິສັດໄຟຟ້າຫັ້ນ ຈິດໃຈເຮົາ ຢາກໃຫ້ປັບປຸງໃໝ່ຄືນໝົດ ຫັ້ນແລ້ວ ເຂົາເອີ້ນວ່າ ຫາເງິນແບບສ່ວນຕົວ ບໍ່ເຂົ້າຣັຖ. ຄັນບໍ່ປັບປຸງໂຕນີ້ ຍັງສິຄືເກົ່າ ຫັ້ນແຫຼ້ວ ບັນຫາມັນຕ້ອງໄດ້ປັບປຸງ ເຣື່ອງພະນັກງານຫາຜົລປໂຍດ ສ່ວນໂຕຫັ້ນນ່າ.”  

ຢູ່ແຂວງຈໍາປາສັກ ຊາວລາວທ່ານນຶ່ງກໍກ່າວຕໍ່ RFA ວ່າບໍ່ຈັກສິໃຫ້ບໍຣິສັດປັບປຸງຫຍັງ ເພາະບໍ່ມີຄວາມຮູ້ ແຕ່ດຽວນີ້ຄ່າໄຟຟ້າແພງຫຼາຍ ສະເລັ່ຽແລ້ວຈ່າຍ 2 ແສນປາຍກີບຕໍ່ເດືອນ ທັງໆທີ່ບໍ່ໄດ້ໃຊ້ໄຟຫຼາຍ, ຢາກໃຫ້ປັບປຸງຣາຄາໄຟຟ້າ ໃຫ້ຖືກລົງ. ແລະເຫັນວ່າ ພະນັກງານ ໄຟຟ້າທັມດາ ມີຣົດຂັບຂີ່ຢ່າງດີ, ບໍ່ຮູ້ວ່າເຂົາເອົາເງິນ ເອົາຄໍາມາແຕ່ໃສຊື້:

“ກະຈັກສິວ່າແນວໃດລະ ຄ່າຟືນຄ່າໄຟກະແພງຄືຄູ່ມື້ນີ້ ເຈົ້າໜ້າທີ່ເພິ່ນກະບໍ່ຈັກວ່າ ແລະຈັກເພິ່ນເຮັດແນວໃດກະບໍ່ຈັກນໍາເພິ່ນ ພະນັກງານ ທັມມະດາ ກະມີຣົດ ມີລາງຂີ່ຂະເຈົ້າເອົາເງິນ ເອົາຄໍາ ນີ້ລະຫຼວງຫຼາຍ.”

ຂນະທີ່ບໍຣິສັດ ຜລິດໄຟຟ້າລາວ ປະເຊີນບັນຫາຂາດທຶນ ຢ່າງໜັກໃນໄລຍະ 6 ເດືອນ ຕົ້ນປີນີ້ ຍ້ອນສະພາບອາກາດ ບໍ່ເອື້ອອໍານວຍ ແລະ ໃນປີນີ້ ຫຼາຍປະເທດຮວມເຖິງລາວ ຍັງປະເຊີນກັບ ການຣະບາດ ຂອງເຊື້ອພຍາດໂຄວິດ-19 ຢູ່ ເຮັດໃຫ້ເກີດຜົລກະທົບ ຕໍ່ການຊື້-ຂາຍ ໄຟຟ້ານໍາດ້ວຍ ໂດຍສະເພາະ ໄທຍ ຜູ້ຊື້ໄຟຟ້າຣາຍໃຫຍ່ ຈາກລາວ.

ທ່ານ ວິທູນ ເພີ່ມພົງສາຈະເລີນ ຜູ້ອໍານວຍການເຄືອຂ່າຍ ພະລັງງານ ແລະ ນິເວດວິທຍາ ແມ່ນໍ້າຂອງ ໃຫ້ຄວາມເຫັນຕໍ່ RFA ໃນມື້ວັນທີ 27 ສິງຫານີ້ວ່າ ໄທຍ ເປັນຜູ້ຊື້ໄຟຟ້າຣາຍໃຫຍ່ ຈາກລາວ, ແຕ່ປັດຈຸບັນ ໄທຍ ມີໄຟຟ້າສໍາຮອງຫລາຍກວ່າ 50% ຊຶ່ງຕາມແຜນແມ່ນຄວນ ມີພຽງ 15% ແລະມີຄວາມເປັນໄປໄດ້ສູງ ທີ່ໄທຍ ຈະບໍ່ເຊັນສັນຍາຊື້-ຂາຍໄຟຟ້າເພີ່ມ ກັບລາວ ແລະອາຈມີການທົບທວນ ແຜນພັທນາການ ຜລິດໄຟຟ້າສະບັບໃໝ່:

“ເດີມນີ໋ ຂ້າພະເຈົ້າ ຕັ້ງຂໍ້ສັງເກດວ່າ ການຜລິດໄຟຟ້າແຫ່ງປະເທດໄທຍ ນ່າຈະເລີ່ມມີຄວາມຣະມັດຣະວັງ ບໍ່ເຊັນສັນຍາຊື້-ຂາຍ ໄຟຟ້າ ສະບັບໃໝ່ ຍ້ອນເຫດຜົລ 2-3 ປະການ. ປະການທໍາອິດ ກໍຄືວ່າ ໃນຂະນະນີ້ມີໄຟຟ້າສໍາຮອງຫລາຍ. ປະການທີ 2 ເຖິງແມ່ນວ່າ ຈະມີ ບັນທຶກຄວາມເຂົ້າໃຈກັນ 9 ພັນເມັກກາວັດ ແຕ່ວ່າໃນເມື່ອເຮົາມີໄຟຟ້າສໍາຮອງຫລາຍ ມັນກໍບໍ່ຈໍາເປັນ. ແລ້ວກໍຈະມີການທົບທວນແຜນ PDP ສະບັບໃໝ່ ຫລືແຜນທັທນາກໍາລັງ ການຜລິດໄຟຟ້າປະເທດໄທຍ.”  

ອີງຕາມການຣາຍງານ, ແຜນການດໍາເນີນທຸຣະກິດ ໄຕຣມາດທີ 1 ວັນທີ 31 ມິນາ 2020, ບໍຣິສັດ ຜລິດໄຟຟ້າລາວ ມີເຂື່ອນໄຟຟ້າຢູ່ ໃນການຄຸ້ມຄອງ 14 ແຫ່ງ, ຜລິດໄຟຟ້າໄດ້ທັງໝົດ 431,80 ກິກະວັດໂມງ ຄືຫລຸດແຜນທີ່ຕັ້ງໄວ້ 564,15 ກິກະວັດໂມງ. ເຣຶ່ອງຣາຍຮັບ ຕາມແຜນ ແມ່ນ 280.760 ລ້ານກີບ, ແຕ່ໃນຕົວຈິງ ໄດ້ພຽງ 218.200 ລ້ານກີບ ຂນະທີ່ຣາຍຈ່າຍ ສູງເຖິງ 330.892 ລ້ານກີບ.

ໃນຂນະດຽວກັນ ບໍຣິສັດຜລິດໄຟຟ້າລາວ ຍັງແຈ້ງຕໍ່ຜູ້ຖືຫຸ້ນທັງຣາຍໃຫຍ່ ແລະຣາຍຍ່ອຍ ວ່າ ຈະບໍ່ໄດ້ຈ່າຍເງິນປັນຜົລ ຈາກການເຮັດ ທຸຣະກິດ ຂອງ ບໍຣິສັດໃນ 6 ເດືອນຕົ້ນປີ 2020 ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.