ຄາຊິໂນຄິງໂຣມັນ ຍັງຕ້ອງປິດ
2020.05.19
ມາຮອດປັດຈຸບັນ ຄາຊິໂນ ຄິງໂຣມັນ ຂອງນັກທຸຣະກິຈຈີນ ຢູ່ເຂດເສຖກິຈພິເສດສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຍັງຖືກສັ່ງໃຫ້ ປິດບໍຣິການຢູ່ ເພື່ອປ້ອງກັນການແຜ່ຣະບາດ ຂອງພຍາດໂຄວິດ-19 ຕາມຄໍາສັ່ງເລຂທີ 06, ເຖິງແມ່ນວ່າຣັຖບານຈະມີການຜ່ອນຜັນ ໃຫ້ ທຸຣະກິຈ ບາງປະເພດ ມາດໍາເນີນທຸຣະກິຈ ໄດ້ແລ້ວກໍຕາມ ແຕ່ຍັງບໍ່ມີການກໍານົດ ເທື່ອວ່າ ຄາຊິໂນແຫ່ງນີ້ ຮວມທັງພື້ນທີ່ເຂດເສຖກິຈ ພິເສດສາມຫຼ່ຽມຄໍາ ຈະມາເປີດໄດ້ເມື່ອໃດ, ດັ່ງເຈົ້າໜ້າທີ່ຄະນະຄຸ້ມຄອງ ເຂດເສຖກິຈພິເສດ ແຂວງບໍ່ແກ້ວ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 13 ພຶສພາ ນີ້ວ່າ:
“ບໍ່ເປີດ ບໍ່ເປີດເທື່ອເພິ່ນກະປະຕິບັດຕາມຄໍາສັ່ງນາຍົກ ເລຂທີ 06 ຕາມພາຍໃນປະເທດເນາະກໍວັນທີ 17 ເດືອນນີ້ແຫຼະ ແຕ່ວ່າຢູ່ເຂດເຮົາ ກະບໍ່ແນ່ໃຈເນາະ ອັນນີ້ມັນກໍລໍຟັງ ຄໍາສັ່ງຂອງຂັ້ນເທິງ.”
ທ່ານກ່າວຕື່ມວ່າ ສໍາລັບຢູ່ພາຍໃນເຂດເສຖກິຈພິເສດສາມຫຼ່ຽມຄໍາ ໃນທຸກມື້ນີ້ ກໍຍັງບໍ່ອະນຸຍາດ ໃຫ້ຄົນເຂົ້າ-ອອກເທື່ອ ຍັງມີເຈົ້າໜ້າທີ່ຕັ້ງ ດ່ານສະກັດກັ້ນຢູ່ ມີແຕ່ຄົນຈີນຕົກຄ້າງ ທີ່ເຮັດວຽກຢູ່ເຂດດັ່ງກ່າວ ເຄື່ອນໄຫວເປັນບາງສ່ວນ ແຕ່ ກໍຍັງບໍ່ສາມາດ ຄາດການໄດ້ວ່າ ທັງ ຄາຊິໂນ ແລະເຂດເສຖກິຈພິເສດ ແຫ່ງນີ້ ກະກັບມາເປີດຄືນໄດ້ເມື່ອໃດ.
ໃນຂນະດຽວກັນ ເຈົ້າໜ້າທີ່ຫ້ອງການຖແລງຂ່າວ ວັທນະທັມແລະທ່ອງທ່ຽວ ເມືອງຕົ້ນເຜິ້ງ ກໍກ່າວຢືນຢັນວ່າ ຄາຊິໂນຄິງໂຣມັນ ຮວມທັງ ດ່ານກວດຄົນເຂົ້າ-ອອກເມືອງ ທີ່ຢູ່ພາຍໃນເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ກໍຍັງປິດຢູ່ ເພື່ອບໍ່ໃຫ້ມີຄວາມສ່ຽງ ຕໍ່ການແຜ່ຣະບາດ ຂອງ ເຊື້ອພຍາດໂຄວິດ-19, ດັ່ງທ່ານກ່າວວ່າ:
“ຖືວ່າດ່ານກະຍັງບໍ່ທັນເປີດເທື່ອ ຍັງບໍ່ແນ່ໃຈ ເບິ່ງໂຕຈິງ ເພາະວ່າພຍາດມັນຣະບາດ ເຮົາຄຸມພຍາດບໍ່ໄດ້ ປະມານນັ້ນແຫຼະ.”
