ຈີນຫ້າມລາວໄປຂາຍເຄື່ອງ ຢູ່ເຂດ ສວນກ້ວຍ
2020.06.10
ປັດຈຸບັນ ພໍ່ຄ້າແມ່ຄ້າ ຄົນລາວ ຢູ່ເມືອງບໍຣິຄັນ ແຂວງບໍຣິຄຳໄຊ ບໍ່ສາມາດເຂົ້າໄປຂາຍເຄື່ອງ ຢູ່ໃນສວນກ້ວຍຈີິນ ຢູ່ເຂດບ້ານຫາດຍືນໄດ້ ຍ້ອນຖືກຫ້າມ ຈາກບໍຣິສັດ ວິເອັສ ຈຳກັດ ທີ່ຈີນເປັນຜູ້ລົງທຶນ ເຮັດໃຫ້ ພວກຂະເຈົ້າບໍ່ພໍໃຈ ຢາກໃຫ້ພາກສ່ວນກ່້ຽວຂ້ອງ ເຂົ້າມາແກ້ໄຂ, ດັ່ງພໍ່່ຄ້າຄົນນຶ່ງ ກ່າວຕໍ່ເອເຊັຽເສຣີ ໃນມື້ວັນທີ 9 ມິຖຸນາ 2020 ນີ້ວ່າ:
"ເຮົາໄປຂາຍເຄື່ອງຂາຍແນວຢູ່ແນວກິນ ແນວກິນສຸກກິນດີບກະມີ ເຂົ້າຕົ້ມເຂົ້າຫນົມນີ້ແຫລະ ບາດເຮົາໄປຂາຍ ພວກຄົນຈີນພວກບໍຣິສັດຫັ້ນ ບໍ່ໃຫ້ໄປຂາຍດຽວນີ້ສວນກ້່ວຍນີ້ ຂຶ້ນກັບຂະເຈົ້າຫມົດ ຂະເຈົ້າສຳປະທານແລ້ວ ຂະເຈົ້າຈະເຮັດຫຍັງກະໄດ້ ຂະເຈົ້າເວົ້າແນວນີ້ນະ ຄົນລາວ ບໍ່ມີສິດ ຂະເຈົ້າເວົ້າແນວນີ້ ພວກເຮົາສິໄປຂາຍເຄື່ອງ ແນວຢູ່ແນວກິນ ຂະເຈົ້າກໍ່ບໍໃຫ້."
ທ່ານກ່າວຕື່ມວ່າ ຜ່ານມາ ພໍ່ຄ້າແມ່ຄ້າສາມາດເຂົ້າໄປຂາຍໄດ້ ເປັນປົກກະຕິ ແຕ່ມາຮອດໄລຍະການຣະບາດ ຂອງໂຄວິດ-19 ກໍຖືກຫ້າມ ຄົນພາຍນອກເຂົ້າໄປ ໂດຍອ້າງເຖິງມາຕການ ຄວາມປອດພັຍ ແຕ່ ຫລັງຈາກທາງການໄດ້ຜ່ອນຜັນມາຕການ ກໍຍັງຖືກຫ້າມຢູ່ ໂດຍອ້າງ ວ່າຢູ່ໃນສວນກ້ວຍ ກໍມີຮ້ານຂາຍເຄື່ອງຢູ່ແລ້ວ ຈຶ່ງເຮັດໃຫ້ພໍ່ຄ້າແມ່ຄ້າລາວຂາດຣາຍໄດ້ ຍ້ອນວ່າລູກຄ້າຫຼັກແມ່ນຄົນງານລາວ ໃນສວນກ້ວຍ ຊຶ່ງມີຢູ່ປະມານ 200 ຫາ 300 ຄົນ.
ແມ່ຄ້າຂາຍເຄື່ອງຄົນນຶ່ງເວົ້າວ່າ ສາເຫດທີ່ເຈົ້າຂອງສວນກ້ວຍ ບໍ່ອະນຸຍາດໃຫ້ເຂົ້າໄປຂາຍເຄື່ອງ ຍ້ອນຂະເຈົາບັງຄັບຄົນງານ ໃຫ້ຊື້ເຄື່ອງ ໃນຮ້ານຂາຍເຄື່ອງຂອງຈີນ ຢູ່ສວນກ້ວຍ ແຕ່ຣາຄາແພງກວ່າ ໃນທ້ອງຕລາດ ຮ້າຍໄປກວ່ານັ້ນ ຖ້າຕ້ອງການຢາກຊື້ ຄົນງານລາວຕ້ອງໄດ້ ຍ່າງໄປຊື້ ໃນຣະຍະທາງປະມານ 8 ກິໂລແມັດ ຍ້ອນວ່າ ຮ້ານຂາຍເຄືອງຂອງຈີນ ຕັ້ງຢູ່ນອກສວນແຄມທາງໃຫຍ່.