ຊາວເມືອງຕົ້ນເຜິ້ງ ທ່ານນຶ່ງເວົ້າວ່າ ຕົນເຫັນດີ ທີ່ທາງການ ຍັງບໍ່ອະນຸຍາດໃຫ້ ຄາຊິໂນ ຄິງໂຣມັນ ກັບມາເປີດບໍຣິການ ແລະເຊື່ອວ່າຈະ ປິດໄປອີກດົນ ຈົນກວ່າຈະສາມາດຄວບຄຸມ ການແຜ່ຣະບາດຂອງເຊື້ອ ໄວຣັສໂຄວິດ-19:
“ເຂົາຍັງບໍ່ເປີດງ່າຍດອກ ອາຈປິດດົນເພາະວ່າ ໂຄວິດ ຍັງບໍ່ທັນຫາຍ ຍາກແຫຼະເຂົາຊິເປີດ.”
ສ່ວນຊາວເມືອງຕົ້ນເຜິ້ງ ອີກຄົນນຶ່ງເວົ້າວ່າຢາກໃຫ້ພື້ນທີ່ ເຂດເສຖກິຈພິເສດສາມຫຼ່ຽມຄໍາ ອະນຸຍາດໃຫ້ຄົນເດີນທາງເຂົ້າ-ອອກໄດ້ຕາມ ປົກກະຕິ ຍ້ອນຕົນ ມັກໃຊ້ເສັ້ນທາງດັ່ງກ່າວ ເປັນທາງລັດ ເພື່ອເດີນ ທາງເຂົ້າໄປເທສບານເມືອງຕົ້ນເຜິ້ງ:
“ເຂົາປິດການສັນຈອນ ໄປມາບໍ່ໄດ້ ກໍຢາກໃຫ້ເປີດນະ ເພາະເສັ້ນທາງເຮົາທຽວໄປ ໄປຕົ້ນເຜິ້ງເຮົາບໍ່ໄດ້ໄປຊື່ໄດ໋ ເຮົາໄດ້ອ້ອມໄປທາງນີ້ ໄປບໍ່ໄດ້ ຕ້ອງໂຄ້ງອອກໄປພຸ້ນ.”
ເມື່ອວັນທີ່ 8 ພຶສພາ ຜ່ານມານີ້ ທາງການແຂວງບໍ່ແກ້ວ ໄດ້ຈັດພິທີສົ່ງ-ມອບ ຄົນງານພະມ້າ ທີ່ເຮັດວຽກຢູ່ໃນ ເຂດເສຖກິຈພິເສດສາມ ຫຼ່ຽມຄໍາ ຈໍານວນ 125 ຄົນ ກັບຄືນສູ່ປະເທດເຂົາເຈົ້າ ໂດຍຜ່ານທາງດ່ານ ບ້ານມອມ ເມືອງຕົ້ນເຜິ້ງ ຕາມຄໍາສເນີຂອງເຈົ້າແຂວງ ທ່າຂີ້ເຫຼັກຂອງພະມ້າ ເພື່ອນໍາຄົນງານ ທີ່ຢູ່ໃນສະພາບ ບໍ່ມີວຽກເຮັດງານທໍາ ກັບຄືນປະເທດໃນໄລຍະ ທີ່ມີການແຜ່ຣະບາດ ຂອງເຊື້ອ ໄວຣັສໂຄວິດ-19, ຊຶ່ງກ່ອນໜ້ານີ້ ຄົນງານພະມ້າ ທີ່ເຮັດວຽກຢູ່ເຂດດັ່ງກ່າວ ເຄີຍມີເຖິງປະມານ 3,000 ຫາ 4,000 ຄົນ.