"ໃຫ້ຊື້ແຕ່ເຄື່ອງຂອງຂະເຈົ້າຫັ້ນນ່າ ບໍ່ໃຫ້ຊື້ນຳຄົນອື່ນ ຮ້ານຄ້າທີ່ຂະເຈົ້າຄ້າຂາຍຢູ່ ຢູ່ນອກທາງພີ້ ບາດບ່ອນຢູ່ຄົນງານເຂົ້າໄປຫັ້ນ ກະໄລຍະ 7 ຫລັກ 8 ຫລັກ ຂະເຈົາກະບໍ່ມີຣົດ ສິຍ່າງມາກິນຫັ້ນນະ ບາດນີ້ ຂາຍຣາຄາແພງອີກ ຂາຍຂອງກິນກະຂາຍແພງ ຂາຍເຄື່ອງແຫ້ງ ເຄື່ອງ ໃຊ້ອີ່ຫຍັງຕ່າງໆ ກະແພງ."
ນາງກ່າວຕື່່ມວ່າ ຜ່ານມາບັນດາແມ່ຄ້າພໍ່ຄ້າ ເຄີຍຮ້ອງຮຽນໄປຫາຂັ້ນທ້ອງຖີ່ນ ເພື່ອຊ່ອຍໄປເຈຣະຈາກັບເຈົ້າຂອງ ສວນກ້ວຍ ແຕ່ເມື່ອໄປ ແລ້ວຖືກຈີນນາບຂູ່ແລະຕູ່ຫາວ່າ ມາສ້າງຄວາມວຸ້ນວາຍ ແລະຖືກໄລ່ ອອກຈາກສວນ ເປັນການບໍ່ເຫມາະສົມ ຢາກໃຫ້ພາກສ່ວນກ່ຽວຂ້ອງ ເຂົ້າມາແກ້ໄຂ.
ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາເຈົ້າຫນ້າທີ່ ບໍຣິສັດວີເອັສຈຳກັດ ເພື່ອຖາມຣາຍຣະອຽດ ກ່ຽວກັບເຣື້ອງນີ້ ແຕ່ທ່ານຊີ້ແຈງພຽງສັ້ນໆວ່າຂ່າວ ດັ່ງກ່າວບໍ່ເປັນຄວາມຈິງ ແລະບໍ່ອອກຄວາມເຫັນໃດໆ.
ກ່ຽວກັບເຣື້ອງນີ້ ເຈົ້າຫນ້າທີ່ເມືອງບໍຣິຄັນ ທ່ານນຶ່ງເວົ້າວ່າ ເບື້ຶ້ອງຕົ້ນຍັງບໍ່ໄດ້ຮັບຄຳຮ້ອງຮຽນ ຈາກພໍ່ຄ້າແມ່ຄ້າເທື່ອ ແຕ່ຈະມີການກວດສອບ ໃຫ້, ສ່ວນປະເດັ່ນທີ່ເຈົ້າຂອງສວນ ບໍອະນຸຍາດໃຫ້ເຂົ້າໄປ ຂາຍເຄື່ອງ ໃນສວນກ້ວຍນັ້ນ ກໍເປັນສິດຂອງພວກຂະເຈົ້າ ເນື່ອງຈາກເປັນຜູ້ ສຳປະທານເຂດ ດັ່ງກ່າວແລ້ວ.
“ຄັນວ່າຜູ້ໄປຂາຍອັນນີ້ ມັນກະເວົ້າເຣື້ອງຜູ້ຊົມໃຊ້ເນາະ ຄັນເຮົາໄປຂາຍກໍຕ້ອງຮັບອະນຸຍາດ ຖືກຕ້ອງ ໄດ້ຮັບອະນຸຍາດ ເຣື້ອງສະຖານທີ່ ຂາຍແມ້ມັນກໍບໍ່ມີບັນຫາ ແຕ່ວ່າມັນເປັນສິດທິ ຂອງເຈົ້າຂອງສວນ ມີບັນຫາແນວໃດ ກັບພວກແຮງງານບໍ ກັບພວກເຈົ້າຂອງສວນບໍ້ ບໍ່ໃຫ້ ຂາຍອັນນີ້ໄທເຮົາ ບໍ່ທັນຊາບ."
ສວນກ້ວຍຈີນ ຂອງບໍຣິສັດວິເອັສຈຳກັດ ດັ່ງກ່າວ ເລີ້ມເຂົ້າມາປູກກວ້ຍ ໃນປີ 2019 ໃນເນື້ອທີ່ ປະມານ 500 ເຮັກຕາ ກ່ອນຫນ້ານີ້ເມື່ອ ເດືອນມີນາ ປີກາຍ ຜູ້ຄຸມຄົນງານລາວ ໄດ້ສັ່ງໃຫ້ຄົນງານ ເອົາຂີ້ເຫຍື່ອ ປະເພດຖົງຢາງປລາສຕິກ ແລະ ຖົງປຸ໊ຍໄປຈູດແລະຖີ້ມຊະຊາຍ ສ້າງຄວາມເດືອດຮ້ອນ ໃຫ້ແກ່ປະຊາຊົນຜູ້ຢູ່ໃກ້ຄຽງ ຢ່າງໃຫຍ່.